ອາ​ຊີບ​ເຮັດ​ຢາ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ໄຕ່​ ຢູ່ ບາ​ແຈ້, ກວາງ​ນິງ

(VOVWORLD) - ນັບແຕ່ດົນນານມາແລ້ວ, ຊາວເຜົ່າໄຕ່ ໄດ້ຮູ້ໃຊ້ໃບໄມ້ປ່າ ແລະ ຕົ້ນສະໝູນໄພທຳມະຊາດ ເປັນຢາປົວພະຍາດ. ເຖິງວ່າຢູ່ບ່ອນໃດໃນບ້ານ, ຕະຫຼອດຮອດປ່າດົງດິບແຫ່ງຕ່າງໆ, ປຊຊ ກໍ່ລ້ວນແລ້ວແຕ່ສາມາດຊອກເຫັນຕົ້ນຢາຕ່າງໆໄດ້, ແຕ່ຊາວເຜົ່າໄຕ່ຂອງແຕ່ະເຂດ ພັດມີວິທີປະສົມປະສານ ເພື່ອມີການປົວພະຍາດທີ່ແຕກຕ່າງກັນ. ຢູ່ເມືອງ ບາຈ້ ແຂວງ ກວາງນິງ, ຊາວເຜົ່າໄຕ່ ຢູ່ທີ່ນີ້ ມີອາຊີບເຮັດຢາພື້ນເມືອງສືບທອດໃນວົງຕະກຸນສະເພາະຂອງຕົນ ແລະ ໄດ້ຊ່ວຍປົວພະຍາດໃຫ້ຫຼາຍຄົນ.
     ອາ​ຊີບ​ເຮັດ​ຢາ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ໄຕ່​ ຢູ່ ບາ​ແຈ້, ກວາງ​ນິງ - ảnh 1

ພາບ: ຊາວເຜົ່າໄຕ່ເອົາຢາສະໝູນໄພມາຈາກທຳມະຊາດ

     ຊາວເຜົ່າໄຕ່ທຸກຄົນຢູ່ ບາແຈ້ ຕ່າງກໍ່ຮູ້ຕົ້ນຢາຕ່າງໆ ເພື່ອສາມາດປົວພະຍາດທົ່ວໄປ. ເຂົາເຈົ້າໄດ້ເລົ່າສູ່ກັນຟັງ ຫຼື ບອກໃຫ້ແກ່ກັນຮູ້ ກ່ຽວກັບຕົ້ນຢາໃນຍາມໄປປ່າ, ມີບາງຄົນກໍ່ສາມາດເຮັດຢາປົວພະຍາດທີ່ປົວຍາກ.

    ປ້າ ເຢືອງທີມິນ, ຢູ່ ຕາແສງ ດາບແທັງ, ເມືອງ ບາແຈ້, ແຂວງ ກວາງນິງ ໄດ້ຕິດພັນກັບອາຊີບເຮັດຢາພື້ນເມືອງເກືອບ 30 ປີແລ້ວ. ນັບແຕ່ຄາວຍັງນ້ອຍ, ປ້າ ມິນ ໄດ້ເຂົ້າໄປປ່ານຳພໍ່ປູ່ແມ່ຍ່າ, ພໍ່ແມ່ ຊອກເກັບຕົ້ນຢາແລ້ວ, ດັ່ງນັ້ນ ປ້າຈຶ່ງມີປະສົບການ, ເຂົ້າໃຈກ່ຽວກັບຕົ້ນຢາສະຫມູນໄພທຳມະຊາດທີ່ສຸດ. ເມື່ອໄດ້ສ້າງຄອບຄົວ, ປ້າ ມິນ ຍິ່ງມີຄວາມຕິດພັນກັບອາຊີບນີ້ ໃນຂະນະທີ່ພໍ່ຜົວ ແລະ ແມ່ຜົວກໍ່ເຮັດອາຊີບນີ້ເຊັ່ນດຽວກັນ:

   ນີ້ແມ່ນຕົ້ນພູວິເສດ ຊື່ງໄດ້ປົວພະຍາດຖືກລົມຈັບ, ເຈັບກະດູກ, ຂໍ້ກະດູກ, ເຈັບທ້ອງ, ຖອກທ້ອງ, ຜູ້ເປັນໄອກໍ່ສາມາດໃຊ້ເປັນຢາໄດ້. ສ່ວນນີ້ແມ່ນຕົ້ນຢາເພື່ອໃຫ້ຜູ້ຖືກກະດູຫັກ ໃຊ້ເພື່ໂອບ (ໂທມ) ແມ່ນກະດູກຈະລ່ຽນກັນໄວ. ສ່ວນນີ້ແມ່ນຕົ້ນຢາສະເພາະໃຫ້ຜູ້ມີອາຍຸສູງ, ເດັກນ້ອຍຄ້ານກິນ, ຮ່າງກາຍອ່ອນເພຍລົງ, ເມື່ອຕົ້ມນ້ຳກິນກໍ່ເຫັນວ່າກິນແຊບ, ຜູ້ເຖົ້າຜູ້ແກ່ຈະແຂງແຮງໄວ…

     ອາ​ຊີບ​ເຮັດ​ຢາ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ໄຕ່​ ຢູ່ ບາ​ແຈ້, ກວາງ​ນິງ - ảnh 2

ພາບ: ຫໍ່ຢາພື້ນເມືອງຈາກຕົ້ນສະໝູນໄພທຳມະຊາດຊະນິດຕ່າງໆຂອງປ້າ ເຢືອງທີມິນ

     ປ້າ ເຢືອງທີມິນ ບໍ່ຈື່ວ່າ, ໃນເວລາເຮັດອາຊີບຢາພື້ນເມືອງກ່ວາ 20, 30 ປີ ໄດ້ປົວພະຍາດໃຫ້ເທົ່າໃດຄົນແລ້ວ. ຮູ້ພຽງແຕ່ວ່າເຮັດຕາມຄວາມສາມາດຂອງຕົນ ດ້ວຍຄວາມປາດຖະໜາຢາກຊ່ວຍໃຫ້ຫຼາຍຄົນຫາຍດີ ແລະ ປະຈຸບັນ, ຢາຂອງປ້າກໍ່ມີຫຼາຍຄົນໄດ້ຮູ້ຈັກເຖິງ, ຢູ່ທົ່ວບັນດາແຂວງ ນະຄອນຄື: ບັງຢາງ, ບັກນິງ, ລ້າງເຊີນ, ບັນດາແຂວງພາກກາງ ແລະ ພາກໃຕ້…

  ປະຈຸບັນ, ປ້າ ເຢືອງທີມິນ ມີອາຍຸ 70 ປີແລ້ວ, ປ້າ ມິນ ກໍ່ຢາກສອນໃຫ້ລູກຫຼານຂອງຕົນສຶບທອດອາຊີບ ເພື່ອໃຫ້ອາຊີບເຮັດຢາພື້ນເມືອງບໍ່ຖືກສູນເສຍໄປ. ເອື້ອຍ ນິ້ງທິທັງ, ຢູ່ຕາແສງ ມິນເກີມ, ເມືອງ ບາແຈ້, ແຂວງ ກວາງນິງ, ລູກສາວຂອງ ປ້າ ເຢືອງທີມິນ ແບ່ງປັນວ່າ ບັນດາການປົວພະຍາດງ່າຍຄື: ເຈັບຫົວ, ເຈັບທ້ອງ, ນ້ຳມູກໄຫຼ…ກໍ່ບໍ່ຍາກ ແຕ່ການປົວພະຍາດໜັກກວ່າແມ່ນຕ້ອງໄດ້ຮຽນຫຼາຍທີ່ສຸດ: 

      ແມ່ຂອງຂ້ອຍກໍ່ສອນໃຫ້ຮູ້ຕົ້ນຢາຊະນິດຕ່າງໆ ແຕ່ຂ້ອຍບໍ່ສາມາດຈື່ຈຳຕົ້ນຢາຊະນິດທີ່ຍາກໄດ້. ຂ້ອຍຮູ້ພຽງແຕ່ຕົ້ນຢາຊະນິດງ່າຍໆເທົ່ານັ້ນ. ຂ້ອຍຕ້ອງພະຍາຍາມຮຽນເພື່ອຮູ້ແຈ້ງວ່າ ຕົ້ນຢາໃດປົວພະຍາດໃດ.

