ຮ່ວມສຳພັນເສີມຂະຫຍາຍຄຸນຄ່າບັນດາມໍລະດົກຢູ່ຫວຽດບັກ

(vovworld) - ​ໂດຍ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ອອກສ່ຽງ​ເໜືອ​ຂອງ ຫວຽດນາມ, ​ເຊິ່ງປະກອບ​ມີ 6 ​ແຂວງ​ຄື: ກາວ​ບັ່ງ, ບັກ​ກ້ານ, ລ້າງ​ເຊີນ, ທ໋າຍງວຽນ, ຕວຽນ​ກວາງ ​ແລະ ຮ່າ​ຢາງ, ຫວຽດບັກ ​ແມ່ນ​ແຜ່ນດິນ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ, ​ເຊິ່ງທຳ​ມະ​ຊາດ​ໄດ້​ດົນ​ບັນດານ​​ໃຫ້​ມີທັດສະນີ​ຍະ​ພາບ​ທີ່ສວຍ​ງາມ​ຫຼາຍ​ຢ່າງ​. ພາຍຫຼັງ 8 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ, ລາຍການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ “ຜ່ານ​ບັນດາ​ມໍລະດົກ​ເຂດ ຫວຽດບັກ“. ​ໄດ້​ນຳ​ມາ​ເຊິ່ງຜົນງານ​ຫຼາຍ​ຢ່າງ, ສ້າງ​ກຳລັງ​ໜູນ​ຢ່າງ​ແຮງ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ຂອງ​ເຂດ.

ຮ່ວມສຳພັນເສີມຂະຫຍາຍຄຸນຄ່າບັນດາມໍລະດົກຢູ່ຫວຽດບັກ - ảnh 1
ສະຖານ​ທີ່​ທ່ອງ​ທ່ຽວ​ ​ດອກ​ບັກ​ວິດ

        ​ໃນ​ໄລຍະ 2009-2015, ຍອດ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ 6 ​ແຂວງ​ຢູ່ ຫວຽດບັກ ​ແມ່ນ​ເກືອບ 33 ລ້ານ​ເທື່ອ​ຄົນ, ລະດັບ​ເຕີບ​ໂຕ​ບັນລຸ​ກວ່າ 16%/ປີ. ​ໄລ່​ຮອດ​ໝົດ​ເດືອນ 7/2016, ​ຍອດ​ຈຳນວນ​ເງິນ​ລົງທຶນ​ເຂົ້າ​ຂົງ​ເຂດ​ທ່ອງ​ທ່ຽວ​ຂອງ 6 ​ແຂວງ​ນີ້ຄາດ​ວ່າ​ບັນລຸ​ກວ່າ 35.000 ຕື້​ດົ່ງ. ທ່ານ ​ໂງ​ຮ່ວາຍ​ຈູງ, ຮອງ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ພູມ​ສາດ​ພັດທະນາ​ການທ່ອງທ່ຽວ ​ແລະ ຄວາມ​ຕ້ອງການ​ພັດທະນາ​ການທ່ອງທ່ຽວ​ຢູ່ 6 ​ແຂວງ​ ຫວຽດບັກ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ. ກ່ອນ​ອື່ນ​ໝົດ​ພວກ​ເຮົາ​ຕ້ອງ​ກຳນົດ​ບົດບາດ​ຄຸ້ມ​ຄອງ​ລັດ, ບົດບາດ​ອຳນາດ​ການ​ປົກຄອງ​ໃນ​ການ​ພັດທະນາ​ການທ່ອງທ່ຽວ. ບັນດາ​ທ້ອງ​ຖີ່​ນຢາກ​ໃຫ້​ວິ​ສາ​ຫະກິດ​ພັດທະນາ, ຢາກ​ມີ​ຜະລິດ​ຕະພັນ​ການທ່ອງທ່ຽວ ​ແມ່ນ​ຕ້ອງ​ມີ​ກົນ​ໄກ​ຢ່າງ​ເໝາະ​ສົມ, ດຶງ​ດູດ​ບັນດາ​ໂຄງການ, ​ແຫຼ່ງທຶນ​ເຂົ້າ​ທ້ອງ​ຖີ່​ນຂອງ​ຕົນ. ທ້ອງ​ຖີ່​ນ​ໃດ​ມີ​ນະ​ໂຍບາຍ​ດູດ​ດື່ມ,ຈະ​ມີ​ບັນດາ​ນັກ​ລົງທຶນ​ຍຸດ​ທະ​ສາດ, ​ຂະ​ແໜງ​ການທ່ອງທ່ຽວ​ຂອງທ້ອງ​ຖີ່​ນນັ້ນຈະ​ພັດທະນາ “.

        ລາຍການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ “ຜ່ານ​ບັນດາ​ມໍລະດົກ​ເຂດ ຫວຽດບັກ“  ​ໄດ້​ສ້າງ​ການ​ກະທົບ​ຢ່າງ​ຕັ້ງໜ້າ​​ເຖິງຂະ​ແໜງ​ທ່ອງ​ທ່ຽວ 6 ​ແຂວງ ຫວຽດບັກ. ຍ້ອນ​ມີ​ການ​ຮ່ວມ​ສຳພັນ​ໂຄສະນາ, ຜະລິດ​ຕະພັນ​ການທ່ອງທ່ຽວ​ຂອງ​ທ້ອງ​ຖີ່​ນຕ່າງໆ​ຈຶ່ງ​ມາສູ່​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຫຼາຍ. ຕົວຢ່າງ​ຄື​: ​ຮ່າ​ຢາງ, ຈາກ​ແຂວງໜຶ່ງ​ຢູ່​ຫ່າງ​ໄກ​ສອກຫຼີກ​ມີ​ໜ້ອຍ​ຄົນຮູ້​ຈັກ​ເຖິງ, ​ແຕ່​ປະຈຸ​ບັນ​ໄດ້​ກາຍ​ເປັນ​ສະຖານ​ທີ່​ ທີ່​ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ດ້ວຍ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເຊັ່ນ: ສະຖານ​ທີ່​ທ່ອງ​ທ່ຽວ​ປະຫວັດສາດ​ເສົາ​ທຸງ​ ຫຼຸ​ງກູ໋, ພູ​ພຽງ​ຫີນ ດົ່ງ​ວັນ, ງານ​ບຸນ​ດອກ​ບັກ​ວິດ, ຕະຫຼາດນັດ​ ດົ່ງ​ວັນ. ໝູ່ບ້ານວັດທະນະທຳ ນ່າຈ່າວ…ທ່ານ ​ເລິ​ມຕ໋ຽນ​ແມ້ງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ຮ່າ​ຢາງ, ​ໃຫ້​ຮູ້​ວ່າ:

        “ມໍລະດົກ​ວັດທະນະທຳ ຫວຽດບັກ​ແມ່ນ​ຫຼາຍ​ຮູບ​ຫຼາຍ​ແບບ​ທີ່​ສຸດ. ຍ້ອນ​ເຫດ​ນັ້ນ, ບັນດາ​ແຂວງ​ໄດ້​ອີງ​ໃສ່​ທ່າ​ແຮງ​ນີ້​ເພື່ອ​ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ. ພິ​ເສດ​ແມ່ນ​ຂຸດ​ຄົ້ນ​ມໍລະດົກ​ວັດທະນະທຳ​ຂອງ​ບັນດາ​ຊົນເຜົ່າ​ສ່ວນ​ໜ້ອຍ. ສຳລັບ ຮ່າ​ຢາງ, ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ສຳພັນ​ບັນດາ​ແຂວງ​ໃນ​ເຂດ. ກ່ອນ​ອື່ນ​ໝົດ​ແມ່ນ​ສ້າງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ຕາມ​ເຂດ​ພາກ​ລະຫວ່າງ​ແຂວງ​ຕ່າງໆ. ທີ​ສອງ​ແມ່ນ, ພວກ​ເຮົາ​ໄດ້​ຮຽກຮ້ອງ​ບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ລົງທຶນ​ພັດທະນາ​ການທ່ອງທ່ຽວ​ຢູ່ແຂວງ ຮ່າ​ຢາງ ກໍ່​ຄື​ບັນດາ​ແຂວງ​ໃນ​ເຂດ​ “.

