ສານກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງແຫ່ງການພັດທະນາຂອງ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາພວມມີການຢ້ຽມຢາມ ສ. ໂປໂລຍ, ສ. ເຊັກໂກ, ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 55 ເວທີປາໄສເສດຖະກິດໂລກ (WEF) ຢູ່ ດາໂວດ (Davos), ປະເທດ ສະວິດ ແລະ ເຮັດວຽກສອງຝ່າຍຢູ່ ສະວິດ ແຕ່ວັນທີ 15-23 ມັງກອນ. ການປະຕິບັດງານປະກອບສ່ວນເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນເລິກເຊິ່ງຂຶ້ນຕື່ມ, ຍົກສູງຖານະບົດບາດກວ່າອີກ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ, ສົ່ງສານກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງແຫ່ງການພັດທະນາຂອງຊາດ, ດຶງດູດບັນດາແຫລ່ງກຳລັງສາກົນຢ່າງສຸດຂີດ ຮັບໃຊ້ບັນດາຄາດໝາຍແຫ່ງການພັດທະນາປະເທດຊາດ.

ສານກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງແຫ່ງການພັດທະນາຂອງ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ສ. ໂປໂລຍ. (ພາບ: VGP/Nhật Bắc)

ການໄປຢ້ຽມຢາມແມ່ນມີຄວາມໝາຍສຳຄັນ, ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫລາຍຮູບແບບ, ຫລາຍຝ່າຍ, ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນຂອງ ຫວຽດນາມ.

ຊຸກຍູ້ການຮ່ວມມືກັບ ໂປໂລຍ, ເຊັກໂກ ແລະ ສະວິດ ຢ່າງເລິກເຊິ່ງ

ຈາກແງ່ມູມສອງຝ່າຍ, ການຢ້ຽມຢາມ ໂປໂລຍ, ເຊັກໂກ ແລະ ເຮັດວຽກຢູ່ ສະວິດ ຢ່າງເປັນທາງການ ແມ່ນກາລະໂອກາດສຳຄັນເພື່ອໃຫ້ ຫວຽດນາມ ຊຸກຍູ້ການຮ່ວມມືກັບບັນດາປະເທດຢ່າງເລິກເຊິ່ງກວ່າ ກໍ່ຄືພາກພື້ນ ເອີລົບຕາເວັນອອກກາງ ແລະ ສະຫະພາບເອີລົບ (ອີຢູ) ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງ ໂປໂລຍ, ເຊັກໂກ ກັບ ອາຊຽນ, ເພີ່ມທະວີການສົມທົບກັນແກ້ໄຂບັນດາບັນຫາພາກພື້ນ ແລະ ທົ່ວໂລກ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງຢູ່ແຕ່ລະພາກພື້ນ ແລະ ໃນໂລກ.

ສຳລັບ ເຊັກໂກ ແລະ ໂປໂລຍ, ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນພິເສດ ຍ້ອນແມ່ນດຳເນີນກົງກັບໂອກາດສະເຫລີມສະຫລອງ 75 ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ກັບ ໂປໂລຍ ແລະ ກັບ ເຊັກໂກ (02/1950-02/2025). ນີ້ແມ່ນສອງຄູ່ຮ່ວມມືເພື່ອນມິດທີ່ເປັນມູນເຊື້ອ, ຊື່ງແມ່ນບັນດາປະເທດຍາມໃດກໍຮຽງບ່າຮຽງໄຫລ່, ສະຫງວນການສະຫນັບສະຫນູນ, ການຊ່ວຍເຫລືອອັນລຳ້ຄ່າໃຫ້ປະຊາຊົນ ຫວຽດນາມ ໃນຊຸມປີຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືໃນພາລະກິດແຫ່ງການພັດທະນາປະເທດຊາດໃນຊຸມທົົດສະຫວັດຜ່ານມາ. ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:           

“ສຳລັບພື້ນຖານອັນລຳ້ຄ່ານັ້ນ, ການຢ້ຽມຢາມຄັ້ງນີ້, ທ່ານນາຍົົກລັດຖະມົນຕີ ຟ້າມມິງຈິງ ແລະ ການນຳບັນດາປະເທດ ພ້ອມກັນຕີລາຄາຄືນບັນດາໝາກຜົນການຮ່ວມມືອັນດີງາມໃນໄລຍະທາງ 75 ປີຜ່ານມາ, ວາງອອກບັນດາການກຳນົດທິດໃຫຍ່, ສ້າງກຳລັງຫນູນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ສອງປະເທດດັ່ງກ່າວຂຶ້ນສູ່ລະດັບສູງໃຫມ່. ທ່ານນາຍົກລັດຖະມົນຕີ ແລະ ການນຳຂັ້ນສູງບັນດາະເທດ ຈະປຶກສາຫາລື ແລະ ເປັນເອກະພາບບັນດາມາດຕະການສຳຄັນເພື່ອແນໃສ່ຍົກສູງລັກສະນະຍຸດທະສາດໃນບັນດາເນື້ອໃນຈິດໃຈການຮ່ວມມື, ເຮັດໃຫມ່ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ສ້າງກຳລັງຫນູນ, ບາດກ້າວບຸກທະລຸໃນບັນດາຂົງເຂດທີ່ມີຄວາມສາມາດບ່ົມຊ້ອນ ແລະ ສຳຄັນ.

