(VOVWORLD) - ບໍ່ພຽງແຕ່ວົງການນັກການທູດ ຫຼື ວິສາກິດເທົ່ານັ້ນ, ປະຊາຊົນລາວ ແລະ ກຳປູເຈຍ ຈາກຊາວກະສິກອນ ຕະຫຼອດຮອດບັນດາເພື່ອນໜຸ່ມ ພວມຮ່ຳຮຽນຢູ່ມະຫາວິທະຍາໄລຕ່າງໆ ກໍ່ລ້ວນແຕ່ມີຄວາມສົນໃຈເປັນພິເສດ ແລະ ສະແດງຄວາມຮັກແພງຢ່າງເລິກເຊິ່ງຕໍ່ ຫວຽດນາມ.
ທ້າວ ພົມພິທັດ ເອີບປະເສີດ ຄົນລາວ ພວມດຳລົງຊີວິດຢູ່ ຫວຽດນາມ (ພາບ: ພົມພິທັດ ເອີບປະເສີດ) |
ຢູ່ແຂວງ ສະໄວຣຽງ ທີ່ເຂດຊາຍແດນທາງທິດຕາເວັນອອກພາກໃຕ້ ກຳປູເຈຍ ຕິດກັບແຂວງ ເຕິຍນິງ ຂອງ ຫວຽດນາມ ທ້າວ ໂຊຄາ ຊາວກະສິກອນ ພວກຂ້ອງຄາກັບລະດູເກັບກູ້ພືດພັນທັນຍາຫານ. ລາວເຄີຍໄປມາຜ່ານດ່ານ ປາແວັບ - ໝົກບ່າຍ ເພື່ອຂາຍຜະລິດຕະພັນກະເສດໃຫ້ ຫວຽດນາມ, ອ້າຍ ໂຊຄາ ເຫັນໄດ້ເຖິງການປ່ຽນແປງຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ.
“ໃນຊຸມປີທີ່ຜ່ານມາ ຫວຽດນາມ ໄດ້ປ່ຽນແປງຢ່າງວ່ອງໄວ, ເມື່ອກ່ອນນີ້ ຜ່ານຊາຍແດນຄ້າຂາຍກໍ່ຫຍຸ້ງຍາກ, ລະບຽບການກໍ່ສັບສົນ. ປັດຈຸບັນດ່ານຊາຍແດນກໍ່ທັນສະໄໝກວ່າເກົ່າ ການເຮັດລະບຽບການຜ່ານຊາຍແດນກໍ່່ວ່ອງໄວ. ຍ້ອນແນວນັ້ນ ລາຄາຂາຍສິນຄ້າກໍ່ໄດ້ສູງກວ່າ ຊີວິດຂອງຄອບຄົວກໍ່ດີຂຶ້ນຫຼາຍແລ້ວ. ປະຊາຊົນຢູ່ສອງຟາກຊາຍແດນ ມີຄວາມໃກ້ຊິດສະໜິດສະໜົມ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ”.
ນາງ ຈັນນີ ນັກສຶກສາ ກຳປູເຈຍ ພວມຮຽນປີທີສີ່ ຂະແໜງເຕັກນິກ ເອເລັກໂຕນິກ ແລະ ຄອມພິວເຕີ, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ກໍໄດ້ເຫັນປະຈັກຕາ ການຫັນປ່ຽນຂອງ ຫວຽດນາມ ຈາກປະເທດພວມພັດທະນາ ໄດ້ກາຍເປັນໜຶ່ງໃນບັນດາສູນກາງວິທະຍາສາດ ເຕັກໂນໂລຊີ ທີ່ເຕັມໄປດ້ວຍຄວາມສາມາບົ່ມຊ້ອນຂອງພາກພື້ນ
“ນ້ອງຕົກສະເງິ ຕໍ່ລະດັບການພັດທະນາຂອງ ຫວຽດນາມ. ເຕັກໂນໂລຊີດີຈີຕອນໄດ້ຂະຫຍາຍຕົວ ແລະ ນຳໃຊ້ຢູ່ທົ່ວທຸກແຫ່ງ, ຈາກການຊຳລະເອເລັກໂຕນິກ, ລົດໄຟຟ້າ. ນ້ອງຮຽນໄດ້ຫຼາຍສິ່ງກ່ຽວກັບປັນຍາປະດິດ, ການຫັນເປັນດີຈີຕອນ, ບັນດາຄວາມຮູ້ ເຊິ່ງ ກຳປູເຈຍ ພວມຕ້ອງການເພື່ອຫັນກະສິກຳ ແລະ ເສດຖະກິດເປັນທັນສະໄໝ”.
ສ່ວນ ທ້າວ ພົມພິທັດ ເອີບປະເສີດ ຄົນລາວເຄີຍຮຽນຢູ່ ຫວຽດນາມ ປັດຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ມີເມຍ ແມ່ນຊາວ ຫວຽດນາມ ໄດ້ເຫັນປະຈັກຕາບັນຍາກາດຟົດຟື້ນມ່ວນຊື່ນ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກຄອມມູນິດ ຫວຽດນາມ, ລາວມີຄວາມຕື້ນຕັນໃຈ ແລະ ຮູ້ສຶກມີຄວາມອົບອຸ່ນທີ່ສຸດ
“ໃນຊຸມວັນມໍ່ໆມານີ້ ຂ້າພະເຈົ້າມີຄວາມປະທັບໃຈຢ່າງແທ້ຈິງ ຕໍ່ຈິດໃຈບືນຕົວຂຶ້ນຢ່າງແຂງແຮງຂອງ ຫວຽດນາມ ໃນຫຼາຍຂົງເຂດ. ເສດຖະກິດພັດທະນາເປັນປົກກະຕິ, ພື້ນຖານໂຄງລ່າງນັບມື້ນັບທັນສະໄໝ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນ, ຖານະບົດບາດຂອງ ຫວຽດນາມ ຖືກຍົກສູງຂຶ້ນໃນເວທີສາກົນ. ພິເສດ ຫວຽດນາມ ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ເອົາໃຈໃສ່ພັດທະນາມະນຸດ”.
