ຄວນສ້າງປະມວນ ຂໍ້ກຳນົດການປະພຶດ ເພື່ອສະກັດກັ້ນການກະທຳຂອງຈີນຢູ່ທະເລຕາເວັນອອກ

ຄວນສ້າງປະມວນ ຂໍ້ກຳນົດການປະພຶດ ເພື່ອສະກັດກັ້ນການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1

ກຳ່ປັ່ນຂອງຈີນສິດນຳ້ໃສ່ກຳ່ປັ່ນຂອງຫວຽດນາມ
(ພາບ: AP)

(vovworld) - ສື່​ມວນ​ຊົນ, ບັນດາ​ຜູ້​ຊ່ຽວຊານ ​ແລະ ນັກ​ການ​ເມືອງ​ສາກົນ ສືບ​ຕໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ກະທຳ​ກໍ່​ຄວາມ​ເຄັ່ງຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຈີນ.

ວັນ​ທີ 11/6. ທີ່​ປຶກສາ​ດ້ານປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ທ່ານ​ນາງ Susan Rice ​ໄດ້ຮຽກຮ້ອງ​ໃຫ້​ສ້າງ​ປະມວນຂໍ້​ກຳນົດ​ການ​ປະພຶດລະຫວ່າງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເພື່ອ​ສະກັດ​ກັ້ນ​ການ​ກະທຳ​ທີ່​ຜິດ​ກົດໝາຍຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມທ່ານ​ນາງ Susan Rice ​ແລ້ວ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ​ຕ້ອງ​ໄດ້​ຮັບປະກັນ​ອີງ​ຕາມ​ຂໍ້ກຳນົດການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພຽງ​ແຕ່​ເຮັດ​ຄື​ແນວ​ນັ້ນ​ຈຶ່ງ​ສາມາດ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ, ກໍ່​ຄື​ການ​ນາບ​ຂູ່​ຂອງ​​ປະ​ເທດ​ໃຫຍ່​ທີ່​ມີ​ຕໍ່​ປະ​ເທດ​ນ້ອຍ​ກວ່າ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​​ໂດຍ​ສັນຕິ.

​ໃນ​ວັນ​ດຽວ​ກັນ, ຍີ່ປຸ່ນ ​ແລະ ອົດ​ສະ​ຕາ​ລີ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ເນັ້ນ​ໜັກ​ເຖິງຄວາມ​ສຳຄັນ​ຂອງ​ການ​ເຄົາລົບ​ກົດໝາຍ​ສາກົນ, ​ແລະ ​ເຫັນ​ດີ​ຄັດຄ້ານ​ທຸກ​ການ​ກະທຳ​ທີ່​ເຮັດ​ໃຫ້​ສະພາບ​ການ​ປ່ຽນ​ແປງ ດ້ວຍ​ກຳລັງ​ອາວຸດ.

ຜູ້ອຳນວຍການ​ ​ໂຄງການ​ຄວາມໝັ້ນຄົງ​ສາກົນ ທີ່​ຂຶ້ນ​ກັບ​ສະ​ຖາ​ບັນນະ​ໂຍບາຍ​ສາກົນ Lowy ປະ​ເທດ​ອົດ​ສະຕີ​ລີ Rory Medcalf ກ່າວ​ເຕືອນ​ວ່າ ກົນອຸບາຍ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຂອງ​ຈີນ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ​ຂອງ​ຫວຽດນາມ ​ແມ່ນ​​ແນ​ໃສ່ເພີ່ມ​ກຳລັງ​ແຮງ​ດ້ານ​ການ​ທະຫານ​ໃນ​​ເຂດ​ພື້ນ​ທີ່​ຕົວ​ຈິງ ​ ​ເພື່ອ​ຢືດຄອງ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