(VOVWORLD) - ວຽກງານປະຊາກອນແມ່ນໜຶ່ງໃນບັນດາໜ້າທີ່ຍຸດທະສາດແຖວໜ້າ, ຕິດພັນກັບແຫຼ່ງຊັບພະຍາກອນມະນຸດຂອງຊາດ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ. ໃນສະພາບການທີ່ ຫວຽດນາມ ພວມຕ້ອງປະເຊີນໜ້າກັບໄພຫລຸດອັດຕາສ່ວນການເກີດປ່ຽນແທນ ແລະ ສິ່ງທ້າທາຍກ່ຽວກັບປະຊາກອນອາຍຸສູງເພີ່ມຂຶ້ນ, ບັນດາຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍປະຊາກອນ ຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ສ່ອງແສງໃຫ້ເຫັນວິໄສທັດພັດທະນາມະນຸດຮອບດ້ານ, ຖືນະໂຍບາຍປະຊາກອນແມ່ນນະໂຍບາຍພັດທະນາມະນຸດ.
ທ່ານນາງ ຫງວຽນຮ່ວາງອວຽນ ສສຊ ແຂວງ ໄຕນິງ (ພາບ: ສະພາແຫ່ງຊາດ)
|
ຕາມຂໍ້ມູນປະຊາກອນແຫ່ງຊາດ, ປະຈຸບັນ, ຫວຽດນາມ ມີຜູ້ອາຍຸສູງປະມານ 16,1 ລ້ານຄົນ, ກວມເອົາກວ່າ16% ປະຊາກອນ. ຫວຽດນາມ ນອນໃນກຸ່ມບັນດາປະເທດມີລະດັບປະຊາກອນອາຍຸສູງເພີ່ມຂຶ້ນໄວກວ່າໝູ່ໃນໂລກ.
ຕ້ອງຮັກສາລະດັບການເກີດປ່ຽນແທນ
ຫວຽດນາມ ພວມປະເຊີນໜ້າກັບສະພາບປະຊາກອນອາຍຸສູງເພີ່ມຂຶ້ນ ແລະ ອັດຕາສ່ວນການເກີດປ່ຽນແທນນັບມື້ນັບຫລຸດລົງ. ຄາດວ່າ ລະດັບການເກີດປ່ຽນແທນຂອງ ຫວຽດນາມ ໃນປີ 2050 ແມ່ນ 1,63 ແລະ ປີ 2100 ແມ່ນ1,38. ເປັນອັນວ່າ, ໃນສັດຕະວັດ ທີ XXI, ລະດັບການເກີດຂອງ ຫວຽດນາມ ຫລຸດລົງຕ່ຳກວ່່າລະດັບປ່ຽນແທນ (ລະດັບການເກີດປ່ຽນແທນແມ່ນລູກ 2,1 ຄົນ/ຜູ້ຍິງຄົນໜຶ່ງ).
(ພາບ: phunuvietnam.vn)
ມາດຕະການໃຫ້ບັນຫານີ້ແມ່ນ ຫວຽດນາມ ຕ້ອງຮັກສາລະດັບການເກີດປ່ຽນແທນ. ຢາກເຮັດໄດ້ຄືແນວນັ້ນ, ນອກຈາກການປ່ຽນແປງສະຕິຄວາມຮັບຮູ້ຂອງ ປຊຊ ແລ້ວ, ກໍ່ຕ້ອງມີການປະຕິບັດຢ່າງຄົບຊຸດລະຫວ່າງການໜູນຊ່ວຍເສດຖະກິດ, ສະຫວັດດີການສັງຄົມ, ການສຶກສາ, ສາທາລະນະສຸກ. ໃນໜ້າທີ່ນີ້, ໄປຄຽງຂ້ງຄວາມມານະພະຍາຍາມຂອງລັດ, ຕ້ອງລະດົມການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງເສດຖະກິດ, ສັງຄົມ ແລະ ວິສາຫະກິດ.
