“ທ່່າສະໜາມຈິດ​ໃຈ​ປະ​ຊາ​ຊົນ​” ອັນ​ໝັ້ນ​ແກ່ນ​ຢູ່​ເຂດ​ຊາ​ຍ​ແດນ​ທາງທິດຕາ​ເວັນ​ອອກພາກໃຕ້

(VOVWORLD) - ໃນບັນດາເສັ້ນທາງດິນແດງໄປຍັງຕາແສງຕ່າງໆຢູ່ເຂດຊາຍແດນຢູ່ແຂວງ ດົ່ງນາຍ ມີເຮືອນໃໝ່ບາງຫຼັງທີ່ໃຫຍ່ໂຕສວຍງາມ. ຮູບເງົາຂອງບັນດາທະຫານປ້ອງກັນຊາຍແດນພ້ອມກັບພໍ່ແມ່ປະຊາຊົນອອກແຮງງານທຳການຜະລິດ ແມ່ນຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ “ທ່າສະໜາມຈິດໃຈປະຊາຊົນ” ຢູ່ເຂດຊາຍແດນ ທາງທິດຕາເວັນອອກພາກໃຕ້ຫວຽດນາມພວມໄດ້ຮັບການເພີ່ມພູນຄູນສ້າງນັບມື້ນັບໝັ້ນແກ່ນກວ່າເກົ່າ.
 
 

ໂດຍເຊື່ອມຊຶມທັດສະນະ ປະຊາຊົນຢູ່ເຂດຊາຍແດນແຕ່ລະຄົນແມ່ນ “ເສົາຫຼັກທີ່ມີຊີວິດ”, ຫຼາຍປີຜ່ານມາ, ທະຫານປ້ອງກັນຊາຍແດນແຂວງ ດົ່ງນາຍ ໄດ້ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນສ້າງເສັ້ນຊາຍແດນທີ່ມີຄວາມຍາວກວ່າ 258 ກິໂລແມັດດ ບໍ່ພຽງແຕ່ດ້ວຍເບຕົງເສີມເຫຼັກທີ່ຖາວອນເທົ່ານັ້ນ, ຫາກຍັງດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ນ້ຳໃຈຜູກພັນຢ່າງໜຽວແໜ້ນລະຫວ່າງກອງທັບກັບປະຊາຊົນ.

“ທ່່າສະໜາມຈິດ​ໃຈ​ປະ​ຊາ​ຊົນ​” ອັນ​ໝັ້ນ​ແກ່ນ​ຢູ່​ເຂດ​ຊາ​ຍ​ແດນ​ທາງທິດຕາ​ເວັນ​ອອກພາກໃຕ້ - ảnh 1ທະຫານມອບງົວໃຫ້ແກ່ປະຊາຊົນ

ດ້ວຍທິດນຳທີ່ວ່າ “ປະຊາຊົນຮັ່ງມີ, ຊາຍແດນຈຶ່ງເຂັ້ມແຂງ”, ທະຫານປ້ອງກັນຊາຍແດນແຂວງ ດົ່ງນາຍ ໄດ້ເປັນເຈົ້າການສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ. ຈາກການເປັນເສນາທິການຂອງກຳລັງທະຫານປ້ອງກັນຊາຍແດນ, ມີເງິນຈຳນວນນັບຮ້ອຍຕື້ດົ່ງໄດ້ຮັບການລົງທຶນກໍ່ສ້າງກິດຈະກຳ, ໂຄງການຕ່າງໆພັດທະນາເຂດຊາຍແດນ. ພິເສດ, ແຜນຮ່າງ 811 ທີ່ມີຊື່ວ່າ “ຈຸດຊຸມຊົນຢູ່ໃກ້ທະຫານປ້ອງກັນຊາຍແດນ” ໄດ້ນຳມາເຊິ່ງໂສມໜ້າໃໝ່ຢ່າງສົມບູນ.

