ຫວຽດ​ນາມ ແລະ ຈິດ​ໃຈ​ເຊື່ອມ​ໂຍງ​ຢ່າງ​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ

(VOVWORLD) - ຢູ່ກອງປະຊຸມທົ່ວປະເທດເຊື່ອມຊືມ, ຜັນຂະຫຍາຍປະຕິບັດ 4 ມະຕິໂດຍກົມການເມືອງ, ຄະນະເລຂາທິການ ຈັດຂຶ້ນໃນວັນທີ 16 ກັນຍາ, ໃນນັ້ນມີຫຼາຍເນື້ອໃນກ່ຽວຂ້ອງເຖິງມະຕິເລກທີ 59 ວ່າດ້ວຍເຊື່ອມໂຍງສາກົນ ໄດ້ສະແດງໃຫ້ເຫັນບາດລ້ຽວກ່ຽວກັບການປ່ຽນແປງໃໝ່ຈິນຕະນາການ, ວິທີການສຳຜັດໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ. ການເຊື່ອມໂຍງເຂົ້າກັບສາກົນ ທັງກໍ່ໄດ້ຮັບການກຳນົດແມ່ນ “ສຳຄັນ, ເປັນປະຈຳ” ທັງແມ່ນກຳລັງໜູນສຳຄັນ ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

ຫວຽດ​ນາມ ແລະ ຈິດ​ໃຈ​ເຊື່ອມ​ໂຍງ​ຢ່າງ​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VGP)

ໂລກພວມມີການປ່ຽນແປງທີ່ມີລັກສະນະຍຸກສະໄໝ. ນີ້ກໍ່ແມ່ນຍຸກສະໄໝຍຸດທະສາດທີ່ສຳຄັນຂອງການປະຕິວັດ ຫວຽດນາມ ເພື່ອກ້າວເຂົ້າສູ່ສັງກາດໃໝ່. ມະຕິເລກທີ 59 ສະແດງໃຫ້ເຫັນທັດສະນະກຳລັງພາຍໃນຂອງປະເທດຊາດກາຍເປັນພື້ນຖານໃຫ້ແກ່ທຸກການກຳນົດທິດໃນການເຊື່ອມໂຍງ. ສິ່ງນີ້ຮຽກຮ້ອງໃຫ້ຫວຽດນາມ ບໍ່ພຽງແຕ່ປະຕິບັດຕາມມາດຖານສາກົນເທົ່ານັ້ນ ຫາກຍັງຕ້ອງເປັນເຈົ້າການໃນການປະກອບສ່ວນອີກດ້ວຍ.

ການເຊື່ອມໂຍງເຂົ້າກັບສາກົນ ໃນປັດຈຸບັນບໍ່ພຽງແຕ່ແມ່ນເລື່ອງກຳນົດຖານະບົດບາດ ຫວຽດນາມ ແມ່ນປະເທດໄປຕາມຫຼັງ, ເຂົ້າຮ່ວມ, ເຊື່ອມໂຍງເທົ່ານັ້ນ ຫາກຍັງກຳນົດຖານະບົດບາດຂອງປະເທດ ທີ່ສ້າງສັນ, ມີການກຳນົດຮູບແບບ ແລະ ນຳພາຂອງຂອບເຂດການຮ່ວມມືທີ່ເໝາະສົມກັບເງື່ອນໄຂແລະ ຄວາມສາມາດບົ່ມຊ້ອນໃໝ່ຂອງປະເທດຊາດອີກດ້ວຍ.