ຕາມທ່ານນາງ ຫງວຽນຫວຽດງາ, ສສຊ ນະຄອນ ຫາຍຟ່ອງ, ຕ້ອງເປີດກ້ວາງບັນດາມາດຕະການໜູນຊ່ວຍແມ່ຍິງໃນການເບິ່ງແຍງດູແລເດັກຄື: ພັດທະນາລະບົບໂຮງຮຽນອະນຸບານ, ຮາກຖານລ້ຽງເດັກແຕ່ອາຍຸ 6 ເດືອນ, ໂດຍສະເພາະແມ່ນຢູ່ບັນດາເຂດອຸດສາຫະກຳ, ເຂດຕົວເມືອງ ແລະ ເຂດມີຜູ້ອອກແຮງງານຍິງຫຼາຍ. ທ່ານນາງ ຫງວຽນຮ່ວາງອວຽນ ສສຊ ແຂວງ ໄຕນິງ ຖືວ່າ:
ເພີ່ມເຕີມບາງນະໂຍບາຍທີ່ມີລັກສະນະຍືນຍົງ, ແທດຈິງຄື: ໜູນຊ່ວຍພັດທະນາລະບົບການບໍລິການລ້ຽງເດັກອະນຸບານພາກລັດ ແລະ ນອກລັດ, ຮັບປະກັນຄຸນນະພາບ ແລະ ນະໂຍບາຍຫລຸດຜ່ອນພາສີອາກອນລາຍຮັບສ່ວນບຸກຄົນໃຫ້ແກ່ຄອບຄົວທີ່ໄດ້ເກີດລູກ 2 ຄົນ. ນີ້ແມ່ນຮູບການໜູນຊ່ວຍໂດຍກົງທີ່ມີລັກສະນະສົ່ງເສີມສູງ ແລະ ສອດຄ່ອງກັບທ່າອ່ຽງທີ່ຊັດເຈນຢູ່ບາງປະເທດທີ່ພວມປະເຊີນໜ້າກັບອັດຕາສ່ວນການເກີດຕ່ຳ.
ໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ໃນປະຈຸບັນ ເພື່ອຮັກສາລະດັບການເກີດປ່ຽນແທນ ແມ່ນອັດຕາສ່ວນຜູ້ເປັນໝັນມີທ່າອ່ຽງເພີ່ມຂຶ້ນ, ຊື່ງໄດ້ກໍ່ຜົນສະທ້ອນໂດຍກົງຕໍ່ຄຸນນະພາບ ແລະ ຂອບຂະໜາດປະຊາກອນ. ຕາມການສະຖິຕິ, ຫວຽດນາມ ມີຄູ່ຜົວເມຍເປັນໝັນປະມານ 1 ລ້ານຄູ່, ກວມເອົາປະມານ 4.7% ປະຊາກອນ. ຄ່າໃຊ້ຈ່າຍໃນການປິ່ນປົວແມ່ນສູງທີ່ສຸດ ແລະ ຂອບເຂດການໃຊ້ຈ່າຍປະກັນສຸຂະພາບແມ່ນຍັງມີຄວາມຈຳກັດຢູ່. ດັ່ງນັ້ນ, ການເພີ່ມຂໍ້ກຳນົດໜູນຊ່ວຍການປິ່ນປົວຜູ້ເປັນໝັນ ເຂົ້າໃນຮ່າງກົດໝາຍວ່າດ້ວຍປະຊາກອນແມ່ນມີຄວາມຈຳເປັນ. ທ່ານນາງ ຫງວຽນຫວຽດງາ, ສສຊ ນະຄອນ ຫາຍຟ່ອງ ຖືວ່າ:
ຮັກສາລະດັບການເກີດປ່ຽນແທນ ແມ່ນບໍ່ອາດເວົ້າເຖິງຜູ້ທີ່ “ເກີດລູກໜ້ອຍຄົນ” ຫາກຍັງຕ້ອງເອົາໃຈໃສ່ເຖິງຜູ້ທີ່ “ຢາກເກີດລູກແຕ່ບໍ່ສາມາດເກີດໄດ້”. ຕ້ອງມີບັນດານະໂຍບາຍໜູນຊ່ວຍດ້ານການເງິນ, ເຕັກນິກ ແລະ ທີ່ປຶກສາຈິດຕະສາດໃຫ້ແກ່ບັນດາຄູ່ຜົວເມຍທີ່ເປັນໝັນ. ພ້ອມທັງຫລຸດຜ່ອນການປະພຶດດູຖູກ, ລັງກຽດໃນສັງຄົມສຳລັບການປິ່ນປົວພະຍາດໝັນ, ຖືນີ້ແມ່ນບັນຫາການແພດທຳມະດາ, ຕ້ອງໄດ້ຮັບການແບ່ງປັນ ແລະ ໜູນຊ່ວຍຄືກັນກັບພະຍາດອື່ນໆ. ການໜູນຊ່ວຍຜູ້ເປັນໝັນບໍ່ພຽງແຕ່ໄດ້ຊ່ວຍຮັກສາຈຳນວນປະຊາກອນເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນຄວາມເມຕາຈິດ, ມະນຸດສະທຳຂອງລັດ ໃນການປົກປ້ອງສິດເປັນພໍ່, ເປັນແມ່ຂອງພົນລະເມືອງອີກດ້ວຍ.
