ບາດຈ່າງກໍ່ສ້າງຊົນນະບົດໃໝ່ຈາກຂະບວນການ “ໜຶ່ງບ້ານໜຶ່ງຜະລິດຕະພັນ“


(vovworld) - ຂະ​ບວນການ “​​ໜຶ່ງບ້ານໜຶ່ງຜະລິດຕະພັນ“ (OVOP) ​ໄດ້​ປະກົດຢູ່​ແຂວງ Oita, ປະ​ເທດ​ຍີ່ປຸ່ນ, ກ່ອນ​ນີ້ 35 ປີ, ຕາມ​ນັ້ນ​ແລ້ວ​ບ້ານ​ໃດ​ກໍ່​ຕ້ອງ​ເລືອກ​ເຟັ້ນຜະລິດ​ຕະພັນປະ​ເພດ​ໃດ​ໜຶ່ງ​ທີ່​ມີ​ມູນ​ຄ່າ​​ເພີ່ມສູງ​ເພື່ອ​ຜະລິດ. ​ໜຶ່ງບ້ານໜຶ່ງຜະລິດຕະພັນ ມີ​ລັກສະນະ​ແກ່ງ​ແຍ້​ງຄື​ດັ່ງ​ວີ​ສາ​ຫະກິດໜຶ່ງ ​ເພື່ອ​ສ້າງລາຍ​ຮັບ​ເພີ່ມລະດັບ​ຄອງ​ຊີບ​ໃຫ້​​ແກ່ປະຊາຊົນ​ໃນ​ບ້ານ​. ​ເຖິງ​ວ່າ​ຫາ​ກໍ່​ປະກົດ​ຢູ່​ຫວຽດນາມກໍ່ຕາມ, ​ແຕ່​ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ໄດ້​ສະໜັບສະໜູນ, ໝູນ​ໃຊ້​ໃນ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ບັນລຸ​ໄດ້ຜົນ​ງານ​ທີ່​ໜ້າ​ສົ່ງ​ເສີມ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ໝູ່​ບ້ານ​ອາຊີບ, ພ້ອມ​ທັງ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ໝັ້ນຄົງ.

