(VOVWORLD) - ໂດຍຖືໃນໂຕຊຸດເຄື່ອງແບບສີຂຽວ, ບັນດານັກຮົບຍິງກອງທັບປະຊາຊົນ ຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມອ່ອນໂຍນຂອງແມ່ຍິງ ຫວຽດນາມ ເທົ່ານັ້ນ ຫາກຍັງສະແດງເຈດຈຳນົງ, ມະນາຈິດ ແລະ ການອຸທິດສ່ວນຢ່າງໝັ້ນແກ່ນໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນຂົງເຂດປ້ອງກັນຊາດ. ໃນຈຳນວນນັ້ນ, ທ່ານພັນໂທ ນາງ ເລທິຮັ່ງ, ຜູ້ອຳນວຍການສູນ C4, ສະຖາບັນການບິນອາວະກາດ Viettel, ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ ແລະ ທ່ານພັນຕີ ນາງ ຫວູເຍີດເຮືອງ, ຜູ້ຊ່ວຍວຽກຫ້ອງຮ່ວມມືສາກົນ, ກົມຮັກສາສັນຕິພາບ ຫວຽດນາມ, ແມ່ນ 2 ແບບຢ່າງດີເດັ່ນດ້ວຍບັນດາການປະກອບສ່ວນທີ່ດີເລີດ. ເຂົາເຈົ້າໄດ້ສະແດງໃຫ້ເຫັນວ່າ ໃນກອງທັບ, ແມ່ຍິງບໍ່ພຽງແຕ່ຢູ່ແນວຫຼັງ, ຫາກຍັງເປັນກຳລັງນຳໜ້າຢູ່ແນວໜ້າອີກດ້ວຍ.
ກ້ອນກຳລັງທະຫານຍິງ ຮັກສາສັນຕິພາບ ສປຊ ຂອງກະຊວງປ້ອງກັນປະເທດ (ພາບ: VOV5) |
“ເມື່ອຂ້າພະເຈົ້າ ແລະ ກຸ່ມນັກວິສະວະກອນໄດ້ຮັບການມອບໝາຍໜ້າທີ່ຄົ້ນຄວ້າ, ພັດທະນາເຕັກໂນລຢີແກນລູກສອນໄຟ, ພວກຂ້າພະເຈົ້າຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເບິ່ງຄືວ່າຈະບໍ່ສາມາດຜ່ານຜ່າໄປໄດ້. ພິເສດ ແມ່ນແມ່ຍິງ, ສຳລັບຂ້າພະເຈົ້າແລ້ວ, ສິ່ງທ້າທາຍຍິ່ງໃຫຍ່ກວ່າແມ່ນຕ້ອງເຮັດລ້ອນໜ້າທີ່ຜູ້ເປັນແມ່ຂອງລູກນ້ອຍສອງຄົນ ແລະ ຄວາມຮັບຜິດຊອບຂອງແມ່ຍິງໃນຄອບຄົວ”.
ນີ້ແມ່ນຄວາມໃນໃຈຂອງ ທ່ານພັນໂທ ນາງ ເລທິຮັ່ງ, ນັກວິສະວະກອນຍິງທີ່ຫາຍາກໃນກອງທັບ ຜູ້ທີ່ຄົ້ນຄວ້າວິທະຍາສາດເຕັກໂນໂລຢີສູງໃນຂົງເຂດລູກສອນໄຟ, ເຊິ່ງເປັນຂະແໜງທີ່ມັກຖືວ່າແມ່ນຂະແໜງຂອງຜູ້ຊາຍເທົ່ານັ້ນ. ຫວນຄືນໄລຍະເບື້ອງຕົ້ນທີ່ດຳເນີນວິວັດທະນາການຄົ້ນຄວ້າ, ທ່ານພັນໂທ ນາງ ເລທິຮັ່ງ ໃຫ້ຮູ້ວ່າ:
“ກໍມີບາງເທື່ອ ຄວາມກົດດັນທັງໝົດໄດ້ມາພ້ອມກັນ ເຮັດໃຫ້ຂ້າພະເຈົ້າຕ້ອງຕັ້ງຄຳຖາມວ່າ ບໍ່ຮູ້ຕົນເອງຈະມີກຳລັງແຮງກ້າວເດີນຕໍ່ຫຼືບໍ? ແຕ່ຂ້າພະເຈົ້າກໍກັບມາບອກກັບຕົນເອງວ່າ: ຖ້າເຮົາຖອຍ ຜູ້ໃດຈະກ້າວຂຶ້ນ? ຖ້າເຮເຮົາປະປ່ອຍ, ຄວາມຫຍຸ້ງຍາກນີ້ ຈະຕົກໃສ່ຜູ້ໃດ?”
