ເມືອງກູຈີ, ນະຄອນໂຮ່ຈີມິນ, ກໍ່ສ້າງຊົນນະບົດໃໝ່

(vovworld) – ພາຍຫຼັງ 3 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ຢູ່ 6 ຕາ​ແສງ, ມາ​ຮອດ​ປະ​ຈຸ​ບັນ, ນະ​ຄອນ​ໂຮ່​ຈີ​ມິນ ​ມີ 2 ຕາ​ແສງ ​ເຕິນທົງ​ໂຫ້ຍ ແລະ ທ໋າຍມີ້ - ເມືອງ​ກູ​ຈີ, ບັນ​ລຸ​ໄດ້ 19/19 ມາດ​ຖານກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ເຂດ​ດິນ ກູ​ຈີ ກ່ອນ​ນີ້ເຄີຍ​ຖືກ​ຜົນ​ສະ​ທ້ອນ​ຫຼາຍຈາກ​ລະ​ເບີດ​ໝາກ​ໝີ່ນ​ໃນ​ສົງ​ຄາມ,​ ​ແຕ່ປະ​ຈຸ​ບັນ​ໄດ້​ກາຍ​ເປັນ​ຕາ​ແສງ​ທີ່​ພົ້ນ​ເດັ່ນ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຊານ​ນະ​ຄອນ​ໂຮ່​ຈີ​ມິນ ຍ້ອນ​ບັນ​ດາ​ຮູບ​ແບບ​ເສດ​ຖະ​ກິດທີ່​ມີ​ປະສິດທິ​ຜົນ.

ເມືອງກູຈີ, ນະຄອນໂຮ່ຈີມິນ, ກໍ່ສ້າງຊົນນະບົດໃໝ່ - ảnh 1

ຖອດຖອນບົດຮຽນກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ ຕາ​ແສງ​ເຕິນ​ທົງ​ໂຫ້ຍ, ເມືອງ​ກູ​ຈີ

(ພາບອິນເຕີແນດ)

        ບົນ​ເສັ້ນ​ທາງ​​ປູ​ຢາງ​ທີ່​ສະ​ອາດລະ​ຫວ່າງ​ບ້ານ​ຂອງ​ຕາ​ແສງ​ເຕິນ​ທົງ​ໂຫ້ຍ, ເມືອງ​ກູ​ຈີ, ຊາວ​ກະ​ສີ​ກອນ​ພວມ​ຂົນ​ສົ່ງກະ​ຖຸ້ງດອກ​ໄມ້​ເຖິງ​ຕະຫຼາດ ຫຼື​ບ່ອນ​ຂາຍດອກ​ໄມ້. ລະ​ດູ​ການ​ປູກດອກ​ໄມ້​ປີນີ້, ຊາວ​ກະ​ສີ​ກອນ​ຕາ​ແສງ​ເຕິນ​ທົງ​ໂຫ້ຍ ໄດ້​ຮັບ​ຜົນ​ດີ ຍ້ອນ​ກ່ອນ​ນັ້ນ​ເຂົາ​ເຈົ້າ​ໄດ້​​ທຳ​ການ​ຄົ້ນ​ຄ້​ວາ​ຕະຫຼາດ ແລ້ວ​ສຸມ​ໃສ່​ປູກດອກ​ກ້ວຍໄມ້ Mokara, ເຊິ່ງ​ແມ່ນດອກ​ໄມ້​ທີ່​ມີ​ລາ​ຄາ​ຕ່ຳ ແລະ ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການຫຼິ້ນດອກ​ໄມ້​ຂອງ​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼວງຫຼາຍ. ນອກ​ຈາກ​ມີ​ຄວາມ​ສະ​ດວກ​ໃນ​ວຽກ​ງານ​ແລ້ວ, ປະ​ຊາ​ຊົນ​ໃນ​ຕາ​ແສງ​ກໍ່​ຮູ້ສຶກເບີກ​ບານ​ມ່ວນ​ຊື່ນ​ກວ່າ​ອີກ ເມື່ອ​ຕາ​ແສງ​ບັນ​ລຸ​ໄດ້ 19/19 ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ ຫງວຽນ​ລິງ, ຢູ່​ບ້ານ​ເຕິນ​ເລິບ, ຕາ​ແສງເຕິນ​ທົງ​ໂຫ້ຍ, ເມືອງ​ກູ​ຈີ, ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ຕາ​ແສງ​ເຕິນ​ທົງ​ໂຫ້ຍ ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນ​ຕາ​ແສງ​ປະ​ຕິ​ບັດ​ທົດ​ລອງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ປະ​ຊາ​ຊົນ​ດີ​ໃຈຫຼາຍ. ປະ​ຊາ​ຊົນ​ທຸກ​ຄົນ​ລ້ວນ​ແຕ່​ກຳ​ໄດ້​ທຸກ​ແຜນ​ນະ​ໂຍ​ບາຍ ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ຕິ​ບັດ. ກ່ອນ​ອື່ນ​ໝົດ​ແມ່ນ​ກໍ່​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ, ຊົນ​ລະ​ປະ​ທານ, ​ການ​ຜະ​ລິດເສດ​ຖະ​ກິດກໍ່​ນັບ​ມື້​ນັບ​ພັດ​ທະ​ນານ”.

