ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1945: ກະ​ຈາຍ​ສຽງ​ໃນ​ສັງ​ກາດ​ດີ​ຈີ​ຕອນ

(VOVWORLD) - ໂດຍຮ່ວມເດີນທາງພ້ອມກັບປະເທດຊາດມາໄດ້ 80 ປີ, ວິທະຍຸກະຈາຍສຽງ ຫວຽດນາມ ບໍ່ພຽງແຕ່ແມ່ນຕົວພະຍານຂອງປະຫວັດສາດເທົ່ານັ້ນ ຫາກຍັງຢືນຢູ່ຕໍ່ໜ້າວິວັດທະນາການໃໝ່, ເມືີ່ອການກະຈາຍສຽງກ້າວເຂົ້າສູ່ສັງກາດດີຈີຕອນ ດ້ວຍຈິນຕະນາການທີ່ທັນສະໄໝ, ເຕັກໂນໂລຢີທີ່ກ້າວໜ້າ ແລະ ຄວາມຮຽກຮ້ອງຕ້ອງການສູງຈາກຜູ້ຟັງເອງ. ບໍ່ພຽງແຕ່ແມ່ນການຫັນປ່ຽນທາງດ້ານເຕັກນິກເທົ່ານັ້ນ, ການປ່ຽນແປງຢູ່ VOV ຍັງແມ່ນບາດກ້າວຫັນປ່ຽນຕົນຮອບດ້ານ - ຈາກຈິນຕະນາການນຳພາ ຕະຫຼອດຮອດການຈັດຕັ້ງການຜະລິດລາຍການ, ຈາກພື້ນຖານເຕັກໂນໂລຢີຕະຫຼອດຮອດການກຳນົດເນື້ອໃນ.

ໃນສັງກາດດີຈີຕອນ, ການກະຈາຍສຽງກໍນັບມື້ນັບຫັນເປັນທັນສະໄໝ, ມີການເຄື່ອນທີ່ຢ່າງບໍ່ຢຸດຢັ້ງ ແລະ ຍືນຍົງກວ່າ ດ້ວຍການໜູນຊ່ວຍຂອງເຕັກໂນໂລຢີດີຈີຕອນ ແລະ AI ພຽງແຕ່ແມ່ນສ່ວນໜຶ່ງໃນຈຳນວນນັ້ນ. ກ້າວເຂົ້າສູ່ສັງກາດໃໝ່ - ສັງກາດດີຈີຕອນ, ເຊິ່ງຍັງຄົງແມ່ນສຽງເວົ້ານັ້ນ ແຕ່ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ມີວິທີສະແດງອອກໃໝ່, ຈິນຕະນາການໃໝ່ ແລະ ບັນດາຄຳຮຽກຮ້ອງໃໝ່ຈາກຜູ້ຟັງທີ່ທັນສະໄໝ. ສຳລັບວິທະຍຸກະຈາຍສຽງ ຫວຽດນາມ, ນີ້ແມ່ນບາດລ້ຽວຫັນປ່ຽນຄັ້ງໃຫຍ່ ບໍ່ພຽງແຕ່ກ່ຽວກັບເຕັກໂນໂລຢີເທົ່ານັ້ນ ຫາກຍັງແມ່ນການຫັນປ່ຽນກ່ຽວກັບຈິນຕະນາການ, ແບບວິທີເຮັດ ແລະ ວິທີເຂົ້າເຖິງຜູ້ຟັງ. ຈາກພາຫະນະສື່ມວນຊົນແບບດັ້ງເດີມ, ການກະຈາຍສຽງພວມນັບມື້ນັບກາຍເປັນແຟລດຟອມອັດສະລິຍະ (Smart Platform), ມີໄຫວພິບ, ທັນສະໄໝ ແລະ ບຸກຄົນທີ່ເຮັດວຽກກະຈາຍສຽງຢູ່ວິທະຍຸກະຈາຍສຽງ ຫວຽດນາມ ເອີ້ນນັ້ນວ່າ “ການກະຈາຍສຽງໃນສັງກາດບຸກບືນ”.

ທ່ານ ຫງວຽນນັງຄາງ, ຮອງຜູ້ອຳນວຍການສູນຜະລິດ ແລະ ສຳເນົາລາຍການ, ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ ພາລະກິດຫັນເປັນດີຈີຕອນຢູ່ວິທະຍຸກໍເລີ່ມຜັນຂະຫຍາຍແຕ່ໄວພໍສົມຄວນ.

