(VOVWORLD) -
ໄຊຊະນະ ດ້ຽນບຽນຝູ - ໄຊຊະນະ “ສັ່ນສະເທືອນ 5 ທະວີບ” ບໍ່ພຽງແຕ່ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນ, ປະເທດ ຫວຽດນາມ ເທົ່ານັ້ນ. ຫາກຍັງແມ່ນໄຊຊະນະສຳຄັນສຳລັບການປະຕິວັດລາວ ແລະ ມີຄວາມໝາຍພິເສດສຳລັບການຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ອີກດ້ວຍ.
ກອງປະຊຸມຜູ້ແທນລັດຖະບານສອງປະເທດ ຫວຽດນາມ ແລະ ລາວ ພິຈາລະນາແຜນການເປີດບັ້ນຮົບລາວເທິງ ປີ 1953 (ພາບເອກະສານ)
|
ການຕໍ່ສູ້ຂອງປະຊາຊົນ ຫວຽດນາມ ຕ້ານລ່າເມືອງຂຶ້ນ ຝລັ່ງ ມີຄວາມສະໜິດຕິດພັນແໜ້ນແຟ້ນກັບການຕໍ່ສູ້ກູ້ຊາດຂອງປະຊາຊົນລາວ, ປະຊາຊົນ ກຳປູເຈຍ ແລະ ພາລະກິດແຫ່ງການຕໍ່ສູ້ຂອງບັນດາປະເທດທີ່ຖືກກົດຂີ່ຂູດຮີດ, ຂອງປະຊາຊົນທີ່ກ້າວໜ້າໃນໂລກ, ເພື່ອແນໃສ່ປົດປ່ອຍຊາດ, ປົດປ່ອຍສັງຄົມ, ປົກປັກຮັກສາສັນຕິພາບ, ຕ້ານສົງຄາມຮຸກຮານ. ໃນທ້າຍສະຕະວັດທີ 19, ຝລັ່ງ ໄດ້ຮຸກຮານ ອິນດູຈີນ, ຫວັງຢາກເຮັດໃຫ້ປະເທດລາວ ເປັນປະເທດຫົວເມືອງຂຶ້ນໃນປີ 1893. ຫຼັງຈາກນັ້ນ, ເຂົາໄດ້ກົດຂີ່ຂູດຮີດປະຊາຊົນລາວ. ແຕ່ດ້ວຍມູນເຊື້ອຕໍ່ສູ້ທີ່ບໍ່ຍອມຈຳນົນ, ປະຊາຊົນລາວ ໄດ້ພ້ອມກັນລຸກຮື້ຂຶ້ນເພື່ອຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝລັ່ງ ດ້ວຍຂະບວນການຕ່າງໆດຳເນີນໃນທົ່ວປະເທດ. ໄປຄຽງຄູ່ກັບຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນ ອິນດູຈີນ, ບັນດາຜູ້ຮັກຊາດຂອງລາວ ໄດ້ສົມທົບກັບພັກກອມມູນິດ ອິນດູຈີນ ເພື່ອຊີ້ນຳການຕໍ່ສູ້ຂອງປະຊາຊົນລາວ.
ໃນປີ 1954, ໄຊຊະນະ ດ້ຽນບຽນຝູ ທີ່ສັ່ນສະເທືອນ 5 ທະວີບຂອງປະຊາຊົນ ຫວຽດນາມ ໄດ້ບັງຄັບໃຫ້ ຝລັ່ງ ຕ້ອງຍອມເຊັນສັນຍາ ເຊີແນວ ເພື່ອຢຸດຕິສົງຄາມ, ຮັບຮູ້ພື້ນຖານເອກະລາດ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລາວ, ຫວຽດນາມ ແລະ ກຳປູເຈຍ, ຮັບຮູ້ຖານະບົດບາດທີ່ຖືກຕ້ອງຕາມກົດໝາຍ ຂອງກຳລັງປະຕິວັດລາວ. ໄຊຊະນະ ດ້ຽນບຽນຝູ ໄດ້ສ້າງບາດລ້ຽວສຳຄັນໃນປະຫວັດສາດການຕໍ່ສູ້ຂອງການປະຕິວັດລາວ. ເມື່ອເວົ້າເຖິງບາດລ້ຽວປະຫວັດສາດສຳຄັນຍິ່ງນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ, ໃຫ້ຮູ້ວ່າ:
ສຽງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ
ລ່າເມືອງຂຶ້ນ ຝລັ່ງ ໄດ້ກັບມາຮຸກຮານ ລາວ ເທື່ອທີສອງ ໃນປີ 1946
(ພາບເອກະສານ)
|
ໄລຍະ 1953 – 1954, ກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ໄດ້ເປີດບັນດາບັ້ນຮົບຢູ່ພາກເໜືອຂອງລາວ ແລ້ວລົງຮອດພາກກາງ, ປົດປ່ອຍຜືນແຜ່ນດິນລາວໄດ້ສ່ວນຫຼາຍ. ແຕ່ຕົ້ນປີ 1954, ບັນດາກົມກອງປົດປ່ອຍລາວ ແລະ ທະຫານອາສາສະໝັກ ຫວຽດນາມ ໄດ້ເປີດບັ້ນຮົບ ນ້ຳອູ, ຫຼັງຈາກນັ້ນແມ່ນບຸກເຂົ້າ ເມືອງຄວາ, ປົດປ່ອຍ ທາງທິດຕາເວັນອອກ ຫຼວງພະບາງຢ່າງສົມບູນ. ໄຊຊະນະບັ້ນຮົບ ນ້ຳອູ ໄດ້ມ້າງທຳລາຍຖານທັບ ແລະ ທາງຖອຍຂອງສັດຕູ, ເຮັດໃຫ້ ດ້ຽນບຽນຝູ ຕົກຢູ່ໂດດດ່ຽວ, ອັນໄດ້ສ້າງເງື່ອນໄຂສະດວກໃຫ້ກອງທັບ ຫວຽດນາມ ມ້າງທຳລາຍທີ່ໝັ້ນ ດ້ຽນບຽນຝູ.