ການເຊື່ອມໂຍງເຂົ້າກັບ ສາກົນ ແມ່ນກຳລັງໜູນຍຸດທະສາດ

ມະຕິເລກທີ 59 ກຳນົດຢ່າງຈະແຈ້ງວ່າການເຊື່ອມໂຍງເຂົ້າກັບສາກົນແມ່ນກຳລັງໜູນຍຸດທະສາດ ບົນພື້ນຖານກຳລັງພາຍໃນທີ່ມີບົດບາດຕັດສິນ, ເພີ່ມເຕີມກຳລັງພາຍໃນໄປຄຽງຄູ່ກັບການຍາດແຍ່ງກຳລັງພາຍນອກ, ຕິດພັນກັບການເຊື່ອມໂຍງ ກັບການປັກຮັກສາຜົນປະໂຫຍດແຫ່ງຊາດຢ່າງແໜ້ນແຟ້ນ, ທັງຮ່ວມມື, ທັງຕໍ່ສູ້. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນວ່າ:

ຮັບປະກັນບັນດາຫຼັກການກ່ຽວກັບຈິດໃຈ, ຖານະບົດບາດໃໝ່, ຈິນຕະນາການ ແລະ ວິທີການສຳຜັດໃໝ່ກ່ຽວກັບເຊື່ອມໂຍງເຂົ້າກັບສາກົນ, ຫັນປ່ຽນຈາກຈິນຕະນາການ ຮັບເອົາມາເປັນຈິນຕະນາການປະກອບສ່ວນ, ຈາກການເຊື່ອມໂຍງລວມມາເປັນການເຊື່ອມໂຍງຢ່າງຄົບຖ້ວນ, ຈາກຖານະຂອງປະເທດ ໄປຕາມຫຼັງ ມາເປັນສະພາບການຂອງປະເທດ ບືນຕົວຂຶ້ນ, ນຳໜ້າໃນບັນດາຂົງເຂດໃໝ່.

ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ແມ່ນການເຊື່ອມໂຍງຢ່າງຄົບຊຸດ, ຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ. ບັນດາຂົງເຂດເຊື່ອມໂຍງຕ້ອງຕິດພັນຢ່າງແໜ້ນແຟ້ນ, ເພີ່ມເຕີມໃຫ້ເຊິ່ງກັນແລະກັນ ໃນຍຸດທະສາດສັງລວມ, ມີຈຸດສຸມ, ມີການຄັດເລືອກ ກັບວິວັດການ ແລະ ບາດກ້າວທີ່ເໝາະສົມ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

ການເຊື່ອມໂຍງດ້ານເສດຖະກິດໄດ້ກຳນົດແມ່ນໃຈກາງ, ການເຊື່ອມໂຍງເຂົ້າບັນດາຂົງເຂດອື່ນຕ້ອງສ້າງຄວາມສະດວກໃຫ້ແກ່ການເຊື່ອມໂຍງເຂົ້າກັບເສດຖະກິດ ດ້ວຍບຸລິມະສິດແຖວໜ້າແມ່ນ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ຊຸກຍູ້ການຫັນເປັນດີຈີຕອນ. ການເຊື່ອມໂຍງກ່ຽວກັບການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕ້ອງມຸ່ງໄປເຖິງເປົ້າໝາຍຍົກສູງຄວາມສາມາດບົ່ມຊ້ອນ, ຖານະບົດບາດຂອງປະເທດຊາດ, ປົກປັກຮັກສາປະເທດ ໂດຍໄວແຕ່ໄກ, ແຕ່ເມື່ອປະເທດຊາດຍັງບໍ່ທັນ ປະສົບຄວາມສ່ຽງ.

ຫວຽດນາມ ກໍ່ຍູ້ແຮງການເຊື່ອມໂຍງຢ່າງຮອບດ້ານ ກ່ຽວກັບວັດທະນະທຳ, ສັງຄົມ, ການທ່ອງທ່ຽວ, ສິ່ງແວດລ້ອມ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ ແລະ ບັນດາຂົງເຂດອື່ນໆ, ເພື່ອແນໃສ່ເສີມຂະຫຍາຍ, ໂຄສະນາວັດທະນະທຳຊາດ, ເພີ່ມທະວີການຮ່ວມມືກ່ຽວກັບການຄົ້ນຄ້ວາ, ໝູນໃຊ້ວິທະຍາສາດທາງການແພດ, ເບິ່ງແຍງດູແລສຸຂະພາບປະຊາຊົນ, ປ່ຽນແປງໃໝ່, ຍົກສູງຄຸນນະພາບການສຶກສາພາຍໃນປະເທດ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ, ພັດທະນາຊາວຫວຽດນາມ ໃຫ້ທຽບເທົ່າກັບເພື່ອນມິດສາກົນ ກ່ຽວກັບທັງ ພູມປັນຍາ ແລະ ຮ່າງກາຍ.

ສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບການປະຕິບັດຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນ ໃຫ້ສົມບູນແບບ

ໃນການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມກຳນົດຕ້ອງຍົກສູງຄວາມສາມາດໃນການປະຕິບັດ ແລະ ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ແກ້ໄຂຈຸດອຸດຕັນກ່ຽວກັບການປະຕິບັດຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນ, ຍູ້ແຮງການສຳຫຼວດ, ຫັນກົດໝາຍສາກົນເປັນກົດໝາຍພາຍໃນເພື່ອປະຕິບັດບັນດາພັນທະ, ຄຳໝັ້ນສັນຍາຂອງ ຫວຽດນາມ ຢ່າງຄົບຖ້ວນ, ຄົບຊຸດ ແລະ ມີປະສິດທິຜົນ. ຫວຽດນາມ ໝາຍໃຊ້ປະສິດທິຜົນຈາກບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ, ການເຊື່ອມຕໍ່ເສດຖະກິດສາກົນ, ເປັນຕົ້ນແມ່ນບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່ເພື່ອເພີ່ມທະວີຜົນປະໂຫຍດລວມ, ບໍ່ຂຶ້ນກັບຄູ່ຮ່ວມມືຈຳນວນໜ້ອຍ.

ຍູ້ແຮງການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ມີຄຸນນະພາບສູງ, ເປັນຕົ້ນແມ່ນບັນດາກຸ່ມບໍລິສັດໃຫຍ່ທົ່ວໂລກ, ມີບົດບາດນຳພາລະບົບສະໜອງສຳຄັນຈຳນວນໜຶ່ງຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ຊິບເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ… ບຸລິມະສິດໃຫ້ບັນດາໂຄງການລົງທຶນທີ່ມີເຕັກໂນໂລຢີກ້າວໜ້າ, ເຕັກໂນໂລຢີໃໝ່, ເຕັກໂນໂລຢີສູງ, ເຕັກໂນໂລຢີສະອາດ, ການຄຸ້ມຄອງບໍລິຫານທັນສະໄໝ, ມີຜົນກະທົບແຜ່ກະຈາຍ, ບັນດາເຂດອຸດສາຫະກຳຊີວະພາບ - ອັດສະລິຍະ, ສູນນະວັດຕະກຳ, logistics, ບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ, ໃນນັ້ນມີພື້ນຖານໂຄງລ່າງຄົມມະນາຄົມ. ສົ່ງເສີມວິສາຫະກິດ ຫວຽດນາມ ໄປລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຕ່າງປະເທດ, ສ້າງບັນດາເຄື່ອງໝາຍການຄ້າທີ່ມີລະດັບສາກົນ.

ວິວັດການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໄດ້ຜ່ານຜ່າ ແລະ ເຫັນປະຈັກຕາຫຼາຍໄລຍະ, ຫຼາຍເຫດການສຳຄັນ. ເສັ້ນທາງພັດທະນາຂອງ ຫວຽດນາມ ບໍ່ສາມາດຕັດແຍກອອກຈາກທ່າອ່ຽງລວມຂອງໂລກ ແລະ ພື້ນຖານສິວິໄລມວນມະນຸດໄດ້. ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ພ້ອມແລ້ວທີ່ຈະເຊື່ອມໂຍງເຂົ້າກັບພື້ນຖານການເມືອງໂລກ, ເສດຖະກິດທົ່ວໂລກຢ່າງເປັນເຈົ້າການ, ຕັ້ງໜ້າກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