(VOVWORLD) - ໂຄງການແຫ່ງຊາດ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP) ຢູ່ແຂວງ ວີ້ງລອງ ໄດ້ສ້າງຂີດໝາຍທີ່ດີເດັ່ນໃນການພັດທະນາເສດຖະກິດຊົນນະບົດ. ກ່ວາ 1000 ຜະລິດຕະພັນກະເສດຢູ່ທ້ອງຖິ່ນ ໄດ້ບັນລຸມາດຖານ OCOP ດ້ວຍຄຸນນະພາບສູງ, ຮູບແບບສວຍງາມ. ບັນດາຜະລິດຕະພັນນີ້ບໍ່ພຽງແຕ່ໄດ້ຊ່ວຍຍົກສູງລາຍຮັບໃຫ້ແກ່ ປຊຊ ເທົ່ານັ້ນ, ຫາກຍັງໄດ້ກາຍເປັນ “ທູດບ້ານເກີດເມືອງນອນ” ເພື່ອແຜ່ກະຈາຍຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງເຂດດິນແດນທາງທິດຕາວັນຕົກພາກໃຕ້ ຫວຽດນາມ ອີກດ້ວຍ.
ສະຖານທີ່ທ່ອງທ່ຽວເຂດຊຸມຊົນ ດອນຈີມ (ພາບ: ແທັກຈ່າຈິງ) |
ຢູ່ກາງແມ່ນ້ຳ ໂກ້ຈຽນ, ດອນຈີມ ໄດ້ປະກົດຂຶ້ນເໝືອດັ່ງພາບແຕ້ມ ດ້ວຍບັນຍາກາດປອດໂປ່ງ, ສະຫງົບງຽບ. ນັບແຕ່ເດືອນກັນຍາ ປີ 2019, ສະຖານທີ່ທ່ອງທ່ຽວເຂດຊຸມຊົນ ດອນຈີມ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວກະສິກຳເຂດຊຸມຊົນແຫ່ງທຳອິດຂອງແຂວງ ວິ້ງລອງ.
ແຂກທ່ອງທ່ຽວລົງຕົວຈິງ (ພາບ: ແທັກຈ່າຈິງ) |
ໃນເບື້ອງຕົ້ນ, ມີພຽງແຕ່ 12 ຄອບຄົວທີ່ລົງທຶນເອງ, ປະຈຸບັນໄດ້ພັດທະນາຕື່ມອີກ 6 ຄອບຄົວ, ໂດຍສ້ອມແປງເຮືອນຢູ່, ກໍ່ສ້າງ homestay ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະເຂດຊົນນະບົດ. ແຂກທ່ອງທ່ຽວມານີ້ໄດ້ເຈືອຈານເຂົ້າກັບບັນຍາກາດເຮືອນຄົວໃນເມື່ອກ່ອນ, ຮັບປະທານເຍື່ອງອາຫານພື້ນເມືອງ, ດື່ມນ້ຳພ້າວສົດຢູ່ສວນ, ຕຶກປູ, ເຮັດເຂົ້າບັນແຊ່ວຈາກວັດຖຸດິບຢູ່ກັບທີ່ ຫຼືໄປເລາະຕະຫຼາດເຂດບ້ານນາ….ໃນ 5 ປີທີ່ຜ່ານມາ, ເຂດທ່ອງທ່ຽວແຫ່ງນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 85.000 ເທື່ອຄົນ, ລາຍຮັບເກືອບ 1 ລ້ານໂດລາສະຫະລັດ. ທ່ານນາງ ຫງວຽນທິບິກເວິນ, ປະທານສະພາບໍລິຫານສະຫະກອນທ່ອງທ່ຽວ ດອນຈີມ ແບ່ງປັນວ່າ:
ຢູ່ນີ້ໄດ້ສ້າງຕັ້ງໜ່ວຍສະຫະກອນເພື່ອຄຸ້ມຄອງລວມກ່ຽວກັບການເຄື່ອນໄຫວກໍ່ຄືຮັບລາຍການທ່ອງທ່ຽວຈາກພາຍນອກ. ໃນການປະຊຸມຈະປະກອບຄຳເຫັນກ່ຽວກັບບັນດາການບໍລິການໃດທີ່ບໍ່ທັນເຮັດໄດ້ດີ. ຢູ່ນີ້ກໍ່ໄດ້ເຮັດແບບຟອມເພື່ອຮັບເອົາຄວາມເຫັນຂອງແຂກ…ຈາກນັ້ນເຮົາຈຶ່ງຈະຍົກສູງມູນຄ່າໄດ້ ແລະ ສ້າງສະຖານທີ່ທ່ອງທ່ຽວຂອງເຮົາໃຫ້ດີກ່ວາ.
(ພາບ: ແທັກຈ່າຈິງ) |
ຢູ່ໝູ່ບ້ານອາຊີບເຮັດເຂົ້າໜົມແຕັດ ຈ່າກວນ, ຕາແສງ ວີ້ງກີມ, ມີກ່ວາ 20 ຮາກຖານຜະລິດ ໄດ້ເຮັດເຂົ້າໜົມນັບໝື່ນອັນ/ວັນ. ຮາກຖານເຮັດເຂົ້າໜົມແຕັດ ຮາຍຫຼີ ແມ່ນໜຶ່ງໃນບັນດາຮາກຖານໃຫ່ຍກ່ວາໝູ່ ເຮັດໄດ້ປະມານ 2000-3000 ອັນ/ວັນ, ມີເຂົ້າໜົມແຕັດຫຼາຍຊະນິດໄດ້ບັນລຸລະດັບ 4 ດາວ OCOP. ເອື້ອຍ ຫງວຽນທິຢ້ຽມຟຸກ, ເຈົ້າຂອງຮາກຖານເຂົ້າໜົມແຕັດ ຮາຍຫຼີ ໃຫ້ຮູ້ວ່າ:
ຮາກຖານຂອງຂ້າພະເຈົ້າໄດ້ເຮັດເຂົ້າໜົມແຕກກຸ້ງ, ມັນແຊບກ່ວາ, ນ້ອຍກ່ວາ, ລາຄາປະມານແຕ່ 100.000-110.000 ເພື່ອໃຫ້ແຂກຊື້ເປັນຂອງຕ້ອນ ແຕ່ຍັງແມ່ນສິນຄ້າຄຸນນະພາບສູງ. ດ້ວຍທ່າອ່ຽງປະຈຸບັນ, ບັນດາເພື່ອນໜຸ່ມມັກບັນຍາກາດເຂດຊົນນະບົດ, ຮາຍຫຼີ ຈະມີການບໍລິການເພື່ອໃຫ້ແຂກເອົາວັດຖຸດິບມາຫໍ່ເຂົ້າໜົມ, ຕົ້ມ ແລ້ວຈະຖ່າຍຮູບນຳກັນ.
ໝາກພ້າວກະທິ ເກົາແກ່ ແມ່ນໝາກພ້າວທີ່ມີຊື່ສຽງດ້ວຍເນື້ອພ້າວອ່ອນໜຽວ, ລົດຊາດມັນຫວານ, ບໍລິສັດໝາກພ້າວກະທິ ເກົາແກ່ ຈຳກັດ (Vicosap) ຢູ່ຕາແສງ ຕາມຫງ້າຍ ໄດ້ຄົ້ນຄ້ວາປຸງແຕ່ງຜະລິດອອກເປັນເຂົ້າໜົມໝາກພ້າວ, ນົມສົ້ມໝາກພ້າວ, ໜາກພ້າວອົບແຫ້ງ… ປະຈຸບັນ, ວິສາຫະກິດມີຜະລິດຕະພັນ 9 ປະເພດ, ໃນນັ້ນມີ 4 ປະເພດບັນລຸມາດຖານ OCOP 5 ດາວ. ແຕ່ລະເດືອນ, ບໍລະສັດນີ້ ໄດ້ສະໜອງຜະລິດຕະພັນ 8 ໂຕນ, ນ້ຳພ້າວ 10.000 ກັບ ສົ່ງອອກໄປ ອາເມລິກາ, ການາດາ, ຍີ່ປຸ່ນ, ອີຢູ… ເອື້ອຍ ເລີມງອກຕູ, ຮອງຜູ້ອຳນວຍການບໍລິສັດ Vicosap ແບ່ງປັນວ່າ:
ໝາກພ້າວກະທິແມ່ນສິນພິເສດ, ພວກຂ້າພະເຈົ້າຢາກຜະລິດບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມສູງ ເພື່ອສາມາດພັດທະນາ ແລະ ສົ່ງອອກບັນດາຜະລິດຕະພັນໄປໄກກ່ວາ. ໄລຍະຫາກໍ່ສ້າງຕັ້ງຂຶ້ນ, ພວກຂ້າພະເຈົ້າໄດ້ເຮັດໝາກພ້າວກະທິແບບແພັກດູດສູນອາກາດ ຕິດຍີ່ຫໍ້ ແລະ ຕິດສະແຕມຫາຕົ້ນກຳເນີດເພື່ອໃຫ້ລູກຄ້າຊື້ເປັນຂອງຕ້ອນຂອງຝາກ. ຫຼັງຈາກນັ້ນ ພວກຂ້າພະເຈົ້າກໍ່ໄດ້ພັດທະນາບັນດາຜະລິດຕະພັນອື່ນຕື່ມອີກ.
