ບໍ່​ມີ​ໃຜ​ຖືກ​ປະ​ໄວ້​ຢູ່ທາງຫຼັງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ

(VOVWORLD) - ໃນຕະຫຼອດວິວັດການພັດທະນາ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນທັດສະນະຕິດພັນການເຕີບໂຕເສດຖະກິດກັບຄວາມກ້າວໜ້າ, ຄວາມຍຸດຕິທຳໃນສັງຄົມ ແລະ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ ປຊຊ. ບັນດາຜົນງານທີ່ບັນລຸໄດ້ນວິວັດການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກກອມູນິດ ຫວຽດນາມ ໄລຍະ 2021-2025 ແມ່ນການພິສູດໃຫ້ແກ່ຄຳໝັ້ນສັນຍາຢ່າງແຮງນີ້ຂອງ ຫວຽດນາມ, ພ້ອມທັງແມ່ນພື້ນຖານຊຸກຍູ້ການພັດທະນາແບບກວມລວມ, ກົມກຽວ ແລະ ຍືນຍົງ, ທຸກຢ່າງແມ່ນເພື່ອ ປຊຊ ໃນໄລຍະໃໝ່.
 
ບໍ່​ມີ​ໃຜ​ຖືກ​ປະ​ໄວ້​ຢູ່ທາງຫຼັງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ - ảnh 1ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ (ພາບ: VGP )

           ໃນໄລຍະ 2021-2025, ວຽກງານຮັບປະກັນຊີວິດສັງຄົມ, ປັບປຸງສະຫວັດີການສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ບັນລຸປະສິດທິຜົນໃນຂອບເຂດທົ່ວປະເທດ. ລະບົບນະໂຍບາຍກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ໜູນຊ່ວຍສັງຄົມ, ວຽກເຮັດງານທຳ, ປະກັນໄພສັງຄົມ, ປະກັນສຸຂະພາບໄດ້ປະຕິບັດສຳເລັດຕາມທິດຮອບດ້ານ, ກວມລວມ, ເອົາ ປຊຊ ເປັນໃຈກາງ.

ນະໂຍບາຍຊີວິດສັງຄົມເຂົ້າສູ່ລວງເລິກ

   ໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021-2025 ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຈາກການໜູນຊ່ວຍການທຳມາຫາກິນ, ວຽກເຮັດງານທຳ, ບຳລຸງສ້າງວິຊາຊີບ, ສິນເຊື່ອບຸລິມະສິດ ຕະຫຼອດຮອດເປີດກ້ວາງການເຂົ້າເຖິງບັນດາການບໍລິການສັງຄົມໂດຍພື້ນຖານ.

ບໍ່​ມີ​ໃຜ​ຖືກ​ປະ​ໄວ້​ຢູ່ທາງຫຼັງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ - ảnh 2ທ່ານ ຝຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ  (ພາບ: VGP )

  ໃນສະພາບການເສດຖະກິດໂລກໄດ້ຜັນແປນັ້ນ, ໄພທຳມະຊາດ, ໂລກລະບາດ ແລະ ການກະທົບທີ່ແກ່ຍາວຂອງໂລກລະບາດໂຄວິດ 19, ບັນດານະໂຍບາຍຊີວິດສັງຄົມສືບຕໍ່ເສີມຂະຫຍາຍບົດບາດ “ເປັນເສົາຄ້ຳ” ໜູນຊ່ວຍ ປຊຊ ສ້າງຊີວິດທີ່ເປັນປົກກະຕິ, ຟື້ນຟູການຜະລິດ. ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຢືນຢັນວ່າ:

             ໃນໄລຍະໂລກລະບາດໂຄວິດ 19, ລັດຖະບານໄດ້ຜັນຂະຫຍາຍ 4 ບ້ວງເງິນໜູນຊ່ວຍທີ່ບໍ່ເຄີຍມີມາກ່ອນທີ່ມີມູນຄ່າກວ່າ 4,5 ຕື້  USD ແລະ ເຂົ້າສານ 200.000 ໂຕນ ຊື່ງໄດ້ຊ່ວຍ ປຊຊ ນັບສີບລ້ານຄົນ, ວິສາຫະກິດ ຜ່ານຜ່າຄວາມຫຍຸ້ງຍາກ. ພ້ອມກັນນັ້ນແມ່ນນະໂຍບາຍໜູນຊ່ວຍວຽກເຮັດງານທຳ, ຊີວິດສັງຄົມ, ຊ່ວຍ ປຊຊ ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດນີ້. ນະໂຍບາຍຊີວິດສັງຄົມປະກອບສ່ວນຮັບປະກັນສິດທິມະນຸດ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງ ປຊຊ.