ບາດຈ່າງກໍ່ສ້າງຊົນນະບົດໃໝ່ຈາກຂະບວນການ  “ໜຶ່ງບ້ານໜຶ່ງຜະລິດຕະພັນ“ - ảnh 1

ໝູ່ບ້ານຜະລິດເຄື່ອງເຄືອງດິນເຜົາບາດຈ່າງ

​        ໂດຍ​ແມ່ນ​ໝູ່​ບ້ານ​ອາຊີບທີ່​ມີ​ມາ​ກ່ອນ​ນີ້​ເກືອບ 1000 ປີ, ບາດ​ຈ່າງ ​ມີ​ຊື່​ສຽງ​ດ້ວຍ​​ເຄື່ອງ​​ເຄືອບດິນ​ເຜົາ​ຫຼາຍ​ປະ​ເພດທີ່​ຮັບ​ໃຊ້​ທັງ​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ໝູ່​ບ້ານ​ອາຊີບ​ພັດທະນາ​ໄດ້​ນຳ​ມາ​ເຊິ່ງຊີວິດ​ທີ່ອິ່ມໜຳສຳລານ​ໃຫ້​ຫຼາຍ​ຄອບຄົວ ​ແລະ ​ສ້າງ​ໂສມ​ໜ້າ​ໃໝ່​ໃຫ້​ໝູ່​ບ້ານ​ແຄມ​ແມ່​ນ້ຳ​ແດງ​. ບາດ​ຈ່າງ ​ແມ່ນ​ໜຶ່ງ​ໃນ​ຕາ​ແສງ​ທຳ​ອິດ​ຂອງ​ຮ່າ​ໂນ້ຍ ​ໄດ້​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ຈຸດໝາຍແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ລວມມີ 19 ມາດຖານ​, ​ແຕ່​ບາດ​ຈ່າງ​ພຽງ​ແຕ່​ຕ້ອງປະຕິບັດ 18 ມາດຖານ​ເທົ່າ​ນັ້ນ, ​ເພາະວ່າ​ບາດ​ຈ່າງ​ພຽງ​ແຕ່​​ເຮັດ​ອາຊີບ​ຜະລິດ​ເຄື່ອງ​​ເຄືອບດິນ​ເຜົາ​ເທ່ົາ​ນັ້ນ, ຫາກ​ບໍ່​ຜະລິດ​ກະ​ສີ​ກຳ, ດັ່ງ​ນັ້ນ​ບໍ່​ຕ້ອງ​ປະ​ຕິ​ບັດ​ຄາດໝາຍ​ກ່ຽວ​ກັບ​ທາງ​ຄົມມະນາຄົມ, ຊົນລະປະທານ​ພາຍ​ໃນ​ທົ່ງ​ນາ. ປ້າ ຮ່າທິວິ​ງ, ຮອງ​ປະທານ​ສະຫະ​ສະມາຄົມ​​ເຄື່ອງ​ເຄືອບ​ດິນ​ເຜົາບາດ​ຈ່າງ, ​ໃຫ້​ຮູ້​ວ່າ: ຍ້ອນຈຳນວນຄອບຄົວ​ດຳລົງ​ຊີວິດດ້ວຍ​ອາຊີບ​ຜະລິດ​ ​ແລະ ຄ້າຂາຍເຄື່ອງ​ເຄືອບ​ດິນ​ເຜົາກວມ 100%, ດັ່ງ​ນັ້ນ​ປະຊາຊົນ​ພຽງ​ແຕ່​ສຸມ​ໃສ່​ອາຊີບ​ນີ້​ເທົ່າ​ນັ້ນ, ຍ້ອນ​ເຫດ​ນັ້ນ​ຊີວິດ​ທາງ​ດ້ານ​ເສດຖະກິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ນີ້​ກໍ່​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ບັນດາ​ຄອບຄົວ​ໃນ​ໝູ່​ບ້ານ​ຮຳ່ຮຽນ ​ແລະ ປະຕິບັດ​ຂະ​ບວນການ ““ໜຶ່ງບ້ານໜຶ່ງຜະລິດ​ຕະພັນ“.

        “​ເມື່ອ​ນຳ​ໃຊ້​ຮູບ​ແບບ OVOP ຈະ​ມີ​ປະ​​ໂຫຍ​ດ​ໃຫ້ບັນດາ​ຄອບຄົວ​ຜະລິດ, ​ໃຫ້​​ປະຊາຊົນ​ໃນ​ໝູ່​ບ້ານ ​ແລະ ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເພາະວ່າ​ມັນ​ສ້າງ​ຄຸນຄ່າ​ຕົ້ນຕໍ​ໃຫ້​ແກ່​ໂຄງການ​ນີ້. ບາດ​ຈ່າງ​ໄດ້​ມີ​ເຄື່ອງໝາຍ​ການ​ຄ້າ​ທີ່ມີ​ຊື່​ສຽງບໍ່​ພຽງ​ແຕ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ“.

