(VOVWORLD) -
ຈາກທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ທີ່ “ຖືສຸຂະພາບແມ່ນທຶນທີ່ມີຄ່າທີ່ສຸດຂອງມະນຸດ ແລະ ສັງຄົມ, ແມ່ນກຳລັງໜູນໃຫ້ແກ່ການພັດທະນາຂອງປະເທດຊາດ”, ມີຫຼາຍແຜນນະໂຍບາຍໄດ້ປະກາດໃຊ້, ປະກອບສ່ວນຍົກສູງຄຸນນະພາບຊີວິດ, ເພີ່ມອາຍຸຍືນ, ຫລຸດອັດຕາສ່ວນຜູ້ເສຍຊີວິດ… ໃນນັ້ນ, ມະຕິເລກທີ 72 ຂອງກົມການເມືອງກ່ຽວກັບ “ບາງມາດຕະການບຸກທະລຸ, ເພີ່ມທະວີການປົກປ້ອງ, ສົ່ງເສີມ ແລະ ຍົກສູງສຸຂະພາບ ປຊຊ” (ມະຕິເລກທີ 72) ໄດ້ຮັບການປະກາດໃຊ້ ບໍ່ພຽງແຕ່ສືບທອດ, ພັດທະນາ ຫາກຍັງມີລະດັບຍຸດທະສາດ, ສະແດງໃຫ້ເຫັນບັນດາບຸລິມະສິດທີ່ໃໝ່ອຽມ, ຕອບສະໜອງຄຳຮຽກຮ້ອງຂອງໄລຍະພັດທະນາໃໝ່ຂອງປະເທດຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VGP/ເຍິດບັກ) |
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕາງໜ້າກົມການເມືອງເຊັນປະກາດໃຊ້ມະຕິເລກທີ 72 ໃນວັນທີ 9 ກັນຍາ ປີ 2025. ມະຕິດັ່ງກ່າວບໍ່ພຽງແຕ່ມີລັກສະນະຮີບດ່ວນໃນສະເພາະໜ້າເທົ່ານັ້ນ, ຫາກຍັງມີຄວາມໝາຍຍຸດທະສາດອັນຍາວນານ, ເພື່ອແນໃສ່ຍົກສູງຂອບຂະໜາດ, ກຳລັງກາຍ, ພູມປັນຍາ, ຈິດໃຈຂອງຊາວ ຫວຽດນາມ ໃນສັງກາດພັດທະນາໃໝ່ອີກດ້ວຍ.
ນັບແຕ່ເມື່ອສ້າງຮ່າງມະຕິ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກຄຳຮຽກຮ້ອງມະຕິຕ້ອງມີລັກສະນະຍຸດທະສາດ, ລັກສະນະກະທຳ ແລະ ບຸກທະລຸ “ບໍ່ໃຊ້ທິດສະດີຫຼາຍ” ແລະ ຮັບປະກັນລັກສະນະເປັນໄປໄດ້, ຍົກອອກບັນດາມາດຕະການ ແລະ ເງື່ອນໄຂໄປພ້ອມເພື່ອຜັນຂະຫຍາຍ:
ການສຳຮອງແມ່ນແກ່ນສານ, ຮາກຖານແມ່ນພື້ນຖານ- ປຊຊ ແມ່ນໃຈກາງ. ເປົ້າໝາຍແມ່ນເພີ່ມອາຍຸຍືນ, ສຸຂະພາບເຂັ້ມແຂງ, ຫຼຸດຜ່ອນຄ່າໃຊ້ຈາຍໃຫ້ຄົນເຈັບ, ຫັນລະບົບເປັນດີຈີຕອນ, ປັບປຸງການແພດຮາກຖານ, ຍົກສູງຄຸນນະພາບການບໍລິການ ແລະ ຄວາມເພິ່ງພໍໃຈຂອງ ປຊຊ.
ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ (ພາບ: VGP/ເຍິດບັກ)
|
ບົນເນື້ອໃນຈິດໃຈນັ້ນ, ມະຕິເລກທີ 72 ໄດ້ກຳນົດບັນດາທັດສະນະຊີ້ນຳໃຫ່ຍ, ບໍ່ຢຸດຢູ່ເລື່ອງຕອບສະໜອງຄວາມຕ້ອງການກວດ, ປິ່ນປົວພະຍາດ, ຫາກຍັງໄດ້ມຸ່ງໄປເຖິງການສົ່ງເສີມສຸຂະພາບຮອບດ້ານ, ລວມມີທັງການແພດສຳຮອງ, ການປິ່ນປົວພະຍາດ, ຟື້ນຟູອະໄວຍະວະ, ເບິ່ງແຍງດູແລດ້ານຈິດໃຈ ແລະ ຍົກສູງກຳລັງແຮງຮ່າງກາຍ. ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ຢືນຢັນວ່າ:
ມະຕິສືບຕໍ່ສືບທອດທັດສະນະຂອງພັກກ່ຽວກັບການສົ່ງເສີມ, ປົກປ້ອງສຸຂະພາບຂອງ ປຊຊ, ແຕ່ມີບາງຈຸດເດັ່ນທີ່ມີລັກສະນະພິເສດສະເພາະ ແລະ ລະອຽດກວ່າ. ນັ້ນແມ່ນພວກເຮົາຮັບຮູ້ວຽກງານປົກປ້ອງ, ສົ່ງເສີມສຸຂະພາບຂອງ ປຊຊ ດ້ວຍຂອບເຂດຮອບດ້ານກວ່າ. ມຸ່ງໄປເຖິງເປົ້າໝາຍແມ່ນສ້າງປະເທດ ຫວຽດນາມ ເຂັ້ມແຂງ, ປຊຊ ທຸກຄົນລ້ວນແຕ່ໄດ້ຮັບການສົ່ງເສີມສຸຂະພາບ, ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນພະຍາດໃນທົ່ວສັງຄົມ, ປະກອບສ່ວນສຳຄັນ ແລະ ຊຸກຍູ້ການພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນໃນສັງກາດໃໝ່.
ມາດຕະການ ແລະ ການກະທຳອັນລະອຽດ
ມະຕິເລກທີ 72 ໄດ້ວາງອອກບັນດາໝວດໜ້າທີ່, ມາດຕະການ, ລວມມີ: ປັບປຸງລະບົບການແພດສຳຮອງ, ການແພດຮາກຖານ ແລະ ການແພດພື້ນເມືອງ; ປ່ຽນໃໝ່ຈິດໃຈຮັບໃຊ້ຄົນເຈັບ; ປິ່ນປົວພະຍາດບຸລິມະສິດໂດຍໄວ; ນຳໃຊ້ກອງທຶນປະກັນສຸຂະພາບແບບຍືນຍົງ; ສ້າງພື້ນຖານໂຄງລ່າງຂໍ້ມູນການແພດ ແລະ ສົ່ງເສີມການພັດທະນາການແພດພາກເອກະຊົນ. ທ່ານຮອງສາດສະດາຈານ, ປະລິນຍາເອກ ດ່າວຊວັນເກີ, ຜູ້ອຳນວຍການໂຮງໝໍ ແບັກມາຍ ໃຫ້ຂໍ້ສັງເກດວ່າ:
ຂ້າພະເຈົ້າຖືວ່າ ປຊຊ ຫວຽດນາມ ທຸກຄົນ ລ້ວນແຕ່ມີຄວາມປິຕິຊົມຊື່ນ ແລະ ຕອບສະໜອງ, ນັ້ນແມ່ນເລື່ອງໄດ້ກວດສຸຂະພາບເປັນປະຈຳ ແລະ ບໍ່ຕ້ອງເສຍຄ່າໂດຍພື້ນຖານ ຕາມການປະກັນສະຂຸພາບ ຊື່ງໄດ້ນຳເຂົ້າມະຕິ. ກ່ຽວກັບຍຸດທະສາດພັດທະນາເພີ່ມທະວີການແພດຮາກຖານ ແລະ ຊັບພະຍາກອນມະນຸດການແພດຢູ່ຕາແສງ, ຂ້າພະເຈົ້າຖືວ່າ ນີ້ແມ່ນະໂຍາຍສຳຄັນທີ່ສຸດ, ຖືກຕ້ອງ ແລະ ຖືກເປົ້າໝາຍ ເພື່ອມີແຫຼ່ງຊັບພະຍາກອນພະນັກງານການແພດຮາກຖານ ເພື່ອເບິ່ງແຍງດູແລ ປຊຊ, ຖື ປຊຊ ເປັນໃຈກາງ, ປຊຊ ໄດ້ຊົມໃຊ້, ໄດ້ຮັບການສົ່ງເສີມສຸຂະພາບຢູ່ການແພດຂັ້ນຮາກຖານ ບ່ອນທີ່ເຂົາເຈົ້າຢູ່ອາໄສ.
ການຜັນຂະຫຍາຍມະຕິ 72 ຈະນຳມາເຊິ່ງບັນດາການກະທົບທີ່ເລິກເຊິ່ງກວ້າງຂວາງ. ກ່ຽວກັບດ້ານເສດຖະກິດ - ສັງຄົມ, ຊົນຊາດໜຶ່ງທີ່ເຂັ້ມແຂງຈຶ່ງຈະສ້າງກຳລັງແຮງງານທີ່ມີຄຸນນະພາບສູງໄດ້, ປະກອບສ່ວນຍົກສູງສະມັດຕະພາບ, ປົວແປງຄວາມສາມາດແກ່ງແຍ້ງສາກົນ. ກ່ຽວກັບດ້ານຊີວິດສັງຄົມ, ເມື່ອທຸກຄົນລ້ວນແຕ່ມີໂອກາດເຂົ້າເຖິງການບໍລິການການແພດທີ່ມີຄຸນນະພາບສູງ, ຄວາມຍຸດຕິທຳສັງຄົມໄດ້ຮັບການປັບປຸງ, ຄວາມໄວ້ເນື້ອເຊື່ອໃຈຂອງ ປຊຊ ຕໍ່ລະບອບໄດ້ຮັບການເພີ່ມທະວີ. ກ່ຽວກັບດ້ານຄວາມໝັ້ນຄົງ, ລະບົບການແພດເຂັ້ມແຂງ ຈະຊ່ວຍໃຫ້ປະເທດຊາດສາມາດຮັບມືກັບໂລກລະບາດ, ໄພທຳມະຊາດ, ໄພພິບັດ, ຮັບປະກັນສະຖຽນລະພາບດ້ານການເມືອງ-ສັງຄົມໄດ້./.