ຫໍສະໝຸດ Dfree Book - ແຜ່ຂະຫຍາຍວັດທະນະທຳການອ່ານປຶ້ມໃນປະຊາຄົມ

(VOVWORLD) -ຫໍສະໝຸດ Dfree Book ມີປຶ້ມກວ່າ 1.000 ຫົວທີ່ມີຫຼາຍປະເພດຄື: ປຶ້ມທັກສະ, ປຶ້ມສ້າງກຳລັງໜູນ, ປຶ້ມແນະນຳສ້າງຄວາມຮັ່ງມີ, ນະວະນິຍາຍ, ວັນນະຄະດີ….

ດ້ວຍວິຖີຊີວິດທີ່ວ່າ “ດຳລົງຊີວິດແມ່ນເພື່ອແບ່ງປັນ” ອ້າຍ ຮ່ວາງກຸ໊ຍບິ່ງ - ນັກສຶກສາມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ໄດ້ສ້າງຫໍສະໝຸດ Dfree Book ຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ ທີ່ສວຍງາມ ເພື່ອແຜ່ຂະຫຍາຍວັດທະນະທຳການອ່ານປຶ້ມ, ແຜ່ຂະຫຍາຍບັນດາວຽກງານດີງາມໃຫ້ປະຊາຄົມ. ເຊີນທ່ານພ້ອມກັບນັກຂ່າວ VOV ໄປຢ້ຽມຢາມຫໍສະໝຸດ Dfree Book ແລະ ພົບປະກັບອ້າຍ ຮ່ວາງກຸ໊ຍບິ່ງ ເພື່ອຊອກຮູ້ວ່າຫໍສະໝຸດ Dfree Book ໄດ້ຮັບການສ້າງຕັ້ງຂຶ້ນຄືແນວໃດ.

ຫໍສະໝຸດ Dfree Book - ແຜ່ຂະຫຍາຍວັດທະນະທຳການອ່ານປຶ້ມໃນປະຊາຄົມ - ảnh 1 (ຫໍສະໝຸດ Dfree Book)

ເຂົ້າໄປເລິກໃນຮ່ອມເລກທີ 67, ຖະໜົນ ເລແທັງງີ້, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ປະມານ 300ມ, ກໍຈະຮອດເຮືອນເກົ່າຫຼັງໜຶ່ງທີ່ແຂວນປ້າຍດ້ວຍແຖວຕົວໜັງສືຂຽນວ່າ “Welcome to Dfree Book”. ມາຮອດປະຕູໂຂງ, ຂ້າພະເຈົ້າໄດ້ພົບກັບເອື້ອຍ ຫວູທິແທັງຢວຽນ, ພວມຈັບປຶ້ມບາງຫົວຍ່າງອອກຈາກຫໍສະໝຸດ. ປະຈຸບັນ, ເອື້ອຍ ຢວຽນ ພວມເຮັດວຽກຢູ່ບໍລິສັດ PCO ແລະ ໄດ້ຮູ້ຈັກເຖິງຫໍສະໝຸດນີ້ຜ່ານທາງ Facebook. ເອື້ອຍແບ່ງປັນວ່າ.

        “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາຫໍສະໝຸດນີ້. ຂ້າພະເຈົ້າມັກທີ່ສຸດຍ້ອນມີບ່ອນໃຫ້ຢືມປຶ້ມໂດຍບໍ່ຄິດຄ່າ ແລະ ໄດ້ຊ່ວຍເພີ່ມຄວາມຮູ້ຕື່ມອີກ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ເຄົາລົບນັບຖືເມື່ອບັນດາເພື່ອນນັກສຶກສາໄດ້ສ້າງແນວຄວາມຄິດຄືແນວນີ້ເພື່ອເປັນການສົ່ງເສີມການອ່ານປຶ້ມ.”