ເມື່ອສັນຍາ ເຊີແນວ ໄດ້ຮັບການລົງນາມ, ອາເມລິກາ ກໍ່ໄດ້ແຊກແຊງເຂົ້າ 3 ປະເທດ ອິນດູຈີນ, ດ້ວຍກົນອຸບາຍຢາກນຳປະເທດ ລາວ, ພາກໃຕ້ ຫວຽດນາມ ແລະ ກຳປູເຈຍ ເຂົ້າເປັນ “ເຂດອາລັກຂາ” ຂອງ ອາເມລິກາ. ການກຳເນີດຂອງພັກປະຊາຊົນລາວ ແລະ ຄະນະພັກການທະຫານສູນກາງລາວ ໃນຕົ້ນປີ 1955 ໄດ້ເປັນຂີດໝາຍບາດລ້ຽວສຳຄັນໃນປະຫວັດສາດແຫ່ງການຕໍ່ສູ້ຂອງການປະຕິວັດລາວ. ນັ້ນກໍ່ແມ່ນການຫັນປ່ຽນທີ່ຈຳເປັນໃຫ້ແກ່ການພັດທະນາກະໂດດຂັ້ນຂອງການປະຕິວັດ ແລະ ກອງທັບ ລາວ ໃນໄລຍະຕໍ່ໆມາ. ຕໍ່ໜ້າກົນອຸບາຍຂອງຈັກກະພັດ ອາເມລິກາ ສຳລັບການປະຕິວັດລາວນັ້ນ, ລັດຖະບານຕໍ່ສູ້ ແລະ ກະຊວງປ້ອງກັນປະເທດລາວ ໄດ້ກຳນົດເລື່ອງຍູ້ແຮງການກໍ່ສ້າງກອງທັບແມ່ນໜ້າທີ່ສຳຄັນທີ່ສຸດ, ແມ່ນວຽກງານຈຸດສຸມໜຶ່ງ. ຕາມສັນຍາ ເຊີແນວ ນັ້ນ, ກອງທັບລາວອິດສະຫຼະ ໄດ້ເຕົ້າໂຮມຢູ່ 2 ແຂວງ ຫົວພັນ ແລະ ຜົ້ງສາລີ. ເວລານີ້, ຂະບວນການຊາວໜຸ່ມເຂົ້າຮ່ວມກອງທັບໄດ້ດຳເນີນຢ່າງຟົດຟື້ນຢູ່ທຸກເຂດພາກທີ່ກອງທັບອິດສະຫຼະ ໄປຜ່ານ. ທ່ານ ຈຸມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ເລົ່າຄືນສູ່ຟັງວ່າ:
ສຽງທ່ານ ຈຸມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ
ໄຊຊະນະອັນຍິ່ງໃຫຍ່ ດ້ຽນບຽນຝູ ແມ່ນພະຍານຫຼັກຖານກ່ຽວກັບການສົມທົບກັນ, ການໜູນຊ່ວຍ ແລະ ເຂົ້າເມັດຫັກ, ຜັກເສັ້ນດຽວກໍ່ແບ່ງກັນກິນ, ພ້ອມກັນຮຽງບ່າຮຽງໄຫຼ່ຕ້ານສັດຕູໂຕດຽວກັນບົນຈິດໃຈຮ່ວມທຸກຮ່ວມສຸກໃນຊຸມເດືອນປີຢູ່ຕະຄອງດຽວກັນ, ຈຶ່ງເຮັດໃຫ້ການປະຕິວັດໂດຍປະຊາຊົນລາວປະຕິບັດສິ້ນສຸດລົງ, ພາໄປເຖິງການສ້າງຕັ້ງປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975./.