ວິສາຫະກິດຫວຽດນາມເຄື່ອນໄຫວພ້ອມກັບການກໍ່ສ້າງຊົນນະບົດໃໝ່

(vovworld) - ພາຍຫຼັງ​ກວ່າ 3 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ເຂດ​ຊົນນະບົດ​ຫວຽດນາມ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ເຫັນ​ໄດ້​ຊັດ. ​ແຕ່​ເພື່ອ​​ເຮັດ​ໃຫ້ບັນດາ​ຈຸດໝາຍ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ປະກົດ​ຜົນ​ເປັນ​ຈິງ. ​ແຫຼ່ງກຳລັງ​ທັງ​ໝົດ​ຕ້ອງ​ໄດ້​ຮັບ​ການ​ລະດົມ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ຕ້ອງ​ເຮັດ​ຄື​ແນວ​ໃດ​ເພື່ອ​ດຶງ​ດູດ​ປະຊາ​ຄົມ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຈຳນວນ​ຫຼວງ​ຫຼາຍ.

 ວິສາຫະກິດຫວຽດນາມເຄື່ອນໄຫວພ້ອມກັບການກໍ່ສ້າງຊົນນະບົດໃໝ່ - ảnh 1

ເວທີປາໄສເສີມຂະຫຍາຍບົດບາດຂອງວິສາຫະກິດໃນການກໍ່ສ້າງຊົນນະບົດໃໝ່

(ພາບອິນເຕີແນດ)

ໂດຍ​ແມ່ນ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ກະ​ສີ​ກຳ, ທ່ານ ດ່າ​ມກວາງ​ທັ໋ງ - ຜູ້ອຳນວຍການ​ໃຫຍ່​ບໍລິສັດ Agricare ຫວຽດນາມ ຈຳກັດ, ​ໃຫ້​ຮູ້​ວ່າ: ​ໂດຍກຳ​ນົດ​ໄດ້​ຄວາມ​ສຳຄັນ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໄລຍະ​ຜ່ານ​ມາ, ທາງ​ບໍລິສັດ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ຮູບ​ແບບ, ​ໂຄງການ, ປະຕິບັດ​ການ​ຮ່ວມ​ສຳພັນ​ລະຫວ່າງ​ລັດ, ນັກວິທະຍາສາດ, ນັກທຸລະກິດ ​ແລະ ຊາວ​ກະ​ສີກ​ອນ, ບໍລິສັດ​ຕິດ​ພັນ​ກັບ​ຊາວ​ກະ​ສີກ​ອນ. ທ່ານ ທັ໋ງ​ ​ແບ່ງປັນ​ວ່າ, ຈາກ​ການ​ຮ່ວມ​ສຳພັນ​ນີ້, ວິ​ສາ​ຫະກິດ​ສ້າງ​ໄດ້​ເຂດ​ວັດຖຸ​ດິບ​ເປັນ​ປົກກະຕິ, ຕອບ​ສະໜອງ​ຕົວ​ເລກ​ຄາດໝາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພດ້ານ​ທັນ​ຍາ​ຫານ ​ແລະ ທຳ​ການຜະລິດ​ຖືກຕ້ອງ​ຕາມ​ຂັ້ນ​ຕອນ… ຈາກ​ນັ້ນ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ທ່ານ ດ່າ​ມກວາງ​ທັ໋ງ ​ໃຫ້​ຮູ້​ວ່າ:

ປະຈຸ​ບັນ​ພວກ​ຂ້າພະ​ເຈົ້າ​ຜັນ​ຂະຫຍາຍ​ຫຼາຍ​ຮູບ​ແບບ​ເກັບ​ຊື້​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຊາວ​ກະ​ສີກ​ອນ, ກໍ່ສ້າງ​ເຄື່ອງໝາຍ​ຜະລິດ​ຕະພັນ​ກະ​ເສດ​ທີ່​ມີ​ຄຸນ​ນະພາ​ບສູງ​ເພື່ອ​ຮັບ​ໃຊ້​ໃຫ້​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ​ໃນ​ປະຈຸ​ບັນ. ລົງທຶນ​ດ້ານ​ແນວ​ພັນ, ຢາຂ້າ​ສັດຕູ​ພືດ, ຝຸ່ນ​ເຄມີ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ວິ​ສາ​ຫະກິດ​ໃກ້ຊິດຕິດ​ແທດ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ກະ​ສີກ​ອນ. ພວກ​ຂ້າພະ​ເຈົ້າ​ພວມ​ມຸ່ງ​ໄປ​ສູ່​ພື້ນຖານ​ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ, ປະຈຸ​ບັນພວກ​ຂ້າພະ​ເຈົ້າ​ໄດ້​ວາງ​ແຜນ​ກຳນົດ​ເຂດ​ວັດຖຸ​ດິບ​ເພື່ອ​ຜະລິດ​ສິນຄ້າ​ຫຼາຍ​ປະ​ເພດ​ດ້ວຍ​ເຕັກ​ໂນ​ໂລ​ຢີສູງ

ວິສາຫະກິດຫວຽດນາມເຄື່ອນໄຫວພ້ອມກັບການກໍ່ສ້າງຊົນນະບົດໃໝ່ - ảnh 2

ວິສາຫະກິດເກັບຊື້ຜະລິດຕະພັນກະເສດ

(ພາບອິນເຕີແນດ)

