ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ ນາ​ລີ ສີ​ສຸ​ລິດ ພັນ​ລະ​ຍາຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ​ຢູ່ ຫວຽດ​ນາມ

(VOVWORLD) -  ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 10 ກັນຍາ, ຢູ່ເຮືອນສ່ວນຕົວຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຖະໜົນ ທ່ຽນກວາງ, ຮ່າໂນ້ຍ, ທ່ານນາງ ນາລີ ສີສຸລິດ, ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມທ່ານນາງ ໂງທິເມິ້ນ, ພັນລະຍາຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ໄດ້ຈູດທູບໃຕ້ທຽນອາໄລຫາທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ
ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ ນາ​ລີ ສີ​ສຸ​ລິດ ພັນ​ລະ​ຍາຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ​ຢູ່ ຫວຽດ​ນາມ - ảnh 1ທ່ານນາງ ນາລີ ສີສຸລິດ ມັດແຂນຕາມປະເພນີລາວໃຫ້ທ່ານນາງ ໂງທິເມິ້ນ (ພາບ: TTXVN)

ໃນບັນຍາກາດທີ່ສະໜິດສະໜົມ, ທ່ານນາງ ນາລີ ສີສຸລິດ ໄດ້ສະແດງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານນາງ ໂງທິເມິ້ນ ແລະ ຄອບຄົວ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳພິເສດ ແລະ ດີເລີດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ມີການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາການພົວພັນ ຫວຽດນາມ - ລາວ.

        ທ່ານນາງ ນາລີ ສີສຸລິດ ກໍຢື້ຢາມຖາມຂ່າວສຸຂະພາບຂອງທ່ານນາງ ໂງທິເມິ້ນ ພ້ອມດ້ວຍຄອບຄົວ; ສະແດງການແບ່ງປັນຕໍ່ການເສຍຫາຍຈາກພະຍຸນ້ຳຖ້ວມກໍ່ຂຶ້ນໃນຊຸມວັນຜ່ານມາຢູ່ບາງທ້ອງຖິ່ນຂອງ ຫວຽດນາມ ແລະ ມັດແຂນຕາມປະເພນີລາວໃຫ້ທ່ານນາງ ໂງທິເມິ້ນ ດ້ວຍຄຳອວຍພອນສຸຂະພາບ, ໂຊກດີ ແລະ ສະຫງົບສຸກ.

ໃນຕອນບ່າຍຂອງວັນດຽວກັນ,  ທ່ານນາງ ນາລີ ສີສຸລິດ ແລະ ທ່ານນາງ ໂງເຟືອງລີ ພັນລະນາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມສູນອຸປະກະລະເດັກ Birla ຮ່າໂນ້ຍ.  

ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ ນາ​ລີ ສີ​ສຸ​ລິດ ພັນ​ລະ​ຍາຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ​ຢູ່ ຫວຽດ​ນາມ - ảnh 2ທ່ານນາງ ນາລີ ສີສຸລິດ ແລະ ທ່ານນາງ ໂງເຟືອງລີ ເຂົ້າຮ່ວມລາຍການ ຕ້ອນຮັບວັນບຸນໄຫວ້ພະຈັນ ພ້ອມກັບເດັກໆ (ພາບ: TTXVN)

        ນະທີ່ນີ້, ພັນລະຍາທັງສອງໄດ້ຮັບຟັງການແນະນຳກ່ຽວກັບປະຫວັດສາດຄວາມເປັນມາ ແລະ ການພັດທະນາຂອງສູນອຸປະກະລະເດັກ Birla ຮ່າໂນ້ຍ, ບ່ອນຮັບຄຸ້ມຄອງ, ເບິ່ງແຍງ, ລ້ຽງດູເດັກນຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດຫຼາຍກວ່າ 500 ເທື່ອຄົນ.  ຫຼັງຈາກນັ້ນ, ພັນລະຍາທັງສອງກໍໄດ້ເຂົ້າຮ່ວມລາຍການ ຕ້ອນຮັບວັນບຸນໄຫວ້ພະຈັນ ພ້ອມກັບເດັກໆ ແລະ ມອບປຶ້ມ, ອຸປະກອນການຮຽນ; ຂອງຂວັນ ແລະ ຖ່າຍຮູບເປັນທີ່ລະນຶກກັບພວກເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