ຮັກ​ສາ​ອາ​ຊີບພື້ນ​ເມືອງ​ຢູ່​ໝູ່​ບ້ານ​ອາ​ຊີບຕີ​ເຫຼັກ​ທີ່​ມີ​ອາ​ຍຸ​ກວ່າ 300 ປີ

(VOVWORLD) - ໝູ່ບ້ານອາຊີບຕີເຫຼັກ ເຕິດຕາກ, ຕາແສງ ຈ້ຽວໂລກ, ແຂວງ ແທັງຮວາ ມີຊື່ສຽງມາແຕ່ດົນນານດ້ວຍອາຊີບຕີເຫຼັກ. ນັບແຕ່ຮ້ອຍໆປີມານີ້, ບັນດານາຍຊ່າງຢູ່ທີ່ນີ້ຍັງໄດ້ຕີເຫຼັກເປັນບັນດາຜະລິດຕະພັນຮັບໃຊ້ຄວາມຕ້ອງການໃນຊີວິດ ແລະ ທັງຮັກສາອາຊີບທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍທີ່ປະໄວ້ໃຫ້.
ຮັກ​ສາ​ອາ​ຊີບພື້ນ​ເມືອງ​ຢູ່​ໝູ່​ບ້ານ​ອາ​ຊີບຕີ​ເຫຼັກ​ທີ່​ມີ​ອາ​ຍຸ​ກວ່າ 300 ປີ - ảnh 1

   ຕາມບັນດາຜູ້ອາຍຸສູງໃນຕາແສງ ຈ້ຽວໂລກ ເລົ່າຄືນສູ່ຟັງ, ເມື່ອກ່ອນ, ໝູ່ບ້ານຕີເຫຼັກ ເຕິດຕາກ ແມ່ນຊື່ລວມຂອງ 3 ບ້ານ: ບ້ານເງາະ, ບ້ານບຸ່ຍ ແລະ ບ້ານເຊີນ, ຂຶ້ນກັບຕາແສງ ຕຽນໂລກ, ເມືອງ ເຮົ້າໂລກ, ແຂວງ ແທັງຮວາ ໃນເມື່ອກ່ອນ. ໃນຫຼາຍທົດສະວັດທີ່ຜ່ານມາ, ໝູ່ບ້ານ ເຕິດຕາກ ໄດ້ຮັບການສ້າງຕັ້ງ ແລະ ພັດທະນາອາຊີບຕີເຫຼັກ, ກາຍເປັນໝູ່ບ້ານອາຊີບທີ່ມີຊື່ສຽງທີ່ສຸດຢູ່ແຂວງ ແທັງຮວາ. ທ່ານ ຫງວຽນຈ້ອງຮຽນ, ອາຍຸ 70 ປາຍປີຢູ່ໝູ່ບ້ານຕີເຫຼັກ ເຕິດຕາກ ໃຫ້ຮູ້ວ່າ:

   ຂ້າພະເຈົ້າເປັນໜຶ່ງໃນບັນດາຜູ້ທຳອິດໄດ້ນຳວຽກງານນີ້ມາໃຫ້ໝູ່ບ້ານອາຊີບ ແລະ ສ້າງຕັ້ງໝູ່ບ້ານອາຊີບ. ໂດຍເປັນຜູ້ອາຍຸສູງທີ່ໄດ້ຕິດພັນກັບໝູ່ບ້ານອາຊີບ, ເຫັນວ່າ ລຸ້ນຫຼັງໄດ້ຮັກສາ ແລະ ພັດທະນາອາຊີບຕີເຫຼັກ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ.