ຕາມ​ທ່ານ​ນາງ ຟ້າ​ມທິທູ​ຮັ່ງ, ​ເລຂາທິການ​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ​ ແລ້ວ, ຊົນນະບົດ​ແມ່ນ​ຕະຫຼາດ​ໃຫຍ່ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ. ດັ່ງ​ນັ້ນ​ວິ​ສາ​ຫະກິດ​ຕ້ອງ​ຖື​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ກາລະ​ໂອກາດ​ເພື່ອ​ພັດທະນາ. ຈາກ​ນັ້ນ​ວິ​ສາ​ຫະກິດ​ປະກອບສ່ວນ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ ໃນ​ການ​ຜະລິດ​ກະ​ສີ​ກຳ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ທ່ານ​ນາງ ຟ້າ​ມທິທູ​ຮັ່ງ, ຖື​ວ່າ:

​ໃນ​ສະຖານະ​ການ​ໂລກ​ປະຈຸ​ບັນ​ນີ້, ດ້ວຍ​ຄວາມ​ຕ້ອງການ​ດ້ານ​ທັນ​ຍາ​ຫານ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ດັ່ງ​ນັ້ນ​ບັນດາ​ວິ​ສາ​ຫະກິດ​ຄວນ​ຖື​ບັນຫາ​ນີ້​ຄື​ດັ່ງ​ກາລະ​ໂອກາດ​ໜຶ່ງ. ຈາກ​ນັ້ນ​ມີ​ຫຼາຍ​ໂຄງການ​ລົງທຶນ​ພັດທະນາ​ເຂດ​ຊົນນະບົດ, ​ເຮັດ​ໃຫ້​ຊາວ​ກະ​ສີກ​ອນສຳ​ພັດ​ກັບ​ຕະຫຼາດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ​ເພື່ອ​ໃຫ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ກ້າວ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ“.

ວິສາຫະກິດຫວຽດນາມເຄື່ອນໄຫວພ້ອມກັບການກໍ່ສ້າງຊົນນະບົດໃໝ່ - ảnh 3

ວິສາຫະກິດເກັບຊື້ຜະລິດຕະພັນກະເສດ

(ພາບອິນເຕີແນດ)

ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເພື່ອ​ດຶງ​ດູດ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ໂຄງການ, ລັດ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ ຄວນ​ສືບ​ຕໍ່​ການ​ປັບປຸງ​ບັນດາ​ກົນ​ໄກ​ນະ​ໂຍບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ພັດທະນາ. ລັດ​ມີ​ມາດ​ຕະການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສຳ​ພັດ​ກັບ​ບັນດາ​ຊອງ​ໜູນ​ຊ່ວຍ​ຂອງ​ລັດ​ຄື: ທຶນ, ກຳ​ໄລ, ບັນດາ​ລາຍການ​ສິນ​ເຊື່ອ​ພິ​ເສດ​ໄລຍະ​ຍາວ, ​​ເຮັດ​ໃຫ້​ວິ​ສາ​ຫະກິດ​ມີ​ຄວາມອຸ່ນ​ອ່ຽນ​ໃຈ​ ​ເພື່ອລົງທຶນ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຫງວຽນ​ມິນ​ຕ໋ຽນ, ຮອງ​ຫົວໜ້າ​ກົມ​ເສດຖະກິດ ຮ່ວມ​ມື ​ແລະ ພັດທະນາ​ຊົນນະບົດ, ຮອງ​ຫົວໜ້າ​ຫ້ອງການ​ປະສານ​ງານ​ສູນ​ກາງ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃຫ້​ຮູ້​ວ່າ:

​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ເຂດ​ຊົນນະບົດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຈະ​ປະກາດ​ໃຊ້​ດຳລັດ​ໃໝ່​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ວິວັດ​ການ​ລົງທຶນ ​ແລະ ຜະລິດ​ດຳ​ເນີນ​ທຸລະ​ກິດ​​ໃນ​ຂົງ​ເຂດກະ​ສີ​ກຳ​ຊົນນະບົດ. ຄຽງ​ຂ້າງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່​ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ, ໜູນ​ຊ່ວຍ​​ການ​ບຳລຸງ​ສ້າງ, ​ແຮງ​ງານ...“.

ວິສາຫະກິດຫວຽດນາມເຄື່ອນໄຫວພ້ອມກັບການກໍ່ສ້າງຊົນນະບົດໃໝ່ - ảnh 4

ແຂກໄດ້ຮັບເຊື້ອເຊີນເຂົ້າຮ່ວມເວທີປາໄສເສີມຂະຫຍາຍບົດບາດຂອງວິສາຫະກິດໃນການກໍ່ສ້າງຊົນນະບົດໃໝ່
(ພາບອິນເຕີແນດ)

ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ, ​ແຕ່​ຖ້າ​ຫາກ​ຂາດ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ, ປະຊາຊົນ​ຈະ​ປະ​ສົບກັບ​ຄວາມ​ຫຍຸ້ງຍາກກ່ຽວ​ກັບ​ສົ້ນ​ອອກ​ຜະລິດ​ຕະພັນ ​ແລະ ຂັ້ນ​ຕອນ​ຂອງ​ການ​ຜະລິດ. ຍ້ອນ​ເຫດ​ນັ້ນ, ​ເພື່ອ​ເຮັດ​ໃຫ້​​ໂຄງການ​ບັນລຸ​​ປະສິດທິ​ຜົນ ຕ້ອງ​ສ້າງ​ກຳລັງ​ໜູນ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ກະ​ສີ​ກຳ, ຊົນນະບົດ./.


ຕອບກັບ

ຂ່າວ/ບົດ​ອື່ນ