          ບັນດານະໂຍບາຍໜູນຊ່ວຍໄດ້ປະຕິບັດຢ່າງຄົບຖ້ວນ, ທັນການ, ບັນດານະໂຍບາຍສິນເຊື່ອບຸລິມະສິດໜູນຊ່ວຍການທຳມາຫາກິນໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ຍ້ອນເຫດນັ້ນ, ອັດຕາສ່ວນຄອບຄົວທຸກຍາກຫລຸດຜ່ອນຫຼາຍ. ຈາກ 4,4% ໃນປີ 2021 ລົງເຫຼືອພຽງປະມານ 1,3% ໃນປີ 2025. ທ່ານ ຝຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຢືນຢັນວ່າ:

          ລາຍຮັບ ແລະ ເງື່ອນໄຂການດຳລົງຊີວິດຂອງ ປຊຊ ສືບຕໍ່ໄດ້ຮັບການປັບປຸງ. ລາຍຮັບສະເລ່ຍເຂດຊົນນະບົດປີ 2025 ເພີ່ມຂຶ້ນປະມານ 1,4 ເທົ່າເມື່ອທຽບກັບປີ 2020. ຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ພູດອຍ, ລາຍຮັບກໍ່ສ່ອງແສງໃຫ້ເຫັນການປັບປຸງຢ່າງຈະແຈ້ງກ່ຽວກັບການທຳມາຫາກິນ ແລະ ລະດັບຄ່າຄອງຊີບ. ຕາໜ່າງຊີວິດສັງຄົມ ແລະ ບັນດາການບໍລິການສັງຄົມ ໄດ້ເປີດກ້ວາງ, ຍົກສູງຄຸນນະພາບໂດຍພື້ນຖານ.

          ຊຸກຍູ້ການພັດທະນາແບບຍືນຍົງ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ

  ໃນບົດລາຍງານຂອງລັດຖະບານກ່ຽວກັບການກຳນົດທິດພັດທະນາໃນ 5 ປີຈະມາເຖິງ, ຊີວິດສັງຄົມສືບຕໍ່ໄດ້ກຳນົດວ່າ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ, ດ້ວຍຄຳຮຽກຮ້ອງທີ່ໄດ້ວາງອອກສູງກວ່າ ທັງຂອບເຂດ, ຄຸນນະພາບຊົມໃຊ້ ແລະ ລັກສະນະຍືນຍົງຂອງນະໂຍບາຍ. ທ່ານ ຝຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:

   ຍຸ້ແຮງການພັດທະນາການທຳມາຫາກິນ ຕິດພັນກັບຕະຫຼາດຜ່ານການໜູນຊ່ວຍການຜະລິດ, ບຳລຸງສ້າງວິຊາຊີບ, ສິນເຊື່ອບຸລິມະສິດ, ພັດທະນາສະຫະກອນ ແລະ ຮ່ວມສຳພັນຈຳໜ່າຍຜະລິດຕະພັນ, ຖືວ່ານີ້ແມ່ນມາດຕະການບ່ອນອີງພຶ້ນຖານສ້າງເງື່ອນໄຂເພື່ອຍົກສູງລາຍຮັບໃຫ້ເປັນປົກກະຕິ.

          ບັນດານະໂຍບາຍບໍ່ພຽງແຕ່ໄດ້ຢຸດຢູ່ທີ່ການໜູນຊ່ວຍໃນສະເພາະໜ້າເທົ່ານັ້ນ, ຫາກຍັງໄດ້ມຸ່ງໄປສູ່ການສ້າງການທຳມາຫາກິນແບບຍືນຍົງຢ່າງແຮງ, ເປີດກ້ວາງການເຂົ້າເຖິງວຽກເຮັດງານທຳ, ສາທາລະນະສຸກ, ການສຶກສາ ແລະ ເຮືອນຢູ່, ຜ່ານນັ້ນ, ກໍ່ຍົກສູງຄວາມສາມາດບືນຕົວຂຶ້ນຂອງ ປຊຊ. ວິທີການເຂົ້າເຖິງນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄຳໝັ້ນສັນຍາຂອງລັດ ໃນການຮັບປະກັນຊີວິດສັງຄົມໃຫ້ແກ່ ປຊຊ ທຸກຄົນ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ, ພ້ອມທັງສ້າງພື້ນຖານສັງຄົມອັນໜັກແໜ້ນໃຫ້ແກ່ການພັດທະນາທີ່ວ່ອງໄວ ແລະ ຍືນຍົງໃນໄລຍະທີ່ຈະມາເຖິງ./.

 

ຕອບກັບ

ຂ່າວ/ບົດ​ອື່ນ