ລັດເຊຍ ກຽມພ້ອມຫັນປ່ຽນທິດສົ່ງອອກອາຍແກັດໄປຍັງບັນດາປະເທດ “ເປັນມິດ”
(VOVWORLD) - ວັນທີ 06 ມີນາ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Alexander Novak ໃຫ້ຮູ້ວ່າ ລັດເຊຍ ມີຄວາມສາມາດປ່ຽນແທນຕະຫຼາດ ເອີຣົບ ດ້ວຍບັນດາຄູ່ຮ່ວມມືທີ່ເປັນມິດອື່ນ, ກຽມພ້ອມຮັກສາສາຍພົວພັນຮ່ວມມືຍາວນານ ແລະ ມີສະຖຽນລະພາບໃນຂົງເຂດພະລັງງານ.
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານຮອງນາຍົກລັດຖະມົນຕີ Alxander Novak ເນັ້ນໜັກວ່າ ຄາດວ່າ ບັນດາບໍລິສັດພະລັງງານຂອງ ລັດເຊຍ ຈະເພີ່ມທະວີແຫຼ່ງສະໜອງໃຫ້ບັນດາຕະຫຼາດໃໝ່ ແລະ ພວມດຳເນີນການເຈະລະຈາກັບຫຼາຍຄູ່ຮ່ວມມື. ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບການ ລັດເຊຍ ພິຈາລະນາດັດປັບຍຸດທະສາດສົ່ງອອກພະລັງງານ ພາຍຫຼັງ ສະຫະພາບເອີຣົບ (EU) ຕົກລົງຄ່ອຍໆຫຼຸດຜ່ອນ ແລະ ດຳເນີນການຢຸດຕິການນຳເຂົ້າອາຍແກັດຈາກ ລັດເຊຍ.
ກ່ອນໜ້ານັ້ນ, ວັນທີ 05 ມີນາ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ການຢຸດຕິການສະໜອງອາຍແກັດໃຫ້ແກ່ ເອີຣົບ ໃນໄວໆນີ້ ອາດຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ລັດເຊຍ, ເມື່ອ ສະຫະພາບເອີຣົບ ພວມຜັນຂະຫຍາຍບັນດາມາດຕະການຈຳກັດສຳລັບເຊື້ອເພີງຈາກ ລັດເຊຍ ເທື່ອລະກ້າວ.
ນັກຂ່າວ VOV ປະຈຳ ລັດເຊຍ ແລະ ອາເມລິກາ