ຈາກ​ການ​ຄຸ້ມ​ຄອງ​ຮອດ​ການ​ບໍ​ລິ​ຫານ: ບ້າດ​ກ້າວເດີນໃນດ້ານ​ຈິນ​ຕະ​ນາ​ການ

(VOVWORLD) - 

  ຢູ່ກອງປະຊຸມໃຫ່ຜູ້ແທນທົ່ວປະເທດຄັ້ງທີ XIII, ເປັນຄັ້ງທຳອິດທີ່ພັກກອມມູນິດ ຫວຽດນາມ ໄດ້ຍົກອອກຄຳນິຍາມການບໍລິຫານແຫ່ງຊາດເຂົ້າໃນເອກະສານ ຊື່ງໄດ້ເປີດໜ້າໃໝ່ກ່ຽວກັບຈິນຕະການການໃນການບໍລິຫານປະເທດຊາດຕາມທິດ: ທັນສະໄໝ, ຈະແຈ້ງ ແລະ ແກ່ງແຍ້ງຢ່າງມີປະສິດທິຜົນ. ຈິດໃຈດັ່ງກ່າວສືບຕໍ່ໄດ້ຢັ້ງຢືນໃນຮ່າງບົດລາຍງານການເມືອງ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຄັ້ງທີ XIV ຂອງພັກດ້ວຍຄຳຮຽກຮ້ອງ: ສ້າງລະບົບຄຸ້ມຄອງແຫ່ງລັດ, ການບໍລິຫານແຫ່ງຊາດທັນສະໄໝ, ບັນລຸປະສິດທິຜົ, ຮັບໃຊ້ ແລະ ສ້າງສາພັດທະນາ, ສ້າງລັດຖະບານດີຈີຕອນ, ອຳນາດການປົກຄອງດີຈີຕອນ. ນີ້ແມ່ນບາດກ້າວເດີນດ້ານສະຕິຄວາມຮັບຮູ້ໃນຈິນຕະນາການຂອງພັກ, ຫັນຈາກຮູບ

ຈາກ​ການ​ຄຸ້ມ​ຄອງ​ຮອດ​ການ​ບໍ​ລິ​ຫານ: ບ້າດ​ກ້າວເດີນໃນດ້ານ​ຈິນ​ຕະ​ນາ​ການ - ảnh 1ຄະນະບໍລິຫານງານສູນກາງພັກຊຸດທີ 13 ສະເໜີຕໍ່ກອງປະຊຸມໃຫ່ຍ ( ພາບ: TTXVN)

     ທາດແທ້ຂອງການບໍລິຫານແຫ່ງຊາດທັນສະໄໝ ແມ່ນສ້າງຮູບແບບລັດແຫ່ງນິຕິບັນຍັດທີ່ສັດຊື່ບໍລິສຸດ ແລະ ມີກຳລັງຄວາມສາມາດຮັບໃຊ້ ປຊຊ. ຢູ່ທີ່ນັ້ນ, ກົດໝາຍແມ່ນເຄື່ອງມື, ຂໍ້ມູນແມ່ນພື້ນຖານ, ມະນຸດເປັນໃຈກາງ ແລະ ການພັດທະນາແມ່ນເປົ້າໝາຍ.

 ຮັບໃຊ້ ປຊຊ ຢ່າງຕັ້ງໜ້າ

   ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາກວ່າ 5 ເດືອນ, ຮູບແບບການບໍລິຫານແຫ່ງຊາດພວມຫັນຈາກສະພາບການທີ່ອຳນາດການປົກຄອງອົດຮັບ, ໜັກໜ່ວງກ່ຽວກັບການຄຸ້ມຄອງເປັນສ່ວນຫຼາຍ ໄປສູ່ສະພາບການເປັນເຈົ້າການ, ຮັບໃຊ້ ປຊຊ ຢ່າງຕັ້ງໜ້າ ແລະ ສ້າງສາພັດທະນາ. ທ່ານ ໂດ້ຊວັນຮຽວ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຮວ່າຝູ, ແຂວງ ດັກລັກ ໃຫ້ຮູ້ວ່າ:

  ປະຈຸບັນແມ່ນອຳນາດການປົກຄອງຮັບໃຊ້ ແທນທີ່ລໍຖ້າ , ອຳນາດການປົກຄອງຕ້ອງໄປເຖິງ , ວິສາຫະກິດ. ເປັນເຈົ້າການກຳໄດ້ຄວາມຕ້ອງການຂອງ , ວິສາຫະກິດ ເພື່ອສ້າງນະໂຍບາຍ, ວາງອອກບັນດາແຜນການ, ໂຄງການ ແລ້ວຈະຕອບສະໜອງຄວາມຕ້ອງການຂອງ .

ບາດກ້າວເດີນຂອງຈິນຕະນາການບໍລິຫານທັນສະໄໝ

  ໃນຮູບແບບການບໍລິຫານແບບເກົ່າ, ການບໍລິຫານເຄີຍຕິດພັນກັບຄຳສັ່ງບໍລິຫານ ແລະ ບົດຮຽນປະສົບການ. ປະຈຸບັນ, ຄວາມສາມາດໃນການນຳພາຍັງໄດ້ຖືກວັດແທກດ້ວຍຄວາມສາມາດອອກຄຳຕັດສິນອີງບົນຂໍ້ມູນ, ພະຍານຫຼັກຖານ ແລະ ການຕອບກັບຈາກສັງຄົມ. ທ່ານ ຫງວຽນກວາງດົ່ງ ຫົວໜ້າສະຖາບັນຄົ້ນຄ້ວານະໂຍບາຍ ແລະ ພັດທະນາສື່ມວນຊົນ, ວິເຄາະວ່າ:

