(VOVWORLD) - ວັນທີ 15 ມີນາ ປີ 2026, ຜູ້ມີສິດເລືອກຕັ້ງ ຫວຽດນາມ ກວ່າ 73 ລ້ານຄົນ ຈະປ່ອນບັດເລືອກຕັ້ງ ສສຊ ຊຸດທີ XVI ແລະ ຜູ້ແທນສະພາ ປຊຊ ຂັ້ນຕ່າງໆ ອາຍຸການ 2026-2031. ນີ້ບໍ່ພຽງແຕ່ແມ່ນຂັ້ນຕອນນິຕິກຳນັດສາມັນເທົ່ານັ້ນ, ຫາກຍັງແມ່ນການສະແດງອອກສິດເປັນເຈົ້າຂອງ ປຊຊ ຢ່າງລະອຽດຜ່ານແຕ່ລະບັດເລືອກຕັ້ງອີກດ້ວຍ. ແຕ່ລະການຄັດເລືອກຂອງຜູ້ມີສິດເລືອກຕັ້ງໃນມື້ນີ້ ແມ່ນຄຳຕອບໃຫ້ແກ່ການພັດທະນາປະເທດແບບຍືນຍົງໃນ 5 ປີຂ້າງໜ້າ.
ຕິດປະກາດບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງຢູ່ບັນດາສະຖານທີ່ເລືອກຕັ້ງ (ພາບ ເລະຈີ) |
ປະເທດຊາດ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃໝ່, ແຕ່ລະບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງກວ່າ 73 ລ້ານຄົນ ແມ່ນ “ດິນຈີ່” ກໍ່ສ້າງປະເທດຊາດໃຫ້ກະທັດລັດ, ມີປະສິດທິພາບ ແລະ ເພື່ອ ປຊຊ ຢ່າງແທ້ຈິງ.
ທ່ານນາງ ຫງວຽນກວິ່ງລຽນ, ກຳມະການຄະນະປະທານ, ຫົວໜ້າຄະນະປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາສັງຄົມ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: VOV) |
ຮັບປະກັນຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ປ່ອນບັດລັບ
ຄຸ່ນຄ່າຂອງບັດເລືອກຕັ້ງແຕ່ລະບັດລ້ວນແຕ່ມີຄວາມສະເໝີພາບໃນການເລືອກຕັ້ງ. ເຖິງວ່າຈະແມ່ນຊາວກະສິກອນ, ກຳມະກອນ, ນັກປັນຍາຊົນ ຫຼືນັກທຸລະກິດ, ເຖິງວ່າຈະຢູ່ເຂດຕົວເມືອງ ຫຼືຊົນນະບົດ, ພົນລະເມືອງແຕ່ລະຄົນລ້ວນແຕ່ມີສິດເທົ່າທຽມກັນໃນການຄັດເລືອກເອົາຜູ້ຕາງໜ້າ. ນັ້ນແມ່ນຄວາມເປັນເອກະພາບລະຫວ່າງສິດ ແລະ ຄວາມຮັບຜິດຊອບ: ສິດໄດ້ຄັດເລືອກ ແລະ ຄວາມຮັບຜິດຊອບໃນການນຶກຄິດຢ່າງລະມັດລະວັງກ່ຽວກັບການຄັດເລືອກຂອງຕົນ. ທ່ານ ເຈິ່ນແຢັງຢຸ້ງ, ຢູ່ຕາແສງ ວີ້ງຕຸຍ, ຮ່າໂນ້ຍ ແບ່ງປັນວ່າ:
ປີນີ້ ຂ້າພະເຈົ້າມີອາຍຸ 75 ປີແລ້ວ, ໄດ້ເລີ່ມໄປປ່ອນບັດກ່ອນນີ້ 52 ປີ. ໄປປ່ອນບັດເລືອກຕັ້ງແມ່ນສິດຂອງພົນລະເມືອງ, ມີຄວາມສັກສິດທີ່ສຸດ. ຍາມໃດຂ້າພະເຈົ້າກໍ່ໄດ້ໄປປ່ອນບັດໂດຍກົງ. ຂ້າພະເຈົ້າໄດ້ຄົ້ນຄ້ວາບັນຊີລາຍຊື່ ແລະ ອີງຕາມຜົນງານຂອງບັນດາຜູ້ສະໝັກຮັບເລືອກຕັ້ງ ເພື່ອເລືອກເອົາບັນດາຜູ້ທີ່ຂ້າພະເຈົ້າມີຄວາມເຊື່ອໝັ້ນ, ເປັນຜູ້ຕາງໜ້າໃຫ້ແກ່ຂ້າພະເຈົ້າ, ເວົ້າແທນສຽງເວົ້າຂອງ ປຊຊ, ຮັບໃຊ້ສັງຄົມນັບມື້ນັບດີກວ່າ.