ຖືຄຸນນະພາບປະຊາກອນຢູ່ເຂດຫ່າງໄກສອກຫຼີກເປັນສຳຄັນ
ກ່ຽວກັບນະໂຍບາຍໜູນຊ່ວຍດ້ານການເງິນໃຫ້ແກ່ແມ່ຍິງຊາວຊົນເຜົ່າສ່ວນໜ້ອຍໃນການເກີດລູກ, ຫຼາຍຄຳເຫັນຖືວ່າ: ນະໂຍບາຍຕ້ອງຍົກອອກຢ່າງມີຈຸດສຸມ. ປະຈຸບັນ, ອັດຕາສ່ວນການເກີດລູກຢູ່ບັນດາກຸ່ມຊາວຊົນເຜົ່າສ່ວນໜ້ອຍແຕ່ 4-4.3 ຄົນ/ແມ່ຍິງຄົນໜຶ່ງ, ສູງກວ່າທົບສອງເທົ່າລະດັບສະເລ່ຍຂອງທົ່ວປະເທດ. ແຕ່ເຖິງແນວນັ້ນກໍ່ຕາມ, ກໍ່ມີແມ່ຍິງໄດ້ເກີດລູກຢູ່ເຮືອນປະມານ 20-24% ບໍ່ໄດ້ຮັບການຫນູນຊ່ວຍດ້ານການແພດ. ບັນຫາຢູ່ບ່ອນວ່າ ເຂົາເຈົ້າບໍ່ທັນມີເງື່ອນໄຂສະດວກເພື່ອສາມາດເບິ່ງແຍງດູແລ ແລະ ລ້ຽງສອນລູກໃຫ້ເປັນຢ່າງດີ. ດັ່ງນັ້ນ ຕ້ອງສືບຕໍ່ປົວແປງພື້ນຖານໂຄງລ່າງສາທາລະນະສຸກ, ການສຶກສາ, ຄົມມະນາຄົມ, ພ້ອງທັງຄວບນະໂຍບາຍຍົກສູງທີ່ຕັ້ງບົດບາດດ້ານເສດຖະກິດຂອງແມ່ຍິງຊາວຊົນເຜົ່າສ່ວນໜ້ອຍ, ຊ່ວຍໃຫ້ເຂົາເຈົ້າເປັນເຈົ້າການຫຼາຍກ່ວາອີກ ໃນການຕັດສິນໃຈເກີດລູກ.
ສິ່ງດັ່ງກ່າວກໍ່ສະແດງໃຫ້ເຫັນວ່າ ຫວຽດນາມ ພວມຍັບມໍ່ເຂົ້າກັບວິທີເຂົ້າເຖິງໃໝ່: ນັ້ນແມ່ນໄດ້ຖືນະໂຍບາຍປະຊາກອນ ແມ່ນນະໂຍບາຍພັດທະນາມະນຸດ./.