(vovworld) - ຕອນເຊົ້າວັນທີ 8/9, ຢູ່ສຳນັກງານສູນກາງພັກ, ກົມການເມືອງເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງກວາງນິງ. ທີ່ການເຮັດວຽກ, ທ່ານເລຂາຄະນະພັກແຂວງກວາງນິງ Pham Minh Chinh ໄດ້ລາຍງານກັບກົມການເມືອງກ່ຽວກັບແຜນຮ່າງ ”ພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ, ໝັ້ນຄົງ, ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງທົດລອງສອງຫົວໜ່ວຍບໍລິຫານ - ເສດຖະກິດພິເສດ ເວິນໂດ່ນ, ມ໋ອງກ໋າຍ”. ຄາດໝາຍຂອງແຜນຮ່າງແມ່ນກໍ່ສ້າງແຂວງກວາງນິງໃຫ້ກາຍເປັນແຂວງບໍລິການ, ອຸດສາຫະກຳທັນສະໄໝ, ແມ່ນໜຶ່ງໃນບັນດາແຂວງນຳໜ້າດ້ານເສດຖະກິດຂອງພາກເໜືອ, ຕັ້ງໜ້າຫັນປ່ຽນແບບວິທີພັດທະນາ, ປ່ຽນໃໝ່ຮູບແບບເຕີບໂຕ, ຫັນໄປສູ່ພື້ນຖານເສດຖະກິດ ”ຂຽວ”, ໝັ້ນຄົງ ດ້ວຍເຕັກໂນໂລຢີສະອາດ, ເຕັກໂນໂລຢີສູງ, ບໍ່ກໍ່ມົນລະພິດສິ່ງແວດລ້ອມ, ຍູ້ແຮງການພັດທະນາເສດຖະກິດທະເລ.
ກ່າວຄວາມເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ຊີ້ແຈ້ງວ່າ:
”ດ້ວຍບັນດາແຜນຮ່າງທີ່ພວກເຮົາສະເໜີໃນມື້ນີ້ ແມ່ນບັນດາເອກະສານອັນລ້ຳຄ່າ ແລະ ສຳຄັນທີ່ສຸດ ເພື່ອໃຫ້ກົມການເມືອງມີພື້ນຖານພິຈາລະນາ, ຄົ້ນຄ້ວາ. ການພັດທະນາແຂວງກວາງນິງບໍ່ແມ່ນພາລະກິດສະເພາະຂອງກວາງນິງ ຫາກແມ່ນຄວາມຮັບຜິດຊອບຂອງສູນກາງ, ບັນດາກະຊວງ, ຂະແໜງການສູນກາງ. ສະເໜີໃຫ້ບັນດາກະຊວງ, ຂະແໜງການ ພ້ອມກັບແຂວງກວາງນິງ, ພາຍໃຕ້ການຊີ້ນຳຂອງຄະນະກຳມະການພັກລັດຖະບານ ກະກຽມຢ່າງລະອຽດເພື່ອຍື່ນສະເໜີກົມການເມືອງພິຈາລະນາ, ຕົກລົງ”