ເມືອງກູຈີ, ນະຄອນໂຮ່ຈີມິນ, ກໍ່ສ້າງຊົນນະບົດໃໝ່ - ảnh 2

ຊາວກະສີກອນຕາ​ແສງ​ເຕິນ​ທົງ​ໂຫ້ຍ, ເມືອງ​ກູ​ຈີປູກດອກ​ກ້ວຍໄມ້ Mokara
(ພາບ: SGGP)

        ພ້ອມ​ກັບ​ຄວາມ​ພາກ​ພູມ​ໃຈ​ຂອງ​ຕາ​ແສງ​ເຕິນ​ທົງ​ໂຫ້ຍ, ຕາ​ແສງ​ທ໋າຍມີ້​ ກໍ່​ບັນ​ລຸ​ໄດ້ 19 ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ໂດຍ​ເລີ່ມ​ມາ​ຈາກ​ຕາ​ແສງ​ຫ​ຍຸ້ງ​ຍາກ​ທີ່​ສຸດ​ຂອງ​ນະ​ຄອນ, ແຕ່​ປະ​ຈຸ​ບັນ, ໂສມ​ໜ້າ​ຂອງ​ທ໋າຍມີ້ ໄດ້​ມີ​ການ​ປ່ຽນ​ແປງ​ພໍ​ສົມ​ຄວນ. ເສັ້ນ​ທາງ​ທັງ​ໝົດ​ໃນ​ບ້ານ, ໃນ​ເຂດ​ທົ່ງ​ນາ​ໄດ້​ຮັບ​ການ​ປູ​ຢາງ​ທັງ​ຮາບ​ພຽງ ແລະ ສະ​ອາດສວຍ​ງາມ. ກ່ອນ​ທີ່​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ລາຍ​ຮັບ​ສະ​ເລ່ຍໃສ່​ຫົວ​ຄົນ​ຢູ່​ທ໋າຍມີ້ ແມ່ນ 17ລ້ານ​ດົ່ງ/ຄົນ/ປີ. ປະ​ຈຸ​ບັນ​ໄດ້​ເພີ່ມ​ຂຶ້ນ​ທົບ 1,8 ເທົ່າ. ​ຜູ້​ທີ່​ເຮັດ​ວຽກ​ງານກະ​ສີ​ກອນ 2.400 ກວ່າ​ຄົນ ໄດ້​ຫັນ​ໄປ​​ເຮັດ​ວຽກ​ງານ​ອຸດ​ສາ​ຫະ​ກຳ, ການ​ຄ້າ, ການ​ບໍ​ລິ​ການ. ໃນ​ວິ​ວັດ​ແຫ່ງ​ການ​ປະ​ຕິ​ບັດ, ແຕ່​ລະ​ເນື້ອ​ໃນ​ລ້ວນ​ແຕ່​ຖືກ​ຍົກ​ອອກ​ມາ​ເພື່ອ​ໃຫ້​ປະ​ຊາ​ຊົນ​ພິ​ຈາ​ລະ​ນາ, ປະ​ກອບ​ຄຳ​ເຫັນ ແລະ ເຂົ້າ​ຮ່ວມ​ການ​ຕິດ​ຕາມກວດ​ກາ, ດັ່ງ​ນັ້ນ​ຈຶ່ງ​ສ້າງ​ຄວາມ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ກັບ​ອຳ​ນາດ​ການ​ປົກ​ຄອງ. ທ່ານ ເຈິ່ນ​ແທງ​ຢຸງ, ຊາວ​ກະ​ສີ​ກອນ​ບ້ານມີ້​ແຄ໋ງ​ບີ, ຕາ​ແສງ​ທ໋າຍມີ້, ເມືອງ​ກູ​ຈີ, ແບ່ງ​ປັນ​ວ່າ:

        “ນັບ​ແຕ່ມື້​ປະ​ຕິ​ບັດ​​ຮູບ​ແບບ​ຊົນ​ນະ​ບົດ​ໃໝ່, ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ປົກ​ກະ​ຕິກວ່າ. ຂ້າ​ພະ​ເຈົ້າ​ຢູ່​ທີ່ນີ້​ເມື່ອ​ປີ 1982, ເວ​ລາ​ນັ້ນ​​ເມື່ອ​ຝົນ​ຕົກທາງ​ຄົມ​ມະ​ນາ​ຄົມ​​ເປັນບວກ​ເປັນ​ຕົມ, ນັກ​ຮຽນ​ໄປ​ມາ​ຍາກ​ຫຼາຍ. ປະ​ຈຸ​ບັນ​ໂດຍ​​ມີການ​ຊ່ວຍ​ເຫຼືອ​ຂອງ​ລັດ, ເສັ້ນ​ທາງ​​ປູຢາງໄດ້​ຮັບ​ການ​ກໍ່​ສ້າງ, ການ​ໄປ​ມາ​ກໍ່​ສະ​ດວກ​ສະ​ບາຍກວ່າ. ນອກ​ນັ້ນ​ຊາວ​ກະ​ສີ​ກອນ​ຍັງ​ໄດ້​ຮັບ​ການ​ແນະ​ນຳ​ກ່ຽວ​ກັບ​ວິ​ທີ​ປູກ​ຜັກ, ປູກ​ເຂົ້າ ແລະ ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ. ຊາວ​ກະ​ສີ​ກອນ​ກໍ່​ມີ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂາຍ​ໃຫ້​ສະ​ຫະ​ກອນ​ເປັນ​ປົກ​ກະ​ຕິກວ່າ. ເວົ້າ​ລວມ​ແລ້ວ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ມີ​ຜົນ​ປະ​ໂຫຍດ​ທີ່​ສຸດ”.

ເມືອງກູຈີ, ນະຄອນໂຮ່ຈີມິນ, ກໍ່ສ້າງຊົນນະບົດໃໝ່ - ảnh 3

ນັກຮຽນຊັ້ນປະຖົມຢູ່ຕາ​ແສງ​ເຕິນ​ທົງ​ໂຫ້ຍ, ເມືອງ​ກູ​ຈີ

ໄປຮຽນບົນເສັ້ນທາງປູຢາງຢ່າງສະອາດ

(ພາບ: Minh Đức)

        ດ້ວຍ​ທິດ​ນຳ​ລະ​ດົມ​ກຳ​ລັງ​ແຮງ​ພາຍ​ໃນ​ຢູ່​ກັບ​ທີ່​ເປັນ​ຕົ້ນ​ຕໍ່, ນຳ​ໃຊ້​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ເພື່ອ​ຮັບ​ໃຊ້​ໃຫ້​ປະ​ຊາ​ຊົນ. ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະ​ຊາ​ຊົນ​ບັນ​ດາ​ຕາ​ແສງ​ຢູ່​ຊານ​ນະ​ຄອນ. ຢູ່ 6 ຕາ​ແສງ​ມີ 6300 ຄອບ​ຄົວ​ຊາວ​ກະ​ສີ​ກອນ​ສະ​ຫງວນ​ທີ່​ດິນ​ເພື່ອ​ເຮັດ​ທາງ ດ້ວຍ​ມູນ​ຄ່າ​ຂຶ້ນ​ເຖິງ 420 ຕື້ກວ່າ​ດົ່ງ. ລາຍ​ຮັບ​ສະ​ເລ່ຍ​ບັນ​ລຸ​ເກືອບ 26 ລ້ານ​ດົ່ງ/ຄົນ/ປີ, ສູງກວ່າ​ທົບ 1,6 ເທົ່າ, ເມື່ອ​ທຽບ​ໃສ່​ໄລ​ຍະ​ກ່ອນ​ທີ່​ຈະ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຈຳ​ນວນ​ຄອບ​ຄົວ​ທຸກ​ຍາກຫຼຸດ​ລົງ​ເກືອບ 66%. ນອກ​ຈາກ 2 ຕາ​ແສງ​ຢູ່​ເມືອງ​ກູ​ຈີ​ ທີ່​ບັນ​ລຸ​ໄດ້ 19/19 ມາດ​ຖານ​ແລ້ວ, 4 ຕາ​ແສງ​ທີ່​ຍັງ​ເຫຼືອ​ກໍ່​ບັນ​ລຸ​ໄດ້ 17/19 ມາດ​ຖານ. ຜ່ານ​ການ​ປະ​ຕິ​ບັດ​ສະ​ແດງ​ໃຫ້​ເຫັນ​ວ່າ, ມີຫຼາຍ​ຮູບ​ແບບ​ບັນ​ລຸ​ໄດ້​ຜົນ​ງານ​ຢ່າງ​ຕັ້ງ​ໜ້າ, ແຕ່​ກໍ່​ມີຫຼາຍ​ບັນ​ຫາ​​ພວມ​ວາງ​ອອກ ຍັງ​ຮຽກ​ຮ້ອງ​ໃຫ້​ມີບັນ​ດາ​ມາດ​ຕະ​ການ​ຄົບ​ຊຸດ ເພື່ອ​ບັນ​ລຸ​ປະ​ສິດ​ທິ​ຜົນ​ໃຫ້​ສູງກວ່າ. ສະ​ເພາະ​ກູ​ຈີ ແມ່ນ​ທ້ອງ​ຖີ່ນ​ມີ​ອັດ​ຕາ​ສ່ວນ​ເສດ​ຖະ​ກິດ​ກະ​ສີ​ກຳ​ສູງ, ດັ່ງ​ນັ້ນ​ມາດ​ຖານ​ເພີ່ມ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂຶ້ນ​ທົບ 2 ເທົ່າ ເມື່ອ​ທຽບ​ໃສ່​ກ່ອນ​ນັ້ນ ແມ່ນ​ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ. ທ່ານ ເຈິ່ນ​ວັນ​ຈີ໋, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຕາ​ແສງ​ເຕິນ​ທົງ​ໂຫ້ຍ, ໃຫ້​ຮູ້​ວ່າ:

        “ພາຍຫຼັງ 3 ປີ ແຫ່ງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ພວກ​ຂ້າ​ພະ​ເຈົ້າ​ສາ​ມາດ​ບັນ​ລຸ​ໄດ້ 19/19 ມາດ​ຖານ, ໂສມ​ໜ້າ​ຕາ​ແສງ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດ​ທະ​ນາການ​ຜະ​ລິດ. ສິ່ງ​ດັ່ງ​ກ່າວ​ແມ່ນ​ຍ້ອນ​ມີ​ຄວາມ​ຕັດ​ສິນ​ໃຈ​ສູງ​ຂອງ​ອົງ​ຄະ​ນະ​ພັກ ແລະ ປະ​ຊາ​ຊົນ​ຕາ​ແສງໃນ​ການ​ປະ​ຕິ​ບັດ​ໂຄງ​ການ. ແຕ່​ປະ​ຈຸ​ບັນ​ຍັງ​ມີ​ບາງ​ມາດ​ຖານ​ເຖິງວ່າ​ບັນ​ລຸ​ໄດ້​ຄາດ​ໝາຍ​ແລ້ວ ແຕ່​ບໍ່​ທັນ​ໝັ້ນ​ຄົງ. ໃນ​ໄລ​ຍະ​ໃກ້ໆ​ນີ້, ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ເພື່ອ​ໃຫ້​ບັນ​ດາ​ມາດ​ຖານ​ທີ່​ບັນ​ລຸ​ໄດ້​ນັ້ນ​ມີ​ຄວາມ​ໝັ້ນ​ຄົງ​ຖາ​ວອນ”.

        ຊາວ​ກູ​ຈີ ພວມ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ບ້ານ​ເກີດ​ເມືອງນອນ​ໃນ​ໄລ​ຍະ​ໃໝ່​ເທື່ອ​ລະ​ກ້າວ. ເຂດ​ດິນ​ຊານ​ນະ​ຄອນ​ທີ່ກວ້າງ​ໃຫ​ຍ່ນີ້​ພວມ​ມີ​ການ​ປ່ຽນ​ແປງ​ໃນ​ແຕ່​ລະ​ວັນ ເພື່ອ​ພັດ​ທະ​ນາ, ກາຍ​ເປັນ​ຊົນ​ນະ​ບົດ​ໃໝ່ ດ້ວຍ​ໂຄງ​ລ່າງ​ທີ່​ທັນ​ສະ​ໄໝ, ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ ແລະ ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ, ເພື່ອ​ທັດ​ທຽມ​ກັບ​ລະ​ດັບ​ພັດ​ທະ​ນາ​ລວມ​ຂອງ​ນະ​ຄອນ​ທີ່​ໃສ່​ຊື່​ປະ​ທານ​ ໂຮ່​ຈີ​ມິນ.

ຕອບກັບ

ຂ່າວ/ບົດ​ອື່ນ