(vovworld) – ຕອນເຊົ້າວັນທີ 6/7, ຢູ່ສຳນັກງານສູນກາງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ເປັນປະທານກອງປະຊຸມກົມການເມືອງ, ໃຫ້ຄຳເຫັນກ່ຽວກັບການສະຫຼຸບມະຕິເລກທີ 20 ຂອງກົມການເມືອງຊຸດທີ 9 ກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈີມິນ ຮອດປີ 2020. ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ໃນ 10 ປີຜ່ານມາ, ນະຄອນ ໂຮ່ຈີມິນຖອດຖອນມາໄດ້ 4 ບົດຮຽນ, ໃນນັ້ນເໜ້ັນໜັກວ່າເລື່ອງນະຄອນປະຕິບັດທົດລອງສຳລັບບັນດາບັນຫາທີ່ຫາກໍເກີດໃໝ່ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ບໍ່ພຽງແຕ່ມີຄວາມໝາຍໃນໄລຍະປະຈຸບັນເທົ່ານັ້ນ ຫາກຍັງໃນຕະຫຼອດວິວັດທະນາການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສ້າງສຳເລັດລະບອບເສດຖະກິດການຕະຫຼາດສັງຄົມນິຍົມ.
ທ່ານເລຂາທິການໃຫຍ່ Nguyen Phu Trong ແລະ ບັນດາສະມາຊິກໃນກົມການເມືອງ ຈະເຫັນດີ ປະກາດໃຊ້ມະຕິສະບັບໃໝ່ ກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນໂຮ່ຈິມິນຮອດປີ 2020 ໂດຍອີ່ງໃສ່ມະຕິເລກທີ 11 ຂອງພັກ, ໂຄງການການເມືອງ, ຍຸດທະສາດສ້າງສາປະເທດຊາດ ກໍຄືບັນດາມະຕິສູນກາງທີ 4 ໃນໄລຍະມໍ່ໆມານີ້. ທ່ານເລຂາທິການໃຫຍ່ Nguyen Phu Trong ຊີ້ແຈ້ງວ່າ.
“ພ້ອມກັບການປັບປຸງກົນໄກ, ປະຕິຮູບດ້ານບໍລິຫານ, ຮູບແບບຄຸມຄອງອຳນາດການປົກຄອງຕົວເມືອງ, ໃນຕໍ່ໜ້າກໍຄືໄລຍະຍາວ, ຄວນສຸມໃສ່ປະຕິບັດມະຕິສູນກາງທີ 4 ກ່ຽວກັບການກໍ່ສ້າງພັກໃຫ້ເປັນຢ່າງດີ, ນີ້ແມ່ນບັນຫາສຳຄັນໂດຍພື້ນຖານ. ຕົວຢ່າງຄື ບັນຫາວາງແຜນພະນັກງານ, ປະຕິບັດຫຼັກການລວມສຸນປະສາທິປະໄຕ, ການພົວພັນລະຫວ່າງຜູ້ນຳກັບໝູ່ຄະນະ, ຕ້ານການຊຸດໂຊມດ້ານຄຸນສົມບັດ, ແບບແຜນດຳລົງຊີວິດ, ພ້ອມກັນນັ້ນແມ່ນວຽກງານຂົນຂວາຍປະຊາຊົນ, ລະບຽບການປະຊາທິປະໄຕຂັ້ນຮາກຖານ, ແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງປະຊາຊົນ, ແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນຢ່າງເດັດຂາດ”