ຮັກ​ສາ​ຈຸດ​ພິ​ເສດ​ສະ​ເພາະ​ຂອງອາຊີບຫຍິບເສື້ອຄຸມທີ່ເຮັດດ້ວຍໃບໄມ້

(VOVWORLD) -  ເສື້ອຄຸມທີ່ເຮັດຈາກໃບຄໍ້ ບໍ່ພຽງແຕ່ແມ່ນເຄື່ອງກັນແດດ ກັນຝົນທີ່ລີ້ງເຄີຍກັບຊາວບ້ານ ອຽນລາກ, ຕາແສງ ຊວັນລົກ, ແຂວງ ຫ່າຕິ້ງ ໃນຕະຫຼອດຮ້ອຍໆປີເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງຄວາມດຸໝັ່ນຂະຫຍັນພຽນ, ຄວາມຄ່ອງແຄ້ວຂອງ ປຊຊ ອີກດ້ວຍ. ຜ່ານການເວລາ, ອາຊີບຫຍິບເສື້ອຄຸມທີ່ເຮັດດ້ວຍໃບໄມ້ຢູ່ແຫ່ງນີ້ ຍັງຄົງໄດ້ຮັບການຮັກສາຈຸດພິເສດສະເພາະ.
ຮັກ​ສາ​ຈຸດ​ພິ​ເສດ​ສະ​ເພາະ​ຂອງອາຊີບຫຍິບເສື້ອຄຸມທີ່ເຮັດດ້ວຍໃບໄມ້ - ảnh 1

                       ຊາວບ້ານ ອຽນລາກ ໄດ້ຫຍິບເສື້ອຄຸມຈາກໃບໄມ້ຕະຫຼອດປີ ແຕ່ເວລາຈຸດສຸມແມ່ນຊຸມວັນລະດູການເກັບກ່ຽວ ແຕ່ເດືອນ 3-6 ໄລ່ຕາມຈັນທະປະຕິທິນ. ນີ້ແມ່ນຈຸດເວລາດີທີ່ສຸດເມື່ອໃບຄໍ້ແກ່ດີເພື່ອເອົາມາຫຍິບເປັນເສື້ອຄຸມ, ນຳມາເຊິ່ງຄວາມທົນທານ ແລະ ຄວາມໝັ້ນໜຽວ. ໃນຂັ້ນຕອນທຳອິດ, ນາຍຊ່າງຕ້ອງເກັບໃບຄໍ້ແກ່, ຕົ້ນຫວາຍ ແລະ ຕົ້ນພາງ ເຊິ່ງແມ່ນວັດຖຸດິບຕົ້ນຕໍເພື່ອເຮັດເສື້ອຄຸມ. ລຸງ ຫງວຽນວັນທ້ວນ ອາຍຸ 57 ປີ, ຜູ້ທີ່ຕິດພັນກັບອາຊີບຫຍິບເສື້ອຄຸມ ເກືອບ 40 ປີ ຢູ່ຕາແສງ ຊວັນລົກ, ແຂວງ ຫ່າຕິ້ງ ໃຫ້ຮູ້ວ່າ:

        ຂັ້ນຕອນຫຍຸ້ງຍາກທີ່ສຸດແມ່ນໄປເອົາໃບໄມ້, ຕ້ອງໄປຮອດ ເຮືອງເຄ ຈຶ່ງຈະມີໃບໄມ້ນີ້, ຢູ່ນີ້ບໍ່ມີ. ຕ້ອງຕື່ນອອກໄປແຕ່ຕອນ 4 ໂມງເຊົ້າ, ບາງເທື່ອມື້ຕໍ່ມາຈຶ່ງຈະກັບບ້ານໄດ້. ໃບໄມ້ຕ້ອງຕາກແດດ 3 ມື້, ຕາກໜອກ 2 ມື້ຈຶ່ງຈະມີສີງາມ, ເສື້ອມີຄວາມທົນທານ.

