ງານບຸນເຂົ້າຫນຽວໝູ່ບ້ານ ຟູຢາ

(VOVWORLD) - ງານບຸນເຂົ້າຫນຽວໝູ່ບ້ານ ຟູຢາ ຂຶ້ນກັບ ຕາແສງ ຟູເທື້ອງ ເມືອງ ໄຕໂຮ່ ນະຄອນ ຮ່າໂນ້ຍ ແມ່ນງານບຸນປະເພນີເຄີຍຈັດຂຶ້ນໃນຍາມຕົ້ນລະດູບານໃຫມ່ ໃນວັນທີ 8 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ ເພື່ອເຊີດຊູອາຊີບຫນຶ້ງເຂົ້າຫນຽວທີ່ເປັນມູນເຊື້ອຂອງໝູ່ບ້ານ. ບໍ່ມີເທົ່າໃດຄົນຮູ້ຈັກວ່າ ອາຊີບຫນຶ້ງເຂົ້າຫນຽວຢູ່ ໝູ່ບ້ານ ຟູຢາແມ່ນມີມາແຕ່ເວລາໃດ ພຽງແຕ່ຮູ້ຈັກວ່າ ງານບຸນເຂົ້າຫນຽວຟູຢາ ແມ່ນມີຊື່ສຽງ ຢູ່ ເມືອງຫລວງ ທັງລອງ ໃນເມື່ອກ່ອນ ແລະ ກໍ່ແມ່ນເຍື່ອງອາຫານແຊບນົວເພື່ອຖະຫວາຍເຈົ້າຊີວິດເມື່ອໂອກາດບຸນເຕັດວຽນມາ.  ບົດຂຽນຂອງນັກຂ່າວ ງອັກແອງທີ່ມີຊື່ວ່າ: ງານບຸນເຂົ້າຫນຽວໝູ່ບ້ານ ຟູຢາ

ຕາແສງ ຟູເທຶ້ອງ ມີໝູ່ບ້ານບູຮານ 3 ແຫ່ງ: ນັ້ນແມ່ນໝູ່ບ້ານເທຶ້ອງທູ້ຍ (ຫລືເອີ້ນວ່າໝູ່ບ້ານບາດ), ໝູ່ບ້ານ ຟູຢາ (ໝູ່ບ້ານກ້າ), ໝູ່ບ້ານ ຟູຊາ (ໝູ່ບ້ານຊູ່). ໃນນັ້ນ ອາຊີບຫນຶ້ງເຂົ້າຫນຽວແມ່ນສຸມໃສ່ສ່ວນໃຫຍ່ຢູ່ໝູ່ບ້ານ ຟູຢາ.

ງານບຸນເຂົ້າຫນຽວໝູ່ບ້ານ ຟູຢາ - ảnh 1 ງານບຸນເຂົ້າຫນຽວໝູ່ບ້ານ ຟູຢາ

ງານບຸນເຂົ້າຫນຽວ ຟູເທຶ້ອງ ເປີດສາກແມ່ນລາຍການຕີກອງຟ້ອນສິງໂຕ ແລະ ການສະແດງສິລະປະໂດຍປະຊາຊົນໝູ່ບ້ານຟູເທຶ້ອງສະແດງ.

      ຈຸດສຸມຂອງງານບຸນເຂົ້າຫນຽວ ແມ່ນແຂ່ງຂັນກັນຫນຶ້ງເຂົ້າ. ກໍ່ເຊັ່ນດຽວກັນກັບແຕ່ລະປີ, ປີນີ້ ງານບຸນແຂ່ງຂັນຫນຶ້ງເຂົ້າຫນຽວ ໄດ້ດຶງດູດ 6 ທິມເຂົ້າຮ່ວມ. ພາເຂົ້າຫນຽວແຕ່ລະພາລ້ວນແຕ່ມີຈຸດວັດທະນະທຳຂອງໝູ່ບ້ານ, ມີລົດຊາດພິເສດສະເພາະ. ນອກຈາກເຕັກນິກການຫນຶ້ງເຂົ້າແລ້ວ, ບັນດາທິມໄດ້ຈົກສະຫລາກເພື່ອຕອບບັນດາຄຳຖາມຂອງຄະນະກຳມະການກ່ຽວຂ້ອງເຖິງອາຊີບຫນຶ້ງເຂົ້າ. ທ່ານ ຮີຟູ, ຫົວຫນ້າຄະນະຈັດຕັ້ງງານບຸນເຂົ້າຫນຽວ ຟູເທຶ້ອງ ໃຫ້ຮູ້ວ່າ:

        “ງານບຸນເຂົ້າຫນຽວແມ່ນຈັດຂຶ້ນເປັນເວລາ 3 ມື້ ຄືວັນທີ 8, 9, 10 ເດືອນຈຽງໄລ່ຕາມຈັນທະປະຕິທິນ. ງານບຸນເຂົ້າຫນຽວຖືກຈັດຂຶ້ນຢູ່ສາລາບ້ານ ຟູຢາ ໃນຕອນບ່າຍວັນທີ 8 ເດືອນຈຽງໄລ່ຕາມຈັນທະປະຕິທິນປະຈຳປີ. ໝູ່ບ້ານ ຟູຢາ ມີ 6 ທິມເຂົ້າຮ່ວມ ແມ່ນຕາງຫນ້າໃຫ້ 6 ຄຸ້ມບ້ານ ແລະ ແຕ່ລະຄຸ້ມບ້ານແຕ່ງຕັ້ງ 5 ຄົນເຂົ້າຮ່ວມ. ຕາມປົກກະຕິແລ້ວ, ການແຂ່ງຂັນຫນຶ້ງເຂົ້າຫນຽວ ລວມມີ 3 ລາງວັນ, ລາງວັນທີຫນຶ່ງ, ລາງວັນທີ 2, ລາງວັນທີ 3. ໃນການແຂ່ງຂັນໄດ້ກຳນົດຫນຶ້ງເຂົ້າຫນຽວຄົບທຸກປະເພດຄື: ເຂົ້າຫນຽວຖົ່ວຂຽວ, ເຂົ້າຫນຽວຖົ່ວດິນ, ເຂົ້າຫນຽວຖົ່ວດຳ,ເຂົ້າຫນຽວຫມາກເຂົ້າ ແລະ ການແຂ່ງຂັນຫນຶ້ງເຂົ້າຫນຽວ 5 ສີ. ກຳນົດເວລາແຂ່ງຂັນແມ່ນພຽງປະຕິບັດໃນຫນຶ່ງຊົ່ວໂມງ. ມາດຖານໃຫ້ລາງວັນ ແມ່ນຫນຶ້ງເຂົ້າຕາມເວລາກຳນົດ, ການປະດັບປະດາສວຍງາມ, ຄຳອະທິບາຍການຫນຶ້ງເຂົ້າຫນຽວແມ່ນມີຄວາມດຶງດູດໃຈ, ເຂົ້າຫນຽວມີຄວາມອ່ອນຫນຽວ, ຫອມ ແລະ ສຸກພໍດີຈຶ່ງໄດ້ຮັບລາງວັນ. ຢູ່ນອກງານບຸນຍັງມີການລະຫລິ້ນພື້ນເມືອງຕ່າງໆໄປພ້ອມ.”

        ຄະນະກຳມະການໃຫ້ຄະແນນ ແມ່ນບັນດາຜູ້ມີປະສົບການໃນອາຊີບຫນຶ້ງເຂົ້າຫນຽວ ແລະ ມີຊື່ສຽງດ້ວຍການຫນຶ້ງເຂົ້າຫນຽວແຊບຢູ່ໝູ່ບ້ານ. ນັກສິລະປະການ ກົງທິແບ, ຊື່ງແມ່ນຜູ້ອາຍຸສູງໃນບ້ານ ແລະ ແມ່ນຜູ້ໄດ້ເຂົ້າຮ່ວມຄະນະກຳມະການແຂ່ງຂັນຫນຶ້ງເຂົ້າຫນຽວມາເປັນເວລາຫລາຍປີ ເລົ່າສູ່ຟັງວ່າ:

        “ຜູ້ມາເຂົ້າຮ່ວມງານບຸນເຂົ້າຫນຽວເພື່ອພົບປະແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ, ຈາລຶກເຖິງບຸນຄຸນຂອງປູ່ຍ່າຕາຍາຍບັນພະບຸລຸດທີ່ມີອາຊີບຫນຶ້ງເຂົ້າຫນຽວລ້ຽງຊີບໃຫ້ປະຊາຊົນໃນໝູ່ບ້ານ. ການແຂ່ງຂັນຫນຶ້ງເຂົ້າຫນຽວຕ້ອງປະດັບປະດາພາເຂົ້າຫນຽວໃຫ້ງາມຕາ, ຄຳອະທິບາຍມີຄວາມດຶງດູດໃຈ, ຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ພາຍຫລັງງານແຂ່ງຂັນຫນຶ້ງເຂົ້າ, ພໍ່ແມ່ປະຊາຊົນໃນໝູ່ບ້ານພ້ອມກັບແຂກທ່ອງທ່ຽວໄດ້ຊີມເຂົ້າຫນຽວຢູ່ກັບທີ່. ຢາກຫນຶ້ງເຂົ້າແຊບ ຕ້ອງເລືອກເອົາວັດຖຸດິບແຊບ, ເຂົ້າຫນຽວຕ້ອງແມ່ນເຂົ້າຫນຽວກາຍຮວາວ່າງ (ຊື່ງແມ່ນປະເພດເຂົ້າຫນຽວທີ່ແຊບນົວຢູ່ເຂດພູພຽງພາກເຫນືອ) ເຂົ້າຫນຽວຢູ່ທີ່ນີ້ແມ່ນຫນຶ້ງສອງເທື່ອ, ເທື່ອທຳອິດແມ່ນຫນຶ້ງໃນມື້ກ່ອນ, ເທື່ອທີສອງແມ່ນຫນຶ້ງໃນມື້ຕໍ່ມາ ເວລາຫນຶ້ງຕ້ອງຊິດນ້ຳໃສ່ແລ້ວຈຶ່ງຫນຶ້ງຄືນ ສະນັ້ນເຂົ້າຫນຽວຈຶ່ງຫນຸ່ມຫນຽວ, ຫອມ, ແຊບ, ປະໄວ້ໝົດມື້ກໍ່ບໍ່ແຂງ.”

ງານບຸນເຂົ້າຫນຽວໝູ່ບ້ານ ຟູຢາ - ảnh 2 ເຂົ້າຫນຽວຫລາຍປະເພດໂດຍຊາວບ້ານບ້ານຟູຢາປຸ້ງແຕ່ງເອງ

        ຢູ່ນອກງານບຸນເຂົ້າຫນຽວ, ຄະນະຈັດຕັ້ງຍັງວາງສະແດງເຂດອາຫານການກິນ ດ້ວຍບັນດາຮ້ານອາຫານແນະນຳເຂົ້າຫນຽວທຸກປະເພດ, ວັດຖຸດິບເພື່ອປະສົມກັບເຂົ້າຫນຽວ, ບັນດາເຍື່ອງອາຫານພື້ນເມືອງຂອງໝູ່ບ້ານຄື: ຊາ, ເຂົ້າຂຽບ, ເຂົ້າຫນົມຖົ່ວດິນ, ເຂົ້າຫນົມໝາກງາ, ເຫລົ້າເຂົ້າຫນຽວ. .. ເອື້ອຍ ຫງວຽນຮົ່ງເຊີນ, ຢູ່ຄຸ້ມບ້ານ 2 ຊື່ງແມ່ນຜູ້ມາຮ່ວມງານບຸນເຂົ້າຫນຽວໃຫ້ຮູ້ວ່າ:

        “ຂ້າພະເຈົ້າຍາມໃດກໍ່ມີຄວາມເອກອ້າງທະນົງໃຈທີ່ເປັນລູກຫລານຂອງໝູ່ບ້ານ. ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ເຂດດິນແດນນີ້, ໃນຄວາມຊົງຈຳຂອງຂ້າພະເຈົ້າຍາມໃດກໍ່ຕິດພັນກັບເຂົ້າຫນຽວ. ຂ້າພະເຈົ້າປາດຖະຫນາວ່າ ເຂົ້າຫນຽວຂອງໝູ່ບ້ານນັບມື້ນັບມີຊື່ສຽງ ແລະ ໄດ້ເອົາໄປຂາຍຢູ່ທຸກແຖບຖິ່ນ.”