ແຂວງ ວິ້ງລອງ ກຳນົດວ່າ OCOP ແມ່ນໂຄງການຈຸດສຸມພັດທະນາເສດຖະກິດຊົນນະບົດ, ຂຸດຄົ້ນທ່າແຮງວັດຖຸດິບຂອງທ້ອງຖິ່ນ, ວັດທະນະທຳທ້ອງຖິ່ນຕາມທິດເສດຖະກິດໝູນວຽນ. ມາຮອດປະຈຸບັນ, ແຂວງມີ 1038 ຜະລິດຕະພັນ OCOP ໃນນັ້ນ, ມີ 13 ຜະລິດຕະພັນ 5 ດາວ, 189 ຜະລິດຕະພັນ 4 ດາວ. ບັນດາເຈົ້າຂອງ OCOP ໄດ້ປັບປຸງຄຸນນະພາບ, ຮູບແບບ; ຂະແໜງການໄດ້ຍູ້ແຮງການໂຄສະນາ, ໜູນຊ່ວຍການສົ່ງເສີມການຄ້າຜ່ານບັນດາງານຕະຫຼາດນັດ, ງານວາງສະແດງ ແລະ ການຄ້າເອເລັກໂຕນິກ… ທ່ານ ຫຼືກວາງເງີ່ຍ, ປະທານຄະນະກຳມະການ ປຊຊ ແຂວງ ວີ້ງລອງ ຢືນຢັນວ່າ:
ໂດຍປະຕິດບັດໂຄງການ OCOP ຈິ່ງໄດ້ມີບັນດາການກະທົບທີ່ດີ, ສ້າງເງື່ອນໄຂເພື່ອພັດທະນາບັນດາປະເພດຜະລິດຕະພັນ. ເບິ່ງລວມແລ້ວ, ສຳລັບບັນດາໂຄງການທີ່ປຸກລຸກຄວາມສາມາດບົ່ມຊ້ອນໄດ້, ກໍ່ສາມາດສ້າງໄດ້ທ່າແຮງຂອງແຂວງ ກ່ຽວກັບເຂດວັດຖຸດິບ, ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ໂດຍສະເພາະແມ່ນບັນດາເຂດວັດຖຸດິບຜະລິດຕົ້ນໄມ້ກິນໝາກທີ່ເປັນມູນເຊື້ອ.
ດ້ວຍຄວາມສາມາດບົ່ມຊ້ອນຈາກຜະລິດຕະພັນກະເສດ ແລະ ໝູ່ບ້ານອາຊີບນັບຮ້ອຍປີນັ້ນ, ຜະລິດຕະພັນ OCOP ວີ້ງລອງ ພວມສ້າງເຄື່ອງໝາຍການຄ້າຂອງທ້ອງຖິ່ນ, ຍົກລະດັບຜະລິດຕະພັນພິເສດ. ຜ່ານນັ້ນ, ກໍ່ໄດ້ປະກອບສ່ວນພັດທະນາເສດຖະກິດຊົນນະບົດແບບຍືນຍົງ, ແຜ່ກະຈາຍວັດທະນະທຳຂອງບ້ານເກີດເມືອງນອນອອກສູ່ໂລກ./.