ກົມການເມືອງເຮັດວຽກ ກັບຄະນະປະຈຳພັກ ແຂວງດ້ຽນບຽນ
(ພາບ: TTXVN)
(vovworld)- ຕອນບ່າຍວັນທີ 16/1, ຢູ່ສຳນັກງານສູນກາງພັກ, ກົມການເມືອງເຮັດວຽກກັບຄະນະປະຈຳພັກແຂວງດ້ຽນບຽນ ກ່ຽວກັບສະພາບການປະຕິບັດມະຕິກອງປະຊຸມໃຫ່ຍຊຸດທີ 11 ຂອງສູນກາງພັກ, ມະຕິກອງປະຊຸມໃຫ່ຍຊຸດທີ 12 ຂອງຄະນະພັກແຂວງ ອາຍຸການ 2010-2015.
ກ່າວຄຳເຫັນທີ່ການເຮັດວຽກ, ຕາງໜ້າກົມການເມືອງ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ເນັ້ນໜັກວ່າ: ດ້ຽນບຽນ ແມ່ນໜຶ່ງໃນບັນດາແຂວງທຸກຍາກກ່ວາໝູ່ຂອງເຂດຕາເວັນຕົກສ່ຽງເໜືອ ແລະ ທົ່ວປະເທດ. ແຂວງມີທີ່ຕັ້ງສຳຄັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນຍຸດທະສາດປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫ່ຍໃສ່ໃຈວ່າ: ດ້ຽນບຽນ ຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງ, ຄົບຖ້ວນກ່ຽວກັບທີ່ຕັ້ງ, ບົດບາດຂອງຕົນ, ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຍາດແຍ່ງການຊ່ວຍເຫຼືອຂອງສູນກາງເພື່ອສ້າງບາດກ້າວບຸກທະລຸ, ພັດທະນາຢ່າງໄວວາກ່ວາອີກ:
“ຕອ້ງສຸມໃສ່ສ້າງໂຄງປະກອບພື້ນຖານໂຄງລ່າງເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນຄົມມະນາຄົມ, ເງື່ອນໄຂເພື່ອຮັບປະກັນການຈໍລະຈອນສິນຄ້າໃນພື້ນຖານເສດຖະກິດການຕະຫຼາດ. ຕ້ອງເສີມຂະຫຍາຍ, ຂຸດຄົ້ນບັນດາແຫຼ່ງກຳລັງພາຍໃນແຂວງ, ສູນກາງ ແລະ ທົ່ວປະເທດ. ໃນນັ້ນ ມີການລະດົມກຳລັງ ປຊຊ. ແຂວງດ້ຽນບຽນ ສາມາດເປີດກ້ວາງການພົວພັນ, ພົບປະແລກປ່ຽນກັບບັນດາແຂວງ, ນະຄອນອື່ນໃນທົ່ວປະເທດ“./.