        ເຂົ້າຫນຽວຫມູ່ບ້ານ ຟູເທຶ້ອງ ໄດ້ຮູ້ຈັກເຖິງແມ່ນຫນຶ່ງໃນບັນດາສະຖານທີ່ຫນຶ້ງເຂົ້າຫນຽວແຊບກວ່າໝູ່ໃນທົ່ວປະເທດ ຍ້ອນມີລົດຊາດພິເສດສະເພາະ, ຜະລິດຕະພັນຫລາຍຮູບຫລາຍແບບ ແມ່ນ ຄວາມພິຖີພິຖັນ ຈາກຂອດເລືອກເອົາວັດຖຸດິບຕະຫລອດຮອດຫນຶ້ງສຸກ. ໃນໝູ່ບ້ານ ມີເກືອບ 600 ຄອບຄົວເຮັດອາຊີບນີ້, ມີນັກສິລະປະການ 3 ຄົນ, ສະນັ້ນ ມີຫລາຍຄົນທີ່ມາຈາກ ແຂວງ ແທງຮວາ, ບັກນີງ, ຟູທໍ້… ໄດ້ມາແຫ່ງນີ້ເພື່ອຮຽນອາຊີບຫນຶ້ງເຂົ້າຫນຽວ. ທ່ານ ຮວ່າງຢາເລື້ອງ, ປະທານສະມາຄົມໝູ່ບ້ານອາຊີບ ຟູເທຶ້ອງ ໃຫ້ຮູ້ວ່າ:

        “ມື້ທຳມະດາ ທົ່ວໝູ່ບ້ານຫນຶ້ງເຂົ້າສານຫນຽວປະມານ 9 ໂຕນ, ແລະ ມື້ວັນບຸນຕ່າງໆ ແມ່ນເກືອບ 15 ໂຕນ. ບາງຄອບຄົວ ຍັງສະຫນອງເຂົ້າຫນຽວໃຫ້ບັນດາໂຮງແຮມ, ຮ້ານອາຫານ, ສະຫນາມບິນໂນ້ຍບານ. ປີ 2017 ນະຄອນ ຮ່າໂນ້ຍ ໄດ້ຮັບຮອງ ຟູເທຶ້ອງແມ່ນ ໝູ່ບ້ານອາຊີບຫນຶ້ງເຂົ້າຫນຽວທີ່ເປັນມູນເຊື້ອ. ໃນປີ 2018, ຄະນະກຳມະການປະຊາຊົນ ຕາແສງ ພ້ອມກັບສະມາຄົມໝູ່ບ້ານ ອາຊີບ ຈະສຳເລັດສຳເນົາເອກະສານເພື່ອສະເຫນີຕໍ່ພະແນກອຸດສາຫະກຳການຄ້າ ຮ່າໂນ້ຍ ຮັບຮອງເຄື່ອງໝາຍການຄ້າເຂົ້າຫນຽວ ຟູເທຶ້ອງ.”

ງານບຸນເຂົ້າຫນຽວ ຟູເທຶ້ອງ ຖືກຈັດຂຶ້ນປະຈຳປີ ແລະ ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອເຊື່ອມຕໍ່ລະຫວ່າງບັນດາລຸ້ນຄົນໃນໝູ່ບ້ານອາຊີບ, ອະນຸລັກຮັກສາ ແລະ ພັດທະນາອາຊີບ. ງານບຸນໄດ້ປະກອບສ່ວນໂຄສະນາຈຸດວັດທະນະທຳອັນດີງາມຂອງປະຊາຊົນໃນບ້ານເຖິງນັກທ່ອງທ່ຽວມາຈາກທຸກສາລະທິດ.

ຕອບກັບ

ຂ່າວ/ບົດ​ອື່ນ