        ສົ່ງ​ເສີມ​ການ​ໂຄສະນາ​ການທ່ອງທ່ຽວ ​ໄດ້​ຮັບ​ການ​ກຳນົດ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ຢູ່ 6 ​ແຂວງ​ຫວຽດບັກ. ​ແຕ່ລະ​ປີ, ບັນດາ​ແຂວງ​ດັ່ງກ່າວ​ໄດ້​ຜັດປ່ຽນ​ກັນ​ຈັດ​ຕັ້ງ​ລາຍການ​ທ່ອງ​ທ່ຽວ “ຜ່ານ​ບັນດາ​ມໍລະດົກ​ເຂດ ຫວຽດບັກ“ ດ້ວຍ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ ​ແລະ ດູດ​ດື່ມຫຼາຍ​ຢ່າງ, ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ນັກ​ທ່ອງ​ທ່ຽວ, ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນດາບໍລິສັດ​ທ່ອງ​ທ່ຽວ,  ​ກໍ່​ຄືນັກ​ລົງທຶນດ້ານ​ການທ່ອງທ່ຽວ. ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ຂະ​ແໜງການ​ທ່ອງ​ທ່ຽວບັນດາ​ແຂວງ ຫວຽດບັກ​ສືບ​ຕໍ່​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຮ່ວມສຳພັນເສີມຂະຫຍາຍຄຸນຄ່າບັນດາມໍລະດົກຢູ່ຫວຽດບັກ - ảnh 2
ສະຖານ​ທີ່​ທ່ອງ​ທ່ຽວ​ປະຫວັດສາດ​ເສົາ​ທຸງ​ ຫຼຸ​ງກູ໋

        ​ເມື່ອ​ເຂົ້າ​ຮ່ວມ​ລາຍການ​ຮ່ວມ​ສຳພັນ, ບັນດາ​ທ້ອງ​ຖີ່​ນສາມາດ​ຮັບ​ຮູ້​ໄດ້​ທ່າ​ແຮງ​ກໍ່​ຄື​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ເພື່ອ​ປັບປຸງ​ຍຸດ​ທະ​ສາດ​ພັດທະນາ​ການທ່ອງທ່ຽວ​ຂອງ​ແຂວງ​ຕົນ​ຢ່າງ​ທັນ​ການ, ພ້ອມ​ທັງ​ຂະຫຍາຍ​ບັນດາ​ຮູບ​ແບບ​ສຳ​ເລັດ​ຜົນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ ຫວຽດບັກ​ໃຫ້​ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ດຶງ​ດູດ. ທ່ານ ຟ້າ​ມມິ​ງຮ໋ວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຕວຽນ​ກວາງ, ​ໃຫ້​ຮູ້​ວ່າ:

        “ການ​ຮ່ວມ​ສຳພັນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ແຂວງ​ຕ່າງໆ​ແມ່ນ​ສຳຄັນ​ທີ່​ສຸດ. ບັນດາ​ຂັ້ນ​ຢູ່​ທ້ອງ​ຖີ່​ນຮັບ​ຜິດ​ຊອບ​ໜ້າ​ທີ່​ຊີ້​ນຳ​ຈັດ​ຕັ້ງ​ການ​ປະຕິບັດ​ຄື​ແນວ​ໃດ​ເພື່ອ​ພັດທະນາ​ເສດຖະກິດ​ທ່ອງ​ທ່ຽວ​ໃຫ້​ໄດ້. ຕວຽນ​ກວາງ ​ໄດ້​ຄັດ​ເລືອກ​ທ່ອງ​ທ່ຽວ​ແມ່ນ​ໜຶ່ງ​ໃນສາມ​ຂົງ​ເຂດ​ບຸກທະລຸ, ​ເຊິ່ງປະກອບ​ມີ​ອຸດສາຫະກຳ, ການ​ພັດທະນາ​ກະສິກຳ​ສິນຄ້າ ​ແລະ ການທ່ອງທ່ຽວ“.

        ການ​ຮ່ວມ​ມື, ຮ່ວມ​ສຳພັນ​ພັດທະນາ​ການທ່ອງທ່ຽວ​ແມ່ນ​ທ່າ​ອ່ຽງຈຳ​ເປັນ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ. ບັນດາ​ແຂວງ ຫວຽດບັກ ​ໄດ້​ປະຕິບັດ​ສິ່ງ​ດັ່ງກ່າວ​ເປັນ​ຢ່າງ​ດີ. ​ໂດຍ​ແມ່ນ​ເຂດ​ທຳ​ມະ​ຊາດ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ, ດ້ວຍ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ ​ແລະ ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ​ທີ່​ມີ​ຊື່​ສຽງ​ຄື​​ເຂດ​ພູ​ພຽງ​ຫີນ ດົ່ງ​ວັນ, ໜອງ ບາ​ເບ, ຕາກ ບານ​ຢົກ, ຖານ​ທີ່​ໝັ້ນ ຫວຽດບັກ… ປະຈຸ​ບັນ, ບັນດາ​ແຂວງ ຫວຽດນາມ ນັບ​ມື້​ນັບ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ຄົນມາ​ຢ້ຽມຢາມ ​ແລະ ຄົ້ນ​ຫາ.

ຕອບກັບ

ຂ່າວ/ບົດ​ອື່ນ