ກອງ​ປະ​ຊ​ຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ຂັ້ນ​ຕ່າງໆ: ຄວາມ​ຮັບ​ຜິດ​ຊອບ, ບັນ​ຍາ​ກາດ​ໃໝ່

(VOVWORLD) -  ຫວຽດນາມ ຫາກໍ່ຈັດກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ອາຍຸການ 2025-2030 ສຳເລັດຜົນ. 40 ກອງປະຊຸມໃຫຍ່ອົງຄະນະພັກຂຶ້ນກັບສູນກາງໄດ້ສຳເລັດກ່ອນ 12 ວັນເມື່ອທຽກັບການກຳນົດ. ໝາກຜົນກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ແມ່ນປະຖົມປັດໄຈເພື່ອຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກສຳເລັດຜົນ ຊື່ງຈະຈັດຂຶ້ນໃນຕົ້ນປີ 2026, ແມ່ນໜຶ່ງໃນບັນດາປັດໄຈແກ່ນສານສ້າງພື້ນຖານດ້ານການ ເມືອງອັນໜັກແໜ້ນ ນຳປະເທດຊາດພັດທະນາ.
ກອງ​ປະ​ຊ​ຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ຂັ້ນ​ຕ່າງໆ: ຄວາມ​ຮັບ​ຜິດ​ຊອບ, ບັນ​ຍາ​ກາດ​ໃໝ່ - ảnh 1

ກອງປະຊຸມໃຫຍ່ອົງຄະນະພັກແຂວງ ດຽ້ນບຽນ ອາຍຸການ 2025-2030 (ພາບ: TTXVN)

  ກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ອາຍຸການ 2025-2030 ມີ 3 ເນື້ອໃນຈຸດສຸມຄື: ປຶກສາຫາລື, ຮັບຮອງເອົາເອກະສານກອງປະຊຸມໃຫຍ່ອົງຄະນະພັກຂັ້ນຂອງຕົນ ແລະ ປະກອບຄຳເຫັນເຂົ້າໃນຮ່າງເອກະສານກອງປະຊຸມໃຫຍ່ອົງຄະນະພັກຂັ້ນເທິງ,

ກອງ​ປະ​ຊ​ຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ຂັ້ນ​ຕ່າງໆ: ຄວາມ​ຮັບ​ຜິດ​ຊອບ, ບັນ​ຍາ​ກາດ​ໃໝ່ - ảnh 2

ກອງປະຊຸມໃຫຍ່ອົງຄະນະພັກນະຄອນເຫ້ວ ອາຍຸການ 2025-2030 (ພາບ: TTXVN)

   ເອກະສານກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກ; ຄັດເລືອກບຸກຄະລາກອນເຂົ້າຮ່ວມອົງຄະນະພັກຂັ້ນຕ່າງໆ; ສ້າງບຸກລະລາກອນໃນລະບົບອົງການການນຳຂອງພັກໃຫ້ສົມບູນແບບ ຈາກຂັ້ນຮາກຖານ ຕະຫຼອດຮອດຂັນສູງກາງ.

 ຄວາມຮັບຜິດຊອບ, ບັນຍາກາດໃໝ່

  ບັນດາກອງປະຊຸມໃຫຍ່ໄດ້ສະຫງວນເວລາເພື່ອປຶກສາຫາລືເອກະສານກອງປະຊຸມໃຫຍ່. ຮູບແບບຈັດການປຶກສາຫາລືກ່ອນ ແລະ ໃນເວລາຈັດກອງປະຊຸມມີຫຼາຍຮູບແບບ; ສົມທົບລະຫວ່າງການປຶກສາຫາລືຢູ່ໜ່ວຍ ແລະ ກ່າວຄຳເຫັນໂດຍກົງຢູ່ຫໍປະຊຸມ. ເນື້ອໃນການປະກອບຄຳເຫັນໄດ້ຮັບການກະກຽມຢ່າງລອບຄອບ, ບັນດາຍາດປຶກສາຫາລືມີຄວາມຟົດຟື້ນ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່.

    ຈິດໃຈປ່ຽນແປງໃໝ່ໃນການສ້າງເອກະສານ ກໍ່ໄດ້ສະແດງອອກຢູ່ກອງປະຊຸມໃຫຍ່ອົງຄະນະພັກທ້ອງຖິ່ນຕ່າງໆ, ໃນນັນມີນະຄອນຫຼວງຮ່າໂນ້ຍ. ຕາມທ່ານສາດສະດາຈານ, ປະລິນຍາເອກ ຫງວຽນແອັງຈີ, ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນຫຼວງຮ່າໂນ້ຍ ໄດ້ສະແດງໃຫ້ເຫັນວິໄສທັດການພັດທະນາ ນະຄອນຫຼວງໃນໄລຍະໃໝ່ຢ່າງຈະແຈ້ງ, ມຸ່ງໄປເຖິງຕົວເມືອງທັນສະໄໝ, ອັດສະລີຍະ, ສີຂຽວ ແລະ ຍືນຍົງ.