ບາດຈ່າງກໍ່ສ້າງຊົນນະບົດໃໝ່ຈາກຂະບວນການ  “ໜຶ່ງບ້ານໜຶ່ງຜະລິດຕະພັນ“ - ảnh 2

ຜະລິດຕະພັນເຄື່ອງ​ເຄືອບ​ດິນ​ເຜົາໝູ່ບ້ານບາດຈ່າງ

        ​ໃນ​ເຮືອນ​ບູຮານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ທົ່ງພຽງ​ພາກ​ເໜືອ. ນັກ​ສິລະ​ປະການ ​ເຈິ່ນດຶກ​ເຕີນ ​ໄດ້​ວາງສະ​ແດງ​ເຄື່ອງ​ເຄືອບ​ດິນ​ເຜົາ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຊິ່ງ​ໄດ້​ຮັບ​ການ​ປະດັບ​ດ້ວຍ​ຕົວ​ໜັງສືຈີນ, ​ແລະ ຮູບ​ພາບ​ທີ່​ສວຍ​ງາມ​ຂອງ​ປະ​ເທດ... ຮູບ​ແບບ  OVOP ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ຍົກ​ສູງ​ຄູນ​ນະພາ​ບ, ຫັນ​ຜະລິດ​ຕະພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ​ໂຄສະນາ​ຜະລິດ​ຕະພັນ, ດັ່ງ​ນັ້ນ​ບັນດາ​ຜະລິດ​ຕະພັນ​ນີ້ ​ແມ່ນ​ທິດ​ເດີນ​ໃໝ່​ຂອງ​ທ່ານ ກໍ່​ຄື​ຂອງ​ບັນດານັກ​ສິລະ​ປະການ​ໃນ​ໝູ່​ບ້ານ​ບາດ​ຈ່າງ, ​ເພື່ອ​ແນ​ໃສ່​ສຳ​ພັດ​ກັບ​ຕະຫຼາດ​ສົ່ງ​ອອກ ​ແລະ ຜູ້​ຊົມ​ໃຊ້​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

        “ນີ້​ກໍ່​ແມ່ນ​ບາດກ້າວ​ພັດທະນາ​ໃໝ່​ໃນ​ໝູ່​ບ້ານ​ຜະລິດ​ເຄື່ອງ​​ເຄືອບ​ດິນ​ເຜົາ. ປະຈຸ​ບັນ​ບັນດາ​ນັກ​ສິລະ​ປະການ​ໄດ້​ດຳ​ເນີນການ​ຊອກ​ຫາ ​ແລະ ປ່ຽນ​ແປງ. ທຳ​ອິດ​ແມ່ນ​ຕ້ອງ​ອະນຸລັກ​ຮັກສາ​ຄຸນຄ່າ​ວັດທະນະທຳ ​ແລະ ພັດທະນາ​​ເຄື່ອງ​ເຄືອບ​ດິນ​ເຜົາ​ອີງ​ຕາມ​​ເງື່ອນ​ໄຂ​ທີ່​ມີ​ຢູ່​ແລ້ວ​ຂອງໝູ່​ບ້ານ​, ທັງ​ເໝາະ​ສົມ​ກັບ​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດ. ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ຕັ້ງ​ສະມາຄົມ​ນັກ​ສິລະ​ປະການ​ບາດ​ຈ່າງ​ລວມມີ​ກວ່າ 100 ຄົນ, ​ເພື່ອ​ຊຸກຍູ້ການ​ພັດທະນາ​ຜະລິດ​ຕະພັນ​ໃໝ່ ​ແລະ ພັດທະນາ​ໝູ່​ບ້ານ​ອາຊີບ​“.

ບາດຈ່າງກໍ່ສ້າງຊົນນະບົດໃໝ່ຈາກຂະບວນການ  “ໜຶ່ງບ້ານໜຶ່ງຜະລິດຕະພັນ“ - ảnh 3


ເຄື່ອງ​ເຄືອບ​ດິນ​ເຜົາໄດ້​ຮັບ​ການ​ປະດັບ​ດ້ວຍ​ຕົວ​ໜັງສືຈີນ, ​ແລະ ຮູບ​ພາບ​ທີ່​ສວຍ​ງາມ​ຂອງ​ປະ​ເທດ

        ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ເຊິ່ງຮູບ​ແບບ OVOP ມຸ່ງ​ໄປ​ເຖິງ ນັ້ນ​ແມ່ນ​​ພັດທະນາ​ການທ່ອງ​ທ່ຽວໝູ່​ບ້ານ​ອາຊີບ. ບາດ​ຈ່າງບໍ່​ພຽງ​​ແຕ່ແມ່ນ​ໝູ່​ບ້ານ​ບູຮານຂອງ​ເຂດ​ທົ່ງພຽງ​ພາກ​ເໜືອ​ເທົ່າ​ນັ້ນ, ຫາກຍັງນອນ​ໃນ​ບັນຊີ​ລາຍ​ຊື່​ເຊິ່ງຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ​​ລົງທຶນ​ພັດທະນາ​ໝູ່​ບ້ານ​ອາຊີບ,  ອະນຸລັກ​ຮັກສາ​ໝູ່​ບ້ານຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ ​ແລະ ສ້າງ​​ເງື່ອນ​ໄຂເພື່ອ​ພັດທະນາ​ການທ່ອງທ່ຽວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຊາວ​ບາດ​ຈ່າງ​ບໍ່​ທັນ​ລຶ້​ງເຄີຍ​ກັບ​​ເລື່ອງ​ພັດທະນາ​​ບໍລິການການ​ຄ້າເພື່ອ​ຮັບ​ໃຊ້​ການທ່ອງທ່ຽວ, ດັ່ງ​ນັ້ນ​ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ໄດ້​ຫຼາຍ​ປານ​ໃດ. ປ້າ ຮ່າ​ທິວິ​ງ, ຮອງ​ປະທານ​ສະຫະ​ສະມາຄົມ​ເຄື່ອງ​ເຄືອບ​ດິນ​ເຜົາ​ບາດ​ຈ່າງ, ຖື​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ, ​ສຳຄັນ​ບາດ​ຈ່າງ, ເລື່ອງ​ພັດທະນາ​ອາຊີບ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄຳ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຖ້າ​ອາຊີບ​ພັດທະນາ​ໄດ້​ດີ, ການ​ພັດທະນາ​ຕະຫຼາດ​ໄດ້​ດີ, ຊີວິດ​ຂອງ​ປະຊາຊົນ​ຈະເປັນ​ປົກກະຕິ ​ແລະ ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​ພັດທະນາ​ຢ່າງ​ໝັ້ນຄົງ. ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວຂອງ​ບາດ​ຈ່າງ ​ແມ່ນ​ຫຼາຍ​ທີ່​ສຸດ, ​ເພາະວ່າ​ບາດ​ຈ່າງ​ຂຶ້ນ​ກັບ​ນະຄອນ​ຮ່າ​ໂນ້ຍ ​ແລະ ນີ້​ແມ່ນ​ໝູ່​ບ້ານ​ອາຊີບ​ຫັດຖະກຳ​ທີ່​ມີ​ມາ​ແຕ່​ດົນ​ນານ. ​ເມື່ອ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ບາດ​ຈ່າງ, ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການທ່ອງທ່ຽວ​ວັດທະນະທຳ​ອາຊີບ​, ​​ເພື່ອແນະນຳໃຫ້​ນັກ​ທ່ອງ​ທ່ຽວ​​ເຂົ້​າໃຈກ່ຽວ​ກັບ​ອາຊີບ​ທີ່​ເປັນ​ມູນ​ເຊື້ອຂອງໝູ່​ບ້ານ“.

