ຫວຽດນາມຄັດຄ້ານເລື່ອງການນຳໄຕຫວັນໄປຍັງເກາະບາບີ່ງຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ

ຫວຽດນາມຄັດຄ້ານເລື່ອງການນຳໄຕຫວັນໄປຍັງເກາະບາບີ່ງຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) - ​​ ​ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າວ ທີ່ສະ​ແໜີ​ໃຫ້​ຮູ້​ ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​​ເລື່ອງວັນ​ທີ 28/01/2016, ການ​ນຳ​ໄຕ​ຫວັນ ໝາ​ອີງ​ຈຽວ ​ເດີນທາງ​ໄປ​ຍັງ​ເກາະ ບາ​ບີ່​ງ ທີ່ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຂອງ ຫວຽດນາມ. ວັນ​ທີ 28/01/2016, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ:

        “ອີກ​ຄັ້ງ​ໜຶ່ງ ຫວຽດນາມ ຢັ້ງຢືນມີ​ພື້ນຖານ​ນິຕິ​ກຳ ​ແລະ ພະຍານ​ຫລັກ​ຖານ​ປະຫວັດສາດ​ຢ່າງ​ຄົຍ​ຖ້ວນ ​ເພື່ອ​ຢືນຢັນ​ອະທິປະ​ໄຕທີ່​ບໍ່​ອາດໂຕ້​ຖຽງ​ກັນ​ໄດ້​ຂອງ​ຕົນ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

​ເລື່ອງ​ການ​ນຳ ​ໄຕ​ຫວັນ, ​ໂດຍ​ບໍ່​ຫົວຊາຕໍ່​ຄວາມວິຕົກ​ກັງວົນ​ຂອງ ຫວຽດນາມ ​ແລະ ປະຊາ​ຄົມ​ສາກົນ, ສືບ​ຕໍ່​ເດີນທາງ​​ໄປຍັງ​ເກາະ ບາ​ບີ່​ງ ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຂອງ ຫວຽດນາມ ນັ້ນ​ແມ່ນການ​ກະທຳລ່ວງ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ຢ່າງ​ຮ້າຍ​ແຮງ, ​ໄປ​ຝືນ​ກັບ​ບັນດາ​ຄຳ​ເຫັນ​ຫວ່າງ​ແລ້ວ​ນີ້ຂອງ​ຝ່າຍ ​ໄຕ​ຫວັນ ທີ່​ປາດ​ຖະໜາ​ຢາກ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ຢູ່​ທະ​ເລ​ຕາ​ເວັນ​ອອກ.

ພວກ​ຂ້າພະ​ເຈົ້າ​ເດັດດ່ຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ຝ່າຍ ​ໄຕ​ຫວັນ ຢຸດຕິ​ການ​ລະ​ເມີດ​ອະທິປະ​​ໄຕ​ຂອງ ຫວຽດນາມ ​ໂດຍ​ໄວ, ບໍ່​​ໄດ້​ດຳ​ເນີນ​ບັນດາ​ການ​ກະທຳ​ທີ່​ຄາຍ​ຄື​ກັນ, ​ເຮັດ​​ໃຫ້​ຂຶ້ນ​ຕື່ມ​ສະພາບ​ການຢູ່​ທະ​ເລ​ຕາ​ເວັນ​ອອກ​ເຄັ່ງ​ຕຶງ ​ແລະ ສັບສົນ.”

 

 

ຂ່າວ/ບົດ​ອື່ນ