ປະຈຸບັນ, ວຽກງານກະກຽມການເລືອກຕັ້ງພວມໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານຢູ່ 34 ຄະນະກຳມະການເລືອກຕັ້ງຂັ້ນແຂວງ, 3.321 ຄະນະກຳມະການເລືອກຕັ້ງຂັ້ນຕາແສງ. ທ່ານນາງ ຫງວຽນກວິ່ງລຽນ, ກຳມະການຄະນະປະທານ, ຫົວໜ້າຄະນະປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາສັງຄົມ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:
ທັງລະບົບການເມືອງພວມຕັ້ງໜ້າຜັນຂະຫຍາຍບັນດາວຽກງານໃຫ້ແກ່ການເລືອກຕັ້ງຊື່ງຈະຈັດຂຶ້ນໃນວັນທີ 15 ມີນາ ປີ 2026. ການຮັບປະກັນຜົນສຳເລັດຂອງການເລືອກຕັ້ງຄັ້ງນີ້ ໄດ້ສະແດງໃຫ້ເຫັນຈິດໃຈຖື ປຊຊ ເປັນກົກເຄົ້າ, ແນວຄິດ ລັດຂອງ ປຊຊ, ໂດຍ ປຊຊ, ເພື່ອ ປຊຊ. ການເລືອກຕັ້ງແມ່ນເພື່ອຫັນຈິດໃຈ ປຊຊ ເປັນເຈົ້າຂອງ, ເປັນເຈົ້າຕົນເອງໃຫ້ປະກົດຜົນເປັນຈິງ, ແມ່ນການສະແດງອອກຢ່າງມີຊີວິດຊີວາທີ່ສຸດຂອງສິດປະຊາທິປະໄຕໂດຍກົງຂອງ ປຊຊ ໃນການຄັດເລືອກເອົາບັນດາຜູ້ທີ່ດີເດັ່ນທີ່ສຸດຕາງໜ້າໃຫ້ຕົນເອງ ເຂົ້າຮ່ວມອົງການມີສິດອຳນາດສູງສຸດຢູ່ສູນກາງ ນັ້ນແມ່ນສະພາແຫ່ງຊາດ ແລະ ອົງການສິດອຳນາດແຫ່ງລັດຢູ່ທ້ອງຖິ່ນ ນັ້ນແມ່ນສະພາ ປຊຊ ຂັ້ນຕ່າງໆ.
ໂຄງການດຳເນີນງານຈະແຈ້ງ
ໃນວິວັດການເລືອກຕັ້ງ, ໂຄງການດຳເນີນງານຂອງຜູ້ສະໝັກຮັບເລືອກຕັ້ງ ໄດ້ສວມທີ່ຕັ້ງບົດບາດສຳຄັນພິເສດ, ບໍ່ພຽງແຕ່ແມ່ນເນື້ອໃນບັງຄັບຕາມການກຳນົດເທົ່ານັ້ນ, ຫາກຍັງແມ່ນໄມ້ຫຼາວັດແທກກ່ຽວກັບວິໄສທັດ, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ແມ່ນຄຳໝັ້ນສັນຍາການເມືອງຂອງຜູ້ຕາງໜ້າໃຫ້ແກ່ ປຊຊ ຢູ່ອົງການ ປຊຊ ເລືອກຕັ້ງ. ກ່າວຄຳເຫັນທີ່ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເມື່ອວັນທີ 3 ມີນາທີ່ຜ່ານມາຢູ່ນະຄອນ ໂຮ່ຈີມິນ, ທ່ານ ເຈິ່ນລິວກວາງ, ເລຂາຄະນະພັກນະຄອນ ໃຫ້ຮູ້ວ່າ: ທາງນະຄອນກຳນົດທິດຮອດປີ 2035 ຈະມີ 27 ສາຍທາງລົດໄຟຕົວເມືອງ (metro); ຮອດປີ 2030 ຈະກໍ່ສ້າງສຳເລັດ 3 ສາຍ. ນອກຈາກນັ້ນ ນະຄອນຍັງໄດ້ຜັນຂະຫຍາຍບັນດາໂຄງການຄື: ກໍ່ສ້າງຂົວ, ອຸມົງຂ້າມທະເລ ເກິ່ນເຢີ ເພື່ອເຊື່ອມຕໍ່ກັບ ຫວຸ້ງເຕົ່າ, ຫລຸດຜ່ອນເວລາທີ່ຕ້ອງໄປຜ່ານບັນດາສາຍທາງໃນບໍລິເວນແຂວງ ດົ່ງນາຍ; ຍົກຍ້າຍມະຫາວິທະຍາໄລ, ຮາກຖານສາທາລະນະສຸກແຫ່ງຕ່າງໆ ອອກໄປເຂດຊານຕົວເມືອງ:
ບັນດາຮາກຖານການສຶກສາ, ມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງຮຽນສອນວິຊາຊີບຈະຖືກຍົກຍ້າຍໄປເຂດຊານຕົວເມືອງຕາມຂັ້ນຕອນເທື່ອລະກ້າວ. ນັບທັງບັນດາຮາກຖານສາທາລະນະສຸກກໍ່ຍົກຍ້າຍເທື່ອລະກ້າວເຊັ່ນດຽວກັນ. ການຍົກຍ້າຍນີ້ແມ່ນເພື່ອແກ້ໄຂສະພາບລົດຕິດ ແລະ ມົນລະພິດສິ່ງແວດລ້ອມ.
ຢູ່ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງຢູ່ ແຄັງຮວ່າ ເມື່ອວັນທີ 4 ມີນາ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ເຕືອງເຖິງວ່າ:
ໃນໄລຍະທີ່ຈະມາເຖິງ, ແຂວງ ແຄັງຮວ່າ ຈະສົມທົບກັບບັນດາກະຊວງ, ຂະແໜງການເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ປັບປຸງມະຕິເລກທີ 55 ຂອງສະພາແຫ່ງຊາດ ກ່ຽວກັບກົນໄກນະໂຍບາຍພິເສດພັດທະນາແຂວງ ແຄັງຮວ່າ. ການປັບປຸງຕາມທິດເພີ່ມເຕີ່ມນະໂຍບາຍໃໝ່ ຍ້ອນວ່າປະຈຸບັນ, ແຄັງຮວ່າ ໄດ້ເປີດກວ້າງບໍລິເວນ, ພື້ນທີ່ພັດທະນາ, ທະເລກໍ່ໄດ້ເປີດກວ້າງເຊັ່ນດຽວກັນ, ມີໂຮງງານໄຟຟ້ານິວເຄຼຍ 2 ແຫ່ງດ້ວຍລະດັບການລົງທຶນຫຼາຍທີ່ສຸດ ຈະສ້າງເປັນສູນພັດທະນາຂອງເຂດພາກກາງ ຫວຽດນາມ. ພວກຂ້າພະເຈົ້າມີຄວາມເອົາໃຈໃສ່, ຊຸກຍູ້ບັນຫານີ້.
ອະນາຄົດຂອງປະເທດຊາດ ບໍ່ພຽງແຕ່ໄດ້ຕັດສິນໃນບັນດານະໂຍບາຍຊີ້ຊາດໃຫຍ່ເທົ່ານັ້ນ, ຫາກຍັງໄດ້ເລີ່ມມາຈາກບັນດາການຄັດເລືອກອັນລະອຽດທີ່ສຸດຂອງຜູ້ມີສິດເລືອກຕັ້ງແຕ່ລະຄົນອີກດ້ວຍ ໃນວັນເລືອກຕັ້ງທີ 15 ມີນາ ຈະມາເຖິງ, ເຊິ່ງແມ່ນວັນທີ່ສິດອຳນາດຂອງ ປຊຊ ຈະໄດ້ສະແດງອອກໂດຍກົງ, ສະເໝີພາບ, ຈະແຈ້ງ./.