ຮັກ​ສາ​ອາ​ຊີບພື້ນ​ເມືອງ​ຢູ່​ໝູ່​ບ້ານ​ອາ​ຊີບຕີ​ເຫຼັກ​ທີ່​ມີ​ອາ​ຍຸ​ກວ່າ 300 ປີ - ảnh 2

    ກ່ອນນີ້, ໝູ່ບ້ານຕີເຫຼັກ ເຕິດຕາກ ມີຊື່ສຽງດ້ວຍອາຊີບຜະລິດອາວຸດ ແລະ ເຄື່ອງມືກະສິກຳ. ປະຈຸບັນ, ບໍ່ພຽງແຕ່ຢຸດຢູ່ໃນການຜະລິດບັນດາເຄື່ອງມືກະສິກຳພື້ນເມືອງເທົ່ານັ້ນ, ຫາກຍັງໄດ້ຜະລິດບັນດາຜະລິດຕະພັນທີ່ເປັນຫຼາຍຮູບຫຼາຍແບບອື່ນໆດ້ວຍຫຼາຍປະເພດ, ຈຳນວນຫຼາຍກວ່າ, ຄຸນນະພາບສູງກວ່າເພື່ອຮັບໃຊ້ຜູ້ບໍລິໂພກ. ອ້າຍ ກຽວວັນຮ່າ ເກີດປີ 1988, ຜູ້ທີ່ໄດ້ເຮັດອາຊີບຕີເຫຼັກມາເປັນເວລາເກືອບ 20 ປີ ໄດ້ແບ່ງປັນວ່າ ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ບັນດານາຍຊ່າງຢູ່ ຕຽນໂລກ ລ້ວນແຕມີສະຕິຄວາມຮັບຮູ້ພັດທະນາອາຊີບ ແລະ ຮັກສາອາຊີບຂອງລຸ້ນພໍ່ລຸ້ນອ້າຍ:

ອາຊີບຕີເຫຼັກດັ້ງເດີມໂດຍລຸ້ນພໍ່ລຸ້ນອ້າຍຖ່າຍທອດໃຫ້. ນັບແຕ່ຄາວຢູ່ໃນທ້ອງແມ່ກໍ່ໄດ້ຍິນສຽງຄ້ອນຕີແລ້ວ, ເມື່ອເຕີບໃຫ່ຍຂຶ້ນມາກໍ່ໄດ້ຈັບຄ້ອນຕີແຕ່ຍາມໃດກໍ່ບໍ່ຈື່… ເຮັດອາຊີບນີ້ແມ່ນຕ້ອງມີຄວາມສຸດຈິດສຸດໃຈ ແລະ ກຳລັງຜັກດັນ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ຍັງມີຄວາມເມົາມົວ ແລະ ກໍ່ແມ່ນອາຊີບຫາເງິນລ້ຽງຊີບ, ມີລາຍຮັບທີ່ເປັນປົກກະຕິ. ເຮົາຢາກພັດທະນາອາຊີບ ກໍ່ຕ້ອງມານະພະຍາຍາມ, ຮ່ຳຮຽນ, ຊອກຫາສິ່ງໃໝ່.

ຮັກ​ສາ​ອາ​ຊີບພື້ນ​ເມືອງ​ຢູ່​ໝູ່​ບ້ານ​ອາ​ຊີບຕີ​ເຫຼັກ​ທີ່​ມີ​ອາ​ຍຸ​ກວ່າ 300 ປີ - ảnh 3

 ຈາກເລື່ອງໄດ້ສະໜອງພຽງແຕ່ຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ, ໃນຫຼາຍປີມານີ້, ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຕີເຫຼັກ ຕຽນໂລກ ຍັງໄດ້ສົ່ງໄປຂາຍຢູ່ບັນດາປະເທດໃນພາກພື້ນອີກດ້ວຍ. ອ້າຍ ກ່ຽວວັນຮ່າ ຊາວໝູ່ບ້ານອາຊີບ ເຕີດຕາກ ໄດ້ແບ່ງປັນວ່າ:

   ປະຈຸບັນ, ບັນດາຜະລິດຕະພັນຂອງໝູ່ບ້ານແມ່ນ: ເຄື່ອງມືກະສິກຳ, ມີດຊະນິດຕ່າງໆ… ລູກຄ້າກໍ່ມີຫຼາຍ, ມາຈາກທຸກແຖບຖິ່ນຂອງປະເທດຊາດ. ຂ້າພະເຈົ້າໄດ້ເຮັດຕາມການສັ່ງຊື້ເປັນສ່ວນຫຼາຍ, ມີທັງລູກຄ້າຕ່າງປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ເຂົາເຈົ້າສັ່ງຊື້ເພື່ອເອົາໄປ ອາເມລິກາ, ເອີລົບ.