ຢູ່ຕາແສງ ລົກຮວ່າ (ເມືອງ ລົກນິງເກົ່າ), ເຂດຊຸມຊົນທຳອິດທີ່ໄດ້ຮັບການກໍ່ສ້າງເມື່ອປີ 2020 ນັ້ນ ມີເຮືອງພຽງແຕ່ 4 ຫຼັງເທົ່ານັ້ນ. ແຕ່ມາຮອດປັດຈຸບັນນີ້, ສະຖານທີ່ແຫ່ງນີ້ໄດ້ຮັບການຂະຫຍາຍກາຍເປັນປະຊາຄົມທີ່ມີ 48 ຫຼັງໄດ້ດຳລົງຊີວິດຢູ່ຮ່ວມກັນ, ເຕັມໄປດ້ວຍສຽງເວົ້າສຽງຫົວຂອງເດັກນ້ອຍ. ເອື້ອຍ ທິເທີ (ອາຍຸ 29 ປີ), ເຊິ່ງເປັນໜຶ່ງໃນບັນດາຄອບຄົວທຳອິດທີ່ຍ້າຍມາດໍາລົງຊີວິດຢູ່ນີ້, ເລົ່າຄືນດ້ວຍຄວາມຕື້ນຕັນໃຈວ່າ:

ເມື່ອຍ້າຍມາດຳລົງຊີວິດຢູ່ນີ້, ຊີວິດກໍດີຂຶ້ນ ແລະ ພັດທະນາກວ່າເກົ່າ. ພໍ່ແມ່ພີ່ນ້ອງຢູ່ທີ່ນີ້ມີຄວາມສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ກຳລັງທະຫານປ້ອງກັນຊາຍແດນ ຊ່ວຍເຫຼືອປະຊາຊົນ, ພ້ອມກັນສ້າງເສດຖະກິດ.”

“ທ່່າສະໜາມຈິດ​ໃຈ​ປະ​ຊາ​ຊົນ​” ອັນ​ໝັ້ນ​ແກ່ນ​ຢູ່​ເຂດ​ຊາ​ຍ​ແດນ​ທາງທິດຕາ​ເວັນ​ອອກພາກໃຕ້ - ảnh 2ທະຫານແນະນຳພວກນ້ອງເຮັດວຽກບ້ານ

ບໍ່ພຽງແຕ່ກໍ່ສ້າງເຮືອນ, ມອບແນວພັນງົວ, ທະຫານປ້ອງກັນຊາຍແດນຍັງຮ່ວມເດີນທາງພ້ອມກັບພໍ່ແມ່ປະຊາຊົນໃນແຕ່ລະລະດູ. ຂະບວນການ “ສາມພ້ອມ” - ພ້ອມກັນກິນ, ພ້ອມກັນເຮັດ, ພ້ອມກັນຢູ່ - ໄດ້ກາຍເປັນຈຸດທີ່ເປັນເອກະລັກຂອງທະຫານປ້ອງກັນຊາຍແດນຢູ່ທີ່ນີ້. ບັນດານັກຮົບໄດ້ຫັກເອົາເງິນເດືອນສ່ວນໜຶ່ງຂອງຕົນເພື່ອຊ່ວຍເຫຼືອພໍ່ແມ່ຜູ້ປະສົບກັບຄວາມຫຍຸ້ງຍາກ, ມອບສັດລ້ຽງ, ເບ້ຍໄມ້, ພ້ອມກັນໄປເຮັດໄຮ່ເຮັດນາ. ແຕ່ລະປ້ອມປ້ອງກັນຊາຍແດນ, ກໍມີບັນດາຮູບແບບເສດຖະກິດກະສິກຳຂະໜາດນ້ອຍໄດ້ຮັບການສ້າງຕັ້ງຂຶ້ນ, ທັງປົວແປງຊີວິດການເປັນຢູ່, ທັງແມ່ນ “ຫ້ອງຮຽນຕົວຈິງ” ເພື່ອໃຫ້ປະຊາຊົນຮຽນຮູ້. ເອື້ອຍ ຫງວຽນທິຮົ່ງແຄັງ, ຢູ່ຕາແສງ ດັກເອີ, ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:

“ທະຫານປ້ອງກັນຊາຍແດນ ດັກເອີ ໄດ້ຊ່ວຍເຫຼືອຄອບຄົວຂ້າພະເຈົ້າງົວພັນໜຶ່ງໂຕເພື່ອພັດທະນາເສດຖະກິດ. ພາຍຫຼັງລ້ງງເກືອມາໄດ້ 1 ປີ, ງົວໂຕນັ້ນກໍເກີດລູກ. ຄອບຄົວຂ້າພະເຈົ້າດີໃຈຫຼາຍ, ເພາະວ່າຊ່ວຍຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດເຖິງວ່າ ບໍ່ມີດິນປູກຝັງ ຫຼື ລ້ຽງສັດ”.

“ທ່່າສະໜາມຈິດ​ໃຈ​ປະ​ຊາ​ຊົນ​” ອັນ​ໝັ້ນ​ແກ່ນ​ຢູ່​ເຂດ​ຊາ​ຍ​ແດນ​ທາງທິດຕາ​ເວັນ​ອອກພາກໃຕ້ - ảnh 3ບັນດານັກຮົບຍັງຮັບລ້ຽງເດັກ 8 ຄົນ, ທູນຫົວ 118 ຄົນ

ບໍ່ຢຸດຢູ່ເທົ່ານັ້ນ, ໃນ 10 ປີຜ່ານມາ, ບັນດາໂຄງການ “ຊ່ວຍເຫຼືອນ້ອງໄປໂຮງຮຽນ” ແລະ “ລູກຮັກປ້ອມທະຫານປ້ອງກັນຊາຍແດນ” ຂອງກຳລັງທະຫານປ້ອງກັນຊາຍແດນ ດົ່ງນາຍ ໄດ້ຊ່ວຍໃຫ່ນັກຮຽນຊົນເຜົ່າສ່ວນໜ້ອຍນັບຮ້ອຍຄົນສືບຕໍ່ມີໂອກາດໄປໂຮງຮຽນ. ບັນດານັກຮົບຍັງຮັບລ້ຽງເດັກ 8 ຄົນ, ທູນຫົວ 118 ຄົນ, ໃນນັ້ນ ມີ 9 ຄົນເປັນຊາວ ກຳປູເຈຍ. ມີຫຼາຍນ້ອງຮຽນຈົບມະຫາວິທະຍາໄລ, ແລ້ວກັບເມືອປະກອບສ່ວນພັດທະນາບ້ານເກີດເມືອງນອນ. ນ້ອງ ຫງວຽນຊາງ, ນັກຮຽນ ມໍ 2 ໂຮງຮຽນມັດທະຍົມຕອນຕົ້ນ ທ້ຽນຮຶງ B ເປັນລູກກຳພ້າ, ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

“ນ້ອງຂອບໃຈບັນດາອາວທະຫານທີ່ໄດ້ລ້ຽງດູນ້ອງໃນຕະຫຼອດ 10 ປີຜ່ານມາ. ນ້ອງໝັ້ນໝາຍວ່າຈະເປັນລູກຄຳຮູ້, ຮຽນເກັ່ງ ແລະ ຕອບບຸນຄຸນບັນດາອາວທະຫານ”.

