ຊີວິດແຫ່ງການປ່ຽນໃໝ່ຢູ່ຕາແສງເຂດພູດອຍແຂວງຟູ໋ອຽນ

(vovworld) - ຕາ​ແສງ​ຊວນ​ແລ້ງ, ເມືອງ​ດົ່ງ​ຊວນ, ແຂວງ​ຟູ໋​ອຽນ ພວມ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ດ້ວຍ​ທິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​, ຕາມ​ຮູບ​ແບບກໍ່​ສ້າງໂຄງ​ລ່າງ​ເສດ​ຖະ​ກິດ, ສັງ​ຄົມ​ທີ່​ທັນ​ສະ​ໄໝເທື່ອ​ລະ​ກ້າວ,  ​ມີ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ແລະ ບັນ​ດາ​ຮູບ​ການ​ຈັດ​ຕັ້ງ​ການ​ຜະ​ລິດ​ທີ່​ເໝາະ​ສົມ, ປີ 2013, ທາງ​ຕາ​ແສງ​ສຸມ​ໃສ່​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ລົງ​ທຶນເຂົ້າ​ໃນ​ການ​ຜະ​ລິດ, ເລືອກ​ເຟັ້ນ​ແນວ​ພັນ​ສັດ​ລ້ຽງ ແລະ ຜັກ​ປູກ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ.

ຊີວິດແຫ່ງການປ່ຽນໃໝ່ຢູ່ຕາແສງເຂດພູດອຍແຂວງຟູ໋ອຽນ - ảnh 1

(ພາບອິນເຕີແນດ)

ໃນ​ຊຸມມື້ນີ້, ຕາ​ແສງ​ຊວນ​ແລ້ງ ມີ​ຄວາມ​ຟົດ​ຟື້ນ​ປຽບ​ເໝືອນ​ກິດ​ຈະ​ກຳ​ກໍ່​ສ້າງ. ນັບ​ແຕ່​ຜູ້​ເຖ້າ, ຜູ້​ແກ່ ຕະຫຼອດ​ຮອດ​ຊາວ​ໜຸ່ມ, ໃຜໆ​ກໍ່​ເຂົ້າ​ຮ່ວມ​ການກໍ່​ສ້າງ​ເສັ້ນ​ທາງ​​ຄົ​ທ​ມະ​ນາ​ຄົມຊົນ​ນະ​ບົດ​ດ້ວຍ​ຄວາມ​ຫ້າວ​ຫັນ. ທ່ານ ໂຫ່​ແທງ​ຫາຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ​ຊວນ​ແລ້ງ, ໃຫ້​ຮູ້​ວ່າ ມາ​ຮອດ​ຈຸດ​ເວ​ລານີ້​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຕາ​ແສງ​ຄື​ລະ​ບົບ​ໄຟ​ຟ​ຟ້າ, ໂຮງ​ຮຽນ, ສຸກ​ສາ​ລາ​ກິດ​ຈະ​ກຳ​ຊົນ​ລະ​ປະ​ທານເກືອບ​​ທັງ​ໝົດໄດ້​ສຳ​ເລັດ​ຕາມ​ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​​ແລ້ວ…. ທ່ານ​ຫາຍ​ ໃຫ້​ຮູ້​ວ່າ:

“ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ປີ 2013​. ​ທຳ​ອິດ, ພວກ​ຂ້າ​ພະ​ເຈົ້າໄດ້​ສົມ​ທົບ​ກັບ​ຊາວ​ໜຸ່ມກໍ່​ສ້າງ​ທາງ​​ຄົມ​ມະ​ນາ​ຄົມຊົນ​ນະ​ບົດ​ດ້ວຍ​ເບ​ຕົງ, ທີ​ສອງ​ແມ່ນ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຄືນ​ໃໝ່​. ປະ​ຈຸ​ບັນ, ທາງ​ເບ​ຕົງ​ມີຫຼາຍ​ຕອນ​ໄດ້​ນຳ​ເຂົ້າ​ໃຊ້​ການ​ແລ້ວ”.

ເພື່ອ​ກໍ່​ສ້າງ​ທາງ​​ຄົມ​ມະ​ນາ​ຄົມຊົນ​ນະ​ບົດທີ່​ມີ​ລວງ​ຍາວກວ່າ 20 ກມ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ​ຕາ​ແສງ ໄດ້​ປະ​ຊຸມ​ພ້ອມ​ກັບ​ປະ​ຊາ​ຊົນຫຼາຍ​ຄັ້ງ​ເພື່ອ​ເປັນ​ເອ​ກະ​ພາບ​ນຳ​ກັນ. ນອກ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ​ຕາ​ແສງ​ກໍ່​ໄດ້​ໂຄ​ສະ​ນາ​ກ່ຽວ​ກັບໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເຖິງ​ໝູ່​ປະ​ຊາ​ຊົນ ເພື່ອ​ໃຫ້​ເຂົາ​ເຈົ້າ​ຮັບ​​ຮູ້ຜົນ​ປະ​ໂຫຍດ​​ຂອງການ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ. ທ່ານ ມາງນຶ້ວ, ເຈົ້າ​ບ້ານ​ຮ່າ​ຣາຍ, ຕາ​ແສງ​ຊວນ​ແລ້ງ ໃຫ້​ຮູ້​ວ່າ:

“ປະ​ຊາ​ຊົນ​ດີ​ໃຈຫຼາຍ​ເພາະ​ວ່າ​ລັດ​ໄດ້​ໜູນ​ຊ່ວຍ​ຊີ​ມັງ...​, ສ່ວນ​ປະ​ຊາ​ຊົນ​ປະ​ກອບ​ເຫື່ອ​ແຮງ ແລະ ຊັບ​ສິນ​ເງິນ​ທອງ​ເພື່ອ​ກໍ່​ສ້າງ​ທາງ. ເມື່ອ​ບຸກ​ເບີກ​ໜ້າ​ພຽງ, ປະ​ຊາ​ຊົນ​ຢູ່​ລຽບ​ຕາມ​ສອງ​ພາກ​ທາງ​ໄດ້​ສະ​ໜັບ​ສະ​ໜູນ, ມີຫຼາຍ​ຄອບ​​ຄົວໄດ້​ປະ​ກອບ​ທີ່​ດິນ​​ເພື່ອ​ເປີດ​ກວ້າງທາງ​​ຕື່ມ​ອີກ ເພາະ​ວ່າເຂົາ​ເຈົ້າ​ເຫັນ​ໄດ້​ຜົນ​ປະ​ໂຫຍດ​​ທີ່​ນຳ​ມາ​ໃຫ້ຈາກ​​ເສັ້ນ​ທາງ​ດັ່ງ​ກ່າວ”.

ຊີວິດແຫ່ງການປ່ຽນໃໝ່ຢູ່ຕາແສງເຂດພູດອຍແຂວງຟູ໋ອຽນ - ảnh 2

ປະຊາຊົນຕັ້ງໜ້າເຂົ້າຮ່ວມການສ້າງທາງ

(ພາບອິນເຕີແນດ)

ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ຕາ​ແສງ, ຊາວ​ໜຸ່ມ​ກໍ່​ເຂົ້າ​ຮ່າວ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ດ້ວຍ​ຄວາມ​ຫ້າວ​ຫັນ. ເອື້ອຍ​ຟ້າມ​ທະ​ຖູ໋ຍ​ງາ, ເລ​ຂາ​ຊາວ​ໜຸ່ມ​ຕາ​ແສງ, ໃຫ້​ຮູ້​ວ່າ:

“ເມື່ອ​ປຸກ​ລະ​ດົມ​ຂະ​ບວນ​ການ​ອາ​ສາ​ສະ​ໝັກ, ຊາວ​ໜຸ່ມ​ແຕ່​ລະ​ຄົນ ໄດ້​ປະ​ກອບ​ແຮງ​ງານ 2 ມື້ ເພື່ອ​ພ້ອມກັບ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ. ໄວ​ໜຸ່ມ​ຕາ​ແສງ​ຊວນ​ແລ້ງ​ໄດ້​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ທາງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ”.

ດ້ານ​ໜຶ່ງ​ພວກ​ເຮົາ​ໄດ້​ຍູ້​ໄວ​ວິ​ວັດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ດ້ານ​ອື່ນ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຕາ​ແສງ​ກາວ​ແລ້ງ ກໍ່​ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ. ໂດຍ​ແມ່ນ​ຕາ​ແສງ​ຢູ່​ເຂດ​ພູ​ດອຍ​ແຂວງ​ຟູ໋​ອຽນ, ​ທີ່​ເຄີຍ​ປູກ​ມັນ​ຕົ້ນ ແລະ ອ້ອຍ​ເປັນ​ຕົ້ນ. ​ກ່ອນນີ້​ຜົນ​ລະ​ປູກ​ຈາກ​ຕົ້ນ​ໄມ້ 2 ປະ​ເພດນີ້​ຍັງ​ຕ່ຳ​ຢູ່, ແຕ່ 2 ປີ​ມານີ້, ທາງ​ຕາ​ແສງ​ໄດ້​ຈັດ​ຊຸດ​ອົບ​ຮົມ​ແນະ​ນຳ​​ວິ​ທີ​ການ​ປູກ​ຝັງ ແລະ ລ້ຽງ​ສັດຫຼາຍ​ຊຸດ​ໃຫ້​ປະ​ຊາ​ຊົນ, ເຮັດ​ໃຫ້​​ແນວ​ຄິດ​ຂອງ​ເຂົາ​ເຈົ້າກໍ່ມີ​ການ​ປ່ຽນ​ແປງ​ໄປ​ນຳ. ທ່ານ​ ຫາຍ ໃຫ້​ຮູ້​ວ່າ:

“ກ່ອນນີ້​ການ​ປູກ​ມັນ​ຕົ້ນ, ຕົ້ນອ້ອຍ ບໍ່​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ປູກ​ຝັງຄື​ໃນ​ປະ​ຈຸ​ບັນ, ດັ່ງ​ນັ້ນ​ຈຶ່ງ​ໃຫ້​ສະ​ມັດ​ຕະ​ພາບ​ຕ່ຳ, ແຕ່​​ພາຍຫຼັງ​ເຂົ້າຮ່ວມ​ຊຸດ​ອົບ​ຮົມ, ​ກຳ​ໄດ້​ເຕັກ​ນິກ​ການ​ປູກ​ຝັງ​ແລ້ວ, ສະ​ມັດ​ຕະ​ພາບ​ກໍ່​ສູງກວ່າ​ເກົ່າ”.

ຊີວິດແຫ່ງການປ່ຽນໃໝ່ຢູ່ຕາແສງເຂດພູດອຍແຂວງຟູ໋ອຽນ - ảnh 3

ຊາວກະສີກອນປູກອ້ອຍຕາມເຕັກນິກປູກຝັງໃໝ່

(ພາບອິນເຕີແນດ)

ການ​ກໍ່​ສ້າງ ແລະ ຟື້ນ​ຟູ​ວັດ​ທະ​ນະ​ທຳ ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ຜົນ​ສຳ​ເລັດ​ຂອງ​ຕາ​ແສງ​ຊວນ​ແລ້ງ ໃນ​ຈຸດ​ໝາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ເຄື່ອງ​ດົນ​ຕີ, ວາດ​ຟ້ອນ, ບົດ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຈຳ, ບາ​ນາ ໃນ​ບໍ​ລິ​ເວນ​ຕາ​ແສງ​ລ້ວນ​ແຕ່​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃໝ່. ທ່ານ ຫາຍ ໃຫ້​ຮູ້​ວ່າ:

“​ກ່ຽວ​ກັບການ​ປັບ​ປຸງວັດ​ທະ​ນະ​ທຳ​. ໃນ​ປະ​ຈຸ​ບັນພະ​ນັກ​ງານ​ວັດ​ທະ​ນະ​ທຳ​ຕາ​ແສງ​ໄດ້​ທ້ອນ​ໂຮມ ແລະ ຮັກ​ສາ​ເຄື່ອງ​ດົນ​ຕີ​ໃນ​ໝູ່​ປະ​ຊາ​ຊົນ​ໄວ້. ປະ​ຈຸ​ບັນ, ເຄື່ອງ​ດົນ​ຕີ​ປະ​ເພດ​ຕ່າງໆ​ຂອງ​ເຜົ່າ​ຈຳ, ບາ​ນາ ລ້ວນ​ແຕ່​ຖືກ​ນຳ​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ ແລະ ສືບ​ທອດ​ໃຫ້​ລຸ່ນ​ລູກ​ລຸ່ນຫຼານ​ໃນ​ຕາ​ແສງ”.

ຢູ່​ຊວນ​ແລ້ງ, ຢູ່​ຄຽງ​ຂ້າງ​ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ​ແລ້ວ, ຫຼາຍ​ຄອບ​ຄົວ​ໄດ້​​ປຸກ​ສ້າງ​ເຮືອນຫຼັງ​ໃໝ່​ທີ່​ໃຫ​ຍ່​ໂຕ, ຄ່າ​ກໍ່​ສ້າງ​ເຮືອນ​ແຕ່​ລະຫຼັງ​ຈາກ 50 – 100 ລ້ານ​ດົ່ງ. ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົ​ໃໝ່​ໄດ້​ເຮັດ​ໃຫ້​ຈີນ​ຕະ​ນາ​ການ​ຂອງ​ປະ​ຊາ​ຊົນ​ມີ​ການ​ປ່ຽນ​ແປງ. ເຂົາ​ເຈົ້າ​ໄດ້​ເປັນ​ເຈົ້າ​ຂອງ​ຊີ​ວິດ​ທີ່​ທັນ​ສະ​ໄໝ, ເຂົ້າ​ຮ່ວມ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ສັງ​ຄົມ, ດ້ວຍ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ໃໝ່, ການ​ຜະ​ລິດ​ກະ​ສີ​ກຳ​ໃໝ່ ​ພ້ອມ​ກັບພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