(VOVWORLD) -
ອາຊີບຍ້ອມສີຄາມໃສ່ແພປໍປ່ານຂອງຊາວເຜົ່າມົ້ງ ແມ່ນອາຊີບພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຊົນເຜົ່າ. ໃນການເຄື່ອນໄຫວໃນສັງຄົມ, ອາຊີບຍ້ອນສີຄາມຂອງຊົນເຜົ່າມົ້ງຢູ່ແຂວງ ລາຍເຈົາ ຍັງໄດ້ປະກົດຕົວເໝືອນກັບສາຍເຊື່ອມຕໍ່ລະຫວ່າງອະດີດຕະການກັບປະຈຸບັນ. ໃນທ່າມກາງພູຜາປ່າໄມ້ເຂດ ໄຕບັກ, ສີຄາມຍັງປະກົດມີ ຄືດັ່ງນ້ຳໃຈຂອງຄົນ ແລະ ເຂດດິນແດນແຫ່ງນີ້.
(ພາບ: VOV/ໄຕບັກ) |
ນັບແຕ່ຍາມຮຸ່ງເຊົ້າ, ເມື່ອຟ້າຫາກໍ່ແຈ້ງມົວໆ ເອື້ອຍນ້ອງແມ່ຍິງເຜົ່າມົ້ງ, ຢູ່ບ້ານ ລາວຕີຝຸ່ງ, ຕາແສງ ເຕິນຟອງ, ແຂວງ ລາຍເຈົາ ໄດ້ຕື່ນມາແລ້ວ ເພື່ອກະກຽມບັນດາຂັ້ນຕອນຂອງການຍ້ອມສີຄາມ. ໃນທ່າມກາງຊີວິດທີ່ພັດທະນານັ້ນ, ອາຊີບຍ້ອມສີຄາມຢູ່ແຫ່ງນີ້ ຍັງຄົງຮັກສາໄວ້ໄດ້ເໝືອນເດີມ ຄືດັ່ງເລືອດເນື້ອໃນຊີວິດ. ເອື້ອຍ ວ່າງທິສຶ, ປຊຊ ຊາວບ້ານ ລາວຕີຝຸ່ງ ແບ່ງປັນວ່າ: ເມື່ອກ່ອນ, ແມ່ຂອງເອື້ອຍໄດ້ສອນໃຫ້ເອື້ອຍເຂັນເສັ້ນ, ຕ່ຳແພ, ແລ້ວໄປເອົາຕົ້ນຄາມມາແຊ່ນ້ຳເພື່ອຍ້ອມສີ. ຖ້າຢາກມີສີຄາມງາມແມ່ນຕ້ອງຍ້ອມຫຼາຍເທື່ອ, ແລ້ວເອົາໄປຕາກແດດໃຫ້ສະໝ່ຳສະເໝີ. ປະຈຸບັນເອື້ອຍກໍ່ສອນໃຫ້ລູກສາວ, ເພື່ອໃຫ້ລູກພ້ອມດ້ວຍບັນດາເພື່ອນໜຸ່ມສາມາດຮູ້ເຮັດເສື້ອເຮັດສິ້ນ, ຮັກສາອາຊີບພື້ນເມືອງຂອງຊົນເຜົ່າ.
ຖ້າເຮັດໄວ, ໃນປີໜຶ່ງກໍ່ສາມາດເຮັດສົ້ງເສື້ອແຕ່ 3-4 ຊຸດ, ຖ້າບໍ່ໄວ ກໍ່ໄດ້ພຽງແຕ່ 1-2 ຊຸດເທົ່ານັ້ນ. ເພື່ອເຮັດຊຸດສົ້ງເສື້ອຂອງຊາວເຜົ່າມົ້ງ, ຕ້ອງໃຊ້ໃບຄາມເພື່ອຍ້ອມສີຈຶ່ງຈະເປັນໄດ້. ຖ້າບໍ່ຄືແນວນັ້ນ, ສົ້ງເສີື້ອຈະຕາຍສີໄວ.
ບ້ານ ລາວຕີຝຸ່ງ ມີຄອບຄົວຊາວເຜົ່າມົ້ງ ກ່ວາ 100 ຄອບຄົວ, ມາຮອດປະຈຸບັນ, ມີ 85 ຄອບຄົວຍັງຮັກສາອາຊີບຍ້ອມສີຄາມໄວ້ຢູ່. ປຊຊ ໄດ້ເຮັດບັນດາຂັ້ນຕອນຍ້ອມສີຄາມດ້ວຍມືທັງໝົດ, ນັບແຕ່ການໄປເກັບຕົ້ນປໍປ່ານໃນປ່າ, ແລ້ວຄັດເປືອກອອກ, ຕຳເອົາເສັ້ນ, ເຂັນ, ຕົ້ມ, ຕ່ຳ… ພາຍຫຼັງທີ່ມີແຜ່ນແພປໍປ່ານທີ່ພໍໃຈແລ້ວ, ບັນດາແມ່ຍິງຈຶ່ງຈະເລີ່ມຍ້ອມສີຄາມ. ໃບຄາມໄດ້ແຊ່ນ້ຳໃນເວລາປະມານ 1 ອາທິດເພື່ອໃຫ້ຂຸ້ນໜຽວ ແລະ ມີນ້ຳສີຟ້າດຳ, ເມື່ອຍ້ອມສີ ຈະແຊ່ແຜ່ນແພໃນນ້ຳດັ່ງກ່າວ. ຖ້າຢາກໃຫ້ຊຸດສົ້ງເສື້ອງາມ, ຕ້ອງຍ້ອມສີເປັນຫຼາຍເທື່ອ, ແລ້ວເອົາໄປຕາກແດດ, ຫຼັງຈາກນັ້ນຈະແມ່ນຂັ້ນຕອນແຕ້ມຂີ້ເຜີ້ງ, ຖັກແສ່ວລວດລາຍ, ຕັດຫຍິບ. ທ່ານ ໂຮ່ອາສື, ຮອງນາຍບ້ານ ລາວຕີຝຸ່ງ ໃຫ້ຮູ້ວ່າ:
ຂັ້ນຕອນເຮັດແຜ່ນແພຂອງຊາວເຜົ່າມົ້ງ ແມ່ນເສຍເວລາຫຼາຍ, ຜ່ານຫຼາຍຂັ້ນຕອນ. ພວກຂ້າພະເຈົ້າກໍ່ພວມໂຄສະນາໃຫ້ ປຊຊ ຮັກສາຈຸດວັດທະນະທຳຂອງຊົນເຜົ່າໄວ້, ແມ່ສອນໃຫ້ລູກ, ລູກສອນໃຫ້ຫຼານ. ຕ້ອງຮັກສາຈຸດຄວາມງາມດ້ານວັດທະນະທຳໄວ້, ເມື່ອແຂກມາຢາມຈຶ່ງໄດ້ເຫັນຄວາມງາມດັ່ງກ່າວ.
ສັງຄົມນັບມື້ນັບພັດທະນາ ແລະ ຊຸດອາພອນພື້ນເມືອງຂອງຊາວເຜົ່າມົ້ງ ກໍ່ໄດ້ຮັບການປ່ຽນໃໝ່, ເປັນຂອງຕ້ອນໃຫ້ແກ່ແຂກທ່ອງທ່ຽວ. ແຕ່ເຖິງແນວນັ້ນກໍ່ຕາມ, ສຳລັບຊາວເຜົ່າມົ້ງ ຢູ່ບ້ານ ລາວຕີຝຸ່ງ ຕາແສງ ເຕິນຟອງ ແລະ ບັນດາບ້ານຂອງຊາວເຜົ່າມົ້ງ ຢູ່ເຂດພູສູງ ລາຍເຈົາ ແລ້ວ, ປຊຊ ຍັງໄດ້ເລືອກໃຊ້ແຜ່ນແພຫັດຖະກຳພື້ນເມືອງ. ຍ້ອນວ່າ ເຂົາເຈົ້າບໍ່ພຽງແຕ່ນຸ່ງໃຫ້ງາມເທົ່ານັ້ນ ແຕ່ຍັງເພື່ອຕັກເຕືອນລູກຫຼານຂອງຕົນ ກ່ຽວກັບອາຊີບທີ່ເປັນມູນເຊື້ອມາແຕ່ບູຮານນະການ, ແມ່ນສັນຍາລັກດ້ານວັດທະນະທຳທີ່ບໍ່ສາມາດປ່ຽນແທນໄດ້. ທ່ານ ເລຊວັນຢຸງ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ເຕິນຟອງ ໃຫ້ຮູ້ວ່າ:
ປະເພນີຍ້ອມສີຄາມຂອງ ປຊຊ ຊາວເຜົ່າມົ້ງ ເຄີຍດຳເນີນໃນເດືອນກໍລະກົດ ແລະ ສິງຫາ ຂອງແຕ່ລະປີ. ນອກຈາກການແຊ່ໃບຄາມເພື່ອຍ້ອມສີໃນຄອບຄົວແລ້ວ, ປະຈຸບັນ, ປຊຊ ຍັງໄດ້ແຊ່ໃບຄາມເພື່ອຂາຍມີລາຍຮັບໃຫ້ແກ່ຄອບຄົວອີກ. ຄະນະກຳມະການ ປຊຊ ຕາແສງ ຈະສືບຕໍ່ຊີ້ນຳຂົນຂວາຍ, ໂຄສະນາ ປຊຊ ໃຫ້ຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອໄວ້, ເພື່ອຕິດພັນກັບການທ່ອງທ່ຽວເຂດຊຸມຊົນ. ໃນນັ້ນ, ຖືອາຊີບຍ້ອມສີຄາມພື້ນເມືອງເປັນສຳຄັນ ເພື່ອສ້າງຄວາມຮູ້ສຶກຕົວຈິງໃຫ້ແກ່ແຂກທ່ອງທ່ຽວໂດຍກົງ.
ການຮັກສາອາຊີບພື້ນເມືອງກໍ່ຄືກັນກັບການຮັກສາສີສັນຊາດ ແລະ ການຮັກສາສີຄາມໃນແຜ່ນແພປໍປ່ານ ກໍ່ຄືກັນກັບການຮັກສາສີສັນຂອງວັດທະນະທຳຊາວເຜົ່າມົ້ງ ແຂວງ ລາຍເຈົາ. ເມື່ອຊາວເຜົ່າມົ້ງ ໄດ້ນຸ່ງຊຸດອາພອນພື້ນເມືອງໄປງານຕະຫຼາດນັດ, ເຂົ້າໄປຕົວເມືອງ ຫຼືສົ່ງໄປຮອດມືຂອງແຂກທ່ອງທ່ຽວ, ນັ້ນກໍ່ແມ່ນການນຳວັດທະນະທຳຂອງຊາດບືນຕົວໄປໄກ. ອາຊີບຍ້ອມສີຄາມ ແມ່ນອາຊີບທີ່ມີມາແຕ່ດົນນານ ແຕ່ຍັງບໍ່ເຄີຍເປັນອາຊີບທີ່ເກົ່າເລີຍ, ຫາກຍັງໄດ້ປະກອບສ່ວນຢ່າງງຽບໆ ໃຫ້ແກ່ການພັດທະນາເສດຖະກິດ ສັງຄົມຂອງເຂດພູສູງແຂວງ ລາຍເຈົາ ໃນທຸກວັນນີ້./.