(vovworld) – ຕອນບ່າຍວັນທີ 23/6, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ໄດ້ມີການພົບປະກັບບັນດາຄູຝຶກສອນ, ນັກກິລາທີ່ດີເດັ່ນຂອງ ຫວຽດນາມ ທີ່ເຂົ້າຮ່ວມງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 28 (ຊີເກັມ 28) ຜ່ານມາ. ທ່ານປະທານປະເທດ ເຈືອງເຕິນຊາງ ຢືນຢັນວ່າ: ບັນດາຜົນງານ ເຊິ່ງຄະນະກິລາ ຫວຽດນາມ ຍາດມາໄດ້ໃນຄັ້ງນີ້ແມ່ນແຫຼ່ງປຸກລະດົມກຳລັງໃຈໃຫ້ຂະບວນການກິລາຂອງປະເທດ, ຝຶກຝົນຫຼໍ່ຫຼອມຮ່າງກາຍແຫ່ງຊາດ. ທ່ານປະທານປະເທດ ເນັ້ນໜັກວ່າ: ບໍ່ພຽງແຕ່ແມ່ນຜົນງານລ້າໆເທົ່ານັ້ນ, ຫາກຜ່ານການແຂ່ງຂັນບັນດານັກກິລາຄວນມີສະຕິທີ່ວ່າ ເຮົາພວມນຳເອົານ້ຳໃຈ, ເຈດຈຳນົງ ແລະ ຄຸນລັກສະນະຂອງປະເທດຊາດຫວຽດນາມ ມາໃຫ້ພາກພື້ນ ແລະ ໂລກອີກດ້ວຍ. ພ້ອມກັບການພັດທະນາຂອງປະເທດຊາດ, ພັກ ແລະ ລັດ ຈະສະຫງວນຄວາມເອົາໃຈໃສ່ທີ່ເໝາະສົມເຖິງຂົງເຂດກິລາ. ທ່ານປະທານປະເທດ ເຈືອງເຕິນຊາງ ປາດຖະໜາວ່າ: ບັນດາຄູຝຶກສອນ, ນັກກິລາຄວນມານະພະຍາຍາມສູ້ຊົນ ເພື່ອໃຫ້ໃນ 5 ປີຈະມາເຖິງ, ກິລາຫວຽດນາມ ພັດທະນາກວ່າອີກເພື່ອທຽບເທົ່າກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ໂລກ.