(VOVWORLD) - ຄະນະຜູ້ແທນ ຫວຽດນາມ ຫາກໍ່ສິ້ນສຸດວາລະໂອ້ລົມສົນທະນາຄັ້ງທີ4 ກ່ຽວກັບການປະຕິບັດສົນທິສັນຍາສາກົນວ່າດ້ວຍບັນດາສິດພົນລະເຮືອນ ແລະ ການເມືອງ (ICCPR) ແຕ່ວັນທີ 7-8 ກໍລະກົດຢູ່ ສຳນັກງານຄະນະກຳມະການສິດທິມະນຸດ ສປຊ ຢູ່ ເຊີແນວ ປະເທດ ສະວິດຢ່າງສຳເລັດຜົນ. ໝາກຜົນວາລະໂອ້ລົມສົນທະນາ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ມານະພະຍາຍາມ, ສະຫງວນແຫລ່ງກຳລັງດີສຸດເພື່ອຮັບປະກັນການປະຕິບັດສິດທິມະນຸດ, ສິດພົນລະເຮືອນ, ໃນນັ້ນ ບັນດາສິດພົນລະເຮືອນ, ການເມືອງ ຕາມສົນທິສັນຍາ ICCPR.
ຄະນະປະຕິບັດງານລະຫວ່າງຂະແຫນງຂອງຫວຽດນາມ ເຂົ້າຮ່ວມວາລະໂອ້ລົມສົນທະນາ. (ພາບ:VOV) |
ສົນທິສັນຍາສາກົນກ່ຽວກັບບັນດາສິດທິພົນລະເຮືອນ, ການເມືອງ (ສົນທິສັນຍາ ICCPR) ແມ່ນຫນຶ່ງໃນບັນດາສົນທິສັນຍາສາກົນສຳຄັນທີ່ສຸດກ່ຽວກັບສິດທິມະນຸດ ໂດຍກອງປະຊຸມສະມັດຊາໃຫຍ່ ສປຊ ຮັບຮອງເອົາເມື່ອປີ 1966 ແລະ ມີຜົນສັກສິດໃນປີ 1976. ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາ ກ່ອນນີ້ 43 ປີ (ປີ 1982). ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຄຳໝັ້ນສັນຍາ, ພັນທະໃນຂອບເຂດບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ຊື່ງ ຫວຽດນາມ ເປັນສະມາຊິກ, ລວມມີ ICCPR.
ສົ່ງສານກ່ຽວກັບຄວາມສະເໝີຕົ້ນສະເຫມີປາຍ ຖືມະນຸດແມ່ນທີ່ຕັ້ງໃຈກາງ
ທີ່ການໂອ້ລົມສົນທະນາ, ຄະນະຜູ້ແທນຫວຽດນາມ ໄດ້ສົ່ງສານຢ່າງຈະແຈ້ງກ່ຽວກັບຄວາມສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ກ່ຽວກັບການຖືມະນຸດເປັນໃຈກາງໃນວິວັດການພັດທະນາ, ຖືສິ່ງນັ້ນ ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງຫນູນຂອງປະເທດຊາດ. ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ, ແຕ່ຫວຽດນາມ ຍາມໃດກໍ່ມານະພະຍາຍາມ, ສະຫງວນແຫລ່ງກຳລັງດີສຸດເພື່ອຮັບປະກັນການປະຕິບັດສິດທິມະນຸດ, ສິດພົນລະເມືອງ, ໃນນັ້ນ ມີບັນດາສິດພົນລະເຮືອນ, ການເມືອງ ຕາມສົນທິສັນຍາ ICCPR.
ຄະນະກຳມະການສິດທິມະນຸດ ຮັບຮູ້ ແລະ ຕີລາຄາສູງຄວາມກ້າວຫນ້າຂອງ ຫວຽດນາມ ທີ່ບັນລຸໄດ້ຄື: ການໃຫ້ສັດຕະຍາບັນ 7/9 ສົນທິສັນຍາສາກົນຫລັກກ່ຽວກັບສິດທິມະນຸດ; ສ້າງ, ປັບປຸງລະບອບລະບຽບການໃຫ້ສົມບູນແບບ ເພື່ອແນໃສ່ປ້ອງກັນສະກັດກັ້ນການຈຳແນກການປະພຶດ; ຄວາມມານະພະຍາຍາມແກ້ໄຂບັນຫາການໃຊ້ຄວາມຮຸ້ນແຮງໃນຄອບຄົວ, ຊຸກຍູ້ຄວາມສະເຫມີພາບ ແລະ ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ທ່ານຫງວຽນແທງຕິ້ງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ຕາງຫນ້າຄະນະຜູ້ແທນ ຫວຽດນາມ ຢັ້ງຢືນ:
“ທຸກການເຄື່ອນໄຫວຂອງພັກ, ລັດ ລ້ວນແຕ່ຖືກປະຊາຊົນເປັນໃຈກາງ, ເປັນເຈົ້າຂອງ. ພິເສດ ການປະຕິວັດກ່ຽວກັບການສ້າງກົງຈັກໃຫ້ກະທັດລັດ ໄດ້ເຮັດແຈ້ງກ່ຽວກັບມາດຕະການຍຸດທະສາດຂອງ ຫວຽດນາມ. ນີ້ກໍ່ແມ່ນບາດກ້າວ ຊື່ງພວກຂ້າພະເຈົ້າປະຕິບັດບັນດາຄຳເຕືອນຂອງຄະນະກຳມະການຍົກອອກມາ ນັ້ນແມ່ນ ຫວຽດນາມ ຄວນເພີ່ມທະວີວຽກງານປະຕິບັດກົດໝາຍ, ຫລຸດຜ່ອນຊ່ອງຫວ່າງລະຫວ່າງການສ້າງ ແລະ ປະຕິບັດກົດໝາຍ”
ຈະປະກາດໃຊ້ແຜນການກະທຳແຫ່ງຊາດ ເພື່ອແນໃສ່ປະຕິບັດສົນທິສັນຍາ ICCPR ຢ່າງມີປະສິດທິຜົນ
ຕາມທ່ານ ຫງວຽນແທງຕິ້ງແລ້ວ, ສົນທິສັນຍາ ICCPR ມີຂອບເຂດກວ້າງຂວາງ, ເນື້ອໃນເລິກເຊິ່ງ, ວິທີເຂົ້າໃຈ ແລະ ການອະທິບາຍບັນດາສິດໄປຕາມທ່າອ່ຽງເປີດ ແລະ ກວ້າງຂວາງ. ສະນັ້ນ ການປະຕິບັດສົນທິສັນຍາ ຍາມໃດກໍ່ຮຽກຮ້ອງຄວາມມານະພະຍາຍາມໃຫຍ່ ແລະ ແຫລ່ງກຳລັງຫລາຍສົມຄວນ.
ເຖິງຢ່າງໃດກໍຕາມ, ຫວຽດນາມ ກໍ່ມີບັນດາສິ່ງສະດວກທີ່ສຳຄັນ. ນັ້ນແມ່ນ ຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ, ທັດສະນະສະເໝີຕົ້ນສະເຫມີປາຍຂອງພັກ ແລະ ລັດ ຖືສິດທິມະນຸດແມ່ນເປົ້າໝາຍລຸລ່ວງໃນວິວັດການພັດທະນາ - ສະແດງໃຫ້ເຫັນຜ່ານຫລາຍຍຸດທະສາດ, ນະໂຍບາຍ, ໂຄງການກະທຳລະອຽດ. ລະບົບກົດໝາຍ ນັບມື້ນັບໄດ້ຮັບການປັບປຸງຢ່າງສົມບູນແບບ, ມີກົດໝາຍຫລາຍສະບັບໄດ້ຮັບການປັບປຸງ, ກົດໝາຍໃຫມ່ຫລາຍສະບັບໄດ້ຮັບການປະກາດໃຊ້ ເພື່ອຫັນບັນດາຂໍ້ກຳນົດ ICCPR ເປັນກົດໝາຍພາຍໃນປະເທດ ປະກອບສ່ວນຍົກສູງປະສິດທິຜົນການປົກປ້ອງສິດທິພົນລະເຮືອນ, ການເມືອງ.
ທ່ານຮອງລັດຖະມົນຕີ ຫງວຽນແທງຕິ້ງ ໃຫ້ຮູ້ວ່າ: ພາຍຫລັງວາລະໂອ້ລົມສົນທະນາຄັ້ງນີ້, ກະຊວງ ຍຸຕິທຳ ຈະຍື່ນສະເຫນີນາຍົກລັດຖະມົນຕີ ໃຫ້ປະກາດໃຊ້ແຜນການກະທຳແຫ່ງຊາດ ເພື່ອປະຕິບັດສົນທິສັນຍາ ICCPR ແລະບັນດາຄຳສະເຫນີແນະຂອງຄະນະກຳມະການສິດທິມະນຸດໃຫ້ມີປະສິດທິຜົນ. ໃນນັ້ນສຸມໃສ່ເຂົ້າໃນການຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງ ຖັນແຖວພະນັກງານ ກ່ຽວກັບບັນດາທັດສະນະ, ແຜນນະໂຍບາຍໃຫຍ່ຂອງພັກ ກ່ຽວກັບສິດທິມະນຸດ. ທຸກແຜນນະໂຍບາຍ, ນະໂຍບາຍ ຕ້ອງຖືມະນຸດເປັນໃຈກາງ, ເລີ່ມຈາກຊີວິດ, ສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ. ຕໍ່ຈາກນັ້ນ ແມ່ນຫັນບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດຊື່ງ ຫວຽດນາມ ແມ່ນສະມາຊິກໃຫ້ເປັນກົດໝາຍນຳໃຊ້ພາຍໃນປະເທດ, ຮັບປະກັນລະບົບກົດໝາຍຢ່າງມີປະຊາທິປະໄຕ, ຍຸຕິທຳ, ຄົບຖ້ວນ, ທັນການ, ຄົບຊຸດ, ເປັນເອກະພາບ, ສຳຜັດຢ່າງງ່າຍດາຍ, ຖືສິດ ແລະຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງມະນຸດເປັນໃຈກາງ.