ເສັ້ນທາງແພໄໝ - ນຳມໍລະດົກວັດທະນະທຳ ຫວຽດນາມ ເຂົ້າໃກ້ກັບມະຫາຊົນກວ່າອີກ

(VOVWORLD) -ລາຍການ “ເສັ້ນທາງແພໄໝ” ລວມມີການເຄື່ອນໄຫວຫຼາຍຢ່າງ ເພື່ອປົກປັກຮັກສາ, ໂຄສະນາ, ແຜ່ກະຈາຍບັນດາຄຸນຄ່າມໍລະດົກວັດທະນະທຳທີ່ເປັນມູນເຊື້ອຂອງນະຄອນຫຼວງ ຮ່າໂນ້ຍ.

ເສັ້ນທາງແພໄໝ - ນຳມໍລະດົກວັດທະນະທຳ ຫວຽດນາມ ເຂົ້າໃກ້ກັບມະຫາຊົນກວ່າອີກ - ảnh 1ລາຍການ “ເສັ້ນທາງແພໄໝ” ລວມມີການເຄື່ອນໄຫວຫຼາຍຢ່າງ
(ພາບ: TTXVN)

 

 
 

ມີການເຄື່ອນໄຫວວັດທະນະທຳຫຼາຍຢ່າງດ້ວຍຫົວຂໍ້ “ເສັ້ນທາງແພໄໝ” ພວມຈັດຂຶ້ນຢ່າງຟົດຟື້ນຢູ່ສະຖານທີ່ແຫ່ງຕ່າງໆໃນຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ເຊິ່ງແມ່ນເຫດການໄດ້ຈັດຂຶ້ນໃນທຸກໆປີ ເພື່ອຂ່ຳນັບຮັບຕ້ອນວັນມໍລະດົກ ຫວຽດນາມ (23 ພະຈິກ), ປີ 2022 ນີ້, ລາຍການມີການປ່ຽນແປງໃໝ່ຫຼາຍຢ່າງ, ໄດ້ນຳເອົາຮູບແບບວັດທະນະທຳຕ່າງໆ ເຂົ້າໃກ້ກັບມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດຫຼາຍກວ່າເກົ່າ.

ໂດຍຈັດຂຶ້ນແຕ່ວັນທີ 18 ພະຈິກຫາວັນທີ 31 ທັນວາ, ລາຍການ “ເສັ້ນທາງແພໄໝ” ລວມມີການເຄື່ອນໄຫວຫຼາຍຢ່າງ ເພື່ອປົກປັກຮັກສາ, ໂຄສະນາ, ແຜ່ກະຈາຍບັນດາຄຸນຄ່າມໍລະດົກວັດທະນະທຳທີ່ເປັນມູນເຊື້ອຂອງນະຄອນຫຼວງ ຮ່າໂນ້ຍ. ທີ່ພິທີໄຂເຊິ່ງດຳເນີນໃນຕອນຄ່ຳວັນທີ 18 ພະຈິກ, ຢູ່ສູນພົບປະແລກປ່ຽນວັດທະນະທຳຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ລາຍການສະແດງສິລະປະ “ເສັ້ນທາງແພໄໝ” ໄດ້ແນະນຳໃຫ້ຜູ້ຊົມກ່ຽວກັບຈຸດທີ່ເປັນເອກະລັກສະເພາະຂອງຊຸດເສື້ອຍາວ ຫວຽດນາມ ເຊິ່ງໄດ້ຕັດຫຍິບດ້ວຍແຜ່ນແພຊະໜິດຕ່າງໆຂອງບັນດາໝູ່ບ້ານອາຊີບ ຫວຽດນາມ, ສົມທົບກັບການສະແດງດົນຕີພື້ນເມືອງ ແລະ ຍຸກປະຈຸບັນ, ລວມມີຊຸດສະສົມເສື້ອຍາວ 5 ປ່ຽງທີ່ເປັນມູນເຊື້ອ - ຍຸກປະຈຸບັນ, ຊຸດສະສົມເສື້ອຍາວແພໄໝ.