ຮັກ​ສາ​ຈຸດ​ພິ​ເສດ​ສະ​ເພາະ​ຂອງອາຊີບຫຍິບເສື້ອຄຸມທີ່ເຮັດດ້ວຍໃບໄມ້ - ảnh 2

    ເພື່ອຫຍິບເສື້ອຄຸມແລ້ວ ຕ້ອງຜ່ານຫຼາຍຂັ້ນຕອນ, ຮຽກຮ້ອງໃຫ້ຜູ້ເຮັດຕ້ອງມີຄວາມອົດທົນ, ລະອຽດລະອໍ, ຄ່ອງແຄ້ວ. ເພື່ອຫຍິບເສື້ອຄຸມຕ້ອງມີກອບໄມ້ທີ່ມີຂະໜາດ 1ມ2 ເພື່ອວາງໃບຄໍ້ຢູ່ເທິງ. ນອກຈາກນັ້ນຍັງມີເຝືອກແໜບໄມ້ 5-7 ອັນ ຊື່ງມີລວງກ້ວາງ 3 ຊມ, ຍາວ 1 ແມັດ ເພື່ອເຮັດຊົງເສື້ອ ແລະ ໜີບໃບໄມ້ເຂົ້າກັນເປັນລະບຽບ. ນາຍຊ່າງຈະຊັບໃບຄໍ້ຊ້ອນກັນຕາມແບບມຸງດິນຂໍ, ຫຼັງຈາກນັ້ນຈະເອົາເຂັມເຫຼັກຍາວປະມານ 25 ຊມ ຫຍິບດ້ວຍເສັ້ນຫວາຍ.

ລຸງ ຟ້າມວັນຮຶງ ອາຍຸ 59 ປີ, ຊາວບ້ານ ອຽນລາກ ຕາແສງ ຊວັນລົກ, ແຂວງ ຫ່າຕິ້ງ ແບ່ງປັນວ່າ:

        ຂັ້ນຕອນຍາກທີ່ສຸດແມ່ນຕອນເຮົາໄດ້ຫຍິບໃບໄມ້ເຂົ້າກັນ, ຫຍິບຄໍເສື້ອແມ່ນຍາກພໍສົມຄວນ. ຕ້ອງໃຊ້ໃບຄໍ້ 2-3 ຊັ້ນຈຶ່ງຫຍິບເປັນເສື້ອຄຸມໄດ້. ທຳອິດຕ້ອງຫຍິບຄໍເສື້ອກ່ອນ, ຖ້າບໍ່ເຮັດຄືແນວນັ້ນຈະເຮັດເສື້ອບໍ່ໄດ້.

ຮັກ​ສາ​ຈຸດ​ພິ​ເສດ​ສະ​ເພາະ​ຂອງອາຊີບຫຍິບເສື້ອຄຸມທີ່ເຮັດດ້ວຍໃບໄມ້ - ảnh 3

        ຕາແສງ ຊວັນລົກ ມີປະມານ 188 ຄອບຄົວ ແລະ 2/3 ໃນຈະນວນດັ່ງກ່າວຍັງໄດ້ຮັກສາອາຊີບຫຍິບເສື້ອຄຸມນີ້ໄວ້. ໃນຍາມລະດູການເຮັດກະສິກຳ, ເມື່ອຄວາມຕ້ອງການເສື້ອຄຸມເພີ່ມຂຶ້ນສູງ, ລາຍຮັບສະເລ່ຍຂອງບັນດາຄອບຄົວຫຍິບເສື້ອຄຸມອາດຈະບັນລຸປະມານແຕ່ 606-641 USD /ເດືອນ. ຍ້ອນເຫດນັ້ນ, ຊີວິດການເປັນຢູ່ຂອງ ປຊຊ ຢູ່ທີ່ນີ້ ກໍ່ນັບມື້ນັບໄດ້ຮັບການປົວແປງ. ເພື່ອຮັກສາ ແລະ ເສີມຂະຫຍາຍອາຊີບທີ່ເປັນມູນເຊື້ອ, ປີ 2022, ສະຫະກອນຫຍິບເສື້ອຄຸມ ອຽນລາກ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍສະມາຊິກ 25 ຄົນ ເພື່ອແນໃສ່ຊອກຫາທິດເດີນໃໝ່ ກໍ່ຄືເປີດກ້ວາງຕະຫຼາດ. ທ່ານ ດັ້ງດິງວິງ ອະດີດປະທານຄະນະກຳມະການ ປຊຊ ຕາແສງ ກວາງລົກ, ແຂວງ ຫ່າຕິ້ງ ໃຫ້ຮູ້ວ່າ:

        ເສື້ອຄຸມເຮັດຈາກໃບຄໍ້ໄດ້ສົ່ງໄປຂາຍຢູ່ຫຼາຍແຫ່ງຢູ່ພາຍໃນປະເທດ, ສົ່ງໄປຂາຍຢູ່ ລາວ ອີດ້ວຍ. ຍາມຮ້ອນເອົ້າຄວາມຕ້ອງການໃຊ້ເສື້ອນີ້ກໍ່ເພີ່ມຂຶ້ນ, ເຂົາເຈົ້າຈອງຊື້ຜ່ານສະຫະກອນ. ສະຫະກອນໄດ້ຮັບການສ້າງຕັ້ງຂຶ້ນເພື່ອໜູນຊ່ວຍ ປຊຊ, ພ້ອມທັງແນະນຳຜະລິດຕະພັນ, ໂຄສະນາ, ເພື່ອໃຫ້ ປຊຊ ຂາຍຜະລິດຕະພັນໃນທ້ອງຕະຫຼາດໄດ້ຫຼາຍກ່ວາ.

ຮັກ​ສາ​ຈຸດ​ພິ​ເສດ​ສະ​ເພາະ​ຂອງອາຊີບຫຍິບເສື້ອຄຸມທີ່ເຮັດດ້ວຍໃບໄມ້ - ảnh 4

        ຜ່ານການໂຄສະນາຂອງສະຫະກອນ, ເສື້ອຄຸມ ອຽນລາກ ໄດ້ດຶງດູດຄວາມສົນໃຈຈາກບັນດາຜູ້ເຮັດວຽກໃນຂະແໜງທ່ອງທ່ຽວ. ທ່ານ ຫງວຽນກັວກຮຽບ, ຜູ້ອຳນວຍການສູນຮ່ຳຮຽນປະຊາຄົມ ຕາແສງ ຊວັນລົກ, ແຂວງ ຫ່າຕິ້ງ ໃຫ້ຮູ້ວ່າ:

        ຫວ່າງແລ້ວນີ້, ສູນຮ່ຳຮຽນ ແລະ ປະຊາຄົມຂອງພວກຂ້າພະເຈົ້າ ໄດ້ຈັດລາຍການທ່ອງທ່ຽວລົງຕົວຈິງ. ໃຫ້ບັນດານັກຮຽນນະຄອນໄປຊົມບັນດາຂັ້ນຕອນເຮັດເສື້ອຄຸມທີ່ເຮັດຈາກໃບໄມ້ ແລະ ພວກນ້ອງກໍ່ມີຄວາມຫ້າວຫັນທີ່ສຸດ. ພວກຂ້າພະເຈົ້າຖືວ່າ ນີ້ແມ່ນວິທີການໜຶ່ງເພື່ອພັດທະນາອາຊີບນີ້ກ່ວາອີກ. ທາງສູນພວມສົມທົບກັບສະຫະກອນ ເພື່ອຄົ້ນຄ້ວາ, ປັບປຸງຮູບແບບ ເພື່ອແນໃສ່ຮັບໃຊ້ດີໃຫ້ກ່ວາອີກ, ກ້ວາງຂວາງກ່ວາອີກ ແລະ ມີຫຼາຍເປົ້າໝາຍກ່ວາອີກ.

        ອາຊີບຫຍິບເສື້ອຄຸມຢູ່ບ້ານ ອຽນລາກ, ຕາແສງ ຊວັນລົກ, ແຂວງ ຫ່າຕິ້ງ ບໍ່ພຽງແຕ່ແມ່ນເລື່ອງລາວກ່ຽວກັບຜະລິດຕະພັນຫັດຖະກຳເທົ່ານັ້ນ, ຫາກຍັງແມ່ນເລື່ອງລາວກ່ຽວກັບຄວາມສະໜິດຕິດພັນຂອງມະນຸດກັບກທຳມະຊາດ, ກ່ຽວກັບຄວາມອົດທົນ ແລະ ຄວາມຄ່ອງແຄ້ວຂອງລຸ້ນຄົນຕ່າງໆ. ໃນຊີວີດຍຸກສະໄໝປະຈຸບັນ, ເລື່ອງຊາວບ້ານ ອຽນລາກ ຍັງຮັກສາ ແລະ ພັດທະນາອາຊີບຫຍິບເສື້ອຄຸມ ແມ່ນການພິສູດໃຫ້ເຫັນພະລັງຊີວິດຂອງບັນດາຄຸມຄ່າວັດທະນະທຳທີ່ເປັນມູນເຊື້ອ, ແມ່ນຈຸດຄວາມງາມທີ່ຕ້ອງໄດ້ຮັບການແຜ່ກະຈາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