ຊາວໜຸ່ມ ຊອັກຈັງ ປະສົບຜົນສຳເລັດໃນການ startup ຈາກໃບໂພ

(VOVWORLD) - ມາຮອດປະຈຸບັນ, ມີ 10 ຮ້ານຂາຍສົ່ງວາງຂາຍຜະລິດຕະພັນ “ພວງກຸນແຈທີ່ເຮັດຈາກໃບໂພ” ແລະ “ພາບໃບໂພ” ຂອງອ້າຍ ດັ້ງຢຸຍແຄັງ.
ຊາວໜຸ່ມ ຊອັກຈັງ ປະສົບຜົນສຳເລັດໃນການ startup ຈາກໃບໂພ - ảnh 1(ປີ 2020, ຮາກຖານພາບໃບໄມ້ ຢຸຍແຄັງ ໄດ້ເລີ່ມສ້າງຕັ້ງ, ມີໜ້າຢູ່ຕະຫຼາດ)

ດັ້ງຢຸຍແຄັງ, ຢູ່ນະຄອນ ຊອັກຈັງ, ແຂວງ ຊອັກຈັງ, ໄດ້ startup ບັນລຸຜົນສຳເລັດດ້ວຍແນວຄວາມຄິດທີ່ເປັນເອກະລັກສະເພາະຈາກໃບໂພ. ອ້າຍໄດ້ຜະລິດອອກຮູບແບບບັນດາຜະລິດຕະພັນ “ພວງກຸນແຈຈາກໃບໂພ” ແລະ “ພາບໃບໂພ”, ດ້ວຍຄວາມປາດຖະໜາຢາກຜະລິດອອກຜະລິດຕະພັນເຄື່ອງທີ່ລະນຶກທີ່ມີຂີດໝາຍສະເພາະຂອງເຂດດິນແດນ ຊອັກຈັງ.

“ຂ້າພະເຈົ້າມີຄວາມຄິດ startup ແຕ່ຍັງບໍ່ທັນຮູ້ຈະເລີ່ມຈາກໃສ, ສ້າງອາຊີບຄືແນວໃດ. ມີເທື່ອໜຶ່ງ, ຂ້າພະເຈົ້າໄປວັດ ຂ້າພະເຈົ້າເຫັນບັນດາໃບໂພຫຼົ່ນ ເຫຼືອພຽງແຕ່ໂຄງໃບເທົ່ານັ້ນ, ເຫັນວ່າງາມຫຼາຍ, ຂ້າພະເຈົ້າໄດ້ເລີ່ມຄົ້ນຄວ້າເຮັດແນວໃດເພື່ອຜະລິດເປັນຂອງຂວັນຂອງຝາກທີ່ມີຄວາມໝາຍທາງດ້ານພຸດທະສາສະໜາ, ຍ້ອນເຫດນັ້ນ ຂ້າພະເຈົ້າໄດ້ຜະລິດອອກຜະລິດຕະພັນນີ້”.

ປີ 2020, ຮາກຖານພາບໃບໄມ້ ຢຸຍແຄັງ ໄດ້ເລີ່ມສ້າງຕັ້ງ, ມີໜ້າຢູ່ຕະຫຼາດ. ດ້ວຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ, ອ້າຍ ແຄັງ ພ້ອມກັບບັນດາເພື່ອນໃນຮາກຖານໄດ້ຄົ້ນຄວ້າ ສະເໜີຫຼາຍແນວຄວາມຄິດເພື່ອດັດປັບ, ເອົາວັດຖຸດິບຈາກໃບໄມ້ມາຜະລິດອອກເປັນຫຼາຍຜະລິດຕະພັນແຜ່ນພາບ, ພວງກຸນແຈທີ່ມີຫຼາຍຮູບຫຼາຍແບບ, ງາມຕາ. ໃນເບື້ອງຕົ້ນ, ອ້າຍ ແຄັງ ໄດ້ສ້າງແນວຄິດດຳເນີນທຸລະກິດທີ່ນຳໃຊ້ແຫຼ່ງວັດຖຸດິບ 100% ຈາກທຳມະຊາດຢູ່ທ້ອງຖິ່ນ. ນັບແຕ່ນັ້ນມາຮອດປະຈຸບັນ, ລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດກໍລ້ວນແລ້ວແຕ່ຮັບຮູ້ບັນດາຜະລິດຕະພັນຂອງຮາກຖານນີ້. ໄລ່ຮອດເດືອນ ກັນຍາ 2024, ຮາກຖານຂອງອ້າຍໄດ້ຈຳໜ່າຍພວງກຸນແຈກວ່າ 30.000 ອັນ ແລະ ພາບຫຼາຍຊະນິດກວ່າ 50 ແຜ່ນ. ອ້າຍ ດັ້ງຢຸຍແຄັງ, ແບ່ງປັນວ່າ:

“ປະຈຸບັນ, ຈຳນວນລູກຄ້າຂ້ອນຂ້າງກວ້າງ ມີທັງຢູ່ພາຍໃນ ແລະ ຕ່າງປະເທດ. ກ່ອນນີ້ພຽງແຕ່ຈຳໜ່າຍຢູ່ພາຍໃນແຂວງເທົ່ານັ້ນ, ມີຈຳນວນໜ້ອຍ, ກໍ່ຍ້ອນວ່າຫາກໍ່ startup, ຫຼັງຈາກນັ້ນ ກໍ່ຄ່ອຍໆຈຳໜ່າຍອອກໃຫ້ກວ້າງກວ່າ, ໄປສູ່ຫຼາຍແຂວງກວ່າ, ແລະ ປະຈຸບັນແມ່ນມີປະເທດຈຳນວນໜຶ່ງກໍ່ຊື້ຜະລິດຕະພັນຂອງຂ້າພະເຈົ້າ, ຂ້າພະເຈົ້າບໍ່ໄດ້ສົ່ງອອກໂດຍກົງ ຫາກຜ່ານຫົວໜ່ວຍອື່ນເພື່ອສົ່ງອອກ”.

ຊາວໜຸ່ມ ຊອັກຈັງ ປະສົບຜົນສຳເລັດໃນການ startup ຈາກໃບໂພ - ảnh 2(ແຜ່ນພາບເຮັດຈາກໃບໂພ)

ພ້ອມກັບບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຮາກຖານຍັງສົມທົບກັບຄະນະຊາວໜຸ່ມ - ຄະນະກຳມະການສະມາຄົມຕາແສງ 4 (ນະຄອນ ຊອັກຈັງ) ເປີດບັນດາຊຸດສອນອາຊີບ. ມາຮອດປະຈຸບັນ, ມີ 10 ຮ້ານຂາຍສົ່ງວາງຂາຍຜະລິດຕະພັນ “ພວງກຸນແຈທີ່ເຮັດຈາກໃບໂພ” ແລະ “ພາບໃບໂພ” ຂອງອ້າຍ ດັ້ງຢຸຍແຄັງ. ຈາກນັ້ນ, ກໍ່ໄດ້ສ້າງແຫຼ່ງລາຍຮັບເປັນປົກກະຕິ ແລະ ເຊື່ອມຕໍ່ກັບຫຼາຍຄອບຄົວໃນລະບົບການຜະລິດ ເພື່ອຜະລິດອອກຫຼາຍຜະລິດຕະພັນກວ່າ, ຖ່າຍທອດແນວພັນປູກ ແລະ ຮັບຜິດຊອບສົ້ນອອກໃຫ້ແກ່ສະມາຊິກຊາວໜຸ່ມ, ສະມາຊິກສະມາຄົມຢູ່ທ້ອງຖິ່ນ. ໃນໄລຍະຜ່ານມາ, ຮາກຖານໄດ້ແນະນຳ ແລະ ແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານ 6 ຄົນຢູ່ທ້ອງຖິ່ນຢ່າງເປັນປະຈຳ; ມີ 13 ຄົນເຮັດຊົ່ວຄາວ ດ້ວຍລາຍຮັບແຕ່ 3.500.000 ດົ່ງ (140 USD) – 8.000.000 ດົ່ງ (320 USD)/ເດືອນ.

ດ້ວຍບັນດາຜົນງານທີ່ບັນລຸໄດ້ນັ້ນ, ປີ 2023, ອ້າຍ ດັ້ງຢຸຍແຄັງ ເປັນກຽດໄດ້ເປັນ 1 ໃນຈຳນວນຊາວໜຸ່ມດີເດັ່ນ 43 ຄົນທີ່ໄດ້ຮັບລາງວັນ ເລືອງດິ່ງກົວ ຄັ້ງທີ 18 ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຂຶ້ນຢູ່ແຂວງ ຊອັກຈັງ. ອ້າຍ ດັ້ງຢຸຍແຄັງ ແບ່ງປັນວ່າ, ໃນໄລຍະຈະມາເຖິງ, ຈະສືບຕໍ່ມານະພະຍາຍາມ, ປະດິດຄິດສ້າງຜະລິດບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳຈາກໃບໂພ ເພື່ອຮັກສາ ແລະ ເປີດກວ້າງຂອບຂະໜາດການຜະລິດ, ຈາກນັ້ນ ກໍ່ປະກອບສ່ວນລະດົມກຳລັງໃຈ, ປຸກລຸກຈິດໃຈ startup, ກໍ່ຮ່າງສ້າງຕົວໃຫ້ແກ່ສະມາຊິກຊາວໜຸ່ມໃນບໍລິເວນແຂວງ.

“ແຜນການຂອງຂ້າພະເຈົ້າແມ່ນ ນອກຈາກໂຄງໃບໂພເພື່ອຜະລິດອອກເປັນເຄື່ອງທີ່ລະນຶກໃຫ້ແກ່ແຂກທ່ອງທ່ຽວເມື່ອມາຢ້ຽມຢາມແຂວງ ຊອັກຈັງ ແລ້ວ, ຂ້າພະເຈົ້າກໍ່ພວມຄົ້ນຄວ້າຜະລິດຕະພັນຈຳນວນໜຶ່ງທີ່ເຮັດຈາກໃບໂພ, ຄື: ສະບູເຮັດຈາກໂພ ແລະ ທາດທຳມະຊາດຈຳນວນໜຶ່ງຢູ່ທ້ອງຖິ່ນ. ພ້ອມກັນນັ້ນ, ຂ້າພະເຈົ້າຍັງຜະລິດອອກຜະລິດຕະພັນຈຳນວນໜຶ່ງທີ່ເຮັດຈາກໃບໂພຕື່ມອີກ”.

ຈາກຜົນສຳເລັດຂອງຮູບແບບຂອງອ້າຍ ດັ້ງຢຸຍແຄັງ ນັ້ນ, ສະຫະສະມາຄົມຊາວໜຸ່ມ ຫວຽດນາມ ແຂວງ ຊອັກຈັງ ໄດ້ທະວີຄູນ ແລະ ໜູນຊ່ວຍຫຼາຍຮູບແບບ startup ຂອງກຳລັງຊາວໜຸ່ມໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