ແຂກທ່ອງທ່ຽວສາມາດມາຢ້ຽມຊົມຮ້ານວາງສະແດງ, ແນະນຳອາຊີບສາວໄໝ, ຕ່ຳແຜ່ນແພທີ່ເປັນມູນເຊື້ອຢູ່ເຂດທົ່ງພຽງທາງພາກເໜືອ ຢູ່ສູນພົບປະແລກປ່ຽນວັດທະນະທຳຄຸ້ມຖະໜົນເກົ່າ ຮ່າໂນ້ຍ ແລະ ການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນໃນງານບຸນອອກແບບປະດິດຄິດສ້າງ 2022. ທ່ານນາງ ເຈິ່ນຖຸຍລານ, ຮອງຫົວໜ້າຄະນະຄຸ້ມຄອງໜອງ ຮ່ວານກຽມ ແລະ ຄຸ້ມຖະໜົນ ເກົ່າ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ດ້ວຍເນື້ອໃນຈິດໃຈຂອງສັບປະດາອອກແບບປະດິດຄິດສ້າງ, ພວກຂ້າພະເຈົ້າໄດ້ນຳເອົາບັນດາຜະລິດຕະພັນທີ່ເປັນມູນເຊື້ອ, ໂດຍຜ່ານສີມື, ແນວຄວາມຄິດຂອງນັກສິລະປະການ, ນັກອອກແບບ  ໄດ້ອອກແບບສິ່ງທີ່ໃໝ່ກວ່າ ເຮັດແນວໃດເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນປະຈຸບັນ ແລະ ກໍ່ເປັນການສ້າງເຂດສິລະປະເພື່ອຮັບໃຊ້ມະຫາຊົນ”.

ລາຍການ “ເສັ້ນທາງແພໄໝ” ໄດ້ເປີດການເຄື່ອນໄຫວວັດທະນະທຳຫຼາຍຢ່າງ ດ້ວຍແນວຄວາມຄິດນຳໃຊ້ເຂົ້າໃນຫຼາຍຮູບແບບທີ່ແຕກຕ່າງກັນ ເພື່ອຮັບໃຊ້ແຂກ. ໃນຂົງເຂດປະດິດຄິດສ້າງວິຈິດສິນ, ບັນດານັກຈິດຕະກອນ, ນັກສິລະປະການໄດ້ສ້າງຜະລິດຕະພັນຈາກແພໄໝ ໂດຍນັກສິລະປະການຢູ່ໝູ່ບ້ານອາຊີບຫັດຖະກຳຜະລິດອອກ, ພ້ອມກັນນັ້ນ ແມ່ນການເຄື່ອນໄຫວອອກແບບເຄື່ອງແຟຊັນ ດ້ວຍຊຸດສະສົມທີ່ມີການປະສົມປະສານກັນລະຫວ່າງມູນເຊື້ອ ແລະ ທັນສະໄໝ. ພົ້ນເດັ່ນແມ່ນນັກອອກແບບ ຈິ້ງບິກຖຸຍ, ເຄື່ອງໝາຍການຄ້າ ຈິ້ງ Fashion, ສົມທົບກັບນັກອອກແບບ ຫງວຽນຂາເຮີນ, ເຄື່ອງໝາຍການຄ້າ Gamme Colletive, ໄດ້ແນະນຳໃຫ້ມະຫາຊົນຊຸດສະສົມແຟຊັນ ທີ່ມີຊື່ວ່າ “ທະວີຄູນ”. ລາຍການ “ທະວີຄູນ” ໄດ້ເວົ້າເຖິງສາຍສຳພັນລະຫວ່າງລຸ້ນຄົນຕ່າງໆໃນຄອບຄົວໃນການພັດທະນາ, ການປ່ຽນແປງຂອງວັດທະນະທຳ. ນັກອອກແບບ ຈິ້ງບິກຖຸຍ, ແບ່ງປັນວ່າ:

“ແນວຄວາມຄິດໃນຊຸດສະສົມ ທະວີຄູນ ຄັ້ງນີ້ຂອງຂ້າພະເຈົ້າ ແມ່ນຢາກເນັ້ນໜັກເຖິງ 3 ຄຸນຄ່າວັດທະນະທຳ. ນັ້ນແມ່ນຂ້າພະເຈົ້າໄດ້ນຳໃຊ້ບັນດາຜະລິດຕະພັນຈາກໝູ່ບ້ານແພໄໝ ແລະ ນຳໃຊ້ວິຈິດສິນສົມທົບເຂົ້າໃນຊຸດສະສົມ ແລະ ບັນດາຄຸນຄ່າກ່ຽວກັບຄວາມງາມ. ນັ້ນແມ່ນກ່ຽວກັບການປະສົມປະສານສີ ແລະ ການຈັດແບ່ງ, ໂຄງປະກອບຂອງຜະລິດຕະພັນ. ພິເສດ, ຂ້າພະເຈົ້າໄດ້ຕົບແຕ່ງແພໄໝດ້ວຍວິທີທີ່ເປັນມູນເຊື້ອຂອງ ຫວຽດນາມ ແຕ່ວ່າດ້ວຍວິທີອອກແບບໃໝ່ສຸດໃຫ້ແກ່ເສື້ອຝ້າຍປີນີ້”.

ລາຍການ “ເສັ້ນທາງແພໄໝ” ຍັງດຳເນີນຫຼາຍລາຍການສະແດງສິລະປະ, ດຶງດູດຜູ້ມາຊົມເປັນຈຳນວນຫຼວງຫຼາຍຄື ລາຍການດົນຕີປະສານສຽງ ມໍລະດົກທີ່ເປັນມູນເຊື້ອ ແລະ ຍຸກປະຈຸບັນຂອງ ຫວຽດນາມ, ເຂົ້າຮ່ວມການຄົ້ນຫາເຕັກໂນໂລຊີ VR3D – “ງານບຸນອອກແບບປະດິດຄິດສ້າງ 2022”; ງານວາງສະແດງພາບຖ່າຍ “ຫວຽດນາມ - ບ້ານເກີດເມືອງນອນຂອງຂ້ອຍ” ຢູ່ຖະໜົນຍ່າງເຂດໜອງ ຮ່ວາງກຽມ. ເອື້ອຍ ຮ່ວາງກຸຍ, ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ, ແບ່ງປັນວ່າ:

“ຂ້າພະເຈົ້າພ້ອມກັບຄອບຄົວມາ ຮ່າໂນ້ຍ ໄດ້ 2 ວັນແລ້ວ, ໄດ້ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳຫຼາຍຢ່າງ ໃນລາຍການ “ເສັ້ນທາງແພໄໝ”. ພວກຂ້າພະເຈົ້າບໍ່ມີເງື່ອນໄຂທີ່ຈະໄປທ່ຽວຢ້ຽມຢາມທົ່ວຮ່າໂນ້ຍ, ແຕ່ວ່າການເຄື່ອນໄຫວທີ່ຈັດຂຶ້ນຢູ່ຄຸ້ມເມືອງເກົ່າ ຮ່າໂນ້ຍ, ພ້ອມກັບການເຂົ້າຮ່ວມຂອງບັນດານັກສິລະປະການ, ນາຍຊ່າງ, ນັກສິລະປິນ, ນັກແຕ້ມ, ນັກອອກແບບ… ໄດ້ຊ່ວຍໃຫ້ຄອບຄົວຂອງຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບ ຮ່າໂນ້ຍ. ຈາກນັ້ນ, ມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບວັດທະນະທຳຂອງເຂດເມືອງຫຼວງໃນເມື່ອກ່ອນທີ່ໄດ້ປົກປັກຮັກສາມາເປັນເວລານັບພັນປີ”.

ບັນດາເຫດການໄດ້ຈັດຂຶ້ນຢູ່ເຂດຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ດ້ວຍສີສັນວັດທະນະທຳຂອງ “ຖະໜົນ36 ສາຍ” ຕິດພັນກັບວິວັດທະນາການແຫ່ງການພັດທະນາຂອງດິນແດນ ທັງລອງ - ຮ່າໂນ້ຍ, ອັນໄດ້ສ້າງຂີດໝາຍໃຫ້ແກ່ແຂກທ່ອງທ່ຽວຈາກທຸກສາລະທິດ./.

ຕອບກັບ

ຂ່າວ/ບົດ​ອື່ນ