ຖະຫນົນໄມ້ໄຜ່ຢູ່ໃຈກາງ ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ

(VOVWORLD) -ຮ່າໂນ້ຍ ດ້ວຍຄຸ້ມຖະນົນເກົ່າທີ່ມີ 36 ສາຍ, ແຕ່ດົນນາມາແລ້ວ ໄດ້ກາຍເປັນສັນຍາລັກເປັນເອກະລັກສະເພາະຂອງປະຫວັດສາດ, ວັດທະນະທຳ ນະຄອນຫລວງ. ບັນດາຖະນົນເກົ່ານີ້ ສ່ວນຫລາຍໄດ້ໃສ່ຊື່ຕາມຂະແຫນງອາຊີບ, ປະເພດສິນຄ້າທີ່ຂາຍຕົ້ນຕໍໃນທັງຖະນົນ. ເຖິງຢ່າງໃດກໍຕາມ, ມີຖະນົນບາງສາຍບໍ່ໄດ້ຕັ້ງຊື່ຕາມປະເພດສິນຄ້າທີ່ວາງຂາຍຢູ່ທີ່ນີ້ ຄືຖະນົນ ຮ່າງຫວາຍ (ແພ). ຖະນົນສາຍນີ້ຢູ່ຫ່າງຈາກ ຫນອງໂຮ່ເກືອມ ປະມານ 600 ແມັດໄປທາງທິດຕາເວັນຕົກສ່ຽງເຫນືອ, ແລະ ໄດ້ຮັບຖືວ່າ ແມ່ນຖະນົນໄມ້ໄຜ່ທີ່ເປັນເອກະລັກຢູ່ໃຈກາງຄຸ້ມຖະນົນເກົ່າ ຮ່າໂນ້ຍ.

 

 

ຖະຫນົນໄມ້ໄຜ່ຢູ່ໃຈກາງ ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ - ảnh 1ຖະຫນົນ ຮ່າງຫວາຍ ໄດ້ຮັບຖືວ່າແມ່ນຖະຫນົນຂາຍຜະລິດຕະພັນຈາກໄມ້ໄຜ່ທີ່ເປັນເອກະລັກຢູ່ ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ.ພາບhanoimoi.vn
 
  ລຽບຕາມສອງຟາກທາງຖະຫນົນ ຮ່າງຫວາຍ ທີ່ມີຄວາມຍາວປະມານ 240 ແມັດນັ້ນ, ບັນດາລຳໄມ້ໄຜ່ສູງຍາວໄດ້ສັບຊ້ອນຢ່າງເປັນລະບຽບ, ລຽນຕັ້ງຊື່, ບັງຝາເຮືອນໝົດນັ້ນ ອັນໄດ້ສ້າງເປັນຈຸດພິເສດສະເພາະໃຫ້ແກ່ຖະຫນົນ ຮ່າງຫວາຍ. ຮູບພາບ “ປ່າໄມ້ໄຜ່” ຢູ່ໃຈກາງຄຸ້ມຖະຫນົນເກົ່ານີ້ໄດ້ສ້າງຄວາມປະທັບໃຈຕໍ່ບໍ່ວ່າຜູ້ໃດທີ່ເດີນທາງມາຖະຫນົນສາຍນີ້ຄັ້ງທຳອິດ.

ໃນສະໄຫມຂຶ້ນກັບ ຝລັ່ງ, ຊາວຝລັ່ງ ເອີ້ນຖະຫນົນນີ້ແມ່ນ “rue des Etoffes” ແປວ່າ ຮ່າງຫວາຍ. ຮອດປີ 1945 ຖະຫນົນາຍນີ້ໄດ້ປ່ຽນໃສ່ຊື່ເປັນພາສາຫວຽດຄືນ ເຊິ່ງ ແມ່ນຖະຫນົນ ຮ່າງຫວາຍ. ຊາວຝລັ່ງ ມາດຳລົງຊີວິດຢູ່ເຂດນີ້ ກໍ່ໄດ້ເຮັດໃຫ້ສິນຄ້າທີ່ນຳມາຂາຍຢູ່ຖະຫນົນເກົ່າ ອຸດົມສົມບູນ ແລະ ຫລາກຫລາຍຮູບແບບກວ່າ.

