ກໍ່ສ້າງແຂວງ ກວາງນິງ ໃຫ້ພັດທະນາບຸກທະລຸ, ຮອບດ້ານ, ປະສົມກົມກຽວ ແລະ ວັດທະນະທຳມະນຸດ

(VOVWORLD) - ຍອດຜະລິດຕະພັນພາຍໃນໃນບໍລິເວນ (GRDP) ເພີ່ມຂຶ້ນ 11,89%, ນຳໜ້າທົ່ວປະເທດ; ຂອບຂະໜາດເສດຖະກິດບັນລຸປະມານ 368.500 ຕື້ດົ່ງ
ກໍ່ສ້າງແຂວງ ກວາງນິງ ໃຫ້ພັດທະນາບຸກທະລຸ, ຮອບດ້ານ, ປະສົມກົມກຽວ ແລະ ວັດທະນະທຳມະນຸດ - ảnh 1ທີ່ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026
(ພາບ: baoquangninh.vn)
  ວັນທີ 26 ທັນວາ, ແຂວງ ກວາງນິງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ແລະ ບຸກລະດົມຂະບວນການແຂ່ງຂັນປີ 2026. ກອງປະຊຸມໄດ້ຕີລາຄາປີ 2025, ກວາງນິງ ບັນລຸໝາກຜົນພົ້ນເດັ່ນຫຼາຍຢ່າງ: ຍອດຜະລິດຕະພັນພາຍໃນໃນບໍລິເວນ (GRDP) ເພີ່ມຂຶ້ນ 11,89%, ນຳໜ້າທົ່ວປະເທດ; ຂອບຂະໜາດເສດຖະກິດບັນລຸປະມານ 368.500 ຕື້ດົ່ງ; GRDP ຄິດສະເລ່ຍຕໍ່ຫົວຄົນແມ່ນ 10.400 USD; ລາຍຮັບງົບປະມານກວ່າ 82.000 ຕື້ດົ່ງ. ທາງແຂວງ ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ 51 ໂຄງການກຳລັງໜູນ ດ້ວຍຍອດຈຳນວນເງິນກວ່າ 135.000 ຕື້ດົ່ງ; ການຮັບປະກັນຊີວິດສັງຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ - ທ່ອງທ່ຽວ ສືບຕໍ່ພັດທະນາ... ປີ 2026, ກວາງນິງ ໄດ້ວາງເປົ້າໝາຍບັນລຸລະດັບເຕີບໂຕເສດຖະກິດກວ່າ 12,9%, ຍອດລາຍຮັບງົບປະມານ 86.000 ຕື້ດົ່ງ.

ເນື່ອງໃນໂອກາດນີ້, ທາງແຂວງໄດ້ປຸກລະດົມຂະບວນການແຂ່ງຂັນປີ 2026, ຮຽກຮ້ອງໃຫ້ທົ່ວລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນ ມານະພະຍາຍາມປະຕິບັດສຳເລັດລື່ນກາຍບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມ, ຍົກສູງຄຸນນະພາບເຂດຕົວເມືອງ, ບັນລຸມາດຕະຖານເປັນນະຄອນຂຶ້ນກັບສູນກາງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