          ປະຈຸບັນບັນດາລະບຽບການບໍລິຫານແບບທາງໄກ, ບໍ່ຂຶ້ນກັບດ້ານພູສາດ, ໄລຍະຫ່າງລະຫວ່າງ ແລະ ລັດໄດ້ຮັດແຄບລົງຫຼາຍແລ້ວ. ເບິ່ງກວ້າງກວ່ອີກແມ່ນຈາກແງ່ມູມບໍລິຫານຂອງຊາດ, ການວາງແຜນຍຸດທະສາດແລ້ວປະຕິບັດບັນດາຍຸດທະສາດອີງຕາຂໍ້ມູນ, ໄດ້ຊ່ວຍໃຫ້ເລື່ອງອອກຄຳຕັດສິນເພື່ອບໍລິຫານກໍ່ວ່ອງໄວກວ່.

   ອຳນາດການປົກຄອງສ້າງສາ, ການບໍລິຫານທີ່ດີບໍ່ພຽງແຕ່ໄດ້ບໍລິຫານເທ່ົານັ້ນ, ຫາກຍັງໄດ້ລະດົມກຳລັງໃຈ, ສົ່ງເສີມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈອີກດ້ວຍ. ຖ້າຫາກວ່າກ່ອນນີ້ ຈິນຕະນາການການບໍລິຫານໄດ້ເນັ້ນໜັກເຂົ້າໃນການກວດກາ ແລະ ບໍລິຫານນັ້ນ, ການ “ບໍລິຫານ” ໄດ້ເນັ້ນໜັກເຂົ້າໃນການປະສານງານ ແລະ ສ້າງສາ. ທ່ານປະລິຍາເອກ ຫງວຽນວັນດາງ, ສະຖາບັນການນຳວິທະຍາ ແລະ ບໍລິຫານລັດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຖືວ່າ:

          ພື້ນຖານການບໍລິຫານແຫ່ງຊາດທັນສະໄໝ, ມີປະສິດທິພາບ, ປະສິດທິຜົນ ຮັບໃຊ້ ມີຈຸດທີ່ເປັນເອກະລັກສະເພາະແມ່ນໄດ້ເສີມຂະຫຍາຍບົດບາດຂອງຫຼາຍພາກສ່ວນ, ໃນນັ້ນບົດບາດຂອງລັດ, ລະບົບການເມືອງແມ່ນອັນດັບໜຶ່ງ ແລະ ຄຽງຂ້າງນັ້ນແມ່ນໄດ້ດຶດູດການເຂົ້າຮ່ວມຂອງຫຼາຍພາກສ່ວນອື່ນໆເທື່ອລະກ້າວ.

          ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ເມື່ອເຈາະຈີ້ມກ່ຽວກັບບາງຈຸດໃໝ່ ແລະ ບັນດາການກຳນົດທິດສຳຄັນ ໃນຮ່າງເອກະສານສະເໜີຕໍ່ກອງປະຊຸມໃຫຍ່ຂອງພັກທົ່ວປະເທດຄັ້ງທີ 14, ທ່ານເລຂາທິການໃຫ່ຍ ໂຕເລິມ ເນັ້ນໜັກວ່າ:

           ພວເຮົາຕ້ອງຢັ້ງຢືນຢ່າງຈະແຈ້ງກວ່ຮູບແບບການບໍລິຫານແຫ່ງຊາດໄລຍະທີ່ຈະມາເຖິງ: ການບໍລິຫານອີງຕາມກົດໝາຍຈະແຈ້ງ, ຂໍ້ມູນໜ້າເຊື່ອຖື, ພື້ນຖານໂຄງລ່າງດີຈີຕອນທັນສະໄໝ, ກົງຈັກກະທັດລັດ, ພະນັກງານສັດຊື່ບໍລິສຸດ, ມີລະບຽບວິໄນໄປຄຽງຄູ່ກັບການຮັບໃຊ້. ການບໍລິຫານຄືແນວນັ້ນ ແມ່ນການບໍລິຫານສ້າງສາພັດທະນາ, ບໍ່ແມ່ນການບໍລິຫານຂໍ-ໃຫ້.

          ການສ້າງພື້ນຖານການບໍລິຫານແຫ່ງຊາດທັນສະໄໝ, ມີໄຫວພິບ, ແກ່ງແຍ້ງຢ່າງມີປະສິດທິຜົນ ບໍ່ພຽງແຕ່ແມ່ນຄຳຮຽກຮ້ອງຂອງການເຊື່ອມໂຍງເທົ່ານັ້ນ, ຫາກຍັງແມ່ນເງື່ອນໄຂເພື່ອໃຫ້ ຫວຽດນາມ ປະຕິບັດຄວາມຄາດຫວັງພັດທະນາໃຫ້ປະກົດຜົນເປັນຈິງອີກດ້ວຍ. ແຕ່ລະພື້ນຖານການບໍລິຫານທັນສະໄໝຈະແມ່ນເສົາຄ້ຳຂອງລັດແຫ່ງນິດຕິບັນຍັດສັງຄົມນິຍົມໃໝ່ ບ່ອນທີ່ພັກໄດ້ນຳພາດ້ວຍວິໄສທັດ; ລັດຄຸ້ມຄອງດ້ວຍກົດໝາຍ ແລະ ສັງຄົມໄດ້ເຄື່ອນໄຫວດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ການເຂົ້າຮ່ວມຂອງ ປຊຊ./.

ຕອບກັບ

ຂ່າວ/ບົດ​ອື່ນ