ນາງ ຈັນນີ ນັກສຶກສາ ກຳປູເຈຍ ພວມຮຽນປີທີສີ່ ຂະແໜງເຕັກນິກ ເອເລັກໂຕນິກ ແລະ ຄອມພິວເຕີ, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ |
ບັນດາຜູ້ຄົນຊາວ ລາວ ແລະ ກຳປູເຈຍ ຄື ທ້າວ ພົມພິທັດ ເອີບປະເສີດ, ທ້າວ ໂຊຄາ ຫຼື ນາງ ຈັນນີ ເຖິງວ່າຢູ່ເຂດຫ່າງໄກສອກຫຼີກ ຫຼື ນະຄອນຫຼວງ ກໍ່ລ້ວນແຕ່ເຫັນໄດ້ເຖິງການພັດທະນາຢ່າງແຂງແຮງຂອງ ຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງ ໃຫ້ແກ່ຕົນເອງ ແລະ ຄອບຄົວເທົ່ານັ້ນ ຫາກຍັງແມ່ນແຫຼ່ງບັນດານໃຈ ໃຫ້ແກ່ການພັດທະນາຮ່ວມຂອງພາກພື້ນ. ກໍ່ເຊັ່ນດຽວກັນກັບຊາວ ຫວຽດນາມ ຫຼາຍໆຄົນ ເຂົາເຈົ້າຍາມໃດກໍ່ມີຄວາມຫວັງຕໍ່ການພັດທະນາຂອງ ຫວຽດນາມ ກໍ່ຄືສາຍພົວພັນ ຫວຽດນາມ - ລາວ - ກຳປູເຈຍ ໃນໄລຍະທີ່ຈະມາເຖິງ.
“ຂ້າພະເຈົ້າຕັ້ງຄວາມຫວັງ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກຄອມມູນິດ ຫວຽດນາມ, ຫວຽດນາມ ຈະສືບຕໍ່ມີບັນດານະໂຍບາຍຖືກຕ້ອງ ເອົາໃຈໃສ່ພັດທະນາເສດຖະກິດ ຕິດພັນກັບຄວາມຍຸຕິທຳທາງສົມຄົມ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງກໍ່ສ້າງ ພ້ອມກັນນັ້ນກໍ່ເພີ່ມທະວີການຮ່ວມສາກົນ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ”
. “ຂ້າພະເຈົ້າຫວັງວ່າ ຫວຽດນາມ ສືບຕໍ່ເປີດກວ້າງການຮ່ວມມືເຂດຊາຍແດນ, ຍົກລະດັບເສັ້ນທາງຄົມມະນາຄົມ ເພື່ອໃຫ້ການແລກປ່ຽນຄ້າຂາຍສັນຈອນໄປມາຢ່າງສະດວກສະບາຍກວ່າເກົ່າ. ມີບັນດານະໂຍບາຍບູລິມະສິດ ໃຫ້ຂົງເຂດຜະລິດຕະພັນກະເສດຂອງ ກຳປູເຈຍ ເພື່ອໃຫ້ພວກຂ້າພະເຈົ້າແລກປ່ຽນຄ້າຂາຍໄດ້ຫຼາຍກວ່າ ແລະ ສ້າງຊີວິດເປັນປົກກະຕິ ປະກອບສ່ວນເຮັດໃຫ້ເຂດຊາຍແດນສອງປະເທດ ສັນຕິພາບ ມິດຕະພາບ”.
“ນ້ອງຫວັງວ່າ ພາຍຫຼັງກອງຊຸມໃຫຍ່, ຫວຽດນາມ ສືບຕໍ່ໃຫ້ບູລິມະສິດແກ່ການພັດທະນາວຽກງານວິທະຍາສາດ ເຕັກໂນໂລຊີ, ການຫັນເປັນດີຈີຕອນ ແລະ ປັນຍາປະດິດ ເພື່ອນຳພາພກພື້ນ. ພິເສດນ້ອງມີຄວາມຫວັງໃຫ້ມີໂຄງການສຶກສາຕື່ມອີກ, ແລກປ່ຽນນັກສຶກສາ, ບຳລຸງກໍ່ສ້າງຮ່ວມ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນຂົງເຂດນີ້”.
ບັນດາຄຳແບ່ງປັນທີ່ລຽບງ່າຍແຕ່ຈິງໃຈດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມຮັກແພງ ຜູກພັນກັນຢ່າງໜຽວແໜ້ນ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນລາວ, ກຳປູເຈຍ ທີ່ມີຕໍ່ເສັ້ັ້ນທາງພັດທະນາ ເຊິ່ງ ຫວຽດນາມ ພວມເລືອກເຟັ້ນ.