ກອງ​ປະ​ຊຸມ​ໃຫ່​ຍ​ອົງ​ຄະ​ນະ​ພັກ​ຂັ້ນ​ແຂວງ, ນະ​ຄອນ: ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫ່​ຍ​ອົງ​ຄະ​ນະ​ພັກ​ທົ່ວ​ປະ​ເທດ ​ຄັ້ງ​ທີ XIV

(VOVWORLD) - ວັນທີ 11 ກັນຍາ ໄດ້ໄຂກອງປະຊຸມໃຫ່ຍອົງຄະນະພັກແຂວງ ກວາງຫງ້າຍ ອາຍຸການ 2025-2030. ນີ້ແມ່ນກອງປະຊຸມໃຫ່ຍອົງຄະນະພັກແຂວງ, ນະຄອນຂຶ້ນກັບສູນກາງທຳອິດໃນທົ່ວປະເທດ, ເລີ່ມຕົ້ນການຈັດກອງປະຊຸມໃຫ່ຍອົງຄະນະພັກ 34 ແຂວງ, ນະຄອນ, ແມ່ນການດຳເນີນຊີວິດການເມືອງຢ່າງເລິກເຊິ່ງກ້ວາງຂວາງ, ສ້າງປະຖົມປັດໄຈ ມຸ່ງໄປເຖິງກອງປະຊຸມໃຫ່ຍອົງຄະນະພັກທົ່ວປະເທດ ຄັ້ງທີ XIV.
 
ກອງ​ປະ​ຊຸມ​ໃຫ່​ຍ​ອົງ​ຄະ​ນະ​ພັກ​ຂັ້ນ​ແຂວງ, ນະ​ຄອນ: ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫ່​ຍ​ອົງ​ຄະ​ນະ​ພັກ​ທົ່ວ​ປະ​ເທດ ​ຄັ້ງ​ທີ XIV - ảnh 1(ພາບ: dangcongsan.vn)

                ໃນຕົວຈິງສະແດງໃຫ້ເຫັນວ່າ ກອງປະຊຸມໃຫ່ຍອົງຄະນະພັກຂັ້ນຕ່າງໆມີບົດບາດນຳພາ, ກຳນົດທິດ, ຫຼັກແຫຼ່ງ, ມີຜົນສະທ້ອນຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວພັກ ແລະ ທົ່ວສັງຄົມ.

ຄວາມເອກອ້າງທະນົງໃຈ ແລະ ຄວາມຮັບຜິດຊອບ

   ກອງປະຊຸມໃຫ່ຍອົງຄະນະພັກແຂວງ ກວາງຫງ້າຍ ບໍ່ພຽງແຕ່ແມ່ນການສະຫລຸບອາຍຸການ ແລະ ວາງອອກທິດທາງພັດທະນາຂອງທ້ອງຖິ່ນເທົ່ານັ້ນ, ຫາກຍັງໄດ້ເປັນການຢັ້ງຢືນທີ່ຕັ້ງສະຖານທີ່ແດງໃນວຽກງານກໍ່ສ້າງພັກອີກດ້ວຍ.

                        ເລື່ອງຈັດກອງປະຊຸມໃຫ່ຍອົງຄະນະພັກຂັ້ນແຂວງໃໝ່ທຳອິດຂອງທົ່ວປະເທດສຳເລັດຜົນ ໃນອາຍຸການ 2025-2030 ຢູ່ ກວາງຫງ້າຍ ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ຄວາມຄາດຫວັງໃໝ່, ແມ່ນຄຳຢືນຢັນຢ່າງແຮງ: ອົງຄະນະພັກແຂວງ ວາງຫງ້າຍ ມີຄຸນນະທາດ, ພູມປັນຍາ ແລະ ຄວາມສາມາດຢ່າງພຽງພໍ ເພື່ອແບກຫາບບົດບາດນຳໜ້າ. ທ່ານນາງ ບຸ່ຍທິກວິ່ງເວິນ, ກຳມະການສູນການພັກ, ເລຂາຄະນະພັກແຂວງ ກວາງຫງ້າຍ ໃຫ້ຮູ້ວ່າ:

    ພາຍຫຼັງໄດ້ໂຮມແຂວງ ກວາງຫງ້າຍ ແລະ ກອນຕຸມ ເຂົ້ານຳກັນ, ແຂວງ ກວາງຫງ້າຍ ໃໝ່ ມີເນື້ອທີ່ກ້ວາງອັນດັບທີ 5 ຂອງທົ່ວປະເທດ. ໃນນັ້ນ, ມີຫຼາຍເງື່ອນໄຂໃຫ້ແກ່ການພັດທະນາເຂດທະເລ; ເຊື່ອມຕໍ່ທິດຕາເວັນອອກ ຕາເວັນຕົກລຽບຕາມເຂດຊາຍແດນຕະຫຼອດຮອດປາກທະເລ; ມີເງື່ອນໄຂ, ທ່າໄດ້ປຽບໃນການພັດທະນາເສດຖະກິດສັງຄົມ. ເປົ້າໝາຍລຸລ່ວງແມ່ນສ້າງແຂວງອຸດສາຫະກຳພັດທະນາ, ໃນນັ້ນ ເປັນເຈົ້າການໃນການຮຽກຮ້ອງບັນດານັກລົງທຶນເຂົ້າຮ່ວມການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ສ້າງຍຸດທະສາດໃຫ້ແກ່ແຕ່ລະຂະແໜງ, ຂົງເຂດ.

