ຕາແສງ ທົງ​ເຍິດ (ຮ່າ​ໂນ້ຍ) ຮັກ​ສາ​ອາ​ຊີບ​ເປົ່າ​ແກ້ວ

(VOVWORLD) -

ໂດຍໄດ້ຕັ້ງຢູ່ແຄມຄັນຄູຂອງແມ່ນ້ຳແດງ, ຕາແສງ ທົງເຍິດ, ເມືອງ ເທື່ອງຕິນ, ນະຄອນ ຮ່າໂນ້ຍ ມີຊື່ສຽງດ້ວຍອາຊີບເປົ່າແກ້ວແບບຫັດຖະກຳ (ເຮັດຜະລິດຕະພັນແກ້ວ). ຈາກອາຊີບທີ່ເປັນມູນເຊື້ອຂອງລຸ້ນກ່ອນ, ດ້ວຍຄວາມຄ່ອງແຄ້ວ, ປຊຊ ຢູ່ທີ່ນີ້ ໄດ້ພັດທະນາ ແລະ ປະດິດສ້າງຫຼາຍຜະລິດຕະພັນໃໝ່ພິເສດສະເພາະ ແລະ ຢອດຢ້ຽມ ຮັບໃຊ້ໃຫ້ແກ່ຄວາມຕ້ອງການຂອງຊີວິດ.


ຕາແສງ ທົງ​ເຍິດ (ຮ່າ​ໂນ້ຍ) ຮັກ​ສາ​ອາ​ຊີບ​ເປົ່າ​ແກ້ວ - ảnh 1

(ພາບ: vovgiaothong.vn)

   ໃນຄວາມແດດຮ້ອນເກືອບ 40 ອົງສາເຊ, ທີ່ຮາກຖານຜະລິດນ້ອຍຢູ່ບ້ານ ຢາບລອງ, ຕາແສງ ທົງເຍິດ, ຢູ່ເທິງໂຕະພ້ອມກັບເຄື່ອງພົ່ນຄວາມຮ້ອນ. ທ່ານ ດັ້ງວັນເຖາະ ພວມເມົາມົວປະດິດສ້າງບັນດາຜະລິດຕະພັນທີ່ເປັນມູນເຊື້ອ ດ້ວຍສີມືທີ່ຄອ່ງແຄ້ວຂອງຕົນ. ໂດຍໄດ້ສືບທອດອາຊີບເປົ່າແກ້ວຈາກພໍ່ຂອງຕົນນັບແຕ່ຄາວຍັງນ້ອຍ, ໄລ່ມາຮອດປະຈຸບັນ, ທ່ານ ເຖາະ ໄດ້ຕິດພັນກັບອາຊີບນີ້ເປັນເວລາເກືອບ 40 ປີແລ້ວ, ທ່ານ ເຖາະ ແບ່ງປັນວ່າ:

ນັບແຕ່ອາຍຸໄດ້ 6-7 ປີ, ຂ້າພະເຈົ້າກໍ່ເຫັນພໍ່ເຮັດແລ້ວ… ເມື່ອມີອາຍຸ 13 ປີ, ຂ້າພະເຈົ້າໄດ້ເລີ່ມເຮັດອາຊີບເປົ່າແກ້ວນີ້ແລ້ວ. ເມື່ອກ່ອນເຮັດວຽກແບບງ່າຍດາຍທີ່ສຸດ ແລະ ໄດ້ໃຊ້ນ້ຳມັນ ແລະ ອາຍ, ແຕ່ປະຈຸບັນໄດ້ໃຊ້ອາຍແກັດ ແລະ ອົຊີ, ພວກຂ້າພະເຈົ້າໄດ້ປັບປຸງ ແລະ ຮ່ຳຮຽນເພື່ອຍົກສູງສີມື, ສ້າງໃຫ້ມີຫຼາຍຜະລິດຕະພັນທີ່ອຸດົມສົມບູນ, ແຕ່ລະຄອບຄົວກໍ່ມີຜະລິດຕະພັນສະເພາະ.

