ສື່ມວນຊົນປະຕິວັດ ແລະ ພາລະກຳຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ

(VOVWORLD) - ໃນຊຸມມື້ນີ້ ຫວຽດນາມ ພວມສະເຫລີມສະຫລອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ (ວັນທີ 21 ມິຖຸນາ ປີ 1925 - ວັນທີ 21 ມິຖຸນາປີ 2025). ໃນຕະຫລອດວິວັດການນີ້ ສື່ມວນຊົນປະຕິວັດ ຫວຽດນາມຍາມໃດກໍ່ຈົງຮັກພັກດີກັບຄະຕິທຳເປົ້າໝາຍທີ່ວາງອອກຈາກເບື້ອງຕົ້ນ ກາຍເປັນອາວຸດແຫລມຄົມ ຮ່ວມເດີນທາງພ້ອມກັບປະເທດຊາດໃນບັນດາການຕໍ່ສູ້ທີ່ລຳບາກກາກກຳກໍ່ຄືໃນພາລະກິດແຫ່ງການສ້າງສາປະເທດຊາດ.
ສື່ມວນຊົນປະຕິວັດ ແລະ ພາລະກຳຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ - ảnh 1ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີ໋ນ ມອບຂອງຂວັນອວຍພອນບັນດານັກຂ່າວເນື່ອງໃນໂອກາດ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ. (ພາບ: VOV)

ດ້ວຍຂີດໝາຍທຳອິດແມ່ນ ຫນັງສືພິມແທງນຽນ (ຊາວຫນຸ່ມ) ໂດຍ  ທ່ານ ຫງວຽນອາຍກວັກ ກໍ່ຕັ້ງ, ພິມຈຳຫນ່າຍດ້ວຍພາສາແຫ່ງຊາດ, ອອກສະບັບທຳອິດໃນວັນທີ 21 ມິຖຸນາປີ 1925,  ສື່ມວນຊົນປະຕິວັດໄດ້ສ້າງຂຶ້ນຄືດັ່ງຄວາມຈຳເປັນທີ່ແນ່ນອນຂອງປະຫວັດສາດ.

ຍາມໃດກໍ່ຮັກສາພາລະກຳຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ

ເມື່ອໄດ້ຮັບການສ້າງຂຶ້ນ ດ້ວຍເປົ້າໝາຍແມ່ນຮັບໃຊ້ການປະຕິວັດ, ສື່ມວນຊົນ ຫວຽດນາມ ສວມບົດບາດສຳຄັນໃນພາລະກິດແຫ່ງການຕໍ່ສູ້ເພື່ອພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍ່ຄືໃນພາລະກິດແຫ່ງການປ່ຽນແປງໃຫມ່.

ນັບແຕ່ຫົວທີ, ສື່ມວນຊົນປະຕິວັດ ຫວຽດນາມ ໄດ້ມີຄຸນນະທາດປະຊາຊົນຢ່າງເລິກເຊິ່ງ. ສື່ມວນຊົນປະຕິວັດ ເລືອກເຟັ້ນມະຫາຊົນ ພິເສດແມ່ນກຳມະກອນ, ຊາວຜູ້ອອກແຮງງານ, ປັນຊາຊົນຮັກຊາດ ເປັນໃຈກາງຮັບໃຊ້ ແມ່ນຜູ້ຮັບເອົາຂໍ້ມູນ ແມ່ນເຈົ້າຂອງສ່ອງແສງ ແລະ ກໍ່ແມ່ນຜູ້ປະດິດຄິດສ້າງເນື້ອໃນພຶດຕິກຳຕົວຈິງ.

ສື່ມວນຊົນປະຕິວັດ ຫວຽດນາມ ກໍ່ສະແດງໃຫ້ເຫັນລັກສະນະຊົນຊາດຢ່າງຈະແຈ້ງ ເມື່ອເສີມຂະຫຍາຍບົດບາດເຊື່ອມຕໍ່ກັບບັນດາພາກສ່ວນໃນສັງຄົມ, ລະດົມ ແລະເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ການຮັກສາຫລັກໝັ້ນ “ຖືປະຊາຊົນເປັນກົກ” ແມ່ນພື້ນຖານເພື່ອໃຫ້ສື່ມວນຊົນ ຫວຽດນາມ ສືບຕໍ່ປະຕິບັດສຳເລັດພາລະກິດອັນສະຫງ່າລາສີຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາພົບປະກັບອົງການ ສື່ມວນຊົນປະຕິວັດ ຫວຽດນາມ (ວັນທີ 15 ມິຖຸນາ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີ໊ນ ເນັ້ນຫນັກວ່າ:

“ຂ້າພະເຈົ້າຢ້ຳຄືນຄຳເວົ້າຂອງທ່ານປະທານໂຮ່ຈິມິນ ທີ່ແສນເຄົາລົບຮັກ, ສື່ມວນຊົນປະຕິວັດແມ່ນຫນຶ່ງໃນບັນດາອາວຸດອັນແຫລມຄົມໃນພາລະກິດປະຕິວັດ. ບັນດາຜູ້ເຮັດວຽກງານສື່ມວນຊົນ ຍາມໃດກໍ່ມີຄວາມປາດຖະຫນາສຸດສຸດສຸດໃຈເຮັດແນວໃດຕ້ອງຮັກສາຈຳຍາບັນຂອງຜູ້ເຮັດວຽກງານສື່ມວນຊົນປະຕິວັດ, ຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ.”

ເມື່ອກ່າວບົດປະກອບຄຳເຫັນທີ່ການໂອ້ລົມສົນທະນາ, ພົບປະກັບບັນດາອົງການສື່ມວນຊົນປະຕິວັດ ຫວຽດນາມ ໃນວັນທີ 15 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານ ໂດ໋ຕຽນສີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

 “ໃນໄລຍະຈະມາເຖິງ ຄວນສືບຕໍ່ສົ່ງເສີມບັນດາຂໍ້ລິເລີ່ມດ້ານການສື່ສານໂດຍອີງໃສ່ເຕັກໂນໂລຊີເປັນພື້ນຖານ : “Made in Vietnam”, ປະກາດໃຊ້ ຍຸດທະສາດແຫ່ງຊາດກ່ຽວກັບດ້ານການສື່ສານດິຈິຕອນຮອດປີ 2035, ໂຮມປະມວນການສື່ສານໃນໂຄງການຫັນເປັນດິຈິຕອນແຫ່ງຊາດ, ແບ່ງປັນເຕັກໂນໂລຊີ, ຫັນຂໍ້ມູນເປັນມາດຖານ ແລະ ສ່ອງແສງຢ່າງວ່ອງໄວຕໍ່ຫນ້າສະພາບວິກິດການດ້ານຂໍ້ມູນຂ່າວສານ”

ການພັດທະນາຢ່າງແຮງຂອງເຕັກໂນໂລຊີສື່ສານທັນສະໄຫມ ໄດ້ວາງອອກຫລາຍສິ່ງທ້າທາຍ ແຕ່ກໍ່ເປີດກາລະໂອກາດເພື່ອໃຫ້ສື່ມວນຊົນປະຕິວັດ ຫວຽດນາມເສີມຂະຫຍາຍບົດບາດເຊື່ອມຕໍ່ຢ່າງແຮງ, ຊັກຈູງຫາງສຽງສັງຄົມໃນສະພາບແວດລ້ອມດ້ານສື່ສານໃຫມ່. ທ່ານ ຫງວຽນຈ້ອງເຫງ໊ຍ, ຫົວຫນ້າ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ກ່າວວ່າ:

 “ແນ່ນອນວ່າ ໃນສານຂອງທ່ານເລຂາທິການໃຫຍ່ ຢູ່ ພິທີສະເຫລີມສະຫລອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ ຈະສົ່ງສານລະດັບຍຸດທະສາດເພື່ອຊາບຊຶມ ແລະ ປະຕິບັດ; ພ້ອມກັບເລື່ອງມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໃນໄລຍະຈະມາເຖິງ.”

ສື່ມວນຊົນປະຕິວັດ ແລະ ພາລະກຳຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ - ảnh 2ທ່ານ ໂດ໋ຕຽນສີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ. (ພາບ: VOV)

          ປະຫວັດສາດຂອງສື່ມວນຊົນ ຫວຽດນາມແມ່ນຕິດພັນກັບປະຫວັດສາດການປະຕິວັດ ຫວຽດນາມ. ເອກະສານກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ຄັ້ງທີ XIII ໄດ້ກຳນົດ ການສ້າງພື້ນຖານສື່ມວນຊົນ, ສື່ສານເປັນມືອາຊີບ, ວັດທະນະທຳມະນຸດ ແລະ ທັນສະໄຫມ. ຈາກຜົນງານທີ່ບັນລຸໄດ້ໃນວິວັດການ 100 ປີຜ່ານມາ ພ້ອມກັບການກຳນົດທິດໃຫຍ່ໃນການພັດທະນາ, ສື່ມວນຊົນປະຕິວັດ ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບຊາດ , ປະເທດຊາດ ເພື່ອບັນລຸໃຫ້ໄດ້ບັນດາຜົນງານໃນສັງກາດພັດທະນາໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