ຈາກທ້ອງຖິ່ນ ໄປຮອດຂອບຂະໜາດແຫ່ງຊາດ

  ບໍ່ພຽງແຕ່ມີຄວາມໝາຍສະເພາະສຳລັບແຂວງ ກວາງຫງ້າຍ ເທົ່ານັ້ນ, ກອງປະຊຸມໃຫ່ຍຄັ້ງນີ້ ຍັງແມ່ນເຫດການການເມືອງທີ່ມີກຳລັງແຜ່ຈະຈາຍໃນທົ່ວປະເທດ, ເປີດສາກການຈັດກອງປະຊຸມໃຫ່ຍອົງຄະນະພັກບັນດາແຂວງ, ນະຄອນ, ສ້າງບັນຍາກາດຟົດຟື້ນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈໃນໝູ່ ປຊຊ ກ່ຽວກັບການປ່ຽນແປງໃໝ່ໃນວິທີການນຳພາຂອງພັກ.

  ໃນບົດຂຽນເມື່ອເດືອນກຸມພາ ປີ 2025, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ຢືນຢັນວ່າ ກອງປະຊຸມໃຫ່ຍອົງຄະນະພັກຂັ້ນຕ່າງໆ ອາຍຸການ 2025-2030 ມີຄວາມໝາຍສຳຄັນພິເສດ. ນີ້ບໍ່ພຽງແຕ່ແມ່ນການດຳເນີນຊີວິດດ້ານການເມືອງທີ່ໃຫ່ຍຫຼວງ, ເລິກເຊິ່ງກ້ວາງຂວາງໃນທົ່ວພັກ, ທົ່ວປວງຊົນເທົ່ານັ້ນ, ຫາກຍັງແມ່ນປະຖົມປັດໄຈເພື່ອຈັດກອງປະຊຸມໃຫ່່ຍຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກອີກດ້ວຍ.

   ສູງກ່ວານັ້ນແມ່ນ ບັນດາເຫດການນີ້ແມ່ນໜຶ່ງໃນບັນດາປັດໄຈແກ່ນສານ ສ້າງພື້ນຖານດ້ານການເມືອງອັນໝັ້ນຄົງ ນຳປະເທດຊາດກ້າວເຂົ້າສັງກາດໃໝ່ຢ່າງໜັກແໜ້ນ, ສັງກາດແຫ່ງການພັດທະນາ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ຈະເລີນຮຸ່ງເຮືອງ.

          ຄຳສັ່ງເລກທີ 45 ຂອງກົມການເມືອງ ສະບັບລົງວັນທີ 14 ເມສາ ປີ 2025 ກ່ຽວກັບກອງປະຊຸມໃຫ່ຍອົງຄະນະພັກຂັ້ນຕ່າງໆມຸ່ງໄປເຖິງ ກອງປະຊຸມໃຫ່່ຍຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ກໍ່ໄດ້ເນັ້ນໜັກວ່າ ກອງປະຊຸມໃຫ່ຍອົງຄະນະພັກຂັ້ນຕ່າງໆ ອາຍຸການ 2025-2030 ແມ່ນການດຳເນີນຊິດດ້ານການເມືອງເລິກເຊິ່ງກ້ວາງຂວາງ, ຈັດຂຶ້ນໃນສະພາບການທີ່ປະເທດຊາດຍາດໄດ້ຫຼາຍຜົນງານອັນໃຫ່ຍຫຼວງ, ບັນດາໝາກຜົນທີ່ສຳຄັນ, ພົ້ນເດັ່ນ, ຮອບດ້ານໃນທຸກຂົງເຂດ; ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຮັບການເສີມຂະຫຍາຍຢ່າງແຮງ; ຄວາມເຊື່ອໝັ້ນຂອງ ປຊຊ ທີ່ມີຕໍ່ພັກ ນັບມື້ນັບໄດ້ຮັບການປັບປຸງ, ເພີ່ມທະວີ.

               ກອງປະຊຸມໃຫ່່ຍຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຈະຖືກຈັດຂຶ້ນໃນຕົ້ນປີ 2026. ການດຳເນີນປະຊຸມໃຫ່ຍອົງຄະນະພັກຂັ້ນແຂວງ, ນະຄອນ ໄດ້ປະກອບສ່ວນປະຕິບັດສຳເລັດບັນດາເປົ້າໝາຍ, ຄາດໝາຍ, ແຜນການໂດຍສູນກາງວາງອອກ, ເຂົ້າໃນຂີດໝາຍພິເສດ ບົນເສັ້ນທາງພັດທະນາຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