ທ່ານພັນໂທ ນາງ ເລທິຮັ່ງ, ນັກວິສະວະກອນຍິງທີ່ຫາຍາກໃນກອງທັບ (ພາບ: phunuquandoi.vn) |
ດ້ວຍຄວາມຕັດສິນໃຈ, ຄວາມຢຶດໝັ້ນ, ຫົວຄິດປະດິດສ້າງ ແລະ ນ້ຳໃຈ “ຍັງມີວຽກ, ຍັງມີກຳລັງແຮງ ແມ່ນຍັງເຮັດ”, ເອື້ອຍພ້ອມດ້ວຍບັນດາເພື່ອນຮ່ວມງານພະຍາຍາມແກ້ໄຂບັນດາບັນຫາທີ່ສັບສົນທີ່ສຸດຂອງຂະແໜງອຸດສາຫະກຳປ້ອງກັນຊາດເທື່ອລະກ້າວ. ປີ 2020, ຜະລິດຕະພັນຫົວລູກສອນໄຟນຳວິຖີ (ຫົວລູກສອນໄຟນຳທາງເອງ) ໂດຍກຸ່ມຂອງເອື້ອຍພັດທະນາ ໄດ້ຮັບການປະເມີນຜົນຂັ້ນກະຊວງປ້ອງກັນປະເທດ, ເຊິ່ງໄດ້ສ້າງຂີດໝາຍສຳຄັນ ເມື່ອເປັນເທື່ອທຳອິດທີ່ ຫວຽດນາມ ເປັນເຈົ້າການໃນການຄົ້ນຄວ້າ, ອອກແບບ ແລະ ປະດິດແຕ່ງຫົວນຳວິຖີ, ສິ້ນສ່ວນສຳຄັນທີ່ສຸດໃນລະບົບລູກສອນໄຟປະສົົບຜົນສຳເລັດ.
“ຜະລິດຕະພັນບັນລຸຄຸນນະພາບທຽບເທົ່າກັບຂອງຕ່າງປະເທດ, ມີຄວາມໝາຍຢ່າງໃຫຍ່ຫຼວງກ່ຽວກັບທາງດ້ານການເມືອງ, ການທະຫານ ແລະ ເສດຖະກິດ... ພິເສດແມ່ນປະກອບສ່ວນເຂົ້າໃນການຮັກສາຄວາມລັບ ແລະ ສູ້ຮົບຢ່າງມີໄຊ, ຍົກສູງກຳລັງແຮງ ແລະ ຄວາມສາມາດກຽມພ້ອມສູ້ຮົບຂອງກອງທັບ ຫວຽດນາມ”.
ບໍ່ຢຸດຢູ່ເທົ່ານັ້ນ, ໃນຕະຫຼອດໄລຍະເວລາ 8 ປີ, ເອື້ອຍ ແລະ ເພື່ອນຮ່ວມງານໄດ້ພັດທະນາສຳເລັດຜະລິດຕະພັນຫົວນຳວິຖີ, ຣາດາ 3 ລຸ້ນໃຫ້ແກ່ລູກສອນໄຟຕໍ່ຕ້ານເຮືອ ດ້ວຍບັນດາຄຸນລັກສະນະທີ່ດີເລີດກວ່າເກົ່າ.
ດ້ວຍບັນດາການປະກອບສ່ວນອັນດີເດັ່ນ, ເດືອນ ສິງຫາ 2025, ທ່ານພັນໂທ ນາງ ເລທິຮັ່ງ ໄດ້ຮັບນາມມະຍົດ ນັກວິລະຊົນກຳລັງປະກອບອາວຸດປະຊາຊົນແຫ່ງຍຸກປ່ຽນແປງໃໝ່. ນີ້ແມ່ນລາງວັນອັນສົມກຽດໃຫ້ແກ່ວິວັດການທີ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອພາລະກິດຫັນກອງທັບເປັນທັນສະໄໝ.