   ນອກຈາກໄດ້ປະກອບລະບົບໂຮງຈັກ, ເຄື່ອງຈັກທັນສະໄໝ, ຫຼາຍຄົນໃນໝູ່ບ້ານໄດ້ນຳເຂົ້າເຫຼັກບໍ່ເຂົ້າໝ້ຽງຈາກ ຍີ່ປຸ່ນ ມາຜະລິດມີດ, ມີດຕັດຊະນິດຕ່າງໆ…ເພື່ອສະໜອງໃຫ້ແກ່ທ້ອງຕະຫຼາດ. ບໍ່ພຽງແຕ່ໄດ້ປ່ຽນແປງວິທີການຜະລິດເທົ່ານັ້ນ, ປະຈຸບັນ, ຫຼາຍຮາກຖານຢູ່ໝູ່ບ້ານອາຊີບຕີເຫຼັກ ຕຽນໂລກ ຍັງໄດ້ປ່ຽນແປງວິທີການຂາຍເຄື່ອງອີກດ້ວຍ. ຫຼາຍຄອບຄົວໃນໝູ່ບ້ານໄດ້ຍູ້ແຮງການຈຳໜ່າຍຜະລິດຕະພັນຜ່ານບັນດາຊ່ອງຂາຍເຄື່ອງເອເລກໂຕນິກ, ເຄືອຂ່າຍສັງຄົມອອນໄລຄື Shopee, Lazada, Facebook, TikTok… ອ້າຍ ຫງວຽນຮຶງ ມາຈາກນະຄອນ ໂຮ່ຈິມິນ ແບ່ງປັນວ່າ:

   ຂ້າພະເຈົ້າເຄີຍສັ່ງຊື້ມີດຢູ່ທີ່ນີ້, ຄຸນນະພາບໄດ້ຮັບປະກັນ, ຜະລິດຕະພັນເຮັດກໍ່ງາມ. ຂ້າພະເຈົ້າມາເທື່ອນີ້ເພື່ອຊອກຮູ້ລະອຽດກ່ຽວກັບມີດຊະນິດຕ່າງໆ. ເລື່ອງບັນດາຮາກຖານຢູ່ທີ່ນີ້ ໄດ້ລົງທຶນຊື້ເຄື່ອງຈັກ, ນຳເຂົ້າເຫຼັກທີ່ຄຸນນະພາບດີ…ໄດ້ຊ່ວຍໃຫ້ຜະລິດຕະພັນນັບມື້ນັບງາມ ແລະ ມີຄຸນນະພາບເທົ່າທຽມກັບມີດຂອງຕ່າງປະເທດ.

   ປະຈຸບັນ, ຕາແສງ ຈ້ຽວໂລກ ມີ 20 ວິສາຫະກິດ, ໃນນັ້ນມີ 5 ວິສາຫະກິດໄດ້ເຮັດອາຊີບໂດຍກົງ ແລະ ເກືອບ 1.600 ຄອບຄົວເຮັດອາຊີບຕີເຫຼັກ ຊື່ງໄດ້ດຶງດູດແຮງງານປະມານ 6.000 ຄົນ. ຕາມການຄິດໄລ່ແລ້ວ, ແຕ່ລະປີ, ຍອດລາຍຮັບຈາກອາຊີບຕີເຫຼັກໃນບໍລິເວນຕາແສງ ບັນລຸປະມານ 16 ລ້ານໂດລາສະຫະລັດ. ເພື່ອນຳຜະລິດຕະພັນພື້ນເມືອງສາມາດໄປໄກໄດ້, ບັນດາຄອບຄົວ, ຮາກຖານ, ວິສາຫະກິດໃນໝູ່ບ້ານ ກໍ່ໄດ້ໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຊີເຂົ້າໃນການຜະລິດ, ຈາກນັ້ນ, ກໍ່ໄດ້ຈະຍົກສູງຄຸນນະພາບ, ຮູບແບບຜະລິດຕະພັນ, ນຳມາເຊິ່ງຄວາມອີ່ມໜຳສຳລານ, ເຮັ່ງມີເຂັ້ມແຂງໃຫ້ແກ່ ປຊຊ ຢູ່ທີ່ນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