ຍ້ອນມີການຮ່ວມແຮງຮ່ວມໃຈຂອງອຳນາດການປົກຄອງ ແລະ ທະຫານປ້ອງກັນຊາຍແດນ ດົ່ງນາຍ, ຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນກໍດີຂຶ້ນເທື່ອລະກ້າວ. ປະຊາຊົນນັບມື້ນັບມີສະຕິ ແລະ ຄວາມຮັບຜິດຊອບປົກປັກຮັກສາເສັ້ນຊາຍແດນກວ່າເກົ່າ. ລຸງ ຊິນວອນ ຢູ່ຕາແສງ ຮຶງເຟືອກ, ເມືອງ ບູ່ດົບ ເກົ່າ) ເວົ້າດ້ວຍຄວາມພາກພູມໃຈວ່າ:

  “ທະຫານປ້ອງກັນຊາຍແດນ ແລະ ປະຊາຊົນຢູ່ທີ່ນີ້ກໍຮ່ວມແຮງຮ່ວມໃຈປົກປັກຫຼັກໝາຍຊາຍແດນ. ຖ້າມີທະຫານປ້ອງກັນຊາຍແດນ, ພວກຂ້ອຍກໍຈະໄປລາດຕະເວນນຳ, ຖ້າບໍ່ມີທະຫານ ປະຊາຊົນຢູ່ທີ່ນີ້ກໍໄປກວດກາໂດຍກົງ, ຖ້າເກີດມີບັນຫາຫຍັງ ກໍຈະລາຍງານໃຫ້ປ້ອມທະຫານຮັບຊາບ. ຂ້າພະເຈົ້າຮູ້ສຶກດີໃຈເມື່ອເຮັດວຽກງານນີ້.”

“ທ່່າສະໜາມຈິດ​ໃຈ​ປະ​ຊາ​ຊົນ​” ອັນ​ໝັ້ນ​ແກ່ນ​ຢູ່​ເຂດ​ຊາ​ຍ​ແດນ​ທາງທິດຕາ​ເວັນ​ອອກພາກໃຕ້ - ảnh 4ລຸງ ຊິນວອນ ພ້ອມກັບທະຫານປ້ອງກັນຊາຍແດນປົກປັກຮັກສາຫຼັກໝາຍຊາຍແດນ

ສະຫາຍ ພົນໂທ ຫງວຽນແອັງດຶກ, ຜູ້ບັນຊາການທະຫານປ້ອງກັນຊາຍແດນແຂວງ ດົ່ງນາຍ, ຢັ້ງຢືນວ່າ: ວຽກງານຂົນຂວາຍປະຊາຊົນແມ່ນ “ຂໍ້ກຸນແຈ” ໃນການສ້າງທ່າສະໜາມຈິດໃຈປະຊາຊົນ ແລະ ພື້ນຖານປ້ອງກັນຊາຍແດນທົ່ວປວງຊົນໃຫ້ໝັ້ນແກ່ນ.

ຈາກການປຸກສ້າງເຮືອນ, ມອບງົວພັນ, ທຶນການສຶກສາຕະຫຼອດຮອດການດຳລົງຊີວິດໃນຕອນຄ່ຳພ້ອມກັບພໍ່ແມ່ປະຊາຊົນ, ທະຫານປ້ອງກັນຊາຍແດນແຂວງ ດົ່ງນາຍ ສ້າງໄດ້ “ທ່າສະໜາມປ້ອງກັນ” ພິເສດ - ທ່າສະໜາມປ້ອງກັນດ້ວຍຈິດໃຈປະຊາຊົນ. ໃນນັ້ນ, ຄວາມເຊື່ອໝັ້ນເປັນປະຕູ, ຄວາມສາມັກຄີເປັນກຳແພງອັນໝັ້ນແກ່ນ. ເພາະວ່າ ທະຫານປ້ອງກັນຊາຍແດນ ບໍ່ພຽງແຕ່ຮັກສາປ້ອງກັນຊາຍແດນດ້ວຍບັນດາຫຼັກໝາຍເທົ່ານັ້ນ, ຫາກຍັງປ້ອງກັນດ້ວຍນ້ຳໃຈຮັກຊາດ, ສະຕິຄວາມຮັບຮູ້ ແລະ ຈິດໃຈຂອງປະຊາຊົນຜູ້ທີ່ດຳລົງຊີວິດໃນດິນແດນແຫ່ງນັ້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