ທ່ານພັນຕີ ນາງ ຫວູເຍີດເຮືອງ, ຜູ້ຊ່ວຍວຽກພະແນກຮ່ວມມືສາກົນ (ພາບ:phunuquandoi.vn) |
ຖ້າທ່ານພັນໂທ ນາງ ເລທິຮັ່ງ ແມ່ນຮູບພາບນັກຮົບແຫ່ງພູມປັນຍາ ແລະ ໝັ້ນໜຽວໃນການຄົ້ນຄວ້າເຕັກໂນໂລຢີປ້ອງກັນຊາດ, ທ່ານພັນຕີ ນາງ ຫວູເຍີດເຮືອງ, ຜູ້ຊ່ວຍວຽກພະແນກຮ່ວມມືສາກົນ ພັດເປັນຜູ້ນຳເອົາຮູບພາບທະຫານລຸງໂຮ່ ມາສູ່ເພື່ອນມິດສາກົນໃນບົດບາດເປັນນາຍທະຫານຮັກສາສັນຕິພາບຢູ່ ສ.ອາຟະລິກາກາງ. ເອື້ອຍ ຫວູເຍີດເຮືອງ ຫວນຄືນສູ່ຟັງວ່າ:
“ເດືອນ ພະຈິກ 2021, ຂ້າພະເຈົ້າມີຄວາມເປັນກຽດທີ່ໄດ້ເປັນທະຫານຍິງຄົນທີ 7 ໄດ້ຮັບການແຕ່ງຕັ້ງໄປປະຕິບັດໜ້າທີ່ໃນຄະນະຮັກສາສັນຕິພາບ ປະຈຳ ອາຟະລິກາກາງ ຕາມຮູບແບບສ່ວນບຸກຄົນ, ດຳລົງໜ້າທີ່ເປັນທະຫານໂຄສະນາສື່ສານຄົນທຳອິດຂອງ ຫວຽດນາມ ໃນຄະນະດັ່ງກ່າວ. ເມື່ອໄດ້ຮັບໜ້າທີ່, ຂ້າພະເຈົ້າທັງດີໃຈ ແຕ່ກໍຄິດເປັນຫ່ວງຫຼາຍ. ຍ້ອນວ່າ ຢູ່ ສ. ອາຟະລິກາກາງ ອາກາດປ່ຽນແປງຮ້າຍແຮງຫຼາຍ, ຄວາມໝັ້ນຄົງບໍ່ເປັນປົກກະຕິ, ສົງຄາມປະທະກັນທາງເຊື້ອຊາດຜິວພັນ, ຄວາມແຕກຕ່າງກັນກ່ຽວກັບດ້ານພາສາ ແລະ ວັດທະນະທຳ ກໍແມ່ນຮົ້ວກີດຂວາງອັນໜຶ່ງ. ພິເສດ, ສຳລັບແມ່ຍິງຄືພວກຂ້າພະເຈົ້າ, ທຸກຄວາມຫຍຸ້ງຍາກລ້ວນແຕ່ທົບສອງເທົ່າ”.
ເຖິງຢ່າງໃດກໍຕາມ, ດ້ວຍມານະຈິດ ແລະ ຄວາມຮັບຜິດຊອບ, ເອື້ອຍ ເຮືອງ ສາມາດຜ່ານຜ່າອຸປະສັກທັງໝົດໄປໄດ້. ນອກຈາກວຽກງານໂຄສະນາແລ້ວ, ເອື້ອຍຍັງເຂົ້າຮ່ວມກິດຈະກຳຝຶກຊ້ອມ, ກຳຈັດທາດລະເບີດ, ສ້າງຍຸດທະສາດຂໍ້ມູນຂ່າວສານ, ພ້ອມທັງຈັດຫຼາຍກິດຈະກຳການກຸສົນຊ່ວຍເຫຼືອປະຊາຄົມ. ເອື້ອຍເຂົ້າຮ່ວມຊ່ວຍເຫຼືອດ້ານການສຶກສາທາງເພດໃຫ້ແກ່ເດັກຍິງໂດຍກົງ, ການສົ່ງເສີມສຸຂະພາບໃຫ້ແກ່ແມ່ຍິງທ້ອງຖິ່ນນັບຮ້ອຍຄົນ, ແຈກຢາຍອຸປະກອນການຮຽນ, ແນະນຳພໍ່ແມ່ປະຊາຊົນເພີ່ມພູນຜະລິດຜົນ... ແຕ່ລະກິດຈະກຳ ເອື້ອຍລ້ວນແຕ່ໄດ້ປະຕິບັດດ້ວຍຄວາມເອກອ້າງທະນົງໃຈ ແລະ ຄວາມຈິງໃຈ.
