ກູບາ,ອາເມລິກາຊຸຫຍູ້ວິວັດທະນາການຮ່ວມມືຕ້ານກໍ່ການຮ້າຍ
ສະຖານທູດ ກູບາ ປະຈຳ ກູບາ
(ພາບ: Lê Hà/ສຳນັກຂ່າວສານຫວຽດນາມ)
(vovworld) – ວັນທີ 9/6, ກະຊວງການຕ່າງປະເທດ ກູບາ ໃຫ້ຮູ້ວ່າ: ປະເທດນີ້ ແລະ ອາເມລິກາ ໄດ້ຈັດຕັ້ງກອງປະຊຸມເຕັກນິກຢູ່ນະຄອນຫຼວງ ລາຮາວານ ແນໃສ່ປຶກສາຫາລືການຮ່ວມມືເພື່ອສະກັດກັ້ນ ແລະ ຕ້ານລັດທິກໍ່ການຮ້າຍ. ໃນຖະແຫຼງການ, ກະຊວງການຕ່າງປະເທດ ກູບາ ຊີ້ແຈ້ງວ່າກອງປະຊຸມຖືກດຳເນີນໄປໃນບັນຍາກາດເຄົາລົບນັບຖື ແລະ ວິຊາການ, ຜູ້ຕາງໜ້າ2 ປະເທດ ໄດ້ເຫັນດີເປັນເອກະສັນກ່ຽວກັບຄວາມສຳຄັນໃນການເພີ່ມທະວີການຮ່ວມມືຕ້ານລັດທິກໍ່ການຮ້າຍ. ຄະນະຜູ້ແທນ ກູບາ ລວມມີບັນດາເຈົ້າໜ້າທີ່ຂຶ້ນກັບກະຊວງການຕ່າງປະເທດ ແລະ ກະຊວງພາຍໃນ, ຫ້ອງການກະຊວງຍຸຕິທຳ ແລະ ກົມໃຫຍ່ພາສີ. ຝ່າຍ ອາເມລິກາ ມີບັນດາຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບພາຍໃນ ແລະ ຍຸຕິທຳ ພ້ອມກັບສະຖານທູດ ອາເມລິກາ ຢູ່ ລາຮາວານ. ການຮ່ວມມືຕ້ານກໍ່ການຮ້າຍແມ່ນໜຶ່ງໃນບັນດາຂົງເຂດສຳຄັນທີ່ວົງການເຈົ້າໜ້າທີ່ ອາເມລິກາ ແລະ ກູບາ ໄດ້ປຶກສາຫາລືໃນຂອບເຂດບັນດາຮອບເຈລະຈາ ກ່ຽວກັບການປະຕິບັດກົດໝາຍນັບແຕ່ 2 ປະເທດຟື້ນຟູການພົວພັນ 2 ຝ່າຍພາຍຫຼັງກ່ວາສະຕະວັດຖືກຕິດຕອນ. ຝ່າຍ ອາເມລິກາ ຖືນີ້ແມ່ນກາລະໂອກາດເພື່ອໃຫ້ບັນດານັກຊ່ຽວຊານດ້ານເຕັກນິກຂອງ ອາເມລິກາ ແລະ ກູບາ ປຶກສາຫາລືກ່ຽວກັບບັນຫາທີ່ທັງ 2 ຝ່າຍຕ່າງມີຄວາມສົນໃຈ.