  ໃນຂະນະນັ້ນ, ບັນດາການເຄືື່ອນໄຫວສອງຝ່າຍຂອງທ່ານນາຍົກລັດຖະມົນຕີ ຢູ່ ສະວິດ, ຊື່ງແມ່ນຄູ່ຮ່ວມມືສຳຄັນແຖວຫນ້າຂອງ ຫວຽດນາມ ໃນກຸ່ມການຄ້າເສລີ ເອີລົບ (EFTA), ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເຮັດໃຫ້ການພົວພັນ ລະຫວ່າງ ຫວຽດນາມ ແລະ ສະວິດ ເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ການນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃຫມ່, ສອດຄ່ອງກັບທ່າແຮງ ແລະ ຕອບສະຫນອງຜົນປະໂຫຍດອັນແທດຈິງຂອງສອງປະເທດ, ເປັນຕົ້ນແມ່ນໃນບັນດາຂົງເຂດການຮ່ວມມືດ້ານການເງິນ, ພັດທະນາສູນກາງການເງິນສາກົນຢູ່ ຫວຽດນາມ, ເຕັກໂນໂລຊີ, ນະວັດຕະກຳ..

ສານກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງແຫ່ງການພັດທະນາຂອງ ຫວຽດນາມ - ảnh 2ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ. (ພາບ:VGP)

ສົ່ງສານຄວາມຕັດສິນໃຈ, ຄວາມຄາດຫວັງ ແລະ ວິໄສທັດຂອງ ຫວຽດນາມ ຕໍ່ກັບໂລກ

    ຢູ່ໃນແງ່ມູມຫລາຍຝ່າຍ, ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ WEF Davv os ຄັ້ງທີ 55 ດ້ວຍຫົວເລື່ອງ “ການຮ່ວມມືໃນສັງກາດອັດສະລິຍະ” ທີ່ຄະນະການນຳ WEF ແລະ ປະຊາຄົມວິສາຫະກິດທົ່ວໂລກລໍຄອຍ. ການໄປປະຕິບັດງານ ແມ່ນການເຄື່ອນໄຫວການຕ່າງປະເທດຫລາຍຝ່າຍ ເປີດປີຫນຶ່ງແຫ່ງການພົວພັນຕ່າງປະເທດຫລາຍຝ່າຍທີ່ມີຄວາມຟົດຟື້ນທີ່ສຸດຂອງ ຫວຽດນາມ. ທ່ານ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ນາງ ຫງວຽນມິງຮັ່ງ ໃຫ້ຮູ້ວ່າ:        “ທ່ານນາຍົກລັດຖະມົນຕີ ຈະສົ່ງສານສຳຄັນກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງ ແລະ ວິໄສທັດຂອງ ຫວຽດນາມ ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາຍຸດທະສາດໃນ 20 ປີ ຈະມາເຖິງ. ດ້ວຍການໂອ້ລົມປຶກສາຫາລືຢູ່ກອງປະຊຸມທີ່ມີການເຂົ້າຮ່ວມຂອງການນຳຫລາຍປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ກຸ່ມບໍລິສັດແຖວຫນ້າໂລກ ກວ່າ 3000 ທ່ານ, ຫວຽດນາມ ກໍ່ກຳໄດ້ບັນດາທ່າອ່ຽງພັດທະນາຂອງຍຸກສະໄຫມ, ໂຄງສ້າງຂອງສັງກາດອັດສະລິຍະຢ່າງທັນການ, ຈາກນັ້ນກໍ່ຈຳກັດບັນດາການກະທົບທີ່ຫຍໍ້ທໍ້ຈາກບັນດາທ່າອ່ຽງໃຫມ່ຢ່າງສຸດຂີດ”.

 ທ່ານນາຍົກລັດຖະມົນຕີ ຈະເປັນປະທານການປືກສາຫາລືຄັ້ງຕ່າງໆ ກ່ຽວກັບບັນດາຫົວເລື່ອງຢ່າງແທດຈິງ, ຕິດພັນກັບຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈີຕອນແຫ່ງຊາດ. ຜ່ານກອງປະຊຸມ WEF Davos ຄັ້ງທີ 55, ຫວຽດນາມ ຈະສືບຕໍ່ຢັ້ງຢືນບົດບາດ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ຕັ້ງຫນ້າ, ມີຄວາມຮັບຜິດຊອບ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງປະຊາຄົມສາກົນໃນສັງກາດອັດສະລິຍະ, ມຸ່ງໄປເຖິງອະນາຄົດທີ່ວັດທະນາຖາວອນ ແລະ ຍືນຍົງໃຫ້ແກ່ມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