“ແຕ່ປີ 2004, ພວກຂ້າພະເຈົ້າໄດ້ຜະລິດລາຍການ ແລະ ປັບສຽງທັງໝົດດ້ວຍລະບົບຄອມພິວເຕີເນັດເວິກ (computer network). ໄລ່ມາຮອດປັດຈຸບັນ, 100% ຂັ້ນຕອນຜະລິດ ໄດ້ປະຕິບັດໃນສະພາບແວດລ້ອມດີຈີຕອນ. ສິ່ງທີ່ພວກຂ້າພະເຈົ້າພວມສືບຕໍ່ປະຕິບັດແມ່ນຫັນປ່ຽນກ່ຽວກັບການຄຸ້ມຄອງບໍລິຫານ, ແບບວິທີການເຄື່ອນໄຫວ, ນຳບັນດາລາຍການກະຈາຍສຽງເຜີຍແຜ່ໃນແຟລດຟອມ (platform) ໃໝ່ຄື ອິນເຕີເນັດ, ສື່ສັງຄົມ, ອຸປະກອນມືຖື”.

ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1945: ກະ​ຈາຍ​ສຽງ​ໃນ​ສັງ​ກາດ​ດີ​ຈີ​ຕອນ - ảnh 1ການພັດທະນາຂອງເຕັກໂນໂລຢີຮຽກຮ້ອງໃຫ້ນັກຂ່າວ VOV ຕ້ອງມີການປັບຕົວ (ພາບ: VOV)

ໜຶ່ງໃນບັນດາບາດກ້າວສຳຄັນຂອງວິທະຍຸກະຈາຍສຽງ ຫວຽດນາມ ແມ່ນການຫັນສາງຂໍ້ມູນປະຫວັດສາດຈຳນວນມະຫາສານ ແລະ ລ້ຳຄ່າເປັນດີຈີຕອນ. ວຽກງານນີ້ ບໍ່ແມ່ນວຽກງ່າຍ. ເອື້ອຍ ຫວູກວິ່ງຮວາ, ພະນັກງານປ້ອນຂໍ້ມູນ, ຫັນເທບບັນທຶກສຽງເປັນດີຈີຕອນ, ສູນຜະລິດ ແລະ ສຳເນົາລາຍການ, ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

“ເມື່ອຫັນສາງຂໍ້ມູນຂອງວິທະຍຸເປັນດີຈີຕອນ, ມີເທບບັນທຶກສຽງຈຳນວນໜຶ່ງເກົ່າ ແລະ ເປເພແລ້ວ. ພວກຂ້າພະເຈົ້າຕ້ອງແກ້ໄຂຕາມຂັ້ນຕອນເຕັກນິກແບບຟີຊິກ”.

ໄປຄຽງຄູ່ກັບການຫັນເປັນດີຈີຕອນ, ເພີ່ມທະວີການໝູນໃຊ້ເຕັກໂນໂລຢີ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສ້າງໂຄງປະກອບການຜະລິດເນື້ອໃນຄືນໃໝ່. ບັນດາຫ້ອງອັດສຽງໃນປັດຈຸບັນ ໄດ້ກາຍເປັນສູນເຕົ້າໂຮມພາຫະນະຫຼາຍຮູບຫຼາຍແບບ.  ທ່ານ ປອ ຫວູຫາຍກວາງ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:

“ໃນຫ້ອງອັດສຽງ, ນັກຂ່າວສາມາດທັງອັດສຽງ, ທັງຖ່າຍວິດີໂອ, ທັງໄລສົດ (livestream) ອອກອາກາດໃນຄື້ນ ຣາດີໂອແບບເກົ່າ ແລະ Youtube, Facebook ຫຼື ບັນດາແຟລດຟອມສື່ສັງຄົມຕ່າງໆໄປພ້ອມກັນ. ຍ້ອນເຫດນັ້ນ ລາຍການຂ່າວໜຶ່ງ ສາມາດມີຜູ້ຟັງ, ຜູ້ຊົມນັບລ້ານຄົນເຂົ້າເບິ່ງເຂົ້າຟັງໃນເວລາພຽງແຕ່ 2 3 ນາທີ ແລະ ຫຼັງຈາກນັ້ນ ກໍສາມາດຟັງຄືນຢູ່ບໍ່ວ່າບ່ອນໃດ, ບໍ່ວ່າເວລາໃດ”.

ການປ່ຽນແປງເຕັກໂນໂລຢີ ກໍວາງອອກຄຳຮຽກຮ້ອງໃໝ່ໃຫ້ແກ່ຖັນແຖວນັກຂ່າວກະຈາຍສຽງ. ເຂົາເຈົ້າບໍ່ພຽງແຕ່ແມ່ນຄົນນັ່ງຢູ່ເບື້ອງຫຼັງໄມ (micro) ເທົ່ານັ້ນ, ຫາກຍັງແມ່ນນັກຂ່າວທີ່ເຮັດຫຼາຍໜ້າທີ່ຄວບກັນ - ເລົ່າເລື່ອງດ້ວຍສຽງ, ຮູບພາບ ແລະ ທັງຂໍ້ມູນຂອງຜູ້ນຳໃຊ້. ນັກຂ່າວ ຮັ່ງງາ, ຫົວໜ້າຫ້ອງຂ່າວ - ບົດ, ພະແນກຂ່າວ - ບົດ (VOV1), ແບ່ງປັນວ່າ:

“ເມື່ອການກະຈາຍສຽງຫັນເປັນດີຈີຕອນ ແມ່ນພວກເຮົາຈະຜະລິດຕາມເນື້ອໃນທີ່ມະຫາຊົນຢາກຟັງ, ເລົ່າບັນດາເລື່ອງລາວທີ່ດຶງດູດເຂົາເຈົ້າ. ມັນບໍ່ພຽງແຕ່ຢຸດຢູ່ສຽງເວົ້າທີ່ສົ່ງແຮງບັນດານໃຈໃນຄື້ນກະຈາຍສຽງຄືເມື່ອກ່ອນອີກແລ້ວ, ເຊິ່ງຕ້ອງມີຫຼາຍປັດໄຈເພີ່ມເຕີມອີກ ເພື່ອຊັກຊວນໃຫ້ເຂົາເຈົ້າຟັງລາຍການຂອງພວກເຮົາຕໍ່ໄປ”.

ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1945: ກະ​ຈາຍ​ສຽງ​ໃນ​ສັງ​ກາດ​ດີ​ຈີ​ຕອນ - ảnh 2ທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV)

ພ້ອມກັບການຫັນເປັນດີຈີຕອນກ່ຽວກັບເນື້ອໃນ ແລະ ບຸກຄະລາກອນ, ພື້ນຖານເຕັກນິກ ກໍແມ່ນເສົາຄ້ຳສຳຄັນເພື່ອໃຫ້ຂະແໜງກະຈາຍສຽງບືນຕົວຂຶ້ນໃນສະພາບແວດລ້ອມໃໝ່. ຕາມທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ແລ້ວ, ພື້ນຖານໂຄງລ່າງເຕັກນິກໃນປັດຈຸບັນ ບໍ່ພຽງແຕ່ຮັບໃຊ້ກະຈາຍສຽງແບບເກົ່າເທົ່ານັ້ນ, ຫາກຍັງມີຄວາມຂະຫຍັນຂັນເຄື່ອນຢ່າງພຽງພໍເພື່ອກະຈາຍສຽງໃນຫຼາຍແຟລດຟອມທີ່ແຕກຕ່າງກັນ.

“ກະຈາຍສຽງແບບເກົ່າ ພຽງແຕ່ຕ້ອງການສຽງດີ, ສາຍສົ່ງສັນຍານເປັນປົກກະຕິເທົ່ານັ້ນ, ແຕ່ເມື່ອໄດ້ໄລສົດ, ເອົາຄຼິບວິດີໂອລົງ Youtube ແລ້ວ, ການຕັດຕໍ່ເນື້ອໃນໃຫ້ແກ່ Tiktok ຫຼື ບັນດາຄຼິບທີ່ໄດ້ເອົາລົງໃນສື່ສັງຄົມນັ້ນ ລະບົບແກ້ໄຂຕ້ອງມີທັງສຽງ, ພາບ, ກຣາບຟິກ ແລະ ຂໍ້ມູນຂອງຜູ້ນຳໃຊ້ຢ່າງທັນການອີກດ້ວຍ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ຂັ້ນຕອນການແກ້ໄຂຕ້ອງວ່ອງໄວ, ຕໍ່ເນື່ອງ ແລະ ບໍ່ໃຫ້ຜິດພາດ ແມ່ນແຕ່ 1 ວິນາທີ, ຖ້າຊ້າ 1 ນາທີ ມະຫາຊົນກໍຈະບໍ່ຕິດຕາມອີກ”.

        ເລື່ອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບການມອບໝາຍຈາກລັດຖະບານໃຫ້ສ້າງແຟລດຟອມກະຈາຍສຽງດີຈີຕອນແຫ່ງຊາດນັ້ນ ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນບົດບາດສຳເຄົ້າຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນລະບົບນິເວດສື່ມວນຊົນທັນສະໄໝ. ແລະ ຢູ່ນັ້ນ, ການກະຈາຍສຽງ, ເຖິງວ່າໃນໂສມໜ້າໃໝ່ກໍຕາມ, ແຕ່ຍັງຮັກສາໄດ້ພາລະກຳແມ່ນສຽງເວົ້າແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຂອງການເຊື່ອມຕໍ່ ແລະ ຮ່ວມເດີນທາງພ້ອມກັບປະເທດຊາດໃນທຸກຈຸດເວລາ./.

ຕອບກັບ

ຂ່າວ/ບົດ​ອື່ນ