(VOVWORLD) - ຢູ່ບ້ານ ແດ່ວຢໍ, ຕາແສງ ເງິນເຊີນ, ແຂວງ ທາຍງວຽນ, ມື້ໃດກໍ່ມີກຸ່ມແມ່ຍິງຊາວເຜົ່າ ຢ້າວຕຽນ ທີ່ດຸໝັ່ນຂະຫຍັນພຽນຢູ່ໜ້າຜ້າຖັກແສ່ວ, ເຂົາເຈົ້າບໍ່ພຽງແຕ່ເປັນຜູ້ຮັກສາອາຊີບຫັດຖະກຳຖັກແສ່ວໄວ້ເທົ່ານັ້ນ, ຫາກຍັງມານະພະຍາຍາມນຳຈຸດວັດທະນະທຳຊົນເຜົ່ານີ້ ເຈືອຈານເຂົ້າກັບຊີວິດແຫ່ງຍຸກສະໄໝດ້ວຍສີມືອັນຄ່ອງແຄ້ວຂອງຕົນອີກດ້ວຍ.
ປ້າ ບ່ານທິແທງ (ຂວາ) ແນະນຳເຕັກນິກຖັກແສ່ວໃນສານໜຸ່ມໃນບ້ານ (ພາບ: vov)
|
ອາຊີບຖັກແສ່ວແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດຂອງຊາວເຜົ່າ ຢ້າວຕຽນ ຢູ່ບ້ານ ແດ່ວຢໍ, ຕາແສງ ເງິນເຊີນ, ແຂວງ ທາຍງວຽນ. ກໍ່ຄືກັນກັບແມ່ຍິງຜູ້ອື່ນໆ, ປ້າ ບ່ານທິແທັງ ກໍ່ໄດ້ຮັບການສິດສອນຖ່າຍທອດວິທີຖັກແສ່ວແຕ່ລະເຂັມປັກ, ແຕ່ລະເສັ້ນແສ່ວ ຈາກບັນດາແມ່ເຖົ້າ, ແມ່ ນັບແຕ່ຄາວຍັງນ້ອຍ. ປ້າ ແທັງ ໃຫ້ຮູ້ວ່າ: ອາຊີບຖັກແສ່ວແມ່ນວຽກງານຮຽກຮ້ອງຄວາມອົດທົນ, ລະອຽດລະອໍ ແລະ ມີຫົວຄິດປະດິດສ້າງ, ດັ່ງນັ້ນ, ເພື່ອເຮັດແພພັນຄໍຜືນໜຶ່ງ ຫຼືໝວກອັນໜຶ່ງ, ແມ່ຍິງຊາວເຜົ່າ ຢ້າວຕຽນ ຕ້ອງເສຍເວລາເຖິງ 2-3 ວັນ, ສຳລັບຊຸດອາພອນ ຫຼື ກະເປົາ, ອາດຈະໃຊ້ເວລາຮອດອາທິດໜຶ່ງ, ຊ້ຳບໍ່ໜຳແມ່ນເດືອນໜຶ່ງ… ກ່ວາ 40 ປີທີ່ໄດ້ຕ້ດພັນກັບອາຊີບນິີ້, ປະຈຸບັນ, ປ້າ ແທັງ ໄດ້ສອນໃຫ້ແມ່ຍິງໄວໜຸ່ມຫຼາຍຄົນໃນບ້ານ:
ເຮົາມີຄວາມເອກອ້າງທະນົງໃຈທີ່ສຸດ, ເຮົາສອນໃຫ້ພວກຫຼານ, ພວກນ້ອງຖັກແສ່ວຕາມຮີດຄອງປະເພນີຂອງຊົນເຜົ່າ. ຖ້າບໍ່ສອນໃຫ້, ໃນອະນາຄົດອາດຈະສູນເສຍຈຸດວັດທະນະທຳຂອງຊົນເຜົ່າຕົນ.
(ພາບ: vov) |
ໂດຍເຫັນວ່າ ຄວາມຕ້ອງການຜະລິດຕະພັນພື້ນເມືອງໄດ້ເພີ່ມຂຶ້ນ, ປ້າ ແທັງ ພ້ອມກັບເອື້ອຍນ້ອງແມ່ຍິງຫຼາຍຄົນ ໄດ້ຮ່ວມສຳພັນນຳຜະລິດຕະພັນອອກສູ່ຕະຫຼາດ. ຍ້ອນມີການໜູນຊ່ວຍຈາກສະຫະພັນແມ່ຍິງຕາແສງ, ປີ 2023, ໜ່ວຍ “ຫັດຖະກຳຖັກແສ່ວ ແດ່ວຢໍ” ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍສະມາຊິກ 20 ຄົນ. ໃນຊຸມມື້ທຳອິດ, ຜະລິດຕະພັນເຮັດບໍ່ທັນໄດ້ຫຼາຍ, ຄຸນນະພາບບໍ່ສະໝ່ຳສະເໝີ, ການໂຄສະນາ, ການເຂົ້າເຖິງລູກຄ້າກໍ່ບໍ່ບັນລຸປະສິດທິຜົນ… ໜ່ວຍປະສົບກັບຄວາມຫຍຸ້ງຍາກໃນການສົ່ງຜະລິດຕະພັນໄປຂາຍຢູ່ນອກທ້ອງຖິ່ນ. ປ້າ ດັ້ງທິແທັງ ສະມາຊິກໜ່ວຍ “ຫັດຖະກຳຖັກແສ່ວ ແດ່ວຢໍ” ໃຫ້ຮູ້ວ່າ:
ໜ່ວຍ “ຫັດຖະກຳຖັກແສ່ວ ແດ່ວຢໍ” ຂອງພວກຂ້າພະເຈົ້າໄດ້ຖັກແສ່ວເສື້ອ, ໝວກ, ສົ້ງ, ກະເປົາຊະນິດຕ່າງໆ. ການຖັກແສ່ວໃນຜະລິດຕະພັນຮຽກຮ້ອງຕ້ອງມີຄວາມລະອຽດລະອໍ, ໃຊ້ເວລາຫຼາຍ, ເສຍແຮງຫຼາຍທີ່ສຸດເລີຍ. ຜະລິດຕະພັນເຮັດອອກມາກໍ່ຂາຍໄດ້ໝົດ, ລູກຄ້າມັກແພພັນຄໍ, ໝວກ…ເປັນຕົ້ນ.
