ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ນຳຫວຽດນາມພັດທະນາຢ່າງວ່ອງໄວ ແລະ ຍືນຍົງກ່ວາອີກ
(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດໃນສະພາບການພາກພື້ນ ແລະ ໂລກພວມມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົ່ງຜົນກະທົບຕໍ່ຫຼາຍປະເທດ, ໃນນັ້ນມີລາວ ແລະ ຫວຽດນາມ.
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ (ພາບ: TTXVN) |
ຖານະບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນໃນພາກພື້ນ ແລະ ບົນເວທີສາກົນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະສືບຕໍ່ວາງອອກບັນດາການກຳນົດທິດອັນຖືກຕ້ອງ, ນຳຫວຽດນາມ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງກ່ວາອີກ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ໃນວັນທີ 19 ມັງກອນ ເມື່ອຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນ ຢູ່ນະຄອນຫຼວງ ຮ່າໂນ້ຍ.
ຕາມທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດໃນສະພາບການພາກພື້ນ ແລະ ໂລກພວມມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົ່ງຜົນກະທົບຕໍ່ຫຼາຍປະເທດ, ໃນນັ້ນມີລາວ ແລະ ຫວຽດນາມ. ກະຊວງການຕ່າງປະເທດ ລາວ ຢັ້ງຢືນວ່າ ລາວ ແລະ ຫວຽດນາມ ມີມູນເຊື້ອມາແຕ່ດົນນານ, ກົນໄກປະສານສົມທົບ, ແລກປ່ຽນ ແລະ ໜູນຊ່ວຍເຊິ່ງກັນແລະກັນ ບໍ່ພຽງແຕ່ໃນອະດີດຕະການ, ປັດຈຸບັນ ເທົ່ານັ້ນ ຫາກຍັງໃນອະນາຄົດອີກດ້ວຍ. ການພົວພັນແບບພິເສດນີ້ໄດ້ຮັບຖືວ່າແມ່ນຊັບສົມບັດອັນລ້ຳຄ່າ, ພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາຍາວນານຂອງທັງສອງປະເທດ.