ຫໍສະໝຸດ Dfree Book - ແຜ່ຂະຫຍາຍວັດທະນະທຳການອ່ານປຶ້ມໃນປະຊາຄົມ - ảnh 2(ຮ່ວາງກຸ໊ຍບິ່ງ (ຜູ້ໃສ່ແວ່ນຕາ) ພ້ອມກັບເພື່ອນມິດຂອງຕົນ)

ເມື່ອຍ່າງເຂົ້າໄປເດີ່ນບ້ານ, ບັນຍາກາດຢູ່ແຫ່ງນີ້ມີຄວາມສະຫງົບງຽບທີ່ສຸດ. ມີພຽງແຕ່ສຽງນົກຮ້ອງ, ດອກໄມ້ທີ່ມີຫຼາຍສີ, ຫຼາຍຊະນິດຕ້ອນຮັບຂ້າພະເຈົ້າ ເຊິ່ງໄດ້ປະດັບປະດານັບແຕ່ປະຕູໂຂງຈົນໄປຮອດລະບຽງເຮືອນ, ປຽບເໝືອນຄືພາຂ້າພະເຈົ້າເຂົ້າໄປສູ່ເຂດທີ່ສ້າງຄວາມດູດດື່ມເຕັມໄປດ້ວຍປຶ້ມ - ເຊິ່ງແມ່ນບ່ອນທີ່ ຮ່ວາງກຸ໊ຍບິ່ງ ພ້ອມກັບເພື່ອນມິດຂອງຕົນໄດ້ສ້າງຕັ້ງຂຶ້ນ. ຕອນທີ່ຂ້າພະເຈົ້າມາຮອດ, ອ້າຍ ຮ່ວາງກຸ໊ຍບິ່ງ ພວມແນະນຳໃຫ້ບັນດາເພື່ອນຮ່ວມງານມາໜູນຊ່ວຍອ້າຍ. ອ້າຍ ບິ່ງ ໄດ້ແບ່ງປັນວ່າ, ສຳລັບ ບິ່ງ ແລ້ວ ເລື່ອງສ້າງຕັ້ງຫໍສະໝຸດ Dfree Book ແມ່ນເລີ່ມມາຈາກຄວາມປາດຖະໜາຢາກໄດ້ແບ່ງປັນ ແລະ ເພື່ອຄວາມຮັກຕໍ່ສິ່ງແວດລ້ອມ.

        “ຕອນເປັນນັກສຶກສາປີທີໜຶ່ງ, ຂ້າພະເຈົ້າໄດ້ຂາຍຕົ້ນໄມ້ປະດັບທາງອິນເຕີແນັດ. ຄາວນັ້ນ, ມີເພື່ອນນັກສຶກສາປີທີ 3 ມາຊື້ຕົ້ນໄມ້ ແລະ ເວົ້າວ່າ: “ໂອຍ! ເຈົ້າມີປຶ້ມມ່ວນຫຼາຍຫົວແທ້. ຂ້າພະເຈົ້າຮຽນຢູ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ເປັນປີທີ 2 – 3 ແລ້ວ, ຂ້າພະເຈົ້າກໍ່ໄປເຮັດວຽກເພີ່ມ ແຕ່ເງິນກໍ່ບໍ່ພໍເພື່ອຊື້ປຶ້ມ. ຂ້າພະເຈົ້າມັກອ່ານປຶ້ມທີ່ສຸດ”. ຕອນນັ້ນ, ຂ້າພະເຈົ້າຈຶ່ງຖາມຕົນເອງວ່າ, ເປັນຫຍັງຈຶ່ງມີຄົນມັກອ່ານປຶ້ມຈົນເຖິງຂັ້ນນັ້ນ, ເຂົາເຈົ້າໄດ້ມານະພະຍາຍາມຫຼາຍຄືແນວນັ້ນ ແຕ່ກໍ່ຍັງບໍ່ມີເງິນຊື້ປຶ້ມອ່ານ, ໃນຂະນະທີ່ຕົນເອງມີປຶ້ມຫຼາຍຫົວ, ແຕ່ປຶ້ມປະໄວ້ຊື່່ໆແມ່ນຟຸມເຟືອຍທີ່ສຸດ. ອີກອັນໜຶ່ງແມ່ນຂ້າພະເຈົ້າໄດ້ເອົາໃຈໃສ່ເຖິງສິ່ງແວດລ້ອມ, ເມື່ອປຶ້ມຫົວໜຶ່ງໄດ້ສົ່ງຕໍ່ຫຼາຍຄົນ ຈະເປັນການຊ່ວຍຫຼຸດຜ່ອນການພິມຈຳໜ່າຍຄືນໃໝ່, ໝາຍຄວາມວ່າຈະຊ່ວຍຫຼຸດຜ່ອນຈຳນວນຕົ້ນໄມ້ຖືກຕັດໄປ. ຈາກນັ້ນ, ຂ້າພະເຈົ້າມີແນວຄວາມຄິດທີ່ວ່າໃຫ້ທຸກຄົນຢຶມປຶ້ມໃນຕູ້ປຶ້ມຂອງຕົນ”.