(ພາບ: vov) |
ບໍ່ພຽງແຕ່ໄດ້ຂາຍໂດຍກົງເທົ່ານັ້ນ, ເອື້ອຍນ້ອງຍັງໄດ້ນຳໃຊ້ເຕັກໂນໂລຊີເພື່ອເປີດກ້ວາງຕະຫຼາດ. ປ້າ ບ່ານທິເຮືອງ, ສະມາຊິກໜ່ວຍ “ຫັດຖະກຳຖັກແສ່ວ ແດ່ວຢໍ” ແບ່ງປັນວ່າ:
ຂ້າພະເຈົ້າເຫັນວ່າ ປະຈຸບັນ, ເຄືອຂ່າຍອິນເຕີເນັດກໍ່ໃຫ້ຄວາມສະດວກທີ່ສຸດ, ໜ່ວຍຖັກແສ່ວກໍ່ໃຊ້ zalo , messeger… ເພື່ອແລກປ່ຽນນຳກັນ, ຂາຍເຄື່ອງຜ່ານ ເຄືອຂ່າຍອິນເຕີເນັດກໍ່ໄວ ແລະ ສະດວກກວ່າ.
ຍ້ອນມີວິທິເຮັດທີ່ມິຫົວຄິດປະດິດສ້າງ, ກ້າເຮັດກ້າທຳ, ປະຈຸບັນ, ຜະລິດຕະພັນຫັດຖະກຳພື້ນເມືອງກ່ວາ 30 ປະເພດຄື: ໝວກ, ເສື້ອ, ແພພັນຄໍ, ກະເປົາ… ກໍ່ໄດ້ຂາຍຢູ່ ຮ່າໂນ້ຍ, ຫາຍຟ່ອງ, ກາວບັ່ງ… ດ້ວຍລາຄ່ແຕ່ 6-21 USD/ຜະລິດຕະພັນໜຶ່ງ. ເອື້ອຍນ້ອງມີແຫຼ່ງລາຍຮັບຕື່ມອີກເມື່ອຍາດເວລາວ່າງມາເຮັດ. ປ້າ ຫຼີທິລານ, ສະມາຊິກໜ່ວຍ “ຫັດຖະກຳຖັກແສ່ວ ແດ່ວຢໍ” ໃຫ້ຮູ້ວ່າ:
ບັນດາສະມາຊິກໄດ້ໜູນຊ່ວຍກັນ, ບອກສວນວິທິເຮັດໃຫ້ແກ່ກັນ. ຂ້າພະເຈົ້າໄດ້ຖັກແສ່ວບັນດາຜະລິດຕະພັນ, ລວດລາຍຕ່າງໆຂອງຊາວເຜົ່າຢ້າວ, ຖັກແສ່ວຮູບໂຕໝາ, ໂຕນົກ, ຊຸດອາພອນພື້ນເມືອງ…
ປະຈຸບັນ, ຮູບພາບບັນດາແມ່ຍິງຊາວເຜົ່າ ຢ້າວຕຽນ ຢູ່ ແດ່ວຢໍ ໄດ້ livestream, ເອົາຜະລິດຕະພັນລົງເຄືອຂ່າຍອິນເຕີເນັດ ແລະ ບັນດາຮ້ານຄ້າເອເລກໂຕນິກ ແມ່ນສິ່ງທີ່ລຶ້ງເຄີຍແລ້ວ. ເຂົາເຈົ້າທັງໄດ້ຮັກສາອາຊີບພື້ນເມືອງ, ທັງຢັ້ງຢືນບົດບາດໃໝ່ຂອງແມ່ຍິງເຂດພູສູງຜູ້ກ້າຄິດກ້າທຳ, ກ້າເລິ່ມດຳເນີນທຸລະກິດ, ກ້າໝູນໃຊ້ເຕັກໂນໂລຊີເພື່ອເປັນເຈົ້າການເສດຖະກິດ. ໃນຊີວິດຍຸກສະໄໝດີຈີຕອນ, ແມ່ຍິງ ແດ່ວຢໍ ຍັງຮັກສາສີສັນສະເພາະ, ຫັນອາຊີບພື້ນເມືອງເປັນການຫາເງິນລ້ຽງຊີບແບບຍືນຍົງ, ພ້ອມທັງໄດ້ສົ່ງຕໍ່ຄວາມເຊື່ອໝັ້ນ ແລະ ກຳລັງໜູນໃຫ້ແກ່ແມ່ຍິງເຂດພູສູງຫຼາຍຄົນອື່ນໆ ບືນຕົວຂຶ້ນເປັນເຈົ້າການໃນຊີວິດຂອງຕົນ./.