ດັກລັກພັດທະນາຕົ້ນກາເຟເພື່ອກໍ່ສ້າງຊົນນະບົດໃໝ່


(vovworld) - ຮູບ​ແບບ​ໜ່ວຍ​ສະຫະກອນ​ຮ່ວມ​ສຳພັນ​ບັນດາ​ຄອບຄົວ​ຜະລິດ​ກາ​ເຟ​ແບບ​ຍືນ​ຍົງ​ເຂົ້າ​ນຳ​ກັນ​ຢູ່​ບາງ​ທ້ອງ​ຖີ່​ນ​ໃນ​ແຂວງ​ດັກ​ລັກ ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ, ​ຊ່ວຍ​ໃຫ້​ຫຼາຍ​ຄອບຄົວ​ຊາວ​ກະສິກອນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ປ່ຽນ​​ໃໝ່ການ​ຜະລິດ​ກາ​ເຟ​, ສຳ​ຜັດ​ກັບຄວາມ​ກ້າວໜ້າ​ດ້ານວິທະຍາສາດ​ເຕັກນິກ, ປະຢັດ​ລາຍ​ຈ່າຍ​ສົ້ນ​ເຂົ້າ, ຍົກ​ສູງ​ມູນ​ຄ່າ​ຜະລິດ​ຕະພັນ. ຜ່ານ​ຮູບ​ແບບ​ຜະລິດ​ນີ້  ​ໄດ້​ສ້າງ​ເປັນ​ແຫຼ່ງ​ກາ​ເຟທີ່​ມີ​ຄຸນ​ນະພາ​ບສູງ, ຢືນຢັນ​ອິດ​ທິພົນ​ຊື່​ສຽງ​ຂອງກາ​ເຟບວນ​ເມ​ທວດ​ ໃນ​ຕະຫຼາດ.

ດັກລັກພັດທະນາຕົ້ນກາເຟເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 1

ຊາວກະສິກອນພວມບົໃລະບັດຕົ້ນກາເຟ

(ພາບ: ອິນເຕີແນດ)

        ​ເຖິງ​ວ່າ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວລາ 1 ກວ່າ​ປີ​ກໍ່ຕາມ, ​ແຕ່​ໜ່ວຍ​ສະຫະກອນ​ກະສິກຳ​ຜະລິດ​ກາ​ເຟ​ແບບ​ຍືນ​ຍົງ ​ແອ​ອາ​ກະ​ມາດ (Ea Kmat), ຕາ​ແສງ​ຮ່ວາ​ດົງ, ​ເມືອງ ກຣົງ​ແປກ ສາມາດ​ດຶງ​ດູດ​ໄດ້​ເກືອບ 100 ສະມາຊິກ​ເຂົ້າ​ຮ່ວມ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ, ດ້ວຍ​ເນື້ອ​ທີ່​ຜະລິດ​ກາ​ເຟທັງ​ໝົດ​ແມ່ນ 140 ​ເຮັກຕາ. ​ເລື່ອງ​ສ້າງ​ຕັ້ງ​ໜ່ວຍ​ສະຫະກອນ, ​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ຕ້ອງການ​ຂອງ​ບັນດາ​ສະມາຊິກ​ໃນ​ການ​ແບ່ງປັນ​ຂໍ້​ມູນ​ວິທະຍາສາດ​ເຕັກນິກ, ໜູນ​ຊ່ວຍ​​ດ້ານ​ທຶນຮອນ, ​ແນວ​ພັນ, ຝຸ່ນ, ຢາປ້ອງກັນພືດ ແລະ ຈຳໜ່າຍຜະລິດຕະພັນ. ສະຫະກອນ​ກະສິກຳ​ຜະລິດ​ກາ​ເຟ​ແບບ​ຍືນ​ຍົງ ​ແອ​ອາ​ກະ​ມາດ ໄດ້ສ້າງເຄື່ອງໝາຍຜະລິດຕະພັນ ແລະ ໄດ້ຮັບໃບຢັ້ງຢືນ ຈາກອົງການເຄື່ອງໝາຍການຄ້າຍຸຕິທຳສາກົນ (FairTrade) ວ່າ​ແມ່ນຜະລິດຕະພັນກາເຟແບບຍືນຍົງ. ທ່ານ ​ເລ​ວັນ​ເດື່ອງ ຢູ່​ບ້ານ​ເຕິ​ນດົງ, ຕາ​ແສງ ​ແອ​ອາ​ເກັງ, ​ເມືອງ ກຣົງ​ແປກ, ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເຂົ້າ​ຮ່ວມ​ໜ່ວຍ​ສະຫະກອນ, ທ່ານ​ໄດ້​ຮັບ​ການ​ແນະນຳ, ​ແບ່ງປັນ​ບົດຮຽນ​ທີ່​ດີ​ໃນ​ການ​ຜະລິດ​ກາ​ເຟ, ຍ້ອນ​ເຫດ​ນັ້ນ, ສະມັດ​ຕະພາບ​ການ​ຜະລິດກາ​ເຟຂອງ​ທ່ານ​ຈຶ່ງ​ສູງ​ກວ່າ​ເກົ່າ​ຫຼາຍ:

        “ກ່ອນ​ນີ້, ​ເມື່ອ​ບໍ່​ທັນ​ເຂົ້າ​ຮ່ວມ​ໜ່ວຍ​ສະຫະກອນ, ການ​ຜະລິດ​ກາ​ເຟ​ແມ່ນຕາມ​ແບບ​ທົ່ວ​ໄປ, ສະມັດ​ຕະພາບ​ສະ​ເລ່ຍບັນລຸ​ພຽງ​ປະມານ 2 ​ໂຕນ/​ເຮັກຕາ, ​ແຕ່ປີ​ນີ້​​ບັນລຸ 3,5 ​ໂຕນ/​ເຮັກຕາ. ປີ 2014 ບັນລຸ​ລະດັບສູງ​ກວ່າ​ແມ່ນ 4,2 ​ໂຕນ/​ເຮັກຕາ“.

        ດ້ວຍ​ຈຸດປະສົງ​ເພີ່ມ​ມູນ​ຄ່າ​ຜະລິດ​ຕະພັນ​ກາ​ເຟ, ຍົກ​ສູງ​ຄວາມ​ຮູ້ດ້ານ​ກາ​ນຄ້າ​ໃຫ້​ແກ່​ຜູ້​ປູກ​ກາ​ເຟ, ປີ 2011, ​​ເກືອບ 50 ຄອບຄົວ​ຢູ່​ຕາ​ແສງ ​ແອ​ອາ​ກຽດ, ​ເມືອງ ກື​ເມີ​ກາ, ​ແຂວງ ດັກ​ລັກ ​ໄດ້​ສ້າງ​ຕັ້ງ​ສະຫະກອນ​ກະສິກຳ ​ບໍລິການ ຍຸຕິ​ທຳ​ແອ​ອາ​ກຽດ. ຍ້ອນ​ປະຕິບັດ​​ມາດຕະຖານ​ປູກກາ​ເຟກ້າວໜ້າ​ຂອງ​ໂລກ... ຜະລິດ​ຕະພັນ​ກາ​ເຟຂອງ​ສະຫະກອນ​ຈຶ່ງ​ໄດ້​ຮັບ​ໃບ​ຢັ້ງຢືນ​ຈາກ FairTrade, ດັ່ງ​ນັ້ນ​ລາຄາ​ກາ​ເຟກໍ່​ສູງ​ກວ່າ​ລາຄາ​ກາ​ເຟ​ໃນ​ທ້ອງ​ຕະຫຼາດ. ລາຍ​ຮັບ​ຂອງ​ສະມາຊິກສະຫະກອນ​ກໍ່​ເພີ່ມ​ຂຶ້ນ​ຈາກ 10 ​ເຖິງ 20 ລ້ານ​ດົ່ງ/ປີ. ສະຫະກອນ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ, ​ໄດ້ດຶງ​ດູດ​ສະມາຊິກ​ສະຫະກອນ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ຫຼາຍ; ມາ​ຮອດ​ປະຈຸ​ບັນ​​ໜ່ວຍສະ​ຫິກອນມີ​ເກືອບ 100 ສະມາຊິກ, ດ້ວຍ​ເນື້ອ​ທີ່​ປູກ​ກາ​ເຟ 180 ກວ່າ​ເຮັກຕາ, ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ປີ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ. ທ່ານ ຫງວຽນ​ວັນ​ຟຸກ, ຫົວໜ້າ​ສະຫະກອນ​ໃຫ້​ຮູ້​ວ່າ:

        “​ສຳລັບ​ລາຍການ​ປູກ​ກາ​ເຟ​ແບບ​ຍືນ​ຍົງ. ແຕ່ລະ​ປີ“, ສະຫະກອນ​ຈັດ​ຕັ້ງ​ຊຸດ​​ອົບຮົມ​ດ້ານ​ວີ​ທະຍາ​ສາດ​ເຕັກນິກ, ຄວາມ​ປອດ​ໄພ​ໃນ​ການ​ອອກ​ແຮງ​ງານ...​ແຕ່ 3 ​ເຖິງ 4 ຊຸດໃຫ້​ສະມາຊິກ​ສະຫະກອນ. ສ່ວນ​ແຕ່​ລະ​ຄອບຄົວ, ຈະ​ມີ​ລາຍການ, ​ແຜນການ​ຜະລິດລະອຽດ​ໃນເດືອນ​, ​ໂຄສະນາ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໂຄງການ​ພັດທະນາ​ກາ​ເຟ​ແບບ​ຍືນ​ຍົງ ທີ່ຮັບປະກັນ​ຄຸນ​ນະພາ​ບສູງ​“.