ຈາກການປ່ຽນແປງຂອງຍຸກສະໄຫມ, ຖະຫນົນ ຮ່າງຫວາຍ ຄ່ອຍໆປ່ຽນແປງໄປນຳ, ບໍ່ມີການເຄື່ອນໄຫວແບບຄ້າຂາຍເປັນກຸ່ມຄືກ່ອນນີ້. ແຕ່ທົດສະວັດທີ 90, ມີຫລາຍຄອບຄົວຢູ່ ຖະຫນົນ ຮ່າງຫວາຍ ຫັນມາດຳເນີນທຸລະກິດສິນຄ້າປະເພດໄມ້ໄຜ່ ເພາະສະນັ້ນ ສິນຄ້າປະເພດແພໄຫມທີ່ຄ້າຂາຍຄືກ່ອນນີ້ ກໍ່ຄ່ອຍໆສູນຫາຍໄປ ແລະ ບໍ່ມີຮ່ອງຮອຍໃດຢູ່ນອກເຫນືອຈາກຊື່ຖະຫນົນ. ນັບສິບໆປີມານີ້ ສິນຄ້າປະເພດໄມ້ໄຜ່, ໄມ້ເຮ້ຍ, ໄມ້ຊອດ... ນັບມື້ນັບໄດ້ພັດທະນາເປັນຫລາຍຮູບແບບ ແລະ ອຸດົມສົມບູນ ຄື: ໄມ້ໄຜ່ທີ່ນຳໃຊ້ໃນການປຸກສ້າງເຮືອນ, ຫລືເຄື່ອງໃຊ້ໃນເຮືອນ, ຮັບໃຊ້ການດຳເນີນຊີວິດປະຈຳວັນ ລ້ວນແຕ່ໄດ້ຜະລິດຢູ່ຮ້ານເລີຍ. ລຽບຕາມຖະຫນົນ ປະຈຸບັນ ມີປະມານ 10 ຮ້ານທີ່ຂາຍຜະລິດຕະພັນຈາກໄມ້ໄຜ່ ແລະ ສ່ວນຫລາຍແມ່ນບັນດາຄອບຄົວມີອາຊີບຫັດຖະກຳສືບທອດຈາກຄົນລຸ້ນກ່ອນທີ່ປະໄວ້ໃຫ້. ອ້າຍ ຫງວຽນດັກຫາຍ ແລະ ເອື້ອຍ ຫງວຽນຮວ່ຽນລິງ ເຈົ້າຂອງຮ້ານຂາຍໄມ້ໄຜ່ 2 ຮ້ານຢູ່ຖະຫນົນ ຮ່າງຫວາຍ ໃຫ້ຮູ້ວ່າ:

 “ຄອບຄົວຂ້າພະເຈົ້າເຮັດສະເພາະບັນດາຜະລິດຕະພັນຈາກໄມ້ໄຜ່, ໄມ້ຊອດ ແລະ ຂາຍເຄື່ອງຮັບໃຊ້ການປຸກສ້າງເຮືອນບູຮານ, ເຄື່ອງລະຫລິ້ນພື້ນເມືອງຄື: ເຮັດຊິວຊ້າ... ໃນຄອບຄົວຂ້າພະເຈົ້າ ມີພໍ່, ລຸງ, ອາ, ອາວ ເຮັດອາຊີບນີ້. ຮ້ານຂາຍເຄື່ອງນີ້ແມ່ນຄົນລຸ້ນກ່ອນປະໄວ້ໃຫ້ ແລະ ໄດ້ຜ່ານຫລາຍລຸ້ນຄົນແລ້ວ.