ບາດຈ່າງກໍ່ສ້າງຊົນນະບົດໃໝ່ຈາກຂະບວນການ  “ໜຶ່ງບ້ານໜຶ່ງຜະລິດຕະພັນ“ - ảnh 4

ປ້າ ຮ່າ​ທິວິ​ງ, ຮອງ​ປະທານ​ສະຫະ​ສະມາຄົມ​ເຄື່ອງ​ເຄືອບ​ດິນ​ເຜົາ​ບາດ​ຈ່າງ

        ຮຳ່ຮຽນ​ຮູບ​ແບບ OVOP, ບາດ​ຈ່າງ​ເລີ່​ມ​ດຳ​ເນີນ​ການ​ບໍລິການ​ທ່ອງ​ທ່ຽວ​ຢ່າງ​ເປັນ​ລະບຽບຮຽບຮ້ອຍ, ມີ​ຂັ້ນ​ຕອນ ​ແລະ ມີ​ການ​ລົງທຶນ. ພິ​ເສດ​, ບາດ​ຈ່າງ​ຄວນ​ມີ​ທິດ​ທາງ​ສະ​ເພາະ​ໃນ​ການ​ພັດທະນາ​ການທ່ອງທ່ຽວ, ພ້ອມ​ທັງ​ນຳ​ເອົາ​ບັນດາ​ຄູນ​ຄ່າ​ວັດທະນະທຳ, ຈຸດ​ຍອດ​ຍິ່ງ​ຂອງ​ໝູ່​ບ້ານ​ອາຊີບທີ່​ເປັນ​ມູນ​ເຊື້ອ​ເຂົ້າ​ໃນ​ການທ່ອງທ່ຽວ. ນັກ​ສິລະ​ປະການ ​ເຈິ່ນ​ດຶກ​ເຕິ​ນ, ຖື​ວ່າ:

        “​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບາດ​ຈ່າງ​​ໄດ້ພັດທະນາ​ການທ່ອງທ່ຽວ​ຢ່າງ​ແຮງ. ນັ້ນ​ແມ່ນ​ບັນດາ​ບາດກ້າວ​ພັດທະນາ​ທີ່​ດີ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ​ແຕ່ລະ​ປີ​ບາດ​ຈ່າງ​ສາມາດ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ນັບ​ລ້ານ​ເທື່ອ​ຄົນ​ມາ​ຢ້ຽມຢາມ. ພວກ​ຂ້າພະ​ເຈົ້າ​ພວມ​ມານະ​ພະຍາຍາມ​ເພື່ອ​ສ້າງ​ເປັນ​ຮູບ​ແບບ​ໃໝ່, ມີ​ມາດຖານ​ຢ່າງ​ພຽງພໍ​ເພື່ອ​ເຮັດ​ການທ່ອງທ່ຽວ. ນອກ​ນັ້ນ​ສິ່ງ​ສຳຄັນ​ກວ່າ​ແມ່ນ​ປະຊາຊົນ​ຕ້ອງ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການທ່ອງທ່ຽວ​ປະຊາ​ຄົມ. ​ແຕ່ລະ​ຮາກ​ຖານ, ​ແຕ່ລະ​ໂຮງງານ​ຜະລິດ​ຕ້ອງ​ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ດີ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ“.

ບາດຈ່າງກໍ່ສ້າງຊົນນະບົດໃໝ່ຈາກຂະບວນການ  “ໜຶ່ງບ້ານໜຶ່ງຜະລິດຕະພັນ“ - ảnh 5

ນັກ​ສິລະ​ປະການ ​ເຈິ່ນດຶກ​ເຕິ​ນພ້ອມກັບຜະລິດຕະພັນຂອງຕົນ

        ​ເພື່ອພັດທະນາ​ຮູບ​ແບບ OVOP ຢ່າງຮອບດ້ານ, ອຳນາດ​ການ​ປົກຄອງ​ຕາ​ແສງ​ບາດ​ຈ່າງ ​ແລະ ປະຊາຊົນ​ພວມ​ມານະ​ພະຍາຍາມ​ຮຳ່ຮຽນ​ເອົາບົດຮຽນ​ຈາກ​ບັນດາ​ໝູ່​ບ້ານ​ອາຊີບ​ທີ່ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ນຳ​ໃຊ້​ຮູບ​ແບບ​ນີ້ຢູ່ 40 ກວ່າ​ປະ​ເທດ. ​ເພື່ອ​ໃຫ້​ບາດ​ຈ່າງ​ພັດທະນາກ​ວ່າ​ອີກ, ນອກຈາກ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ​ແລ້ວ, ​ໃນ​ວິວັດ​ແຫ່ງການ​ປະຕິບັດ​ຄວນ​ມີ​ການ​ລົງທຶນ​ຂອງ​ລັດ​ເພື່ອ​ຍົກ​ລະດັບ​ທາງ​ຄົມມະນາຄົມ, ການບໍລິການ, ບ່ອນກິນບ່ອນຢູ່, ເປີດຊຸດບຳລຸງ ສ້າງດ້ານທັກສະເຮັດການບໍລິການອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