   ບາແຈ້ ແມ່ນເມືອງເຂດພູດອຍ ທາງທິດຕາເວັນຕົກສ່ຽງເໜືອຂອງແຂວງ ກວາງນິງ ຊື່ງແມ່ນແຫ່ງທີ່ມີຕົ້ນຢາສະໝູນໄພທີ່ມີຄ່າໃນທຳມະຊາດ. ໃນທັງໝົດຕົ້ນໄມ້ກ່ວາ 1.000 ຊະນິດທີ່ໄດ້ຮັບການສະຖິຕິຢູ່ ບາແຈ້ ນັ້ນ ແມ່ນມີຢາສະໝູນໄພເຖິງ 30 ຊະນິດທີ່ມີຄຸນຄ່າສູງຄື: ເຄືອໄສ້ໄກ່, ຊາດອກ ຄາເມເລຍ (camellia) ເຫຼືອງ, ເຫັດລິ້ນຈື່ ສາຍພັນສີແດງ (Ganoderma lucidum), ໂສມພາກໃຕ້ (Southern ginseng)... ຈາກບັນດາຕົ້ນຢາທີ່ມີຄ່ານັ້ນ, ຊາວເຜົ່າໄຕ່ຢູ່ທີ່ນີ້ ໄດ້ສ້າງເປັນຫຼາຍສູດປົວພະຍາດທີ່ມີປະສິດທິຜົນ. ປ້າ ເຈິ່ນທິກືວ, ຢູ່ບ້ານ ບັກຊາ, ຕາແສງ ດາບແທັງ, ເມືອງ ບາແຈ້, ແຂວງ ກວາງນິງ ໃຫ້ຮູ້ວ່າ:

   ຂ້າພະເຈົ້າໄດ້ຂາຍຢາສະໝູນໄພທີ່ມີຄ່າຫຼາຍຊະນິດຄື: ຫົວເຂົ້າເຢັນໃຕ້, ໂສມພາກໃຕ້ (Southern ginseng), ໂສມ Curculigo orchioides... ໂດຍສະເພາະແມ່ນຢູ່ ບາຈ້ ມີເຄືອໄສ້ໄກ່. ບັນດາຕົ້ນຢາສະໝູນໄພນີ້ ແມ່ນຂ້າພະເຈົ້າເຂົ້າປ່າຊອກຫາໄດ້. ແຕ່ລະຊະນິດຈະມີວິທີໃຊ້ທີ່ແຕກຕ່າງກັນ, ບາງຕົ້ນຕ້ອງຕົ້ມແລ້ວກິນ, ຫລືໃຊ້ເພື່ອອາບນ້ຳ, ແຊ່ຕີນ.

   ປະຈຸບັນ, ພ້ອມກັບການແພດທີ່ທັນສະໄໝ, ການແພດພື້ນເມືອງກໍ່ໄດ້ປະກອບສ່ວນບໍ່ແມ່ນໜ້ອຍ ເຂົ້າໃນການເບິ່ງແຍງສຸຂະພາບຂອງ ປຊຊ. ຍ້ອນເຫດນັ້ນ, ບັນດາສູດປົວພະຍາດແບບພື້ນເມືອງຂອງຊາວເຜົ່າໄຕ່ ຢູ່ເມືອງ ບາແຈ້, ແຂວງ ກວາງນິງ ເວົ້າສະເພາະ ແລະ ຊາວຊົນເຜົ່າສ່ວນໜ້ອຍເວົ້າລວມ ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ ໃນຊິວິດການເປັນຢູ່ຂອງ ປຊຊ ເຂດພູດອຍ. ຜ່ານນັ້ນ, ກໍ່ໄດ້ຊ່ວຍໃຫ້ ປຊຊ ມີສະຕິຮັກສາປ່າທຳມະຊາດ ປະກອບສ່ວນນຳມາເຊິ່ງມູນຄ່າເສດຖະກິດໃຫ້ແກ່ ປຊຊ./.



ຕອບກັບ

ຂ່າວ/ບົດ​ອື່ນ