ອາດເວົ້າໄດ້ວ່າ 3 ບຸກທະລຸຂອງນະຄອນຫຼວງແມ່ນດີທີ່ສຸດ. ຍາມໃດ ແຫຼ່ງຊັບພະຍາກອນມະນຸດກໍ່ແມ່ນທ່າແຮງຂອງນະຄອນຫຼວງ, ເລື່ອງນັ້ນບໍ່ພຽງແຕ່ສະຫງວນສະເພາະໃຫ້ແກ່ນະຄອນຫຼວງເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດອີກດ້ວຍ. ພ້ອມກັນນັ້ນ, ຂອດບຸກທະລຸກ່ຽວກັບດ້ານເຕັກໂນໂລຊີ, ກໍ່ເປັນທີ່ຈະແຈ້ງແລ້ວ, ພວກເຮົາກຳລັງຢູ່ໃນສັງກາດເຕັກໂນໂລຊີ, ການຫັນເປັນດີຈີຕອນຮຽກຮ້ອງຕ້ອງມີການຫັນໄປຢ່າງໄວວາ. ແລະ ການຫັນເປັນສິຂຽວ, ນະຄອນຫຼວງຕ້ອງມີການຫັນປ່ຽນຢ່າງແທ້ຈິງ ເພື່ອຫັນເປັນສີຂຽວກວ່າ, ະອາດກ່ວາ ແລະ ພັດທະນາແບບຍືນຍົງກວ່າອີກ.

          ສິ່ງທີ່ໜ້າສົນໃຈແມ່ນ, ໃນສະພາບການທີ່ທົ່ວປະເທດພວມຍູ້ແຮງການຫັນເປັນດີຈີຕອນ, ຫຼາຍອົງຄະນະພັກໄດ້ປະຕິບັດການຫັນເປັນດີຈີຕອນທັງໝົດຂັ້ນຕອນກອງປະຊຸມ, ເອກະສານ ແລະ ປະຕິບັດບົນພື້ນຖານເຕັກໂນໂລຊີ.

ຄັດເລືອກການນຳທີ່ເປັນແກ່ນສານ

   ວຽກງານກະກຽມດ້ານບຸກຄະລາກອນຂອງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ໄດ້ຮັບການປະຕິບັດຢ່າງລະມັດລະວັງ, ມີແບບມີແຜນ.

  ກ່ຽວກັບໝາກຜົນການບົ່ງຕົວ, ຜ່ານການສັງລວມການລາຍງານໝາກຜົນກອງປະຊຸມໃຫຍ່ຂອງ 23 ອົງຄະນະພັກທ້ອງຖິ່ນ, ບັນດາອົງຄະນະພັກໄດ້ບົ່ງຕົວກຳມະການຄະນະບໍລິຫານງານ 1.669 ທ່ານ; ກຳມະການຄະນະປະຈຳ 461 ທ່ານ, ເລຂາທິການ 23 ທ່ານ. ເລຂາຄະນະພັກຫຼາຍທ່ານລ້ວນແຕ່ເປັນພະນັກງານທີ່ໄດ້ຮັບການບຳລຸງສ້າງຢ່າງມີແບບມີແຜນ, ຜ່ານຫຼາຍຕຳແໜ່ງປະຕິບັດງານ, ໄດ້ຮັບການຝຶກຝົນຫຼໍ່ຫຼອມ ແລະ ທົດສອບຕົວຈິງ, ມີຄວາມສາມາດຮັບໜ້າທີ່ໃນໄລຍະໃໝ່ໄດ້ເປັນຢ່າງດີ.

   ທ່ານ ຫງວຽນດຶກຮ່າ ອະດີດຫົວໜ້າກົມພັກຮາກຖານ ຄະນະຈັດຕັ້ງສູນກາງ ຖືວ່າ:

   ໃນຄັ້ງນີ້, ກົມການເມືອງ ດ້ວຍຄວາມຮັບຜິດຊອບແມ່ນອົງຄະນະພັກຂັ້ນເທິງຈະຕິດຕາມກວດກາ ຄຸ້ມຄອງ, ຕີລາຄາໂດຍກົງ, ເລື່ອງຄັດເລືອກພະນັກງານຈະຊັດເຈນກວ່າ. ມາຮອດປະຈຸບັນ, 100% ເລຂາຄະນະພັກແຂວງ, ນະຄອນ ບໍ່ແມ່ນຊາວທ້ອງຖິ່ນ. ນີ້ແມ່ນວຽກງານທີ່ເຂັ້ມແຂງ, ຂ້ຽວຂາດທີ່ສຸດຂອງກົມການເມືອງ.

              ຄາດວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ທີ່ຈະຈັດຂຶ້ນໃນຕົ້ນປີ 2026 ຈະແມ່ນເຫດການສຳຄັນຍິ່ງຂອງປະເທດຊາດ, ແມ່ນຈຸດເວລາດຳເນີນການປະຕິວັດຮອບດ້ານ, ຄົບຊຸດກ່ຽວກັບການຊັບຊ້ອນກົງຈັດຈັດຕັ້ງໃຫ້ກະທັດລັດ, ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງລະບົບການເມືອງ.

    ກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ອາຍຸການ 2025-2030 ໄດ້ຈັດຂຶ້ນຢ່າງສຳເລັດຜົນ ແມ່ນມີຄວາມໝາຍສຳຄັນພິເສດ. ນີ້ບໍ່ພຽງແຕ່ແມ່ນການດຳເນີນຊີວິດການເມືອງຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວພັກ, ທົ່ວປວງຊົນເທົ່ານັ້ນ, ຫາກຍັງແມ່ນປະຖົມປັດໄຈ ເພື່ອຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງສຳເລັດຜົນອີກດ້ວຍ./.

         

ຕອບກັບ

ຂ່າວ/ບົດ​ອື່ນ