ຕາແສງ ທົງ​ເຍິດ (ຮ່າ​ໂນ້ຍ) ຮັກ​ສາ​ອາ​ຊີບ​ເປົ່າ​ແກ້ວ - ảnh 2

(ພາບ: vovgiaothong.vn)

 ເພື່ອເຮັດໄດ້ບັນດາຜະລິດຕະພັນທີ່ງາມ ແລະ ຮັບປະກັນຄຸນນະພາບ, ນາຍຊ່າງຕ້ອງກະກຽມວັດຖຸດິບຢ່າງລະມັດລະວັງ. ເພື່ອມີບັນດາຜະລິດຕະພັນງາມຕາ ແລະ ຕາມໃຈມັກ, ນາຍຊ່າງຕ້ອງເຮັດວຽກໃນເງື່ອນໄຂຫຍຸ້ງຍາກທີ່ສຸດ, ຢູ່ກັບເຕົາໄຟທີ່ມີອຸນຫະພູມຂຶ້ນເຖິງ 1000 ອົງສາເຊ ນັບທັງລະດູໜາວ ຫຼື ລະດູຮ້ອນ. ທ່ານ ດັ້ງວັນເຖາະ ໃຫ້ຮູ້ຕື່ມອີກວ່າ:

ອຸນຫະພູມຂອງເຕົາໄຟຈະອີງຕາມແຕ່ລະຜະລິດຕະພັນ, ຕົວຢ່າງຄື: ດອກໄຟຈະຕ້ອງໃຊ້ອຸຫະພູມປະມານ 600-700 ອົງສາ ແຕ່ເມື່ອເປົ່າແກ້ວເພື່ອເຮັດຜະລິດຕະພັນອື່ນຄືໂຖດອກໄມ້, ອຸນຫະພູມອາດຈະຂຶ້ນເຖິງປະມານ 800-900 ອົງສາ. ນາຍຊ່າງຕ້ອງອີງຕາມແຕ່ລະຜະລິດຕະພັນເພື່ອດັດປັບເຕົາໄຟ.

ນອກຈາກສີມືອັນຄ່ອງແຄ້ວແລ້ວ, ນາຍຊ່າງເປົ່າແກ້ວຕ້ອງມີຄວາມອົດທົນ ແລະ ສຸມໃສ່ວຽກງານສູງທີ່ສຸດ. ຍ້ອນວ່າ ນີ້ແມ່ນວຽກງານທີ່ອັນຕະລາຍພໍສົມຄວນ, ນາຍຊ່າງຕ້ອງສຳຜັດກັບໄຟເປັນປະຈຳ, ຖ້າມີຄວາມຂາດຕົກບົກຜ່ອງໃດໜຶ່ງ ແມ່ນອາດຈະເກີດອຸດບັດຕິເຫດໄດ້. ດັ່ງນັ້ນ, ມີພຽງຜູ້ຮັກອາຊີບຢ່າງແທ້ຈິງ ຈຶ່ງຈະກ້າເສຍສະຫຼະ ເພື່ອຕິດພັນກັບອາຊີບນີ້ເປັນເວລາຍາວນານ. ທ່ານ ດັ້ງວັນເຖາະ ແລະ ເອື້ອຍ ຕ້າທິງ່າ, ນາຍຊ່າງເປົ່າແກ້ວຢູ່ຕາແສງ ທົງເຍິດ ແບ່ງປັນວ່າ:

   ເຮັດງວຽກຍາມລະດູຮ້ອນແມ່ນຫຍຸ້ງຍາກທີ່ສຸດ, ຮູ້ສຶກເມື່ອຍຫຼາຍ. ແຕ່ກໍ່ຄິດວ່າ, ເຮົາໄດ້ເຮັດອາຊີບນີ້ໃນເວລາເກືອບ 40 ປີ, ແນ່ນອນວ່າຈະບໍ່ສາມາດຢຸດຢູ່ແຕ່ເທົ່ານີ້ໄດ້.

    ຕ້ອງເຮັດອາຊີບນີ້ ເພື່ອຮັກສາອາຊີບທີ່ເປັນມູນເຊື້ອຂອງຕົນໄວ້, ບໍ່ໃຫ້ມັນຖືກສູນຫາຍໄປ. ຍາມໃດກໍ່ຕ້ອງຍົກສູງຄຸນນະພາບຜະລິດຕະພັນຂອງຕົນ ເພື່ອໃຫ້ຜະລິດຕະພັນຮັບປະກັນຄຸນນະພາບ.

