ຊາວ​ເຜົ່າ​ເຊີ​ດັງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ​ຢູ່​ແຄມ​ຫ້ວຍ ດັກ​ໂລຍ

(VOVWORLD) - ໂດຍຕັ້ງຢູ່ຫ່າງຈາກໃຈກາງຕາແສງ ກອນຕູມ, ແຂວງ ກວາງຫງ້າຍ ປະມານ 20 ກມ, ໝູ່ບ້ານ ກອນຢອງ ສະຫງົບງຽບຂອງຊາວເຜົ່າເຊີດັງ, ຕາແສງ ງອກແຣວ ຕັ້ງຢູ່ກາງສວນຢາງພາລາ, ກາເຟ ແລະ ປ່າໄມ້ທີ່ຂຽວສົດງົດງາມ. ຢູ່ແຫ່ງນີ້ມີຫ້ວຍນ້ຳ ດັກໂລຍ ງາມດັ່ງໃນຝັນ, ແມ່ນສະຖານທີ່ຈັບໃຈທີ່ສຸດ ສຳລັບຜູ້ທີ່ຮັກມັກການທ່ອງທ່ຽວ ແລະ ກັບຄືນສູ່ທຳມະຊາດ.
ຊາວ​ເຜົ່າ​ເຊີ​ດັງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ​ຢູ່​ແຄມ​ຫ້ວຍ ດັກ​ໂລຍ - ảnh 1(ພາບ: ງອກຈີ/VOV)

    ເຂດຫ້ວຍນ້ຳ ດັກໂລຍ, ຕາແສງ ງອກແຣວ ມີພະລານຫີນໃຫ່ຍຫຼາຍ, ສອງຟາກຝັ່ງມີປ່າຕົ້ນໄມ້ປົກຄຸມໄປທົ່ວ, ອາກາດເຢັນສະບາຍ, ປອດໂປ່ງຕະຫຼອດປີ, ທິວທັດສວຍງາມດັ່ງໃນຝັນ. ອຳນາດການປົກຄອງທ້ອງຖິ່ນ ໄດ້ວາງແຜນຜັງແຫ່ງນີ້ ເປັນສະຖານທີ່ທ່ອງທ່ຽວເຂດຊຸມຊົນ. ດ້ວຍການໜູນຊ່ວຍຈາກລັດ, ປຊຊ ໃນສະຫະກອນກະສິກຳ ການບໍລິການ ການທ່ອງທ່ຽວ ງອກແຣວ ໄດ້ສ້າງຕູບນັບສິບຫຼັງ ດ້ວຍບັນດາວັດສະດຸທີ່ເອົາມາຈາກທຳມະຊາດ, ເປີດຮ້ານວາງສະແດງຜະລິດຕະພັນພິເສດສະເພາະເພື່ອຮັບໃຊ້ແຂກທ່ອງທ່ຽວ. ອ້າຍ ອາຖາວ, ເລຂາໜ່ວຍພັກບ້ານ ກອນຢອງ ໃຫ້ຮູ້ວ່າ: ການທ່ອງທ່ຽວເຂດຊຸມຊົນ ພວມເປີດທິດເດີນໃໝ່ສຳລັບຊາວເຜົ່າເຊີດັງ:

    ໃນບໍລິເວນໝູ່ບ້ານ, ຂ້າພະເຈົ້າໄດ້ປູກເພາະເບັ້ຍດອກໄມ້, ຕົ້ນໄມ້ໃຊ້ເປັນຮົ່ມ ແລະ ແຈກໃຫ້ແຕ່ລະຄອບຄົວເພື່ອປູກລຽບຕາມເສັ້ນທາງ ແລະ ໃນບ້ານ. ຫ້ວຍນ້ຳ ດັກໂລຍ ກໍ່ໄດ້ຮັບການອະນາໄມທຳຄວາມສະອາດເປັນປະຈຳ, ປູກຕົ້ນໄມ້, ສ້າງຕູບ ແລະ ສະເໜີຂັ້ນເທິງໜູນຊ່ວຍດ້ານການເງິນເພື່ອກໍ່ສ້າງພື້ນຖານໂຄງລ່າງ. ມາຮອດປະຈຸບັນ, ປຊຊ ໃນບ້ານ 20 ຄົນໄດ້ເຂົ້າເປັນສະມາຊິກສະຫະກອນເພື່ອເຮັດການທ່ອທ່ຽວຢູ່ຫ້ວຍນ້ຳ ດັກໂລ.