“ພິເສດ, ດ້ວຍຖານະເປັນນາຍທະຫານຍິງ, ຂ້າພະເຈົ້າຍາມໃດກໍພະຍາຍາມແຜ່ກະຈາຍຮູບພາບທະຫານລຸງໂຮ່ ແລະ ບັນດາຄຸນທາດດີເດັ່ນຂອງແມ່ຍິງ ຫວຽດນາມ ໄປເຖິງເພື່ອນມິດ, ສະຫາຍຮ່ວມກົມກອງສາກົນ ແລະ ປະຊາຄົມທ້ອງຖິ່ນ”.
ທ່ານພັນຕີ ນາງ ຫວູເຍີດເຮືອງ ພ້ອມດ້ວຍບັນດາເພື່ອນ ອາຟະລິກາກາງ (ພາບ: phunuquandoi.vn)
|
ສິ້ນສຸດໄລຍະປະຕິບັດງານຢູ່ຄະນະຮັກສາສັນຕິພາບ ສປຊ ປະຈຳ ສ. ອາຟະລິກາກາງ, ທ່ານພັນຕີ ນາງ ຫວູເຍີດເຮືອງ ແມ່ນໜຶ່ງໃນຈຳນວນທະຫານຍິງໜ້ອຍຄົນທີ່ໄດ້ຮັບການເຊີດຊູຈາກ ສປຊ ວ່າ ເປັນແບບຢ່າງການກະທຳເພື່ອການພັດທະນາແບບຍືນຍົງ ແລະ ໄດ້ຮັບຫຼາຍນາມມະຍົດອັນສູງສົ່ງຈາກກອງທັບປະຊາຊົນ ຫວຽດນາມ.
ທ່ານພັນໂທ ນາງ ເລທິຮັ່ງ ແລະ ທ່ານພັນຕີ ນາງ ຫວູເຍີດເຮືອງ ແມ່ນ 2 ໃນຈຳນວນນາຍທະຫານຍິງຫຼາຍຄົນທີ່ໄດ້ ແລະ ພວມປະຕິບັດງານໃນກອງທັບ. ເຖິງວ່າເຮັດວຽກໃນບັນດາຂົງເຂດທີ່ແຕກຕ່າງກັນກໍຕາມ ແຕ່ເຂົາເຈົ້າກໍມີອຸດົມການອັນໜຶ່ງດຽວ, ນັ້ນແມ່ນສຸດຈິດສຸດໃຈເພື່ອປະເທດຊາດ ດ້ວຍການໝູນໃຊ້ທຸກກຳລັງຄວາມສາມາດ, ພຸມປັນຍາ ແລະ ຄວາມກ້າຫານຂອງຕົນ. ເຂົ້າເຈົ້າໄດ້ປະກອບສ່ວນສ້າງການຂຽນເລື່ອງລາວອັນຈົບງາມກ່ຽວກັບທະຫານຍິງແຫ່ງຍຸກທັນສະໄໝທີ່ເຂັ້ມແຂງໃນວຽກງານ, ອ່ອນໂຍນໃນຊີວິດ, ມີຄຸນທາດອັນໝັ້ນແກ່ນຕໍ່ສິ່ງທ້າທາຍນາໆປະການ. ບັນດາທະຫານຍິງປະຊາຊົນເຫຼົ່ານັ້ນແມ່ນຮູບພາບທີ່ສວຍງາມຂອງ “ບັນດາດອກກຸຫຼາບເຫຼັກ” ໃນກອງທັບປະຊາຊົນ ຫວຽດນາມ./.