ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ທາງດ້ານເຕັກ​ໂນ​ໂລ​ຢີ​ປົກ​ປັກ​ຮັກ​ສາ​ເຂດ​ນ່ານ​ຟ້າ​ຂອງ​ປະ​ເທດ​ຊາດ

(VOVWORLD) - ບໍລິສັດໃຫຍ່ອຸດສາຫະກຳ ເຕັກໂນໂລຢີສູງ Viettel (VHT) ຂຶ້ນກັບກຸ່ມບໍລິສັດອຸດສາຫະກຳໂທລະຄົມມະນາຄົມ ກອງທັບ (Viettel) ຫາກໍ່ນຳລະບົບຄຸ້ມຄອງເຂດນ່ານຟ້າ - ລະບົບຫັນການບັນຊາການເປັນອັດຕະໂນມັດ ທີ່ມີຊື່ວ່າ VQ-2M ເຂົ້າເຝິກຊ້ອມທົດລອງຢ່າງເປັນທາງການ. ການກຳເນີດຂອງລະບົບໄດ້ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງເຕັກໂນໂລຢີປ້ອງກັນຊາດ, ຢັ້ງຢືນກຳລັງຄວາມສາມາດໃນການເປັນເຈົ້າວິທະຍາສາດ - ເຕັກໂນໂລຢີຂອງປະເທດຊາດໃນການປົກປັກຮັກສາອະທິປະໄຕເຂດນ່ານຟ້າ.


ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ທາງດ້ານເຕັກ​ໂນ​ໂລ​ຢີ​ປົກ​ປັກ​ຮັກ​ສາ​ເຂດ​ນ່ານ​ຟ້າ​ຂອງ​ປະ​ເທດ​ຊາດ - ảnh 1ສູນຕິດຕາມລະບົບອິນເຕີເນັດຂອງກຸ່ມບໍລິສັດເຕັກໂນໂລຢີ  - ໂທລະຄົມມະນາຄົມກອງທັບ ຫວຽດນາມ
(ພາບ: qdnd.vn)

ໂດຍຫາກໍ່ນຳເຂົ້າເຄື່ອນໄຫວແຕ່ເດືອນກັນຍາຜ່ານມາ, VQ-2M ແມ່ນລະບົບແຈ້ງເຕືອນປະສົມເຕັກໂນໂລຢີປັນຍາປະດິດ, ຈຳລອງການສູ້ຮົບຕົວຈິງ ແລະ ໄດ້ຮັບການບັນຊາແບບອັດຕະໂນມັດ. ຈາກບັນດາປ້ອມຣາດາ ຢູ່ໜ້າດິນ, ເຮືອບິນສອດແນມບໍ່ມີຄົນຂັບ ຕະຫຼອດຮອດດາວທຽມສັງເກດການ, ທຸກສິ່ງທຸກຢ່າງລ້ວນແຕ່ໄດ້ເຊື່ອມຕໍ່ກັບເຄືອຂ່າຍທີ່ເປັນເອກະພາບ, ສ້າງ “ຕາໜ່າງເອເລັກໂຕນິກ” ປົກຄຸມເຂດນ່ານຟ້າຂອງປະເທດຊາດ.

ຢູ່ສູນບັນຊາການ VQ-2M, ບັນດາໜ້າຈໍໄດ້ເປີດແຈ້ງຈ່າງປ່າງ. ຂໍ້ມູນຈາກເຄື່ອງເຊັນເຊີ (senser) ນັບຮ້ອຍເຄື່ອງ ໄດ້ສົ່ງມາ, ລວບໂຮມກັນໃນພິບຕາດຽວ. ໃນແຜນທີ່ດີຈີຕອນ 3D, ວັດຖຸຕ່າງໆເຄື່ອນເໜັງລ້ວນແຕ່ໄດ້ໝາຍ, ກຳນົດຊື່, ຈຳແນກຕາມລະດັບຄວາມອັນຕະລາຍ. ເມື່ອມີສັນຍານທີ່ແປກໆປະກົດຂຶ້ນຢູ່ນ່ານຟ້າ, ເຖິງວ່າຈະແມ່ນ UAV ຂະໜາດນ້ອຍ ຫຼື ເຮືອບິນໄລຍະໄກ ກໍ່ລ້ວນແຕ່ປະກົດໃນ “ສາຍຕາ” ຂອງລະບົບ VQ-2M.

ລະບົບ VQ-2M ຊ່ວຍໃຫ້ກຳໄດ້ສະພາບການທົ່ວໄປຂອງນ່ານຟ້າ ຫວຽດນາມ, ດ້ວຍການບິນປະມານ 4.000 – 5.000 ຖ້ຽວຕໍ່ວັນ, ລວມມີບັນດາຖ້ຽວບິນບໍ່ມີໃນແຜນການ. ທ່ານພົນຈັດຕະວາ ຫວູງດ້າຍເຢືອງ, ຮອງຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ໃຫ້ຮູ້ວ່າ ລະບົບອາດສາມາດແກ້ໄຂ 300 ກໍລະນີແຈ້ງເຕືອນພ້ອມກັນໃນເວລາ 5 ວິນາທີ. ພ້ອມທັງຄຳນວນສະໜາມ radar ແລະ ຂອບເຂດຄວາມແຮງຄວາມເສຍຫາຍ, ຊ່ວຍໃຫ້ຜູ້ບັນຊາການຕີລາຄາ, ຄິດໄລ່ ແລະ ຕໍ່ສູ້ຢ່າງມີປະສິດທິຜົນ.

ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ທາງດ້ານເຕັກ​ໂນ​ໂລ​ຢີ​ປົກ​ປັກ​ຮັກ​ສາ​ເຂດ​ນ່ານ​ຟ້າ​ຂອງ​ປະ​ເທດ​ຊາດ - ảnh 2ທະຫານກອງພົນປ້ອງກັນອາກາດ  ເຂົ້າຮ່ວມການຝືກຊ້ອມ(ພາບ: qdnd.vn)

Viettel ໄດ້ສົມທົບກັບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດໃນວຽກງານຜັນຂະຫຍາຍລະບົບໄດ້ເປັນຢ່າງດີ. ລະບົບບັນຊາການ VQ-2M ແບບອັດຕະໂນມັດນີ້ ໄດ້ຊ່ວຍໃຫ້ຜູ້ບັນຊາການ ແລະ ໜ່ວຍຕໍ່ສູ້ ເພື່ອກຳນົດເປົ້າໝາຍກໍຄືວິທີການແກ້ໄຂໄວ ແລະ ມີປະຕິກິລິຍາຕໍ່ເປົ້າໝາຍຢ່າງຊັດເຈນ.

ລະບົບ VQ-2M ແມ່ນບາດກ້າວບຸກທະລຸສຳຄັນໃນການຫັນການບັນຊາການ, ຄວບຄຸມການສູ້ຮົບເປັນແບບອັດຕະໂນມັດ ເຊິ່ງໄດ້ພັດທະນາຈາກລະບົບ VQ-1M ທີ່ປະຕິບັດໜ້າທີ່ປ້ອງກັນເຂດນ່ານຟ້າແຫ່ງຊາດ ນັບແຕ່ປີ 2015, ສ້າງຂີດໝາຍທຳອິດທີ່ ຫວຽດນາມ ມີລະບົບເຕັກໂນໂລຢີສູງໂດຍວິສາຫະກິດພາຍໃນປະເທດ ເປັນເຈົ້າຂອງ ແລະ ຜະລິດເພື່ອນຳວັດຖຸອຸປະກອນເຂົ້າຮັບໃຊ້ກອງທັບ.

ເລື່ອງເປັນເຈົ້າຂອງເຕັກໂນໂລຢີ ນັບແຕ່ຂັ້ນຕອນອອກແບບຫຼັກການທິດສະດີ ຈົນຮອດການສ້າງຊອບແວບັນຊາທຸກການເຄື່ອນໄຫວຂອງລະບົບບັນຊາການ ແມ່ນມີຄວາມໝາຍສຳຄັນຍິ່ງ. ບໍ່ພຽງແຕ່ແມ່ນກິດຈະກຳດ້ານເຕັກນິກ, ລະບົບ VQ-2M ຍັງແມ່ນສິ່ງພິສູດໃຫ້ເຫັນກຳລັງຄວາມສາມາດທີ່ມີຫົວຄິດປະດິດສ້າງຂອງບັນດານັກວິສະວະກອນໃນກອງທັບ, ບັນດາ “ນັກຮົບດີຈີຕອນ” ຂອງຍຸກສະໄໝ 4.0. ທ່ານ ຫງວຽນດິ່ງຫວຽດ, ຫົວໜ້າກຸ່ມໂຄງການ ລະບົບ VQ-2M, ກຸ່ມບໍລິສັດ Viettel, ຢັ້ງຢືນວ່າ:

ການເຝິກຊ້ອມຄັ້ງນີ້ ແມ່ນພື້ນຖານເພື່ອໃຫ້ພວກຂ້າພະເຈົ້າມີຄວາມໝັ້ນໃຈຢັ້ງຢືນວ່າ ລະບົບ VQ-2M ໄດ້ສາມາດນຳໃຊ້ໃນສະພາບແວດລ້ອມທີ່ໃກ້ກັບຕົວຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂຶ້ນຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຫວຽດນາມ. ລະບົບຮັບປະກັນຄວາມສາມາດເຄື່ອນທີ່, ນຳໃຊ້ໃນກໍລະນີສູ້ຮົບທີ່ສັບສົນ.

ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ທາງດ້ານເຕັກ​ໂນ​ໂລ​ຢີ​ປົກ​ປັກ​ຮັກ​ສາ​ເຂດ​ນ່ານ​ຟ້າ​ຂອງ​ປະ​ເທດ​ຊາດ - ảnh 3ການຜະລິດເຕັກໂນໂລຢີສູງສະໜອງໃຫ້ແກ່ບັນດາລະບົບຂໍ້ມູນຂ່າວສານ ແລະ ເຄືອຂ່າຍຕິດຕໍພົວພັນດ້ານການທະຫານ (ພາບ: qdnd.vn)

ຈາກສູນບັນຊາການ, ຄຳສັ່ງປະສານງານອາດສາມາດໄດ້ສົ່ງໄປຍັງບັນດາຫົວໜ່ວຍສູ້ຮົບຢ່າງທັນທີ, ນັບແຕ່ກອງພັນລູກສອນໄຟ, ປ້ອມ rada ຕະຫຼອດຮອດກຳລັງປ້ອງກັນອາກາດຢູ່ໃນທ່າກຽມພ້ອມສູ້ຮົບ. ຄວາມໄວ, ຄວາມຊັດເຈນ ແລະ ຄວາມປອດໄພ ແມ່ນສາມມາດຖານທີ່ໄດ້ຕັ້ງຢູ່ແຖວໜ້າໃນການເຄື່ອນໄຫວຂອງ ລະບົບ VQ-2M. ໃນການເຄື່ອນໄຫວຕົວຈິງ, ລະບົບ VQ-2M ໄດ້ຮັບການຕີລາຄາສູງຍ້ອນມີຄວາມໄວໃນການແກ້ໄຂທີ່ໄວທີ່ສຸດ ແລະ ມີຄວາມອາດສາມາດໃນການວິເຄາະຂໍ້ມູນແບບອັດສະລິຍະ. ທ່ານພັນເອກ ຫງວຽນແອັງທ້າຍ, ຫົວໜ້າກອງພັນໃຫຍ່ 282, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດໃຫ້ຮູ້ວ່າ:

ເມື່ອທຽບໃສ່ກັບເມື່ອກ່ອນ, ມີການເຂົ້າຮ່ວມຂອງມະນຸດເປັນສ່ວນຫຼາຍ ແຕ່ປັດຈຸບັນ ບັນດາລະບົບອັດສະລິຍະ, ເຄື່ອງຈັກອັດສະລິຍະ ໄດ້ເຂົ້າຮ່ວມ ແລະ ໜູນຊ່ວຍຫຼາຍຢ່າງ. ລະບົບຊ່ວຍໃຫ້ໜ່ວຍສູ້ຮົບມີຄວາມເປັນເຈົ້າການທີ່ດີກວ່າ, ມີການກະທຳທີ່ຖືກຕ້ອງ ແລະ ໄວກວ່າ.

ໄລ່ມາຮອດປັດຈຸບັນ, ລະບົບໄດ້ຮັບການຜັນຂະຫຍາຍຕິດຕັ້ງໃຫ້ແກ່ບັນດາກົມກອງຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຢູ່ທົ່ວທຸກແຖບຖິ່ນຂອງປະເທດ ນັບແຕ່ຈຸດເໜືອສຸດຈົນຮອດຈຸດໃຕ້ສຸດ, ນັບແຕ່ຊາຍແດນທາງບົກຈົນຮອດທະເລໝູ່ເກາະ. ບໍ່ພຽງແຕ່ແມ່ນລະບົບເຕັກນິກເທົ່ານັ້ນ ຫາກຍັງແມ່ນ “ກຳບັງເຫຼັກ” ປ້ອງກັນນ່ານຟ້າອີກດ້ວຍ.

ຕໍ່ກັບການພັດທະນາຢ່າງແຮງຂອງວິທະຍາສາດເຕັກໂນໂລຢີ, ຄວາມເປັນເຈົ້າຂອງດ້ານອຸດສາຫະກຳປ້ອງກັນຊາດຍິ່ງມີຄວາມສຳຄັນກວ່າເວລາໃດໝົດ. ການກຳເນີດຂອງລະບົບປ້ອງກັນເຂດນ່ານຟ້າ ລະບົບ VQ-2M ແມ່ນສິ່ງພິສູດຢ່າງຈະແຈ້ງໃຫ້ແກ່ຄຸນນະທາດ ແລະ ພູມປັນຍາ ຫວຽດນາມ ໃນສັງກາດດີຈີຕອນ. ມາຮອດປັດຈຸບັນ, ໃນໂລກມີພຽງແຕ່ 10 ປະເທດ ທີ່ສາມາດເປັນເຈົ້າການພັດທະນາລະບົບນີ້.

ລະບົບ VQ-2M ພ້ອມກັບບັນດາເຕັກໂນໂລຢີອື່ນໂດຍບັນດານັກຮົບກອງທັບ ຫວຽດນາມ ປະດິດສ້າງ ໄດ້ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງອຸດສາຫະກຳປ້ອງກັນຊາດ ຫວຽດນາມ, ຍົກສູງຄຸນນະພາບໃນການກຽມພ້ອມສູ້ຮົບ, ບໍ່ປະໃຫ້ປະເທດຊາດຕົກຢູ່ໃນທ່າຮັບ ຫຼື ແບບບໍ່ຄາດຄິດໃນທຸກກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