ຫໍສະໝຸດ Dfree Book - ແຜ່ຂະຫຍາຍວັດທະນະທຳການອ່ານປຶ້ມໃນປະຊາຄົມ - ảnh 3 (ປຶ້ມປະໄວ້ຊື່ໆແມ່ນປຶ້ມບໍ່ມີຊີວິດ)

ສຳລັບອ້າຍ ບິ່ງ ແລ້ວ “ປຶ້ມປະໄວ້ຊື່ໆແມ່ນປຶ້ມບໍ່ມີຊີວິດ”, ເລື່ອງອ່ານປຶ້ມໄດ້ປະກອບຄວາມຮູ້ໃຫ້ລາວຫຼາຍເຕີບ. ຍ້ອນເຫດນັ້ນ, ລາວກໍ່ຢາກແຜ່ຂະຫຍາຍວັດທະນະທຳການອ່ານປຶ້ມໄປເຖິງທຸກໆຄົນ. ເພື່ອໃຫ້ຕູ້ປຶ້ມມີຄວາມອຸດົມສົນບູນກວ່າ, ລາວໄດ້ຈັດເຫດການ “ເອົາປຶ້ມແລກຕົ້ນໄມ້”. ຜ່ານເຫດການນີ້, ລາວ ໄດ້ຮັບປຶ້ມມ່ວນຫຼາຍຫົວ. ເມື່ອສ້າງ fanpafe ແບ່ງປັນກ່ຽວກັບປຶ້ມ ນັບມື້ນັບມີຫຼາຍຄົນຮູ້ຈັກເຖິງຕູ້ປຶ້ມຂອງ ບິ່ງ  ແລະ ຈຳນວນຜູ້ມາຢືມປຶ້ມກໍ່ນັບມື້ນັບຫຼາຍຂຶ້ນ. ລາວຕົກລົງນຳໃຊ້ເງິນທີ່ປະຢັດໄດ້ນັ້ນເພື່ອສ້າງຫໍສະໝຸດ Dfree Book. ມີປຶ້ມກວ່າ 1.000 ຫົວທີ່ມີຫຼາຍປະເພດຄື: ປຶ້ມທັກສະ, ປຶ້ມສ້າງກຳລັງໜູນ, ປຶ້ມແນະນຳສ້າງຄວາມຮັ່ງມີ, ນະວະນິຍາຍ, ວັນນະຄະດີ….  ໄດ້ຈັດສັນຢ່າງມີວິທະຍາສາດຕາມແຕ່ລະໝວດ. ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ສ້າງຄວາມດຶງດູດສຳລັບບັນດາເພື່ອນນັກສຶກສາເທົ່ານັ້ນ, ຫາກບັນດາຜູ້ທີ່ເຮັດວຽກແລ້ວກໍ່ໄດ້ຍາດເວລາມາຢືມ ແລະ ອ່ານປຶ້ມໃນຍາມທ້າຍອາທິດ, ຄິດສະເລ່ຍແຕ່ລະເດືອນກໍ່ມີກວ່າ 600 ເທື່ອຄົນມາຢືມປຶ້ມ, ນັ້ນແມ່ນຍັງບໍ່ທັນໄດ້ຄິດໄລ່ຜູ້ມາອ່ານຢູ່ກັບທີ່ເລີຍ.

 “ນີ້ແມ່ນວິທີທີ່ດີເພື່ອໃຫ້ບັນດາເພື່ອນໜຸ່ມມີບ່ອນເອົາປຶ້ມມາແລກເອົາຕົ້ນໄມ້ປະດັບໃນການດຳລົງຊີວິດຂອງເຂົາເຈົ້າ. ທີ 2, ຂ້າພະເຈົ້າໄດ້ຕີລາຄາສູງຕໍ່ວິທີຈັດວາງປຶ້ມຢູ່ທີ່ນີ້. ບັນດາປຶ້ມຢູ່ທີ່ນີ້ແມ່ນອຸດົມສົມບູນ ແລະ ຖືກຄັດເລືອກຢ່າງລະອຽດ. ນີ້ແມ່ນແຫ່ງທີ່ເປັນໜ້າມາອ່ານປື້ມ, ນັບທັງບັນຍາກາດຢູ່ແຫ່ງນີ້ກໍ່ຄືດັ່ງຢູ່ໃນປຶ້ມອີກດ້ວຍ”.

