ກໍ່ສ້າງແລະປັບປຸງກົດໝາຍຊ່ວຍພັດທະນາເສດຖະກິດສັງຄົມ
(ກໍ່ສ້າງແລະປັບປຸງກົດໝາຍຊ່ວຍພັດທະນາເສດຖະກິດສັງຄົມ)
(vovworld) - ຕອນເຊົ້າວັນທີ 09/12, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສະຫຼຸບ 10 ປີແຫ່ງການປະຕິບັດມະຕິເລກທີ 48 ສູນກາງ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນປະກອບໃສ່ຮ່າງ “ບົດລາຍງານ 10 ປີແຫ່ງການປະຕິບັດມະຕິກ່ຽວກັບຍຸດທະສາດກໍ່ສ້າງ ແລະ ປັບປຸງລະບົບກົດໝາຍຫວຽດນາມ ຮອດປີ 2010, ກຳນົດທິດຮອດປີ 2020”. ມະຕິເລກທີ 48 ລົງວັນທີ 24/05/2015 ຂອງກົມການເມືອງ ແມ່ນເອກະສານດ້ານການເມືອງສຳຄັນຂອງພັກກອມມູນິດຫວຽດນາມ ກຳນົດທິດທາງໃຫ້ແກ່ການພັດທະນາຂອງລະບົບກົດໝາຍຫວຽດນາມ ໃນໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ໄລຍະຂ້າມຜ່ານຂຶ້ນສັງຄົມນີ້ຍົມ. ພາຍຫຼັງ 10 ປີແຫ່ງການປະຕິບັດມະຕິເລກທີ 48, ວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍບັນລຸໄດ້ບັນດາຜົນງານທີ່ສຳຄັນ, ລະບົບກົດໝາຍໄດ້ຮັບການປັບປຸງໂດຍພື້ນຖານ… ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ຮ່າຮຸງເກື່ອງ ໃຫ້ຮູ້ວ່າ.
“ດ້ວຍເອກສານລັດຖະທຳມະນູນປີ 2013, ບັນດາກົດໝາຍໄດ້ຮັບການປະກາດໃຊ້ໃນໄລຍະ 10 ປີຜ່ານມາ, ພິເສດແມ່ນໃນປີ 2014, 2015 ທີ່ຮັບການປັບປຸງ, ເພີ່ມເຕີມ ລວບລວມໃນຊີິວິດສັງຄົມພໍສົມຄວນ, ຄຸນນະພາບໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ, ຂັ້ນຕອນສ້າງເອກະສານກົດໝາຍ ໄດ້ຮັບການປ່ຽນໃໝ່ເທື່ອລະກ້າວ ຕາມທິດປະຊາທິປະໄຕໂດຍການເຂົ້າຮ່ວມຂອງສ່ວນບຸກຄົນ, ອົງການວິສາຫະກິດ ທີ່ຖືກຜົນກະທົບຈາກການປັບປຸງບັນດາເອກະສານນິຕິກຳ”.