(vovworld) – ກອງທັບອີຣັກ ໄດ້ດັບສູນມືປືນ Takfiri ປະມານ 300 ຄົນ ໃນບັນດາການບຸກໂຈມຕີຢູ່ທົ່ວທຸກແຫ່ງຂອງອີຣັກ ໃນສະພາບທີ່ກຳລັງກອງທັບຂອງປະເທດນີ້ ພວມຍູ້ແຮງການເຄື່ອນໄຫວຍູ້ບັນດາມືປືນອິດສະລາມ ໃຫ້ຖອຍຫຼັງ. ບັນດາການປະທະກັນໄດ້ເກີດຂຶ້ນຢ່າງຮຸນແຮງລະຫວ່າງລັດຖະບານ ກັບບັນດາມືປືນ Takfiri ຂຶ້ນກັບອົງການທີ່ຂະໜານນາມເອງວ່າແມ່ນລັດອິດສະລາມ ອີຣັກ ແລະ Levant ຢູ່ບັນດາເຂດທາງພາກເໜືອອີຣັກ. ບັນດາກຳລັງສະໜັບສະໜູນລັດຖະບານກໍ່ຍາດໄດ້ສິດຄວບຄຸມນະຄອນ Muqdadiyah ຂຶ້ງກັບແຂວງ Diyala ຢູ່ທາງທິດຕາເວັນອອກສຽງເໜືອ ແບກແດດ.