        “ຢູ່ແຫ່ງນີ້ມີປຶ້ມຫຼາຍຫົວທີ່ນ້ອງຢາກອ່ານ, ກ່ອນນີ້ຍັງບໍ່ທັນມີໂອກາດ. ຫໍສະໝຸດນີ້ຍິ່ງມີຄວາມໝາຍຕື່ມອີກ ຍ້ອນຢູ່ແຫ່ງນີ້ມີປຶ້ມຂອງຫຼາຍຄົນສົ່ງມາໃຫ້ເພື່ອສ້າງເປັນຫໍສະໝຸດ. ທຸກຄົນພ້ອມກັນຢາກແບ່ງປັນຄວາມຮູ້, ບັນດາເລື່ອງລາວເຊິ່ງຜູ້ອ່ານໄດ້ອ່ານແລ້ວກໍ່ແບ່ງປັນໃຫ້ຜູ້ຍັງບໍ່ທັນໄດ້ອ່ານ”.

ຫໍສະໝຸດ Dfree Book - ແຜ່ຂະຫຍາຍວັດທະນະທຳການອ່ານປຶ້ມໃນປະຊາຄົມ - ảnh 4(21 ໂມງແລ້ວ, ຫຼາຍຄົນຍັງເມົາມົວຫຼົງໄຫຼກັບການອ່ານປຶ້ມ)

21 ໂມງແລ້ວ, ແຕ່ແສງໄຟໃນເຮືອນຫຼັງນີ້ຍັງຮຸ່ງຢູ່, ຫຼາຍຄົນຍັງເມົາມົວຫຼົງໄຫຼກັບການອ່ານປຶ້ມ. ບັນຍາກາດຢູ່ແຫ່ງນີ້ມິດງຽບທີ່ສຸດ, ໄດ້ຍິນພຽງແຕ່ສຽງຂອງເຂັມໂມງ ແລະ ສຽງເປີດປຶ້ມ. ຍ້ອນເຫດນີ້, ຈຶ່ງເຮັດໃຫ້ ບິ່ງ ຍິ່ງມີຄວາມປິຕິຊົມຊື່ນ ແລະ ມີຄວາມຜາສຸກຍ້ອນທຸກສິ່ງທຸກຢ່າງແມ່ນລື່ນກາຍຄວາມໄຝ່ຝັນຂອງບິ່ງ. ບິ່ງ ສືບຕໍ່ຂາຍຕົ້ນໄມ້ ແລະ ພ້ອມກັບພວກເພື່ອນນັກສຶກສາຂາຍເຄື່ອງທີ່ເຮັດດ້ວຍຕົນເອງ ເພື່ອຮັກສາການເຄື່ອນໄຫວຂອງຫໍສະໝຸດແຫ່ງນີ້. ບໍ່ພຽງແຕ່ເທົ່ານັ້ນ, ບິ່ງ ຍັງເປີດຫໍສະໝຸດ Dfree Book ສາຂາທີ 2 ຢູ່ເມືອງ ເກົ່າໄຢ໊, ຮ່າໂນ້ຍ ຕື່ມອີກ, ຕັ້ງບັນດາຕູ້ປຶ້ມບໍ່ຄິດຄ່າຢູ່ບ້ານເດັກ SOS ແລະ ຢູ່ໂຮງຮຽນບາງແຫ່ງທີ່ເຂດພູດອຍຄື: ຮ່ວາບິ່ງ, ຮ່າຢາງ. ຮ່ວາງກຸ໊ຍບິ່ງ ປາດຖະໜາຢາກມີຄົນຮູ້ຈັກເຖິງຫໍສະໝຸດແຫ່ງນີ້ຫຼາຍກວ່າອີກ, ຍ້ອນບັນດາປຶ້ມຢູ່ຫໍສະໝຸດນີ້ໄດ້ຊ່ວຍໃຫ້ຜູ້ອ່ານມີຄວາມຮູ້ຕື່ມອີກ ແລະ ຫວັງວ່າ ພວກເພື່ອນຈະມີການກະທຳ, ນຳໃຊ້ບັນດາຄວາມຮູ້ນັ້ນເຂົ້າໃນຊີວິດຕົວຈິງ, ພຽງມີແຕ່ເທົ່ານັ້ນ, ຫໍສະໝຸດຈຶ່ງມີຄວາມໝາຍ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