 “ຄອບຄົວຂ້າພະເຈົ້າ ຂາຍສະເພາະຜະລິດຕະພັນເຮັດຈາກໄມ້ຊອດ, ໄມ້ແທ້ ເພື່ອນຳໃຊ້ໃນການປະດັບປະດາເຮືອນຊານ ຫລື ເຄື່ອງໃຊ້, ຕິດຝາເຮືອນ. ທຳມະດາ ນັກທ່ອງທ່ຽວຕ່າງປະເທດມາຢາມຖະນົນ ຮ່າງຫວາຍ ເຂົາເຈົ້າຢາກເຫັນປະຈັກຕາບັນດາປະເພດສິຄ້າຫັດຖະກຳຊື່ງໄດ້ຜະລິດຈາກໄມ້ໄຜ່, ໄມ້ຊອດ. ເຂົາເຈົ້າກໍ່ເຄີຍຊື້ຂັ້ນໄດໄມ້ໄຜ່ເພື່ອເອົາເມືອປະດັບປະດາໃນເຮືອນ, ຕົວຢ່າງຄື: ຂັ້ນໄດໄມ້ໄຜ່ໃຊ້ເພື່ອໂຊຜ້າ ຫລື ບັ້ງສູບຢາເສັ້ນ. ປົກກະຕິ ມື້ນຶ່ງ ພວກຂ້າພະເຈົ້າຜະລິດໄດ້ປະມານ 30 -50 ຢ່າງ”.      

          ຢູ່ທ່າມກາງຖະຫນົນທີ່ມີການຄ້າຂາຍຢ່າງຄັບຄາຫນາແຫນ້ນນີ້, ຊ່າງໄມ້ມີສີມື ຍັງສືບຕໍ່ສຸດຈິດສຸດໃຈເພື່ອຜະລິດອອກບັນດາເຄື່ອງຫັດຖະກຳທີ່ເປັນເອກະລັກສະເພາະ. ອ້າຍ ຫງວຽນກວາງຖາວ ລູກຄ້າມາຊື້ສິນຄ້າ ແບ່ງປັນວ່າ:

ຂ້າພະເຈົ້າ ນິຍົມເຄື່ອງໃຊ້ແບບເບົາ ແລະ ມີຮູບແບບຄືວັດຖຸບູຮານ ເຕັມໄປດ້ວຍລັກສະນະສີລະປະ ສະນັ້ນ ຂ້າພະເຈົ້າຈຶ່ງມາຊື້ຢູ່ ຖະນົນ ຮ່າງຫວາຍ. ເມື່ອມານີ້ ຂ້າພະເຈົ້າກໍ່ຮ່ຳຮຽນໄດ້ບາງຂັ້ນຕອນໃນການຜະລິດຂອງອ້າຍເຈົ້າຂອງຮ້ານ. ນອກນັ້ນຍັງໄດ້ເບິ່ງບັນຍາກາດຢູ່ຖະນົນເກົ່ານີ້. ສຳລັບຂ້າພະເຈົ້າແລ້ວ ສິ່ງນີ້ແມ່ນປະເສີດທີ່ສຸດ.

ຖະຫນົນໄມ້ໄຜ່ຢູ່ໃຈກາງ ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ - ảnh 2ບັນຍາກາດອຶກກະທຶກຄຶກໂຄມຢູ່ຖະຫນົນໄມ້ໄຜ່ໃຈກາງຄຸ້ມຖະຫນົນເກົ່າ ຮ່າໂນ້ຍ, ນາຍຊ່າງມີສີມືສຸມໃສ່ວຽກງານ.(ພາບ:kinhtedothi.vn)

ບັນຍາກາດອຶກກະທຶກຄຶກໂຄມຢູ່ຖະຫນົນໄມ້ໄຜ່ໃຈກາງຄຸ້ມຖະຫນົນເກົ່າ ຮ່າໂນ້ຍ ໃນຫລາຍໆປີຜ່ານມາບໍ່ມີຫຍັງປ່ຽນແປງ. ຕ່າງແຕ່ວ່າ ປະຈຸບັນ ລຸ້ນຫນຸ່ມໄດ້ສືບທອດລຸ້ນພໍ່ລຸ້ນອ້າຍ ສືບຕໍ່ຮັກສາ ແລະ ພັດທະນາອາຊີບຫັດຖະກຳທີ່ເປັນມູນເຊື້ອໃນຖະຫນົນສາຍນີ້. ນັ້ນກໍ່ແມ່ນຈຸດຄວາມງາມທີ່ໄດ້ສືບທອດກັນມາຜ່ານຫລາຍລຸ້ນຄົນຢູ່ບັນດາຖະຫນົນອາຊີບດັ້ງເດີມຢູ່ ນະຄອນຫລວງ ຮ່າໂນ້ຍ. 

ຕອບກັບ

ຂ່າວ/ບົດ​ອື່ນ