ກົງຈັກລັດຖະກອນຕ້ອງຮັບໃຊ້ປະຊາຊົນ,ວິສາຫະກິດ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)
(vovworld) - ຕອນເຊົ້າວັນທີ 25/04, ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານວາລະປະຊຸມຄັ້ງທຳອິດຂອງຄະນະປະຈຳລັດຖະບານ, ປຶກສາຫາລືກ່ຽວກັບມາດຕະການແກ້ໄຂບັນດາຂໍ້ຕິດຂັດຂອງກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການລົງທຶນ, ພາຍຫຼັງທີ່ 2 ກົດໝາຍດັ່ງກ່າວມີຜົນບັງຄັບໃຊ້ໃນເວລາ 10 ເດືອນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງຕ້ອງແກ້ໄຂບັນດາຂໍ້ຕິດຂັດເພື່ອສ້າງເງື່ອນໄຂສະດວກໃຫ້ວິສາຫະກິດລົງທຶນດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ເພີ່ມທະວີບົດບາດຂອງໜ່ວຍປະຕິບັດງານຕິດຕາມກວດກາການປະຕິບັດກົດໝາຍ 2 ສະບັບດັ່ງກ່າວ ເພື່ອກວດກາ, ຄົ້ນພົບບັນດາຂໍ້ຕິດຂັດ ແລະ ແກ້ໄຂຢ່າງວ່ອງໄວ. ຄຽງຂ້າງນັ້ນ, ກົງຈັກລັດຖະກອນຕ້ອງຮັບໃຊ້ປະຊາຊົນ, ຮັບໃຊ້ວິສາຫະກິດ, ຕ້ອງປະຕິບັດບັນດາຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ ເພື່ອນຳກົດໝາຍດັ່ງກ່າວເຂົ້າສູ່ຊີວິດຕົວຈິງ.
“ຕ້ອງປະຕິຮູບ, ປ່ຽນໃໝ່, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ປົດປ່ອຍກຳລັງຜະລິດ, ສະໜັບສະໜູນການປົກປ້ອງສິດດຳເນີນທຸລະກິດ, ເປີດເຜີຍບັນດາເງື່ອນໄຂດຳເນີນທຸລະກິດໃຫ້ແກ່ວິສາຫະກິດ. ຄຽງຂ້າງນັ້ນ, ບໍ່ລະເມີດກົດໝາຍ ແລະ ບໍ່ປະກາດໃຊ້ໜັງສືອະນຸຍາດເພີ່ມເຕີມ, ພິເສດແມ່ນເມື່ອປະຕິບັດກົດໝາຍວ່າດ້ວຍການລົງທຶນ. ຄຽງຂ້າງນັ້ນ, ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ໃນວິວັດແຫ່ງການປະຕິບັດກົດໝາຍ 2 ສະບັບດັ່ງກ່າວ ຕ້ອງຕິດພັນກັບການປະຕິບັດມະຕິທີ 19, ນັ້ນແມ່ນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີທີ່ສຸດໃຫ້ປະຊາຊົນ ແລະ ວິສາຫະກິດ”.