ຊາວ​ເຜົ່າ​ເຊີ​ດັງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ​ຢູ່​ແຄມ​ຫ້ວຍ ດັກ​ໂລຍ - ảnh 2(ພາບ: VOV tay nguyen)

   ເອື້ອຍ ອີຢວນ, ຊາວໝູ່ບ້ານ ກອນຢອງ ໃຫ້ຮູ້ວ່າ: ນັບແຕ່ເມື່ອ ກອນຢອງ ພັດທະນາການທ່ອງທ່ຽວເຂດຊຸມຊົນ, ບັນດາຄອບຄົວຍາມໃດກໍ່ກຽມພ້ອມເງື່ອນໄຂຕ່າງໆໃຫ້ດີທີ່ສຸດ ເພື່ອຮັບແຂກ. ພິເສດ, ນັບແຕ່ເມື່ອສ້າງຕັ້ງສະຫະກອນກະສິກຳ ການບໍລິການ ການທ່ອງທ່ຽວ ງອກແຣວ, ຍາມໃດ ປຊຊ ກໍ່ຮັກສາທິວທັດທຳມະຊາດ, ສິ່ງແວດລ້ອມ, ຂຸດຄົ້ນບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຄື: ຄ້ອງ, ກອງ, ຂັບຮ້ອງເພງພື້ນເມືອງ, ພັດທະນາອາຊີບເຮັດເຫຼົ້າໄຫ, ຕ່ຳຫູກ, ເຮັດບັນດາເຍື່ອງອາຫານພື້ນເມືອງ… ເອື້ອຍ ອີຢວນ ແບ່ງປັນດ້ວຍຄວາມຈູບຈ້າວຫ້າວຫັນວ່າ:

   ພວກຂ້າພະເຈົ້າໄດ້ກະກຽມເຫຼົ້າໄຫ, ເຍື່ອງອາຫານພື້ນເມືອງ, ເຄື່ອງດື່ມ…ໄວ້ຕ້ອນຮັບແຂກທ່ອງທ່ຽວຢ່າງຄົບຖ້ວນ. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຮັບໃຊ້ແຂກ ເພື່ອໃຫ້ແຂກຄິດເຖິງພວກຂ້າພະເຈົ້າ, ແຂກມານີ້ເທື່ອໜຶ່ງແລ້ວຈະຢາກກັບມາອີກເທື່ອທີ 2, ທີ 3...

   ຕາແສງ ງອກແຣວ ມີ 7 ບ້ານ ແລະ ກ່ວາ 5.600 ຄົນ, ໃນນັ້ນ, ຊາວເຜົ່າສ່ວນໜ້ອຍກວມເອົາ 99%, ສ່ວນຫຼາຍແມ່ນຊາວເຜົ່າເຊີດັງ. ປຊຊ ຢູ່ທີ່ນີ້ມີຊີວິດດ້ານວັດທະນະທຳຈິດໃຈທີ່ອຸດົມສົມບູນ, ເຂັ້ມຂຸ້ນໄປດ້ວຍວັດທະນະທຳເຂດພູຜາປ່າໄມ້, ໄຮ່ນາ, ໄດ້ຮັບການຮັກສາ ແລະ ສືບທອດກັນມາຜ່ານຫຼາຍລຸ້ນຄົນ. ປະຈຸບັນ, ຕາແສງ ງອກແຣວ ຟື້ນຟູໄດ້ເຮືອນຣົງພື້ນເມືອງ; ມີໜ່ວຍຕີຄ້ອງ, ກອງ, ຟ້ອນຊວາງໃນເກນອາຍຸຕ່າງໆ ຊື່ງໄດ້ຝຶກຊ້ອມ, ສະແດງເປັນປະຈຳ; ອາຊີບຈັກສານ, ຕ່ຳຫູກ, ຫຼໍ່ຫຼອມ, ປັ້ນຮູບກໍ່ໄດ້ຮັບການຮັກສາໄວ້.