ກ່ອນນີ້, ທຸກຂັ້ນຕອນກໍ່ລ້ວນແລ້ວແຕ່ໄດ້ເຮັດດ້ວຍມື, ຄຸນນະພາບຂອງຜະລິດຕະພັນສ່ວນຫຼາຍແມ່ນຂຶ້ນກັບເຕັກນິກ, ບົດຮຽນປະສົບການ ປະສານສົມທົບກັບສີມືທີ່ຄ່ອງແຄ້ວ ແລະ ລັກສະນະຄວາມງາມຂອງນາຍຊ່າງ. ປະຈຸບັນ, ເພື່ອຮັບປະກັນຄຸນນະພາບຜະລິດຕະພັນ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ຫຼາຍຄອບຄົວໃນຕາແສງ ໄດ້ລົງທຶນຊື້ເຄື່ອງຈັກທີ່ທັນສະໄໝ. ທ່ານ ເລືອງວັນຈ້າຍ ເຈົ້າຂອງຮາກຖານຜະລິດແກ້ວ ຕາແສງ ທົງເຍິດ ໃຫ້ຮູ້ວ່າ:

    ພວກຂ້າພະເຈົ້າໄດ້ນຳເຄື່ອງຈັກມາແທນໃຫ້ການເຮັດດ້ວຍມື ນັບແຕ່ປີ 2018. ເຄືື່ອງຈັກທັງໝົດລ້ວນແຕ່ໄດ້ນຳເຂົ້າຈາກຕ່າງປະເທດ ແລະ ເຮັດຜະລິດຕະພັນຕາມການສັ່ງຊື້. ເມື່ອໃຊ້ເຄື່ອງຈັກຈະມີຜະລິດຕະພັນທີ່ຫຼາຍກ່ວາ, ຮັບປະກັນຄຸນະພາບ ແລະ ລາຄາຂາຍກໍ່ຫລຸດລົງ.

ຕາມການເວລາ, ອາຊີບເປົ່າແກ້ວທີ່ເປັນມູນເຊື້ອຍັງໄດ້ຮັກສາ ແລະ ພັດທະນາ. ອ້າຍ ເລືອງຕວັນເຫງັ້ຍ, ແມ່ນລຸ້ນທີ 3 ໃນຄອບຄົວທີ່ມີມູນເຊື້ອເຮັດອາຊີບເປົ່າແກ້ວ ແຕ່ລະມື້ຍັງໄດ້ຮຽນນຳພໍ່ເປັນປະຈຳ ດ້ວຍຄວາມປາດຖະໜາ ຢາກສືບທອດ ແລະ ພັດທະນາອາຊີບທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນ:

ເມື່ອຫາກໍ່ເຮັດອາຊີບນີ້ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຖ້າຈະເຮັດອາຊີບນີ້ ແມ່ນຕ້ອງມີສີມືຄ່ອງແຄ້ວ. ຕອນຫາກໍ່ເຮັດ, ຜະລິດຕະພັນບໍ່ທັນງາມເທື່ອ, ຕ້ອງຄ່ອຍໆຮຽນ… ໃນອະນາຄົດ, ຂ້າພະເຈົ້າຢາກເຮັດວັດສະດຸປະດັບປະດາດ້ວຍແກ້ວ ແລະ ຜະລິດທໍ່ແກ້ວປະເພດຕ່າງໆໃຫ້ແກ່ຂະແໜງສາທາລະນະສຸກ.

ອາຊີບເປົ່າແກ້ວທີ່ເປັນມູນເຊື້ອ ໄດ້ນຳມາເຊິ່ງຂີດໝາຍຍາກທີ່ຈະສູນຫາຍໄປໄດ້. ບັນດານາຍຊ່າງເຮັດເຄື່ອງແກ້ວຢູ່ຕາແສງ ທົງເຍິດ ມີຄວາມງາມທີ່ເປັນເອກະລັກຂອງຜູ້ອອກແຮງານ, ຄວາມງາມຂອງຄວາມດຸໝັ່ນຂະຫຍັນພຽນ, ລຽບງ່າຍ ແຕ່ພັດລະອຽດອ່ອນທີ່ສຸດ/.

ຕອບກັບ

ຂ່າວ/ບົດ​ອື່ນ