ດັກລັກພັດທະນາຕົ້ນກາເຟເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 2

ຊາວກະສິກອນແຂວງ ດັກລັກ ເກັບກ່ຽວກາເຟ

(ພາບ: ອິນເຕີແນດ)

        ປະຈຸ​ບັນ​ແຂວງ ດັກ​ລັກ ມີ​ເນື້ອ​ທີ່​ປູກ​ກາ​ເຟ​ໃຫຍ່​ສຸດ​ໃນ​ທົ່ວ​ປະ​ເທດ, ດ້ວຍ​ເນື້ອ​ທີ່ 200.000 ກວ່າ​ເຮັກຕາ. ​ເພື່ອ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ພັດທະນາ​ກາ​ເຟ​ແບບ​ຍືນ​ຍົງ​ໄລຍະ 2008 – 2015 ​ແລະ ທິດ​ທາງ​ເຖິງ​ປີ 2020, ບັນດາ​ຂະ​ແໜງ​ກ່ຽວຂ້ອງ​ໃນ​ແຂວງ ດັກ​ລັກ ​ໄດ້​ກວດກາ, ວາງ​ແຜນ​ກຳນົດ​ເຂດ​ປູກ​ກາ​ເຟ ບວນມາ​ທວດ, ດ້ວຍ​ເນື້ອ​ທີ່​ປະມານ 80.000 ​ເຮັກຕາ ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ມີ​ເຄື່ອງໝາຍ​ການ​ຄ້າ, ມີ​ຕົ້ນ​ກຳ​ເນີ​ດຢ່າງ​ຈະ​ແຈ້ງ. ພ້ອມ​ນັ້ນ, ​ແຂວງ​ກໍ່​ມີ​ນະ​ໂຍບາຍ​ສົ່ງ​ເສີມ​ການສ້າງສາ​ຍສຳພັນ​ລະຫວ່າງ​ຊາວ​ກະສິກອນ, ລັດ, ນັກວິທະຍາສາດ, ວິ​ສາ​ຫະກິດ​. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພົວພັນ​ລະຫວ່າງ​ຊາວ​ກະສິກອນ​ກັບ​ບັນດາ​ວິ​ສາ​ຫະກິດ. ມາ​ຮອດ​ປະຈຸ​ບັນ, ທົ່ວ​ແຂວງ​ມີ 132 ສະຫະກອນ ​ແລະ ໜ່ວຍ​ສະຫະກອນ​ຮ່ວມ​ສຳພັນ​ກັບ​ບັນດາ​ວິ​ສາ​ຫະກິດ​ຜະລິດ​ກາ​ເຟ​ແບບ​ຍືນ​ຍົງ, ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ແມ່ນ​ເກືອບ 5400 ​ເຮັກຕາ. ທ່ານ ຮວີ່ນກວົກທິກ, ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “ນອກຈາກ​ບັນດາ​ລາຍການ​ຂອງ​ລັດຖະບານ, ດັກ​ລັກ​ ກໍ່​ມີ​ຫຼາຍ​ລາຍການ​ໜູນ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ, ຊົນນະບົດ, ຊາວ​ກະສິກອນ. ຜ່ານ​ນັ້ນ, ດັກ​ລັກ​ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ທ້ອງ​ຖີ່​ນ, ພິ​ເສດ​ແມ່ນ​​ບັນດາ​ວິສາ​ຫະກິດມີ​ທຶນ FDI ​ ​ຮ່ວມ​ສຳພັນ​ກັບ​ຊາວ​ກະສິກອນ​ ​ເພື່ອ​ເຕົ້າ​ໂຮມ​ຊາວ​ກະສິກອນນຳ​ກັນ“.

        ​ເລື່ອງ​ສ້າງ​ບັນດາ​ໜ່ວຍ​ສະຫະກອນ ​ແລະ ສະຫະກອນ​ຜະລິດ​ກາ​ເຟ​ແບບ​ຍືນ​ຍົງ​ຢູ່ ດັກ​ລັກ, ​ໃນ​ເບື້ອງ​ຕົ້ນ​ໄດ້​ນຳ​ມາ​ເຊິ່ງປະສິດ​ທິຜົນ​ຢ່າງ​ຈະ​ແຈ້ງ, ​ເຮັດ​ໃຫ້​ປະ​ເພນີ​ຜະລິ​ດກາ​ເຟ​ແບບ​ເກົ່າປ່ຽນ​ແປງ​ເທື່ອ​ລະ​ກ້າວ, ຊ່ວຍ​ຊາວ​ກະສິກອນ​ສຳຜັດ​ກັບ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ, ຍົກ​ສູງ​ມູນ​ຄ່າຜະລິດ​ຕະພັນ, ຢືນຢັນ​ອິດ​ທິພົນ​ຊື່​ສຽງ​ຂອງ​ກາ​ເຟ ບວນມາ​ທວດ ຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