    ເອື້ອຍ ອີຮວາ, ຫົວໜ້າໜ່ວຍເຮັດເຫຼົ້າໄຫ ກອນຢອງ ໃຫ້ຮູ້ວ່າ: ສະຫະກອນ ແລະ ປຊຊ ຢູ່ທີ່ນີ້ ໄດ້ສ້າງຮ້ານແນະນຳບັນດາຜະລິດຕະພັນ OCOP (ໂຄງການໜຶ່ງຕາແສງ, ໜຶ່ງຜະລິດຕະພັນ) ຂອງທ້ອງຖິ່ນຄື: ນ້ຳເຜິ້ງ, ໜໍ່ໄມ້ແຫ້ງ, ກາເຟ… ແລະ ເຫຼົ້າໄຫພື້ນເມືອງ, ຊື່ງແມ່ນອາຫານພິເສດຢູ່ ກອນຢອງ. ໃນເບື້ອງຕົ້ນ, ເອື້ອຍເຮັດເຫຼົ້າໄຫເພື່ອຮັບໃຊ້ຄວາມຕ້ອງການຂອງ ປຊຊ ໃນເຂດ, ແລ້ວກໍ່ມີຫຼາຍຄົນຈອງຊື້ຜ່ານທາງອອນໄລ, ຫຼັງຈາກນັ້ນ ກໍ່ໄດ້ເປີດສະຖານທີ່ທ່ອງທ່ຽວ, ອາຊີບເຮັດເຫຼົ້າໄຫກາຍເປັນອາຊີບສ້າງລາຍຮັບໃຫ້ແມ່ຍິງໃນໝູ່ບ້ານຫຼາຍຄົນ. ເຫຼົ້າໄຫໄດ້ເຮັດຈາກເຂົ້າກ່ຳໂດຍ ປຊຊ ປູກເອງ, ໃຊ້ເຊື້ອເຫຼົ້າຈາກໃບໄມ້ປ່າ ຊື່ງໄດ້ສ້າງລົດຊາດທີ່ພິເສດ:

   ເພື່ອຮັບໃຊ້ການທ່ອງທ່ຽວໃຫ້ເປັນຢ່າງດີນັ້ນ, ຂ້າພະເຈົ້າໄດ້ເຮັດເຫຼົ້າໄຫຕາມທິດທັງຮັກສາລົດຊາດພື້ນເມືອງ, ທັງຮັປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ມີຍີ່ຫໍ້, ເຄື່ອງຫຸ້ມຫໍ່ງາມຕາ. ນັບແຕ່ເມື່ອເຮັດເຫຼົ້າໄຫ, ຂ້າພະເຈົ້າເຫັນວ່າໄດ້ນຳມາເຊິ່ງມູນຄ່າດ້ານເສດຖະກິດທີ່ດີ, ດຶງດູດເອື້ອນ້ອງໃນໝູ່ບ້ານພ້ອມກັນເຮັດ. ພວກຂ້າພະເຈົ້າຍັງເປີດກ້ວາງເນື້ອທີ່ດິນປູກເຂົ້າກ່ຳເປັນວັດຖຸດິບເພື່ອເຮັດເຫຼົ້າໄຫຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວນຳອີກ.

     ເມື່ອມາທ່ອງທ່ຽວຫ້ວຍນ້ຳ ດັກໂລຍ, ແຂກທ່ອງທ່ຽວຈະສາມາດເຈືອຈານເຂົ້າກັບທຳມະຊາດ, ໄດ້ລົງຕົວຈິງກັບວັດທະນະທຳ, ອາຫານການກິນພື້ນເມືອງຂອງຊາວເຜົ່າເຊີດັງ. ທິວທັດທຳມະຊາດສວຍງາມ ແລະ ສີສັນວັດທະນະທຳທີ່ພິເສດສະເພາະ ພວມຊ່ວຍໃຫ້ຊາວເຜົ່າເຊີດັງ ຢູ່ ກອນຢອງ, ຕາແສງ ງອກແຣວ, ແຂວງ ກວາງຫງ້າຍ ຄ່ອຍໆມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກ./.

ຕອບກັບ

ຂ່າວ/ບົດ​ອື່ນ